Babette - ລູກ​ສາວ​ລ້ຽງ​ຂອງ​ລຸງ​ໂຮ່ ແລະ ​ຄວາມ​ຊົງ​ຈຳ​ກ່ຽວກັບ ຫວຽດ​ນາມ

15:02 | 23/08/2025

ຍສໝ - ​ເກືອບ 80 ປີ ຫຼັງຈາກປະທານ ໂຮ່ຈີມິນ ໄປຝຣັ່ງ ເພື່ອເຂົ້າຮ່ວມກອງປະຊຸມ Fontainebleau, ລູກສາວລ້ຽງຂອງປະທານ ໂຮ່ຈີມິນ - ທ່ານນາງ Elisabeth Helfer Aubrac, ທີ່ຮັກແພງໃນນາມ Babette - ພວມກະກຽມກັບເມືອ ຫວຽດນາມ ເນື່ອງໃນໂອກາດວັນຊາດ 2 ກັນຍາ ປີນີ້, ເຊິ່ງຫວຽດນາມ ສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ. ສໍາລັບທ່ານນາງ, ມັນບໍ່ແມ່ນພຽງແຕ່ການເດີນທາງ, ແຕ່ເປັນການກັບຄືນໄປສະຖານທີ່ທີ່ທ່ານນາງມີສ່ວນຫນຶ່ງຂອງຄວາມຊົງຈໍາໃນໄວເດັກ, ຕິດກັບພໍ່ອຸປະຖຳທີ່ຮັກແພງ.

ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ສະ​ວິດ - ຫວຽດ​ນາມ: ຄວາມ​ພາກ​ພູມ​ໃຈ​ທີ່​ໄດ້​ເຫັນ​ການ​ເຕີບ​ໂຕ​ຂອງ​ຫວຽດ​ນາມ ພາຍຫຼັງ 80 ປີ​ແຫ່ງ​ວັນ​ຊາດ
ທ່ານ​ເລ​ຂາ​ທິ​ການ​ໃຫຍ່: “ເວ​ລາ​ຍິ່ງ​ຜ່ານ​ໄປ ຍິ່ງ​ເຫັນ​ໄດ້​ຄວາມ​ຍິ່ງ​ໃຫຍ່​ຂອງ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ 1945 ແລະ ການ​ສະ​ຖະ​ກະ​ນາປະ​ເທດ ສາ​ທາ​ລະ​ນະ​ລັດສັງ​ຄົມ​ນິ​ຍົມ ຫວຽດ​ນາມ”

ການເຊື່ອມຕໍ່ແບບພິເສດລະຫວ່າງສາວນ້ອຍ Elisabeth ແລະ ຜູ້ນຳຫວຽດນາມ

ຢູ່ເຮືອນຢູ່​ນ້ອຍຢູ່​ເມືອງ 9 ຂອງ​ປາຣີ, ທ່ານນາງ Elisabeth Helfer Aubrac ​ໄດ້ຖະນຸຖະໜອມ, ຮັກສາ​ວັດຖຸທີ່ລະນຶກຫຼາຍຢ່າງກ່ຽວກັບຫວຽດນາມ. ແມ່​ຍິງ​ຊາວ​ຝຣັ່ງ ທີ່​ມີ​ນ້ຳ​ໃຈ​ຮັກ​ແພງ​ເກີດ​ໃນ​ປີ 1946 - ເປັນ​ປີ​ທີ່​ປະ​ທານ​ໂຮ່​ຈິ​ມິນ​ ມາ​ຢ້ຽມ​ຢາມ​ຝ​ຣັ່ງ ໃນ​ຖາ​ນະ​ເປັນ​ແຂກ​ຜູ້​ມີ​ກຽດ. ​ແມ່ນ​ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ​ພໍ່​ຂອງທ່ານ​ນາງ - ທ່ານ Raymond Aubrac, ນັກ​ປະຕິວັດ​ທີ່​ມີ​ຊື່​ສຽງ ​ແລະ ​ເປັນ​ເພື່ອນ​ສະໜິດສະໜົມ​ຂອງ​ລຸງ​ໂຮ່ - ​ໄດ້​ເປີດ​ສາຍ​ພົວພັນ​ພິ​ເສດ​ລະຫວ່າງ​ສາວນ້ອຍ Elisabeth ແລະ ​ຜູ້​ນຳ ຫວຽດນາມ.

