ການບໍລິຈາກເລືອດເຊື່ອມຕໍ່ຂົວແຫ່ງການແບ່ງປັນລະຫວ່າງ ຫວຽດນາມ ແລະ ໄທ

13:04 | 22/07/2025

ຍສໝ - ວັນ​ທີ 20 ກໍລະກົດ​ນີ້, ສະຖານກົງສຸນ​ໃຫຍ່​ໄທ​ ປະຈຳ ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ສົມທົບ​ກັບ​ສະພາ​ກາ​ແດງ​ຫວຽດນາມ ​ແລະ ​ໂຄງການ​ເດີນທາງ​ແດງ ​ໄດ້​ຈັດ​ຕັ້ງ​ລາຍການ​ບໍລິຈາກ​ເລືອດ​ມະນຸດສະທຳ. ການ​ເຄື່ອນ​ໄຫວ​ບໍ່​ພຽງ​ແຕ່​ໄດ້​ປະກອບສ່ວນ​ເພີ່ມ​ເຕີມແຫຼ່ງ​ເລືອດ​ເພື່ອຮັບໃຊ້​ປິ່ນປົວ​ພະຍາດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ປະຊາ​ຄົມຊາວ​ໄທ ​ແລະ ຊາວຫວຽດນາມ ​ພ້ອມກັບເຜີຍ​ແຜ່​ຈິດ​ໃຈ​ມະນຸດສະທຳ, ກໍ່ສ້າງ​ຂົວ​ແຫ່ງ​ການ​ແບ່ງປັນ ​ແລະ ເພີ່ມພູນຄູນສ້າງການ​ພົວພັນ​ມິດຕະພາບ​ລະຫວ່າງ 2 ປະ​ເທດ.

ບານເຕະ - ຂົວເຊື່ອມຕໍ່ເພີ່ມທະວີການຮ່ວມມືສື່ມວນຊົນລະຫວ່າງ ຫວຽດນາມ ແລະ ໄທ
ສະເຫຼີມສະຫຼອງບຸນປີໃໝ່ລາວ, ກຳປູເຈຍ, ມຽນມາ ແລະ ໄທ ຢູ່ນະຄອນໂຮ່ຈີມິນ

​ໂຄງການ​ດັ່ງກ່າວ​ແມ່ນ​ສ່ວນ​ໜຶ່ງ​ຂອງ​ບັນດາ​ການ​ເຄື່ອນ​ໄຫວ​ອາສາ​ສະໝັກ “ທຳ​ຄວາມ​ດີ​ຈາກ​ໃຈ” - ຂໍ້​ລິ​ເລີ່​ມຢ່າງແທດຈິງເພື່ອ​ປຸກລະດົມ​ຈິດ​ໃຈ​ແບ່ງປັນ​ໃນ​ປະຊາ​ຄົມ ແລະ ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ຫວຽດນາມ - ​ໄທ, ມຸ່ງໄປເຖິງ​ສະ​ເຫຼີ​ມສະຫຼອງ 49 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ (6 ສິງຫາ 1976 – 6 ສິງຫາ 2025).

​ເຫດການມີການເຂົ້າ​ຮ່ວມຂອງ​ຜູ້ຕາງໜ້າ​ບັນດາ​ອົງການ​ຄື: ກົມ​ການ​ຕ່າງປະ​ເທດ​ນະຄອນ​ ໂຮ່ຈິ​ມິນ, ຄະນະ​ກຳມະການ​ສູນ​ກາງ​ແນວ​ຮມ​ປະ​ເທດ​ຊາດ ຫວຽດນາມ ນະຄອນ ​ໂຮ່ຈີ​ມິນ, ສະພາ​ກາ​ແດງ​ຫວຽດນາມ, ຄະນະ​ຊາວ​ໜຸ່ມ​ນະຄອນ​ໂຮ່ຈິ​ມິນ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ​ໂຮ່ຈິ​ມິນ, ນະຄອນ​ໂຮ່ຈິ​ມິນ, ສະມາຄົມ​ມິດຕະພາບ ຫວຽດນາມ​ - ອາ​ຊຽນນະຄອນ​ໂຮ່ຈິ​ມິນ, ສະມາຄົມ​ມິດຕະພາບ ຫວຽດນາມ - ​ໄທ ພ້ອມກັບຫ້ອງການການ​ຄ້າ ​ແລະ ອຸດສາຫະກຳ ​ໄທ ປະຈຳ ຫວຽດນາມ.

