30 ສາຂາສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ດົ່ງນາຍ ເຂົ້າຮ່ວມງານມະໂຫລານທຳນອງມິດຕະພາບຄັ້ງທີ 6

10:24 | 18/07/2025

ຍສໝ - ງານ​ມະ​ໂຫລານ ​“ຮ້ອງເພງ​ມິດຕະພາບ​ຫວຽດນາມ - ລາວ” ຄັ້ງ​ທີ 6 ​ໃນ​ປີ 2025 ​ໄດ້ຂ່ຳນັບຮັບຕ້ອນ​ສະ​ເຫຼີ​ມສະຫຼອງ 80 ປີ​ແຫ່ງ​ວັນ​ຊາດ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ​ແລະ 50 ປີ​ແຫ່ງ​ວັນ​ຊາດ ສາທາລະນະ​ລັດ ປະຊາທິປະ​ໄຕ ປະ​ຊາ​ຊົນ​ລາວ, ຕ້ອນຮັບ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ທຸກ​ຂັ້ນ ມຸ່ງ​ໄປ​ເຖິງ​ກອງ​ປະຊຸມ​ໃຫຍ່​​ຂອງ​ພັກ​ຄັ້ງ​ທີ 14, ຕ້ອນຮັບ​ກອງ​ປະຊຸມຄະນະ​ຜູ້​ແທນ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ແຂວງ ດົ່ງ​ນາຍ ​ຄັ້ງ​ທີ 4 ພາຍຫຼັງ​ການ​ສົມທົບ.

ໄຊຊະນະໃນວັນທີ 30 ເມສາ 1975 ແມ່ນໄຊຊະນະລວມຂອງ 3 ປະເທດ ຫວຽດນາມ - ລາວ - ກໍາປູເຈຍ
ນັກທ່ອງທ່ຽວສາກົນມາ ຫວຽດນາມ ໃນ 2 ເດືອນຕົ້ນປີເພີ່ມຂຶ້ນກວ່າ 30%
30 ສາຂາສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ດົ່ງນາຍ ເຂົ້າຮ່ວມງານມະໂຫລານທຳນອງມິດຕະພາບຄັ້ງທີ 6

ການສະແດງເຂົ້າຮ່ວມງານ​ມະ​ໂຫລານ. (ພາບ: ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ)

ງານ​ມະ​ໂຫລານ​ປີ​ນີ້​ໄດ້​ເຕົ້າ​ໂຮມ​ນັກ​ສະ​ແດງ​ບໍ່​ມີ​ອາຊີບ​ເກືອບ 300 ຄົນ​ທີ່​ມາ​ຈາກ 30 ສາຂາ ​ແລະ ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ໃນ​ບໍລິເວນແຂວງ. ບັນດາ​ຫົວໜ່ວຍ​ໄດ້​ນຳ​ເອົາ 37 ລາຍການ​ສະ​ແດງສິລະປະເຂັ້ມໄປດ້ວຍສີສັນ​ວັດທະນະທຳ​ພື້ນ​ເມືອງ ​ແລະ ນ້ຳ​ໃຈ​ສາມັກຄີ, ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ - ລາວ.

ບັນດາລາຍການສະແດງໄດ້ດຳເນີນຢ່າງເປັນຂະບວນຟົດຟື້ນ, ສະແດງໃຫ້ເຫັນຄວາມງາມຂອງວັດທະນະທຳ, ປະເທດ, ຊາວຫວຽດນາມ ແລະ ປະເທດ ລາວ ຢ່າງມີຊີວິດຊີວາ, ເຕັມໄປດ້ວຍອາລົມຈິດ ຜ່ານພາສາສິລະປະ... ງານມະໂຫລານ ໄດ້ສ້າງເປັນສະໜາມຫຼິ້ນທີ່ມີປະໂຫຍດຢ່າງແທ້ຈິງ, ຊຸກຍູ້ຈິດໃຈແລກປ່ຽນ, ຮຽນຮູ້, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງສາຂາ, ລະຫວ່າງນັກສຶກສາລາວ ທີ່ພວມຮໍ່າຮຽນຢູ່ຕ່າງປະເທດ ແລະ ນັກສຶກສາ, ຊາວໜຸ່ມແຂວງ ດົ່ງນາຍ.