Babette - ລູກ​ສາວ​ລ້ຽງ​ຂອງ​ລຸງ​ໂຮ່ ແລະ ​ຄວາມ​ຊົງ​ຈຳ​ກ່ຽວກັບ ຫວຽດ​ນາມ
ປະທານ​ໂຮ່ຈີ​ມິນ ອຸ້ມລູກ​ສາວ​ລ້ຽງ Babette. (ພາບ: KT)

ໂດຍແລກປ່ຽນກັບສື່ມວນຊົນຫວຽດນາມ, ທ່ານນາງເລົ່າວ່າ "ປີ 1946, ​ເມື່ອ​ໄປ​ຝຣັ່ງ ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ Fontainebleau, ປະທານ ​ໂຮ່ຈີ​ມິນ ​ໄດ້​ພົບ​ປະ​ພໍ່ຂອງຂາ້ພະເຈົ້າ, ອະດີດລັດຖະສະພາສະພາ​ແຫ່ງ​ຊາດ ຝຣັ່ງ. ພໍ່ຂອງຂາ້ພະເຈົ້າ​ໄດ້​ເຊີນລຸງໂຮ່ ຢາມ​ຄອບຄົວ ​ແລະ ຮັບ​ເອົາ​ຄຳ​ເຊີນ​ຂອງ​ພໍ່ຂອງຂາ້ພະເຈົ້າ, ປະທານ ​ໂຮ່ຈີ​ມິນ ​ໄດ້​ຍ້າຍ​ມາ​ຢູ່​ເຮືອນ ​ແລະ ສວນ​ຂອງ​ພວກຂາ້ພະເຈົ້າແຕ່​ຕົ້ນ​ເດືອນ​ສິງຫາ ຫາ​ກາງ​ເດືອນ​ກັນຍາ​ປີ 1946. ວັນທີ 15 ເດືອນ​ສິງ​ຫາ​ຂອງ​ປີ​ນັ້ນ, ແມ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເກີດ​ໃຫ້​ຂ້າ​ພະ​ເຈົ້າ​ ແລະ​ ຕັ້ງ​ຊື່​ໃຫ້​ Elisabeth. ປະທານ ໂຮ່ຈີມິນ ໄດ້ໄປໂຮງ ພະດຸງຄັນ Port-Royal ຢູ່ ປາຣີ ເພື່ອໄປຢາມແມ່ ແລະ ລູກ,​ມອບຂອງຂວັນ ແລະ ຮັບເອົາເປັນພໍ່ອຸປະຖຳຂອງຂາ້ພະເຈົ້າ. ລາວອີ້ນຂາ້ພະເຈົ້າດ້ວຍຊື່ທີ່ໃກ້ຊິດ Babette".

ຈາກ​ນັ້ນ​ມາ, ​ໃນ​ທຸກໆ​ວັນ​ເກີດ, ປະທານ ​ໂຮ່ຈີ​ມິນ ​ໄດ້​ສົ່ງ​ຂອງຂວັນ, ຈົດໝາຍ​ທີ່​ຂຽນ​ດ້ວຍ​ມື ຫຼື ຮູບ​ພາບ​ດ້ວຍ​ແຖວທີ່ຮັກ​ແພງ. ສາວນ້ອຍ Little Babette ມັກຈະແຕ້ມຮູບ, ຂຽນຈົດຫມາຍກັບຄືນຫາພໍ່ລ້ຽງຂອງນາງ. ​ເຖິງ​ວ່າ​ຈະ​ຫຍຸ້ງ​ກັບ​ວຽກ​ງານ​ຫຼາຍ​ຮ້ອຍ​ວຽກ, ​ແຕ່​ລາວ​ກໍ​ຍັງ​ມີ​ຄວາມ​ຮັກ​ແພງ​ຕໍ່​ລູກ​ສາວ​ລ້ຽງ​ນ້ອຍ​ຢູ່​ທີ່​ຫ່າງ​ໄກ​ປາຣີ.

Babette - ລູກ​ສາວ​ລ້ຽງ​ຂອງ​ລຸງ​ໂຮ່ ແລະ ​ຄວາມ​ຊົງ​ຈຳ​ກ່ຽວກັບ ຫວຽດ​ນາມ
ທ່ານນາງ Elisabeth Helfer Aubrac ກັບໝາກບານນ້ອຍທີ່ລຸງໂຮ່ ມອບໃຫ້ໃນວັນເກີດຂອງນາງ. (ພາບ: VOV)