ການບໍລິຈາກເລືອດເຊື່ອມຕໍ່ຂົວແຫ່ງການແບ່ງປັນລະຫວ່າງ ຫວຽດນາມ ແລະ ໄທ

ທ່ານ​ນາງ Wiraka Moodhitaporn, ກົງສຸນ​ໃຫຍ່​ປະ​ເທດ​ໄທ ປະຈຳ ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ມອບ​ເຄື່ອງ​ຜະລິດ​ອົກຊີ​ແຊນ ​ແລະ ​ຈຳນວນເງິນເກືອບ 19 ລ້ານ​ດົ່ງ​ໃຫ້​ແກ່​ສະພາກາ​ແດງ ຫວຽດນາມ ຢູ່​ນະຄອນ ​ໂຮ່ຈີ​ມິນ ​ແລະ ​ໂຄງການ​ເດີນ​ທາງ​ແດງ. (ພາບ: ສຳນັກຂ່າວສານ ຫວຽດນາມ).

ຕາມສຳນັກ​ຂ່າວສານ​ ຫວຽດນາມ, ທີ່​ລາຍການ, ທ່ານ​ນາງ Wiraka Moodhitaporn, ກົງ​ສຸນ​ໃຫຍ່​ໄທ ປະຈຳ​ນະຄອນ ​ໂຮ່ຈີ​ມິນ ກ່າວຄຳປາໄສ​ວ່າ: “ການ​ເຄື່ອນ​ໄຫວ​ໃນ​ວັນ​ນີ້ ​ແມ່ນ​ຫຼັກຖານພະຍານໃຫ້​ສາຍ​ພົວພັນ​ມິດຕະພາບຢ່າງແໜ້ນແຟ້ນ​ລະຫວ່າງ ​ໄທ ແລະ ຫວຽດນາມ - ບໍ່​ພຽງ​ແຕ່​ຢູ່​ຂັ້ນ​ລັດຖະບານເທົ່າ​ນັ້ນ ຫາກ​ຍັງ​ຢູ່​ຂັ້ນ​ປະຊາ​ຄົມ​ອີກ​ດ້ວຍ. ຈິດໃຈມະນຸດສະທຳ ​ແລະ ຈິດ​ໃຈ​ຮ່ວມ​ມື​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ຈະ​ສືບ​ຕໍ່​ເປັນ​ພື້ນຖານ​ອັນ​ໜັກ​ແໜ້ນ​ໃຫ້​ແກ່​ສາຍພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ”.

​ເນື່ອງ​ໃນ​ໂອກາດ​ນີ້, ສະ​ຖານ​ກົງ​ສູນ​ໃຫຍ່​ໄທ ຍັງ​ໄດ້​ມອບ​ເຄື່ອງ​ຜະລິດ​ອົກຊີ​ແຊນ ​ແລະ ​ເກືອບ 19 ລ້ານ​ດົ່ງ​ໃຫ້ສະພາກາແດງ ​ນະຄອນ​ໂຮ່ຈິ​ມິນ ​ແລະ ລາຍການ​ເດີນທາງ​ແດງ ​ເພື່ອ​ໜູນ​ຊ່ວຍ​ການເຄື່ອນໄຫວ​ອາສາ​ສະໝັກ​ໃນ​ຊຸມ​ຊົນ.

ຕາມ​ທ່ານ ຫງວຽນ​ຕ໋ວນ​ເຂີຍ, ຮອງ​ຫົວໜ້າ​ຄະນະ​ຈັດ​ຕັ້ງ​ລາຍການ​ເດີນທາງ​ແດງ​ສູນ​ກາງ​ແລ້ວ, ຂະ​ບວນການ​ບໍລິຈາກ​ເລືອດ​ຄັ້ງ​ນີ້​ໄດ້​ດຳ​ເນີນ​ໃນ​ຈຸດ​ເວລາ​ທີ່​ຫຼາຍ​ທ້ອງ​ຖິ່ນ​ພວມ​ຂາດ​ແຫຼ່ງເລືອດ​ຢ່າງ​ໜັກໜ່ວງ​ເພື່ອ​ຮັບ​ໃຊ້​ໃນ​ການ​ສຸກ​ເສີນ ແລະ ປິ່ນປົວ​ພະຍາດ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ໜູນ​ຊ່ວຍ​ຈາກຝ່າຍຊຸມຊົນ​ສາກົນ​ແມ່ນ​ມີ​ຄຸນຄ່າ ​ແລະ ທັນ​ການ.

ຜູ້​ບໍລິຈາກ​ເລືອດ​ໄດ້​ຮັບ​ການ​ດູແລການແພດ ​ແລະ ຮັບຂອງຂວັນ​ຈາກ​ສະພາ​ກາ​ແດງ​ຫວຽດນາມ ​ພ້ອມກັບບັນດາ​ວິ​ສາ​ຫະກິດ​ໄທ ​ແລະ ຫວຽດນາມ.