30 ສາຂາສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ດົ່ງນາຍ ເຂົ້າຮ່ວມງານມະໂຫລານທຳນອງມິດຕະພາບຄັ້ງທີ 6

ລາຍການສະແດງໃນງານ​ມະ​ໂຫລານ. (ພາບ: ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ)

​ເປັນ​ທີ່​ຮູ້​ກັນ​ວ່າ, 3 ລາຍການ​ສະ​ແດງເປັນສັນຍະລັກຈະ​ຖືກ​ຄັດ​ເລືອກ​ເຂົ້າ​ຮ່ວມງານ​ມະ​ໂຫລານ​ມິດຕະພາບ​ຄັ້ງ​ທີ 6 ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ດົ່ງ​ນາຍ.

ສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງ ດົ່ງນາຍ ມີໜ້າທີ່ປັບປຸ່ງ ແລະ ພັດທະນາສາຍພົວພັນມິດຕະພາບສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງປະຊາຊົນຫວຽດນາມ - ລາວ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ສະມາຄົມ​ໄດ້​ມີ​ຫຼາຍ​ການ​ເຄື່ອນ​ໄຫວ​ທີ່​ໜ້າ​ຕື່ນ​ເຕັ້ນ, ການ​ພົບ​ປະ​ແລກປ່ຽນ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ, ​ໄດ້​ຈັດ​ຕັ້ງ​ການ​ຢ້ຽມຢາມ ​ແລະ ຊຸກຍູ້​ບັນດາ​ນັກ​ສຶກສາ​ລາວ​ທີ່​ຮຽນ​ຢູ່​ແຂວງ ດົ່ງ​ນາຍ ຢ່າງ​ເປັນ​ປະຈຳ.

ທີ່ງານບຸນ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ດົ່ງນາຍ ໄດ້ມອບຂອງຂວັນທີ່ມີຄວາມໝາຍຫຼາຍຢ່າງໃຫ້ແກ່ບັນດານັກສຶກສາລາວ ທີ່ພວມຮໍ່າຮຽນຢູ່ ດົ່ງນາຍ, ປະກອບສ່ວນສ້າງບັນຍາກາດແລກປ່ຽນທີ່ຟົດຟື້ນ ແລະ ມິດຕະພາບ.

ທ່ານ ເຢື່ອງວັນຕຽນ ດຳລົງຕຳແໜ່ງປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ໄທງວຽນ. ທ່ານ ເຢື່ອງວັນຕຽນ ດຳລົງຕຳແໜ່ງປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ໄທງວຽນ.

ຍສໝ - ວັນ​ທີ 18 ມັງກອນ​ນີ້, ສະມາຄົມ​ມິດຕະພາບ​ ຫວຽດນາມ - ລາວ ​ແຂວງ ​ໄທ​ງວຽນ ​ໄດ້​ຈັດ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IV, ອາຍຸການ 2024 - 2029.

ອົດ​ສະ​ຕາ​ລີ ໜູນ​ຊ່ວຍ​ແມ່​ຍິງ 30.000 ຄົນ​ຢູ່​ແຂວງ ລາວ​ກາຍ, ເຊີນ​ລາ ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ ອົດ​ສະ​ຕາ​ລີ ໜູນ​ຊ່ວຍ​ແມ່​ຍິງ 30.000 ຄົນ​ຢູ່​ແຂວງ ລາວ​ກາຍ, ເຊີນ​ລາ ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ

ຍສໝ - ວັນທີ 9 ພຶດສະພາ 2024, ແຂວງ ລາວກາຍ, ແຂວງ ເຊີນລາ ພ້ອມກັນກັບສະຖານທູດ ອົດສະຕາລີ ປະຈຳ ຫວຽດນາມ ໄດ້ເລີ່ມປະຕິບັດໄລຍະທີ 2 ຂອງໂຄງການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ໂດຍຜ່ານການຍົກສູງປະສິດທິຜົນດ້ານເສດຖະກິດໃນກະສິກຳ ແລະ ການທ່ອງທ່ຽວ (GREAT).

ແທັງຮັ່ງ