ນັກ​ສຶກສາ​ຫວຽດນາມ ຢູ່ກວາງຊີ ໃຫ້​ຄຳ​ແນະນຳ​ກ່ຽວ​ກັບ​ການ​ພົວພັນ​ຮ່ວມ​ມື

13:09 | 17/07/2025

ຍສໝ - ທີ່​ໂຄງການ​ແລກປ່ຽນ​ໂດຍ​ສະມາຄົມ​ມິດຕະພາບ​ປະຊາຊົນ​ກວາງ​ຊີ (ຈີນ) ສົມທົບ​ກັບ​ສູນ​ວັດທະນະທຳ​ຈີນ​ ​ຢູ່​ຮ່າ​ໂນ້ຍ ​ໃນ​ວັນ​ທີ 16 ກໍລະກົດ, ນັກ​ສຶກສາ​ຫວຽດນາມ ຫຼາຍ​ຄົນ​ທີ່​ໄປ​ຮຽນ​ຢູ່​ກວາງຊີ ​ໄດ້​ແບ່ງປັນ​ປະສົບ​ການ ​ແລະ ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ການເປີດກ້ວາງທຶນ​ສຶກສາ, ​ເພີ່ມ​ທະວີ​ສາຍ​ພົວພັນ​ອະດີດ​ນັກ​ສຶກສາ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຫວຽດນາມ ​ແລະ ກວາງ​ຊີ.

ນະຄອນ​ໂຮ່ຈິ​ມິນ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ພ້ອມ​ກັບ​ຝຣັ່ງ ​ໃນ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ຍຸດ​ທະ​ສາດ
ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ລາວ: ມະໂນພາບພັດທະນາ​ການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ

ເຫດການໄດ້ດຳເນີນ​ເນື່ອງ​ໃນ​ໂອກາດ​ທີ່​ຄະນະ​ຜູ້​ແທນ​ການ​ຕ່າງປະ​ເທດ​ກວາງຊີ (ຈີນ) ນຳ​ໂດຍ​ທ່ານ Wei Ran, ຜູ້ອຳນວຍກົມ​ການ​ຕ່າງປະ​ເທດ, ຫົວໜ້າສະມາຄົມ​ມິດຕະພາບ​ປະຊາຊົນ​ການ​ຕ່າງປະ​ເທດ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງຊີ ເປັນນຳໜ້າໄດ້ໄປຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ.

ໂດຍເຂົ້າຮ່ວມລາຍການໂດຍທ່ານ ໂດ້ນາມຈຸງ , ຫົວໜ້າກົມອາຊີຕາເວັນອອກສ່ຽງເໜືອ (ກະຊວງການຕ່າງປະເທດຫວຽດນາມ); ທ່ານ Zheng dawei, ອັກຄະລັດຖະທູດທີ່ປຶກສາຈີນ​ ປະຈຳ​ຫວຽດນາມ; ການ​ນຳ​ຂອງ​ຫຼາຍ​ພະ​ແນ​ກ, ຂະແໜງການຂອງ​ແຂວງ ກວ໋າງນິງ, ລ້ານ​ເຊີນ, ກາວ​ບັງ, ຕວຽນ​ກວາງ; ສະມາຄົມມິດຕະພາບຫວຽດນາມ-ຈີນ ພ້ອມກັບຜູ້ຕາງໜ້ານັກສຶກສາຫວຽດນາມ ທີ່ເຄີຍຮຽນຢູ່ກວາງຊີ.

