![]() | ຮ່າໂນ້ຍ ເກັບລາຍຮັບໄດ້ກວ່າ 2,18 ຕື້ດົ່ງ ໃນໂອກາດບຸນວັນຊາດທີ 2 ກັນຍາ |
![]() | ຫວຽດນາມ ເຄົາລົບນັບຖືການສະໜັບສະໜູນ, ການຊ່ວຍເຫຼືອຂອງເພື່ອນມິດສາກົນ |
![]() |
ທ່ານນາງ ໂຄສົກກະ ຊວງການຕ່າງປະເທດ ຟ້່າມທູຮັ່ງ. |
ໂດຍສະເພາະ, ຕອບຄຳຊັກຖາມຂອງນັກຂ່າວກ່ຽວກັບທ່ານພົນເອກ ຟານວັນຢາງ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ສົ່ງຄຳເຊີນເຖິງລັດຖະມົນຕີກະຊວງປ້ອງກັນປະເທດ 8 ປະເທດ (ຣັດເຊຍ, ຈີນ, ລາວ, ກຳປູເຈຍ, ກູບາ, ເບລາຣຸດ, ກາຊັກສະຖານ, ອາເຊີໄບຈັນ) ເພື່ອເຂົ້າຮ່ວມວັນຊາດຄົບຮອບ 80 ປີ ໃນວັນທີ 2 ກັນຍານີ້, ພ້ອມກັນນັ້ນ ກໍໄດ້ເຊື້ອເຊີນ 5 ປະເທດ (ລັດເຊຍ, ຈີນ, ລາວ, ກຳປູເຈຍ, ເບລາຣຸດ) ໄດ້ສົ່ງກຳລັງເຂົ້າຮ່ວມສວນສະໜາມທີ່ພິທີສະເຫຼີມສະຫຼອງວັນຊາດໃນວັນທີ 2 ກັນຍານີ້, ທ່ານນາງ ໂຄສົກກະ ຊວງການຕ່າງປະເທດ ຟ້່າມທູຮັ່ງ ແຈ້ງວ່າ: ການປະຕິວັດເດືອນສິງຫາ ແມ່ນເຫດການສຳຄັນ, ໃຫ້ເກີດສາທາລະນະລັດປະຊາທິປະໄຕ ຫວຽດນາມ ປະຈຸບັນແມ່ນ ສາທາລະນະລັດສັງຄົມນິຍົມ ຫວຽດນາມ. ຜົນສຳເລັດຂອງການປະຕິວັດເດືອນສິງຫາໄດ້ລະດົມກຳລັງໃຈຂະບວນການປົດປ່ອຍຊາດໃຫ້ແກ່ບັນດາປະເທດອານານິຄົມໃນທົ່ວໂລກ.
“ພິທີສະເຫຼີມສະຫຼອງວັນຊາດ 2 ກັນຍາ ປີນີ້ ຢັ້ງຢືນອີກເທື່ອໜຶ່ງເຖິງຄວາມໝາຍອັນໃຫຍ່ຫຼວງ, ເພື່ອເຊີດຊູບັນດາຜົນງານທີ່ປະຊາຊົນຫວຽດນາມ ບັນລຸໄດ້ໃນບັນດາພາລະກິດຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ກໍ່ສ້າງ ແລະ ປ້ອງກັນຊາດ, ກໍ່ຄືຂະບວນການປ່ຽນແປງໃໝ່ບູ ເພື່ອໃຫ້ຫວຽດນາມ ພວມກ້າວເຂົ້າສູ່ສັງກາດບືນຕົວຂຶ້ນ, ພັດທະນາຢ່າງເຂັ້ມແຂງແຮງກ້າຄືປັດຈຸບັນນີ້” - ທ່ານນາງ ໂຄສົກກະ ຊວງການຕ່າງປະເທດ ກ່າວ.
ຕາມໂຄສົກກະຊວງການຕ່າງປະເທດແລ້ວ, ເນື່ອງໃນໂອກາດນີ້, ຫວຽດນາມ ປາດຖະໜາຢາກພ້ອມກັບເພື່ອນມິດສາເຊີດຊູບັນດາຄຸນຄ່າແບບຍືນຍົງຂອງເອກະລາດ ແລະ ເສລີພາບ.