ວັດຖຸທີ່ລະນຶກອັນໜຶ່ງ​ທີ່ສຳຄັນທີ່ສຸດຂອງທ່ານນາງ ແມ່ນ​ຜ້າ​ໄໝ​ສີ​ເຫຼືອງ​ທີ່​ລຸງ​ໂຮ່ ​ໄດ້​ມອບ​ໃຫ້​ນາງ​ເມື່ອ​ປີ 1967, ພ້ອມ​ກັບ​ສານວ່າ ເພື່ອ​ເຮັດ​ຊຸດ​ແຕ່ງດອງ​ເມື່ອ​ໄດ້​ແຕ່ງ​ງານ.​ເປັນ​ເວລາ​ຫຼາຍ​ສິບ​ປີ, ຜ້າ​ໄໝ​ໄດ້​ຮັກສາ​ຄວາມ​ອ່ອນ​ນຸ້ມ, ​ເປັນ​ສີເຫຼືອງ, ມີ​ເຈ້ຍ​ນ້ອຍ​ຢູ່​ພາຍ​ໃນ​ທີ່​ຂຽນ​ວ່າ “ໝູ່​ບ້ານ​ຜ້າ​ໄໝ ວ້ານຟຸກ, ຮ່າດົງ, ຮ່າໂນ້ຍ". ທ່ານນາງ ຍັງເກັບຂອງຂັວນອີກຫຼາຍຢ່າງຄື: ໝາກບານນ້ອຍ, ຫຼຽນຮູບທີ່ມີລາຍເຊັນຂອງລຸງໂຮ່... “ກະທັ່ງໝາກບານນັ້ນ, ຂາ້ພະເຈົ້າຍັງຖືວ່າມັນເປັນສັນຍາລັກຂອງປັນຍາ, ໂຊກດີ ແລະ ຄວາມເຊື່ອໃນອະນາຄົດທີ່ສົດໃສ", ທ່ານເວົ້າດ້ວຍຄວາມພູມໃຈ.

ສືບ​ຕໍ່​ພົວ​ພັນ​ມິດ​ຕະ​ພາບ​ຫວຽດ​ນາມ - ຝຣັ່ງ

ທ່ານນາງ Elisabeth Babette ເຕີບໂຕຂຶ້ນໃນຄວາມຮັກຂອງພໍ່ແມ່ຂອງນາງ ແລະ ການສະຫນັບສະຫນູນທາງຈິດໃຈຂອງພໍ່ອຸປະຖໍາພິເສດ. ທ່ານນາງເວົ້າວ່າ "ປະທານ ໂຮ່ຈີມິນ ແມ່ນຜູ້ຍິ່ງໃຫຍ່ແທ້ໆໃນວິຖີຊີວິດຂອງລາວທີ່ເຕັມໄປດ້ວຍມະນຸດ, ດ້ວຍສິ່ງງ່າຍໆ. ລາວໃກ້ຊິດ ແລະ ໝັ້ນໃຈຕໍ່ທຸກໆຄົນທີ່ລາວປະເຊີນ. ບໍ່ຄືກັບຮູບແບບຂອງຜູ້ນຳ ຫຼື ນັກການເມືອງ ຫຼື ນັກການທູດ, ປະທານ ໂຮ່ຈີມິນ ໃກ້ຊິດກັບທຸກຊັ້ນຄົນຈາກຄົນງານເຖິງຊາວນາ. ຂ້າ​ພະ​ເຈົ້າ​ຈື່​ລາວ​ໄດ້​ທຸກ​ມື້​ ແລະ ​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ກ່ຽວ​ກັບ​ການ​ພົວ​ພັນ​ທີ່​ໃກ້​ຊິດ​ກັບ​ປະ​ຊາ​ຊົນ ​ແລະ ​ປະ​ເທດ​ຂອງພໍ່ອຸປະຖຳທີ່ເຄົາລົບ​ຂອງ​ຂ້າ​ພະ​ເຈົ້າ”.

Babette - ລູກ​ສາວ​ລ້ຽງ​ຂອງ​ລຸງ​ໂຮ່ ແລະ ​ຄວາມ​ຊົງ​ຈຳ​ກ່ຽວກັບ ຫວຽດ​ນາມ
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ມອບຍົດ​ຫຼຽນ​ໄຊ ​ໂຮ່ຈີ​ມິນ ​ໃຫ້​ທ່ານ Raymond Aubrac ​ໃນ​ວັນ​ທີ 25 ກັນຍາ 2012. (ພາບ: ໜັງສືພິມ​ກິລາ ​ແລະ ວັດທະນະທຳ)