ພ້ອມ​ກັນ​ເລົ່າ​ເລື່ອງ​ທີ່​ສວຍ​ງາມກ່ຽວກັບຄວາມມິດຕະພາບ​ຫວຽດນາມ - ຈີນ

ກ່າວ​ຄຳປາໄສທີ່ໄຂເປີດ, ທ່ານ Wei Ran ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ທີ່​ໄດ້​ພົບ​ປະ​ກັບ​ຜູ້ຊົງຄຸນວຸດທິມິດ​ຕະ​ພາບແລະ ນັກ​ສຶກສາ​ຢູ່​ຕ່າງປະ​ເທດ​ຢູ່​ຮ່າ​ໂນ້ຍ ​ເພື່ອ “ທວນຄືນນຳກັນກ່ຽວກັບຄວາມມິດຕະພາບ ​ແລະ ສ້າງ​ອະນາຄົດ​ທີ່​ສົດ​ໃສ”. ທ່ານ​ກ່າວ​ເນັ້ນ​ວ່າ ປີ 2025 ​ແມ່ນ​ສະເຫຼີມສະຫຼອງ 75 ປີ​ແຫ່ງ​ການ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ຈີນ-ຫວຽດນາມ ​ແລະ ກໍ​ແມ່ນ​ປີ​ແລກປ່ຽນ​ມະນຸດສະທຳຈີນ-ຫວຽດນາມ; ສອງ​ປະ​ເທດ​ພວມ​ມານະ​ພະຍາຍາມ​ສ້າງ​ປະຊາ​ຄົມ​ຮ່ວມ​ມື​ແບ່ງປັນອະນາຄົດທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​.

ທ່ານ​ໄດ້​ຍົກ​ໃຫ້​ເຫັນ​ບັນດາ​ຈຸດໝາຍ​ປະຫວັດສາດ​ຄື: ປະທານ​ໂຮ່ຈິ​ມິນ ເຄີຍເຄື່ອນ​ໄຫວ​ປະຕິວັດ​ຢູ່​ນະຄອນ Nanning, Guilin, ​ແລະ Liuzhou; ໂຮງຮຽນ​ ຢູ່​ກວາງຊີ ​ໄດ້​ຝຶກ​ອົບຮົມ​ນັກຮຽນ​ຫວຽດນາມ​ນັບ​ໝື່ນ​ຄົນ, ​ໃນ​ນັ້ນ​ຫຼາຍ​ຄົນ​ໄດ້​ກາຍ​ເປັນ​ເສົາ​ຄ້ຳ​ຂອງ​ປະ​ເທດ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ. ທ່ານ​ຍັງ​ໄດ້​ກ່າວ​ເຖິງ​ເນື້ອ​ເພງ “ຫວຽດນາມ - ຈີນ” ​ເປັນ​ຫລັກ​ຖານ​ອັນ​ແຈ່ມ​ແຈ້ງ​ຂອງ​ສາຍ​ພົວພັນ​ອັນ​ແໜ້ນ​ແຟ້ນ “ພູ​ເຂົາ​ເຊື່ອມ​ຕໍ່​ພູ​ເຂົາ, ​ແມ່​ນ້ຳ​ເຊື່ອມ​ຕໍ່​ແມ່​ນ້ຳ”.

ນັກ​ສຶກສາ​ຫວຽດນາມ ຢູ່ກວາງຊີ ໃຫ້​ຄຳ​ແນະນຳ​ກ່ຽວ​ກັບ​ການ​ພົວພັນ​ຮ່ວມ​ມື

ການ​ພົບ​ປະ ​ແລະ ​ໂຄງການ​ແລກປ່ຽນ​ລະຫວ່າງ​ຄະນະ​ຜູ້​ແທນ​ຕ່າງປະ​ເທດ​ກວາງຊີ (ຈີນ) ​ແລະ ຜູ້ຕາງໜ້າ​ຜູ້ຊົງຄຸນວຸດທິມິດ​ຕະ​ພາບ ພ້ອມກັບນັກ​ສຶກສາ​ຫວຽດນາມ ທີ່​ພວມ​ຮ່ຳຮຽນ​ຢູ່​ກວາງ​ຊີ. (ພາບ: Dinh Hoa)

