ການພົວພັນຫວຽດນາມ - ກຳປູເຈຍ ນຳມາເຊິ່ງຜົນປະໂຫຍດໃຫ້ທັງສອງປະເທດຊາດ

15:52 | 23/08/2025

ຍສໝ - ນັ້ນ​ແມ່ນ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ປະທານ​ສະພາ​ສູງ​ກຳປູ​ເຈຍ Samdech Techo Hun Sen ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 80 ປີ​ແຫ່ງ​ວັນ​ຊາດ ຫວຽດນາມ (2 ກັນຍາ 1945 – 2 ກັນຍາ 2025) ທີ່​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 21 ສິງຫາ ຢູ່​ນະຄອນຫຼວງ ພະນົມ​ເປັນ. ເຫດການ​ໂດຍ​ສະຖານທູດ​ຫວຽດນາມ ປະຈຳ ກຳປູ​ເຈຍ ​ໄດ້​ຈັດ​ຕັ້ງ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ​ຂັ້ນ​ສູງ ກຳປູ​ເຈຍ, ແຂກ​ສາກົນເປັນຈຳນວນຫຼວງຫຼາຍ, ນັກ​ວິ​ສາ​ຫະກິດ ​ແລະ ປະຊາ​ຄົມ​ຊາວ​ຫວຽດນາມ ພວມອາ​ໄສ, ຮ່ຳຮຽນ​ຢູ່ ກຳປູ​ເຈຍ.

ລັດຖະມົນຕີ ບຸ່ຍແທງເຊີນ: ການພົວພັນຫວຽດນາມ - ອິນເດຍ ກ້າວໄປໜ້າປະຫວັດສາດໃໝ່
ການພົວພັນຫວຽດນາມ - ກູບາ ນັບມື້ນັບປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ

ຕາມ​ສຳນັກຂ່າວສານ ຫວຽດນາມ, ​ໃນ​ພິທີ​ມີ​ທ່ານ​ປະທານ​ສະພາ​ສູງ​ກຳປູ​ເຈຍ Samdech Techo Hun Sen, ປະທານ​ສະພາ​ແຫ່ງ​ຊາດ ກຳປູ​ເຈຍ Samdech Khuon Sudary, ຮອງ​ປະທານ​ພັກ​ປະຊາຊົນ​ກຳປູ​ເຈຍ (CPP), ປະທານ​ສະພາ​ແຫ່ງ​ຊາດ​ແນວ​ໂຮມ​ສາມັກຄີ​ພັດທະນາ​ແມ່​ນ້ຳ​ກຳປູ​ເຈຍ, ປະທານ​ສະມາຄົມ​ມິດຕະພາບ​ກຳປູ​ເຈຍ - ຫວຽດນາມ Samdech Men Sam An; ພ້ອມ​ກັບ​ບັນດາການ​ນຳ​ຂັ້ນ​ສູງ​ຂອງ​ CPP, ລັດຖະບານພະບໍລົມວົງສານຸວົງ, ສະພາ​ສູງ ​ແລະ ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ.

ການພົວພັນຫວຽດນາມ - ກຳປູເຈຍ ນຳມາເຊິ່ງຜົນປະໂຫຍດໃຫ້ທັງສອງປະເທດຊາດ

ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ກຳປູ​ເຈຍ ຫງວຽນ​ມີງຫວູ. (ຮູ້ບ: VOV)

ກ່າວຄຳປາໄສ​ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ກຳປູ​ເຈຍ ຫງວຽນ​ມີງຫວູ ​ໄດ້​ຕີ​ລາຄາ​ສູງ​ວິລະ​ຊົນ 80 ປີ​ແຫ່ງ​ການ​ເດີນ​ທາງ​ຂອງ​ປະຊາຊົນ​ຫວຽດນາມ ນັບ​ແຕ່​ໄດ້​ຮັບ​ເອກະລາດ, ​ເນັ້ນ​ໜັກ​ວ່າ ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ແມ່ນ​ພື້ນຖານ​ອັນ​ໜັກ​ແໜ້ນ​ເພື່ອ​ໃຫ້​ປະ​ເທດ​ກ້າວ​ເຂົ້າ​ສັງກາດ​ພັດທະນາ​ໃໝ່.

