![]() |
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານ Masayuki Omoto ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Marubeni (ຍີ່ປຸ່ນ) (ພາບ: Duong Giang/TTXVN) |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະແດງຄວາມຊົມເຊີຍຕໍ່ກຸ່ມບໍລິສັດ Marubeni (ຍີ່ປຸ່ນ) ທີ່ເປີດກ້ວາງການລົງທຶນຍຸດທະສາດຢູ່ ຫວຽດນາມ. ນີ້ແມ່ນການຢັ້ງຢືນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ທີ່ການຕ້ອນຮັບທ່ານ Masayuki Omoto ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Marubeni (ຍີ່ປຸ່ນ) ໃນຕອນບ້າຍວັນທີ 14 ກໍລະກົດ, ຢູ່ສຳນັກກງານລັດຖະບານ, ຮ່າໂນ້ຍ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີ Marubeni ສືບຕໍ່ເປີດກວ້າງບັນດາໂຮງໄຟຟ້າພະລັງງານຄວາມຮ້ອນອາຍແກັດ, ພ້ອມທັງຮ່ວມມືກັບກຸ່ມບໍລິສັດອຸດສາຫະກຳ - ພະລັງງານແຫ່ງຊາດ ຫວຽດນາມ (Petrovietnam)ໃນຂົງເຂດໄຟຟ້າແຮງລົມຢູ່ນອກຝັ່ງທະເລ, ໜູນຊ່ວຍຫວຽດນາມ ນຳການປ່ອຍອາຍພິດລົງລະດັບ 0 ໃນປີ 2050.
ທ່ານ ຜູ້ອຳນວຍການໃຫຍ່ Masayuki Omoto ເນັ້ນໜັກວ່າ ກຸ່ມບໍລິສັດ Marubeni ປາດຖະໜາຢາກຊຸກຍູ້ການພັດທະນາ, ເປີດກວ້າງບັນດາຂົງເຂດອຸດສາຫະກຳ ຫວຽດນາມ, ທ່ານສະເໜີຫວຽດນາມ ເພີ່ມເຕີມສະມັດຕະພາບໃນການຈັດແບ່ງແຫຼ່ງສະໜອງພະລັງງານໄຟຟ້າໃຫ້ແກ່ ກ໋ວາງນິງເພື່ອຕອບສະໜອງຄວາມຕ້ອງການຂອງບັນດານັກລົງທຶນ.
ກ່ຽວກັບການລົງທຶນເຂົ້າເຂດອຸດສາຫະກຳ Amata City ຢູ່ກ໋ວາງນິງ, ທ່ານນາຍົກລັດຖະມົນຕີ ປາດຖະໜາ Marubeni ສືບຕໍ່ລົງທຶນເຂົ້າ ຫວຽດນາມ ໃນຂົງເຂດເຕັກໂນໂລຢີສູງ, ໃຫ້ຄຳໝັ້ນສັນຍາລັດຖະບານ ຫວຽດນາມ ສືບຕໍ່ປະຕິຮູບການປະຕິບັດລະບຽບການບໍລິຫານ, ການລົງທຶນເຂົ້າການພັດທະນາພື້ນຖານໂຄງລ່າງຍຸດທະສາດ, ຜ່ານນັ້ນກໍ່ສ້າງຄວາມສະດວກໃຫ້ແກ່ບັນດານັກລົງທຶນ, ໃນນັ້ນມີ Marubeni.
![]() | ການຢ້ຽມຢາມລັດເຊຍຂອງທ່ານເລຂາທິການໃຫຍ່ໄດ້ຢືນຢັນການສືບທອດປະຫວັດສາດ, ສະພາບການພົວພັນໃນປະຈຸບັນ ແລະກ້າວໄປສູ່ອະນາຄົດໃໝ່ ຍສໝ - ໂດຍຕອບສະໜອງຕາມຄຳເຊີນຂອງທ່ານປະທານາທິບໍດີລັດເຊຍ Vladimir Putin, ແຕ່ວັນທີ 8 – 11 ພຶດສະພາ, ທ່ານເລຂາທິການໃຫຍ່ ໂຕເລີມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ຈະມາຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດອັນຍິ່ງໃຫຍ່. |
![]() | ນາຍົກລັດຖະມົນຕີ ນິວຊີແລນ: ຫວຽດນາມ ແມ່ນດວງດາວທີ່ພວມຂຶ້ນໃນອາຊີຕາເວັນອອກສ່ຽງໃຕ້ ຍສໝ - ຕາມແຈ້ງການຂອງກະຊວງການຕ່າງປະເທດແລ້ວ, ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon ຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ (AFF) ຄັ້ງທີ 2 ແຕ່ວັນທີ 25 – 28 ກຸມພາ. |
ມີງດຶກ