ທ່ານ Wei Ran ຍັງ​ຢືນຢັນ​ວ່າ ການ​ສຶກສາ​ແມ່ນ​ຂົງ​ເຂດ​ທີ່​ສຳຄັນ​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ກວາງຊີ ແລະ ຫວຽດນາມ​ຕະຫຼອດ​ມາ. ຈຳນວນ​ນັກ​ສຶກສາ​ຫວຽດນາມ​ ​ໄປ​ກວາງຊີ ບັນລຸ​ລະດັບ​ສູງ​ສຸດ​ໃນ​ປີ 2019 4.245 ຄົນ. ພຽງແຕ່​ປີ 2023, ກວາງ​ຊີ ໄດ້​ຮັບ​ນັກ​ສຶກສາ​ຫວຽດນາມ 3.764 ຄົນ, ​ແມ່ນ​ຫຼາຍ​ກວ່າ​ໝູ່​ຢູ່​ບັນດາ​ທ້ອງ​ຖິ່ນ​ຂອງ​ຈີນ. ປະຈຸ​ບັນ, ມີ​ນັກ​ສຶກສາ​ຫວຽດນາມ ເກືອບ 4.000 ຄົນ​ຮຽນ​ຢູ່​ກວາງ​ຊີ, ​ໃນ​ນັ້ນ​ມີ 9 ມະຫາວິທະຍາ​ໄລ ​ແລະ 4 ​ໂຮງຮຽນ​ວິຊາ​ຊີບ​ສອນ​ພາສາ​ຫວຽດນາມ.

"ຈີນ ແລະ ​ຫວຽດ​ນາມ​ແມ່ນ​ສາຍ​ພູ​, ​ແມ່​ນ້ຳ​ເຊື່ອມ​ຕໍ່​ກັນ,ປະ​ຊາ​ຊົນ​ສອງ​ຝັ່ງ​ຊາຍ​ແດນ​ດຳ​ລົງ​ຊີ​ວິດ​ຢ່າງ​ກົມ​ກຽວ​ກັນ​, ມີ​ສາຍພົວພັນມິດ​ຕະ​ພາບ​ອັນ​ຍາວ​ນານ", ທ່ານ Wei Ran ​ກ່າວ ແລະ ນັ້ນ​ໜັກ​ວ່າ ການພົບປະຄັ້ງນີ້ ເພື່ອຮັບ​ຟັງ ​ແລະ ດູດ​ດື່ມ​ຄຳ​ເຫັນ​ຂອງ​ນັກ​ສຶກສາ​ຕ່າງປະເທດ ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບການ​ຝຶກ​ອົບຮົມ, ຊ່ວຍ​ໃຫ້​ເຂົາ​ເຈົ້າ​ເປັນ​ເອກ​ອັກຄະ​ລັດຖະທູດ​ມິດຕະພາບ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ກວາງຊີ - ຫວຽດນາມ.

ທ່ານ ໂດ້ນາມຈຸງ, ຫົວໜ້າກົມອາຊີຕາເວັນອອກສຽງເໜືອ (ກະຊວງການຕ່າງປະເທດຫວຽດນາມ), ໄດ້ຕີລາຄາສູງບົດບາດຂອງແຂວງກວາງຊີ ໃນການຮ່ວມມືກັບຫວຽດນາມ. ທ່ານຢືນຢັນບັນດາຜົນງານສຳຄັນຂອງການພົວພັນລະຫວ່າງບັນດາທ້ອງຖິ່ນຂອງ ຫວຽດນາມ ແລະ ກວາງຊີ ກໍ່ຄືການພົວພັນ ຫວຽດນາມ - ຈີນ ລ້ວນແຕ່ມີບັນດາການເຂົ້າຮ່ວມ, ປະກອບສ່ວນຢ່າງຕັ້ງໜ້າຂອງເພື່ອນມິດ, ນັກສຶກສາຫວຽດນາມ ນັບພັນຄົນພວມຮໍ່າຮຽນຢູ່ກວາງຊີ.