ທ່ານ​ເອກ​ອັກຄະ​ລັດຖະທູດ​ຢືນຢັນ​ວ່າ, ຫວຽດນາມ ​ແລະ ກຳປູ​ເຈຍ ​ແມ່ນ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ໃກ້ຊິດ, ​ໄດ້​ແບ່ງປັນ​ຄວາມ​ຫຍຸ້ງຍາກ​ໃນຂະບວນ​ການ​ຕໍ່ສູ້​ຍາດ​ເອົາ​ເອກະລາດ ​ແລະ ສືບ​ຕໍ່​ຢືນ​ຄຽງ​ຂ້າງ​ໃນ​ພາລະກິດ​ສ້າງສາ, ພັດທະນາ​ໃນ​ປະຈຸ​ບັນ. ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້ເພີ່ມພູນຄູນສ້າງ, ນັບ​ມື້​ນັບ​ພັດທະນາ​ຢ່າງຮອບດ້ານໂດຍບັນດາລຸ້ນການນຳ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຕົວ​ຈິງ​ໃຫ້​ປະຊາຊົນ​ສອງ​ປະ​ເທດ​ໃນ​ຫຼາຍ​ຂົງ​ເຂດ​ຄື: ການ​ເມືອງ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ​ເສດຖະກິດ, ການ​ຄ້າ, ການແພດ, ການ​ສຶກສາ, ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ​ແລະ ການ​ແລກປ່ຽນ​ປະຊາຊົນ.

ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ມີງຫວູ ​ເນັ້ນ​ໜັກ​ວ່າ ບັນດາການ​ນຳ​ຂັ້ນ​ສູງ ກຳປູ​ເຈຍ ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ ​ແມ່ນ​ການ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມັກຄີ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຄວາມ​ສະໜິດຕິດແໜ້ນ​ລະຫວ່າງ​​ສອງ​ປະ​ເທດ. ​ໃນ ​2-3 ​ເດືອນ​ຜ່ານ​ມາ, ທ່ານ​ປະທານ​ສະພາ​ສູງ Samdech Hun Sen ​ໄດ້​ມີການເດີນທາງໄປຢ້ຽມຢາມ 2 ປະ​ເທດ ຫວຽດນາມ ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ຫວຽດນາມ - ກຳປູ​ເຈຍ ( ກຸມພາ 2025) ​ແລະ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ (30 ​ເມສາ 2025) ​ແລະ ຈະ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 80 ປີ​ແຫ່ງ​ວັນ​ຊາດ ຫວຽດນາມ ຢູ່​ຮ່າ​ໂນ້ຍ.

ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ມີງຫວູ ສະແດງວ່າ: “ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ດ້ວຍ​ຄວາມ​ຕັດສິນ​ໃຈ​ຂອງ​ສອງ​ຝ່າຍ, ການພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ​ຈະ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ຕອບ​ສະໜອງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ​ສອງ​ປະ​ເທດ”.

ການພົວພັນຫວຽດນາມ - ກຳປູເຈຍ ນຳມາເຊິ່ງຜົນປະໂຫຍດໃຫ້ທັງສອງປະເທດຊາດ

ທ່ານປະທານສະພາສູງ Samdech Hun Sen. (ຮູ້ບ: VOV)

ຕາງໜ້າ​ໃຫ້ອົງການນິຕິບັນຍັດ, ບໍລິຫານ ​ແລະ ປະຊາຊົນ ​ກຳປູ​ເຈຍ, ທ່ານ​ປະທານ​ສະພາ​ສູງ​ກຳປູ​ເຈຍ Samdech Hun Sen ​ໄດ້​ສົ່ງ​ຄຳ​ອວຍພອນ​ເຖິງ​ການ​ນຳ​ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ​ໃນ​ໂອກາດ​ສຳຄັນ. ທ່ານ​ຢືນຢັນ​ວ່າ ວັນ​ປະກາດ​ເອກະລາດ​ຂອງ​ຫວຽດນາມ 80 ປີ​ກ່ອນ​ບໍ່​ພຽງ​ແຕ່​ແມ່ນ​ຈຸດ​ຫັນປ່ຽນ​ປະຫວັດສາດ​ຂອງ​ປະຊາຊົນ​ຫວຽດນາມ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ກາຍ​ເປັນກຳລັງຜັກດັນ​ໃຫ້​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ​ໃນ​ນັ້ນ​ມີ ກຳປູ​ເຈຍ, ລຸກ​ຂຶ້ນ​ຕໍ່ສູ້​ເພື່ອບາດເອົາ​ເອກະລາດ.

ທ່ານ​ Hun Sen ​ເນັ້ນ​ໜັກ​ວ່າ, ກຳປູ​ເຈຍ ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ​ການ​ພົວພັນ​ມິດຕະພາບ​, ການ​ຮ່ວມ​ມື​ຮອບດ້ານ​ກັບ​ຫວຽດນາມ, ໄດ້ກໍ່ສ້າງ​ບົນ​ຈິດ​ໃຈ “ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ, ຍືນ​ຍົງ​ໃນ​ໄລຍະ​ຍາວ”. ທ່ານ​ຍັງ​ໄດ້​ສະ​ແດງ​ຄວາມ​ຈົດຈຳ​ຢ່າງ​ເລິກ​ເຊິ່ງຕໍ່​ການ​ສະໜັບສະໜູນ, ການ​ເສຍສະຫຼະ​ທີ່​ປະຊາຊົນ​ສອງ​ປະ​ເທດທີ່ມີຕໍ່ໃຫ້​ເຊິ່ງກັນ ​ແລະ ກັນ​ໃນ​ໄລຍະ​ປະຫວັດສາດ​ທີ່​ຫຍຸ້ງຍາກ, ຢືນຢັນ​ວ່າ: “ນີ້​ແມ່ນ​ຄວາມ​ຈິງ​ປະຫວັດສາດ​ທີ່​ບໍ່​ມີ​ກຳລັງ​ໃດ​ສາມາດປີ້ນຕ່າວ, ​ປ່ຽນ​ແປງ​ໄດ້”.