ນ້ຳໃຈມິດຕະພາບລະຫວ່າງທ່ານ Raymond Aubrac ແລະ ປະທານ ໂຮ່ຈີມິນ ຍັງສ້າງຂີດໝາຍຢ່າງເລິກເຊິ່ງ. ທ່ານ Aubrac ຍາມ​ໃດ​ກໍ່​ຢືນ​ຢູ່​ຄຽງ​ຂ້າງ​ປະຊາຊົນ​ຫວຽດນາມ​ໃນ​ສົງຄາມ​ຕໍ່ຕ້ານສອງຄັ້ງ, ໄດ້​ມີ​ການ​ປະກອບສ່ວນ​ອັນ​ດີ​ງາມ​ຫຼາຍ​ຢ່າງ​ເຂົ້າ​ໃນ​ພາລະກິດ​ປ່ຽນ​ແປງ​ໃໝ່ຂອງຫວຽດນາມ ແລະ ​ເພີ່ມພູນຄູນສ້າງການມິດຕະພາບ​ ແລະ ຮ່ວມມື​ລະຫວ່າງ ຫວຽດນາມ ​ແລະ ຝຣັ່ງ. ລາວ​ແມ່ນ​ຜູ້​ທີ່​ຊ່ວຍ​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ຄັ້ງ​ທຳ​ອິດ​ລະຫວ່າງ ຫວຽດນາມ ​ແລະ ຝຣັ່ງ (1955); ​ໄດ້​ແລກປ່ຽນສານລະຫວ່າງ​ຮ່າ​ໂນ້ຍ ​ແລະ Washington ເພື່ອ​ຕັດສິນ​ໃຈ​ຢຸດຕິ​ການ​ວາງ​ລະ​ເບີດ​ບໍ່ມີເງື່ອນໄຂຂອງ ອາ​ເມ​ລິ​ກາ ​ລົງ ຫວຽດນາມ (1967); ຮຽກຮ້ອງ​ໃຫ້​ຢຸດຕິ​ການ​ວາງ​ລະ​ເບີດ​ລົງບັນດາຄັນຄູ​ແມ່ນ້ຳ​ສີບົວ (1972); ຜູ້ຕາງໜ້າ​ໃຫ້​ເລຂາໃຫຍ່ສປຊ ​ໃນ​ການ​ປະຕິບັດ​ໂຄງການ​ໜູນ​ຊ່ວຍ​ຂອງ​ສະຫະ​ປະຊາ​ຊາດ​ໃຫ້​ຫວຽດນາມ ​ເປັນ​ເອກະ​ພາບ (1976); ຮຽກຮ້ອງໃຫ້ທ່ານ McNamara ອະນຸມັດການໂອນແຜນທີ່ລະ​ເບີດ​ໃຫ້ຫວຽດນາມ ຢູ່ເສັ້ນຂະໜານທີ 17 (1979) ແລະ ປະຕິບັດຫຼາຍໂຄງການຮ່ວມມືດ້ານວິຊາການ ເພື່ອຊ່ວຍເຫຼືອຫວຽດນາມ ໂດຍອົງການສະຫະປະຊາຊາດ, FAO ແລະ ຝຣັ່ງ ນັບແຕ່ປີ 1976... ປີ 2012, ປະທານປະເທດ ​ເຈືອງ​ເຕີນ​ຊາງ ໄດ້ມອບຍົດຫຼຽນໄຊ ໂຮ່ຈີມິນ - ລາງວັນອັນສະຫງ່າລາສີໃຫ້ແກ່ຄອບຄົວທ່ານນາງ.

ບໍ່ພຽງແຕ່ຮັກສາວັດຖຸທີ່ລະນຶກຄອບຄົວເທົ່ານັ້ນ, ທ່ານນາງ Elisabeth ຫາກຍັງພ້ອມກັບພົວໄດ້ກັບຄືນໄປຫວຽດນາມ ຫຼາຍຄັ້ງເພື່ອສອນຢູ່ສູນ ຝຣັ່ງ - ຫວຽດນາມ ກ່ຽວກັບການຄຸ້ມຄອງ. ເມື່ອ​ກັບ​ຄືນ​ມາແຕ່ລະຄັ້ງ, ທ່ານນາງກໍເຕັມໄປດ້ວຍຄວາມຕື້ນຕັນໃຈກ່ອນການປ່ຽນແບງຂອງ​ຜືນ​ແຜ່ນດິນ​ທີ່​ເປັນ​ຮູບ​ຕົວ S, ​ເຊິ່ງຕາມທ່ານນາງວ່າ ແມ່ນຄວາມ​ຝັນ​ຂອງ​ລຸງ​ໂຮ່ ຍາມ​ໃດ​ກໍ່​ທະນຸຖະໜອມ.