ນັກ​ສຶກສາ​ຫວຽດນາມ ຢູ່ກວາງຊີ ໃຫ້​ຄຳ​ແນະນຳ​ກ່ຽວ​ກັບ​ການ​ພົວພັນ​ຮ່ວມ​ມື

ທ່ານ Wei Ran, ຜູ້ອຳນວຍກົມ​ການ​ຕ່າງປະ​ເທດ, ຫົວໜ້າສະມາຄົມ​ມິດຕະພາບ​ປະຊາຊົນ​ການ​ຕ່າງປະ​ເທດ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງຊີ ​ໄດ້​ມີ​ການ​ເຈລະຈາ​ກັບ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ໂຄງການ. (ພາບ: Dinh Hoa)

ທ່ານ Zheng dawei, ອັກຄະລັດຖະທູດທີ່ປຶກສາຈີນ​ ປະຈຳ​ຫວຽດນາມ ກໍ່ໄດ້ເນັ້ນ​ໜັກ​ວ່າ ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ພວມ​ກ້າວ​ໄປ​ສູ່​ໄລຍະ​ທີ 2 ​ແຫ່ງ​ການ​ພັດທະນາ​ຢ່າງ​ຟົດ​ຟື້ນ ດ້ວຍ​ຫຼາຍ​ກົນ​ໄກ​ຮ່ວມ​ມື​ທີ່​ມີ​ປະສິດທິ​ຜົນ ​ແລະ ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ​ທີ່​ສົດ​ໃສ.

ທ່ານ​ຕີ​ລາຄາ​ສູງ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ໃນ​ປີ 2024 ບັນລຸ 265 ຕື້ USD, ຈີນ​ໄດ້​ຮັກສາ​ຖານະ​ເປັນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ຫວຽດນາມ ​ໃນ​ຫຼາຍ​ປີ​ມາ​ນີ້; ພຽງແຕ່ແຂວງ ກວາງ​ຊີ​ ໄດ້​ຮັບ​ນັກ​ສຶກສາ​ຫວຽດນາມ​ເກືອບ 4.000 ຄົນ. ທ່ານ​ໄດ້ທວນຄືນ​ຫຼາຍການເຄື່ອນໄຫວທີ່​ພົ້ນ​ເດັ່ນ​ໃນ​ປີ​ແລກປ່ຽນ​ມະນຸດສະທຳ​ຈີນ-ຫວຽດນາມ ປີ 2025, ນັບ​ແຕ່​ງານ​ບຸນ​ວັດທະນະທຳ, ການສຳມະນາສຶກສາ, ການ​ເດີນ​ທາງ​ສີແດງເຖິງ​ການ​ແຂ່ງຂັນ "ຂົວພາສາຈີນ"... ຜ່ານນັ້ນ ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ ​ແລະ ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ສະ​ເໜີ​ສ້າງ​ຕັ້ງ​ສະ​ມາ​ຄົມ​ນັກ​ສຶກ​ສາ​ຫວຽດ​ນາມ ທີ່ເຄີຍຮ່ຳ​ຮຽນ​ຢູ່ ກວາງ​ຊີ

ທີ່​ການ​ພົບ​ປະ​ແລກປ່ຽນ, ບັນດາ​ອະດີດ​ນັກ​ສຶກສາ​ຕ່າງປະ​ເທດມາຈາກ​ແຂວງ ກວາງ​ນິງ, ລ້ານ​ເຊີນ, ກາວ​ບັງ, ຕ່ວຽນກວາງ ໄດ້​ແບ່ງປັນ​ປະສົບ​ການ​ທີ່​ເລິກ​ເຊິ່ງ​ໃນ​ຂະນະ​ທີ່​ຮ່ຳຮຽນ​ຢູ່​ກວາງ​ຊີ, ​ແລະ ​ໄດ້​ອອກ​ຄຳ​ເຫັນ​ທີ່​ແທດ​ຈິງ​ຫຼາຍ​ຢ່າງ​ເພື່ອ​ຊຸກຍູ້​ການ​ແລກປ່ຽນ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ​ຫວຽດນາມ ​ແລະ ກວາງ​ຊີ.