ຕາມ​ທ່ານ​ປະທານ​ສະພາ​ສູງ ກຳປູ​ເຈຍ, ການ​ພົວພັນ ຫວຽດນາມ - ກຳປູ​ເຈຍ ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ປະຊາຊົນ​ທັງ​ສອງ​ປະ​ເທດ, ປະກອບສ່ວນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ​ຢູ່​ພາກ​ພື້ນ. ທ່ານປາດ​ຖະໜາ​ວ່າ 2 ປະ​ເທດ​ຈະ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ສຳຄັນ​ຄື ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ສະຫງົບ, ການ​ສຶກສາ, ການແພດ, ພະລັງງານ, ການທ່ອງທ່ຽວ, ວັດທະນະທຳ, ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ.

ການພົວພັນຫວຽດນາມ - ກຳປູເຈຍ ນຳມາເຊິ່ງຜົນປະໂຫຍດໃຫ້ທັງສອງປະເທດຊາດ

ການສະແດງສິລະປະໃນພິທີ. (ຮູ້ບ: VOV)

ພິທີຉລະລຶກໄດ້ຈັດຂຶ້ນໃນບັນຍາກາດທີ່ປິຕິຊົມຊື່ນ, ເຂັ້ມໄປດ້ວຍຄວາມມິດຕະພາບ ດ້ວຍບັນດາການສະແດງສິລະປະການຍ້ອງຍໍປະເທດ, ປະຊາຊົນຫວຽດນາມ ແລະ ການພົວພັນທີ່ເປັນມູນເຊື້ອ ລະຫວ່າງ ຫວຽດນາມ - ກຳປູເຈຍ. ພິເສດ, ພື້ນທີ່ວາງສະແດງ, ໂຄສະນາການທ່ອງທ່ຽວ ແລະ ຜະລິດຕະພັນຂອງບັນດາວິສາຫະກິດຫວຽດນາມຢູ່ໃນກຳປູເຈຍ ໄດ້ປະກອບສ່ວນໃນການແນະນຳ ຄວາມສາມາດໃນການຮ່ວມມື ການຄ້າ, ການລົງທຶນ ໃຫ້ແກ່ຄູ່ຮ່ວມງານກຳປູເຈຍ ແລະ ເພື່ອນມິດສາກົນ.

ການພົວພັນຫວຽດນາມ - ລາວ ພັດທະນາຢ່າງເລິກເຊິ່ງກວ້າງຂວາງ ແລະຮອບດ້ານໃນປີ 2021 ການພົວພັນຫວຽດນາມ - ລາວ ພັດທະນາຢ່າງເລິກເຊິ່ງກວ້າງຂວາງ ແລະຮອບດ້ານໃນປີ 2021

ໃນປະຫວັດສາດແຫ່ງການພົວພັນສາກົນ, ການພົວພັນມິດຕະພາບ ຫວຽດນາມ - ລາວ ແມ່ນການພົວພັນທີ່ເປັນແບບຢ່າງກ່ຽວກັບການຕິດພັນອັນໝັ້ນແກ່ນ, ມີປະສິດທິຜົນລະຫວ່າງສອງຊາດ ໃນພາລະກິດແຫ່ງການຕໍ່ສູ້ເພື່ອເອກະລາດ, ເສລີພາບ ແລະຄວາມກ້າວໜ້າທາງສັງຄົມ.

ທ່ານເອກອັກຄະລັດຖະທູດ ຟ້າມຊາວມາຍ: ການພົວພັນຫວຽດນາມ - ຈີນ ໄດ້ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງມາໃຫ້ປະຊາຊົນສອງປະເທດ ທ່ານເອກອັກຄະລັດຖະທູດ ຟ້າມຊາວມາຍ: ການພົວພັນຫວຽດນາມ - ຈີນ ໄດ້ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງມາໃຫ້ປະຊາຊົນສອງປະເທດ

ຍາ​ໝ - ທ່ານເອກອັກຄະລັດຖະທູດ ຟ້າມຊາວມາຍ ຢືນຢັນວ່າ ການພົວພັນ ຫວຽດນາມ - ຈີນ ແມ່ນໝັ້ນຄົງ ແລະ ດີງາມ, ຕອບສະໜອງຄວາມມຸ່ງມາດປາດຖະໜາລວມ ແລະ ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງມາໃຫ້ປະຊາຊົນ 2 ປະເທດ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