ກັບຄືນ ຫວຽດນາມ ໃນຄັ້ງນີ້, ທ່ານນາງ Elisabeth ໄດ້ນຳເອົາຄວາມຊົງຈຳກ່ຽວກັບລຸງໂຮ່ ແລະ ນ້ຳໃຈມິດຕະພາບ ຫວຽດນາມ - ຝຣັ່ງ, ເພື່ອດຳລົງຊີວິດອີດຄັ້ງໜຶ່ງຢູ່ດິນແດນທີ່ນາງຖືວ່າແມ່ນບ້ານເກີດເມືອງນອນແຫ່ງທີສອງຂອງຕົນ.

ຫວຽດ​ນາມ ໝາຍ​ໝັ້ນ​ເປັນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ​ພ້ອມ​ແລ້ວຮ່ວມ​ເດີນ​ທາງ​ໃນ​ຄວາມ​ພະ​ຍາ​ຍາມ​ປົກ​ປັກ​ຮັກ​ສາ​ມະ​ຫາ​ສະ​ໝຸດ​ຂອງ​ທົ່ວ​ໂລກ ຫວຽດ​ນາມ ໝາຍ​ໝັ້ນ​ເປັນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ​ພ້ອມ​ແລ້ວຮ່ວມ​ເດີນ​ທາງ​ໃນ​ຄວາມ​ພະ​ຍາ​ຍາມ​ປົກ​ປັກ​ຮັກ​ສາ​ມະ​ຫາ​ສະ​ໝຸດ​ຂອງ​ທົ່ວ​ໂລກ

ຍສໝ - ວັນທີ 9 ມິຖຸນາ ກອງປະຊຸມມະຫາສະໝຸດ ສປຊ ຄັ້ງທີ 3 (UNOC 3) ຖືກໄຂຂຶ້ນຢູ່ Nice, ຝລັ່ງ ແລະ ແກ່ຍາວຮອດວັນທີ 13 ມິຖຸນາ ດ້ວຍການເຂົ້າຮ່ວມຂອງປະມຸກລັດ ແລະ ລັດຖະບານຂອງເກືອບ 70 ປະເທດ. ທ່ານນາຍົກລັດຖະມົນຕີ ...

ແຜ່​ຂະ​ຫຍາຍ​ພື້ນ​ທີ່​ວັດ​ທະ​ນະ​ທໍາ​ໂຮ່​ຈີ​ມິນ​ຈາກ​ບັນ​ດາ​ອົງ​ການ​ຜູ້​ຕາງ​ຫນ້າ​ຂອງ​ຫວຽດ​ນາມ​ຢູ່​ ຕ່າງ​ປະ​ເທດ ແຜ່​ຂະ​ຫຍາຍ​ພື້ນ​ທີ່​ວັດ​ທະ​ນະ​ທໍາ​ໂຮ່​ຈີ​ມິນ​ຈາກ​ບັນ​ດາ​ອົງ​ການ​ຜູ້​ຕາງ​ຫນ້າ​ຂອງ​ຫວຽດ​ນາມ​ຢູ່​ ຕ່າງ​ປະ​ເທດ

ຍສໝ - ວັນ​ທີ 9 ມິຖຸນາ 2025, ຢູ່​ຮ່າ​ໂນ້ຍ, ກະຊວງ​ການ​ຕ່າງປະ​ເທດ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ສາ​ກົນ ດ້ວຍ​ຫົວ​ຂໍ້​ວ່າ “​ພື້ນທີວັດທະນະທຳ​ໂຮ່ຈິ​ມິນ ຢູ່​ບັນດາ​ອົງການ​ຜູ້ຕາງໜ້າ​ຫວຽດນາມ ຢູ່​ຕ່າງປະ​ເທດ”. ເຫດການດັ່ງກ່າວໄດ້ປະກອບສ່ວນຊີ້ແຈ້ງພາລະບົດບາດ, ມາດຕະຖານເນື້ອໃນ ແລະ ວິທີການຜັນຂະຫຍາຍຕົວແບບພື້ນທີ່ ໂຮ່ຈີມິນ ໃນໄລຍະໃໝ່, ເພື່ອເຜີຍແຜ່ອຸດົມການ, ຄຸນສົມບັດສິນທຳ, ມໍລະດົກວັດທະນະທຳຂອງປະທານ ໂຮ່ຈີມິນ ເຖິງເພື່ອນມິດສາກົນຢ່າງມີຫົວຄິດປະດິດສ້າງ, ມີປະສິດທິຜົນ ແລະ ...

ມີງດຶກ