ນັກ​ສຶກສາ​ຫວຽດນາມ ຢູ່ກວາງຊີ ໃຫ້​ຄຳ​ແນະນຳ​ກ່ຽວ​ກັບ​ການ​ພົວພັນ​ຮ່ວມ​ມື

ທ່ານນາງ ດັ້ງທິກວິ່ງຮວາ, ອາດີດນັກສຶກສາແຂວງ ຕວຽນກວາງ ຢູ່ ກວາງຊີ. (ພາບ: Dinh Hoa)

ທ່ານນາງ ດັ້ງທິກວິ່ງຮວາ (ແຂວງ ຕວຽນກວາງ), ຮຽນຈົບມະຫາວິທະຍາໄລຊົນເຜົ່າ ກວາງຊີ ຕາມທຶນການສຶກສາໄລຍະ 2022-2025 ໃຫ້ຮູ້ວ່າ ທຶນການສຶກສາ ກວາງຊີ ບໍ່ພຽງແຕ່ສະໜອງທຶນຮອນເທົ່ານັ້ນ ຫາກຍັງເປີດໂອກາດແລກປ່ຽນຄວາມຮູ້, ວັດທະນະທຳ, ປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບອັນແໜ້ນແຟ້ນລະຫວ່າງລຸ້ນໜຸ່ມຂອງສອງປະເທດ. ທ່ານນາງ ສະ​ເໜີ​ໃຫ້​ສືບ​ຕໍ່​ຮັກສາ ​ແລະ ຜັນ​ຂະຫຍາຍ​ໂຄງການ​ທຶນ​ສຶກສາ​ກວາງ​ຊີ, ​ໃຫ້​ບຸລິມະສິດ​ແກ່​ພະນັກງານ​ໜຸ່ມ ​ແລະ ອອກ​ແບບ​ໃຫ້​ເໝາະ​ສົມ​ກັບ​ຄວາມ​ຕ້ອງການ​ບຳລຸງ​ສ້າງ​ຂອງ​ບັນດາ​ແຂວງ​ຊາຍ​ແດນ; ຮັດ​ແໜ້ນ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ເຄືອ​ຂ່າຍ​ອາ​ດີດ​ນັກ​ສຶກ​ສາ​ສາ​ກົນ​ກັບ​ບັນ​ດາ​ອົງ​ການ ແລະ ວິ​ສາ​ຫະ​ກິດ​ຂອງ​ສອງ​ປະ​ເທດ; ສ້າງ​ກົນ​ໄກ​ສະ​ໜັບ​ສະ​ໜູນ​ການ​ຈ້າງ​ງານ ແລະ ການ​ຮ່ວມ​ມື​ດ້ານ​ວິ​ຊາ​ຊີບ​ໃຫ້​ແກ່​ນັກ​ສຶກ​ສາ​ສາ​ກົນ ຫຼັງ​ຈາກ​ຮຽນ​ຈົບ. ສະ​ເໜີ​ສ້າງ​ເຄືອ​ຂ່າຍ​ອາ​ດີດ​ນັກ​ສຶກ​ສາ​ສາ​ກົນ​ກວາງ​ຊີ​ໂດຍ​ສາ​ຂາ​ເພື່ອ​ຮັກ​ສາ​ການ​ເຊື່ອມ​ຕໍ່​ແລະ​ເປີດ​ກວ້າງ​ການ​ຮ່ວມ​ມື; ຊຸກຍູ້​ບັນດາ​ໂຄງການ​ຮ່ວມ​ມື​ແບບ​ໃໝ່ ​ແລະ ​ແທດ​ຈິງ​ລະຫວ່າງ​ແຂວງ ກວາງ​ຊີ ​ແລະ ​ແຂວງ ຕວຽນ​ກວາງ, ​ໂດຍ​ສະ​ເພາະ​ແມ່ນ​ຂົງ​ເຂດ​ເສດຖະກິດ​ຊາຍ​ແດນ, ການທ່ອງທ່ຽວ, ສາທາລະນະ​ສຸກ, ກະສິກຳ​ເຕັກ​ໂນ​ໂລ​ຢີ​ສູງ, ​ແລະ ການ​ແລກປ່ຽນ​ວັດທະນະທຳ.