ໂດຍມີຄວາມໝາຍເປັນພິເສດນັ້ນ, ຫວ່າງມໍ່ໆມານີ້, ຫວຽດນາມ ໄດ້ສົ່ງຄຳເຊີນເຖິງເພື່ອນມິດສາກົນເພື່ອແບ່ງປັນຄວາມປິຕິຊົມຊື່ນໃນໂອກາດນີ້, ທ່ານລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ສົ່ງຄຳເຊີນບັນດາລັດຖະມົນຕີປ້ອງກັນປະເທດຂອງບັນດາປະເທດ, ໃນນັ້ນມີເພື່ອນມິດມູນເຊື້ອກັບຫວຽດນາມ ມາຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນປະຕິວັດເດືອນສິງຫາ ແລະ ວັນຊາດວັນທີ 2 ກັນຍາ; ສົ່ງກຳລັງເຂົ້າຮ່ວມການເດີນສວນສະໜາມໃນພິທີສະເຫຼີມສະຫຼອງ” - ທ່ານນາງ ໂຄສົກກະຊວງການຕ່າງປະເທດເນັ້ນໜັກວ່າ: ນີ້ແມ່ນບັນດາການເຄື່ອນໄຫວດັ່ງກ່າວສະແດງໃຫ້ເຫັນນ້ຳໃຈມິດຕະພາບ, ຄວາມສາມັກຄີ, ຄວາມຕິດພັນກັນລະຫວ່າງປະຊາຊົນ ແລະ ກອງທັບຫວຽດນາມ ກັບບັນດາປະເທດເປັນມິດ; ພ້ອມກັນນັ້ນ, ຢືນຢັນນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍ, ຄວາມຫຼາກຫຼາຍ, ເປັນເພື່ອນມິດ ແລະ ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈກັບທຸກປະເທດ.
ຕາມໂຄງການຂອງກະຊວງປ້ອງກັນປະເທດ, ງານສະເຫຼີມສະຫຼອງ, ການເດີນສວນສະໜາມ, ແຫ່ຂະບວນເພື່ອສະເຫຼີມສະຫຼອງ 80 ປີແຫ່ງວັນປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ ຈະດຳເນີນໃນເວລາ 6:30 ໂມງຂອງວັນທີ 2 ກັນຍາ 2025 ຢູ່ສະໜາມຫຼວງ ບາດິ່ງ ແລະ ຖະໜົນສູນກາງບາງແຫ່ງຂອງນະຄອນຫຼວງຮ່າໂນ້ຍ. ຄາດວ່າຈະມີຜູ້ເຂົ້າຮ່ວມປະມານ 30.000 ຄົນ (ບໍ່ນັບທັງກຳລັງການແຫ່ຂະບວນ ແລະ ການສວນສະໜາມ).
![]() | ວິທະຍາໄລການແພດ ຮ່າຕິ້ງ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດ ສປປ ລາວ ຍສໝ - ລາຍການສະເຫຼີມສະຫຼອງ 49 ປີແຫ່ງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຢູ່ວິທະຍາໄລການແພດ ຮ່າຕິ້ງ ໄດ້ປະກອບສ່ວນຮັດມິດຕະພາບແບບພິເສດລະຫວ່າງ ຫວຽດນາມ - ລາວ. |
![]() | ສະມາຄົມມິດຕະພາບ ຫວຽດນາມ-ລາວ ຊົມເຊີຍວັນຊາດ ລາວ ຄົບຮອບ 49 ປີ ຍສໝ - ຫວ່າງມໍ່ໆມານີ້, ຢູ່ ຮ່າໂນ້ຍ, ຄະນະຜູ້ແທນສະມາຄົມມິດຕະພາບ ຫວຽດນາມ-ລາວ ໂດຍທ່ານພົນຕີ ເລວັນເຮິນ, ຮອງປະທານສະມາຄົມນຳໜ້າຄະນະ ໄດ້ໄປຢ້ຽມຢາມ ແລະ ອວຍພອນສະຖານທູດ ລາວ ປະຈໍາ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 49 ປີແຫ່ງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ. |
ແທັງຮັ່ງ