ການບໍລິຈາກເລືອດເຊື່ອມຕໍ່ຂົວແຫ່ງການແບ່ງປັນລະຫວ່າງ ຫວຽດນາມ ແລະ ໄທ

​ໂຄງການ​ກຸສົນ “ທຳ​ດີ​ຈາກ​ໃຈ” ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ປະຊາ​ຄົມຊາວ​ໄທ ​ແລະ ຫວຽດນາມ ເປັນຈຳນວນຫຼວງຫຼາຍ. (ພາບ: ສຳນັກຂ່າວສານ ຫວຽດນາມ).

ການເຄື່ອນໄຫວ​ບໍລິຈາກ​ເລືອດ​ມະນຸດສະທຳ​ແມ່ນ​ສ່ວນ​ໜຶ່ງ​ຂອງບັນດາ​ລາຍການ “ທຳ​ຄວາມ​ດີ​ຈາກ​ໃຈ” ​ໄດ້​ຈັດ​ຂຶ້ນ​ປະຈຳ​ປີ, ​ເພື່ອ​ແນ​ໃສ່​ສ້າງ​ໂອກາດ​ໃຫ້​ປະຊາ​ຄົມ​ຊາວ​ໄທ​ ຢູ່​ນະຄອນ​ໂຮ່ຈິ​ມິນ ພ້ອມກັບຊາວ​ຫວຽດນາມ ຮ່ວມມື​ເຜີຍ​ແຜ່​ບັນດາ​ການ​ກະທຳ​ທີ່​ດີ, ຜ່ານນັ້ນ ປະກອບສ່ວນ​ເພີ່ມພູນຄູນສ້າງນ້ຳໃຈ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ.

ອົງການ​ຜູ້ຕາງໜ້າ ຫວຽດນາມ ປະຈຳ ມຽນມາ ​ແລະ ​ໄທ ຕິດຕາມ​ສະພາບ​ການ​ຂອງ​ພົນລະ​ເມືອງ​ຢູ່​ເຂດແຜ່ນດິນ​ໄຫວ​ຢ່າງ​ໃກ້ຊິດ ອົງການ​ຜູ້ຕາງໜ້າ ຫວຽດນາມ ປະຈຳ ມຽນມາ ​ແລະ ​ໄທ ຕິດຕາມ​ສະພາບ​ການ​ຂອງ​ພົນລະ​ເມືອງ​ຢູ່​ເຂດແຜ່ນດິນ​ໄຫວ​ຢ່າງ​ໃກ້ຊິດ

ຍສໝ - ຕອນ​ບ່າຍ​ວັນ​ທີ 28 ມີນາ​ນ, ​​ເກີດ​ເຫດແຜ່ນ​ດິນ​ໄຫວ​ມີຄວາມແຮງ 7,7 ຣິກເຕີຢູ່​ພາກ​ກາງ​ມຽນມາ, ​ເຮັດ​ໃຫ້​ປະຊາຊົນ​ຫຼາຍ​ຄົນ​ໄດ້​ຮັບ​ບາດ​ເຈັບ ​ແລະ ​ເຮັດ​ໃຫ້ບັນດາກິດຈະການກໍ່ສ້າງ​ຫຼາຍ​ແຫ່ງ​ຢູ່​ມຽນມາ ​ແລະ ​ໄທ​ ຖືກ​ຄວາມ​ເສຍ​ຫາຍ.

ຊາວ​ໜຸ່ມ​ທຸກ​ຄົນ​ແມ່ນ​ທູດ​ແຫ່ງ​ສັນຕິພາບ, ​ເປັນ​ຂົວ​ຕໍ່​ສ້າງນ້ຳໃຈ​ມິດຕະພາບ. ຊາວ​ໜຸ່ມ​ທຸກ​ຄົນ​ແມ່ນ​ທູດ​ແຫ່ງ​ສັນຕິພາບ, ​ເປັນ​ຂົວ​ຕໍ່​ສ້າງນ້ຳໃຈ​ມິດຕະພາບ.

ຍສໝ - ນີ້​ແມ່ນ​ຂໍ້ຄວາມ​ແບ່ງປັນ​ໂດຍ​ທ່ານ ດົ່ງ​ຮຸຍ​ເກື່ອງ, ຮອງ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ (VUFO) ກັບ​ບັນດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນທະນາ​ທາງ​ອອນໄລດ້ວຍ​ຫົວ​ຂໍ້ “ແບ່ງປັນ​ມໍລະດົກ, ມຸ່ງ​ໄປ​ເຖິງ​ອະນາຄົດ” ລະຫວ່າງ​ຊາວ​ໜຸ່ມ, ນັກສຶກສາອາ​ເມ​ລິ​ກາ ແລະ ຊາວ​ໜຸ່ ຫວຽດນາມ, ລາວ, ກຳ​ປູ​ເຈຍ ແລະ ໄທ ​ໄດ້​ດຳ​ເນີນ​ໃນ​ວັນ​ທີ 28 ມີນາ.

ແທັງຮັ່ງ