ທ່ານນາງ ວີຈາງລິງ (ແຂວງ ລ້ານເຊີນ), ພວມຮຽນຫຼັງປະລິນຍາຕີ​ຢູ່​ມະຫາວິທະຍາ​ໄລ Hebei, ສະ​ເໜີ​ວ່າ ກວາງ​ຊີ ​ເປີດ​ກວ້າງ​ຂອບ​ເຂດ​ການ​ສຶກສາ, ບຳລຸງ​ສ້າງ​ຢ່າງ​ກວ້າງຂວາງ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຫຼາຍ​ມະຫາວິທະຍາ​ໄລ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ດ້ານ​ຊັບພະຍາກອນ​ມະນຸດ​ຢູ່​ເຂດ​ຊາຍ​ແດນ. ປາດ​ຖະໜາ​ວ່າ ບັນດາ​ໂຄງການ​ຮ່ວມ​ມື​ດ້ານ​ການ​ສຶກສາ, ການ​ແລກປ່ຽນ​ວັດທະນະທຳ, ການ​ຮ່ວມ​ມື​ດ້ານ​ທຸລະ​ກິດ​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຮັກສາ ​ແລະ ພັດທະນາ​ຢ່າງ​ໝັ້ນຄົງ.

ນັກ​ສຶກສາ​ຫວຽດນາມ ຢູ່ກວາງຊີ ໃຫ້​ຄຳ​ແນະນຳ​ກ່ຽວ​ກັບ​ການ​ພົວພັນ​ຮ່ວມ​ມື
ບັນດາຜູ້ແທນຖ່າຍຮູບທີ່ລະນຶກ. (ພາບ: Dinh Hoa)

ທ່ານ Wei Ran ​ໄດ້​ຮັບ​ຮູ້ ​ແລະ ຕີ​ລາຄາ​ສູງ​ບັນດາ​ຄຳ​ເຫັນ, ປະສົບ​ການ ​ແລະ ຄຳ​ສະ​ເໜີ​ແນະ​ຂອງ​ນັກ​ສຶກສາ​ຫວຽດນາມ​ທີ່​ໄປ​ຮຽນ​ຢູ່​ກວາງຊີ, ຖື​ວ່າ​ແມ່ນ​ແຫຼ່ງຂໍ້​ມູນ​ອັນ​ລ້ຳ​ຄ່າ​ຂອງ​ວຽກ​ງານ​ໃນ​ອະນາຄົດ. ທ່ານ​ກ່າວ​ວ່າ ປະຈຸ​ບັນ​ກວາງຊີ​ໄດ້​ມອບ​ທຶນ​ສຶກສາ​ເຕັມ 500 ທຶນ​ໃຫ້​ນັກ​ສຶກສາ​ທີ່​ມາ​ຈາກ 4 ​ແຂວງ​ຊາຍ​ແດນ​ຫວຽດນາມ ​ແລະ ມາ​ຮອດ​ປະຈຸ​ບັນ, ມີ​ນັກ​ສຶກສາ​ຫວຽດນາມ 1300 ກວ່າ​ຄົນ​ໄດ້​ຮຽນ​ຈົບ​ຢູ່​ກວາງຊີ, ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

ທ່ານ ເນັ້ນໜັກປາດຖະໜາວ່າ ນັກສຶກສາຕ່າງປະເທດລຸ້ນນີ້ ຈະກາຍເປັນກຳລັງແຮງອັນຕັ້ງໜ້າໃນການກໍ່ສ້າງປະຊາຄົມສັງຄົມ ຫວຽດນາມ ແລະ ຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ. ຈາກ​ຄວາມ​ເປັນ​ຈິງ​ນັ້ນ, ທ່ານ​ໄດ້​ສະ​ເໜີ​ຂໍ້​ລິ​ເລີ່ມ 3 ຂໍ້​ຄື: ທີ​ໜຶ່ງ, ຮ່ວມ​ກັນ​ເລົ່າ​ເລື່ອງ​ດີ​ກ່ຽວ​ກັບ​ມິດຕະພາບ​ຈີນ-ຫວຽດນາມ ​ເພື່ອ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ ​ແລະ ຄວາມ​ສາມັກຄີ. ທີສອງ, ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ມິດຕະພາບຢ່າງຕັ້ງໜ້າ, ພິ​ເສດ​ແມ່ນ​ໃນ​ປີ​ແລກປ່ຽນ​ມະນຸດສະທຳ​ຈີນ-ຫວຽດນາມ, ​ເພື່ອ​ສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ຄົບຮອບ 75 ປີ. ທີ​ສາມ, ​ສ້າງ​ຕັ້ງ​ສະມາຄົມ​ນັກ​ສຶກສາ​ຫວຽດນາມ​ ທີ່​ເຄີຍຮຽນ​ຢູ່​ກວາງຊີ, ​ເປັນ​ເວທີ​ເຊື່ອມ​ຕໍ່, ​ແບ່ງປັນ​ຂໍ້​ມູນ​ຂ່າວສານ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ແບບ​ຍືນ​ຍົງ.

ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ແລະ ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ປຶກສາ​ຫາລື​ກ່ຽວ​ກັບ​ກົນ​ໄກ​ປະສານ​ງານ​ໃນ​ສະພາບ​ການ​ໃໝ່ ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ແລະ ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ປຶກສາ​ຫາລື​ກ່ຽວ​ກັບ​ກົນ​ໄກ​ປະສານ​ງານ​ໃນ​ສະພາບ​ການ​ໃໝ່

ຍສໝ - ວັນທີ 8 ກໍລະກົດ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມປະສານວຽກງານໃນປີ 2025. ກອງປະຊຸມດັ່ງກ່າວ ໂດຍທ່ານປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຟານແອງເຊີນ ແລະ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂງເລວັນ ເປັນປະທານຮ່ວມ.

ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ຫງວຽນ​ແທ່ງ​ຕິ້ງ: ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ມານະ​ພະຍາຍາມ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ສາກົນ​ກ່ຽວ​ກັບ​ສິດທິ​ມະນຸດ ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ຫງວຽນ​ແທ່ງ​ຕິ້ງ: ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ມານະ​ພະຍາຍາມ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ສາກົນ​ກ່ຽວ​ກັບ​ສິດທິ​ມະນຸດ

ຍສໝ - ໃນລະຫວ່າງວັນທີ 7 – 8 ກໍລະກົດ, ຄະນະຜູ້ແທນຫວຽດນາມ ໂດຍມີຜູ້ຕາງໜ້າຈາກ 9 ອົງການ ລວມມີ ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ກະຊວງຍຸຕິທຳ, ກະຊວງການຕ່າງປະເທດ, ກະຊວງຕຳຫຼວດ, ກະຊວງພາຍໃນ, ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ, ກະຊວງຊົນເຜົ່າ ແລະສາສະໜາ, ຫ້ອງວ່າການລັດຖະບານ, ໂດຍທ່ານຮອງລັດຖະມົນຕີກະຊວງ​ຍຸຕິ​ທຳ ...

ມີງດຶກ