ທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສທີ່ກອງປະຊຸມໃຫຍ່. ໂດຍເຂົ້າຮ່ວມມີທ່ານ Marco Farani ເອກອັກຄະລັດຖະທູດ ບຣາຊິນ ປະຈຳ ຫວຽດນາມ, ທ່ານ ຫງວຽນເລີມແທງ - ຮອງປະທານສະພາຊົນເຜົ່າຂອງສະພາແຫ່ງຊາດ, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ - ບຣາຊິນ; ທ່ານ ຟານຊວນຢຸ້ງ, ປະທານສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມ; ຜູ້ຕາງໜ້າຂອງກະຊວງ, ຄະນະ, ຂະແໜງການສູນກາງ, ວິສາຫະກິດຈຳນວນໜຶ່ງທີ່ຮ່ວມມືກັບບຣາຊິນ ພ້ອມກັບບັນດາສະມາຊິກຂອງສະມາຄົມ. ສະມາຄົມມິດຕະພາບ ບຣາຊິນ - ຫວຽດນາມ ແລະ ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ບຣາຊິນ ບຸຍວັນຫງີ້ ໄດ້ສົ່ງຈົດໝາຍຊົມເຊີຍເຖິງກອງປະຊຸມໃຫຍ່.
![]() |
ທ່ານ ຟານແອງເຊີນ (ທີ 8 ຈາກຊ້າຍ, ແຖວໜ້າ), ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ແລະ ທ່ານເອກອັກຄະລັດຖະທູດ ບຣາຊິນ ປະຈຳ ຫວຽດນາມ Marco Farani (ຜູ້ທີ 7 ຈາກຊ້າຍ, ແຖວໜ້າ) ໄດ້ອວຍພອນຄະນະບໍລິຫານງານສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ບຣາຊິນ ຊຸດ 3. (ພາບ: Dinh Hoa) |
ເພີ່ມທະວີການເຊື່ອມຕໍ່, ເປີດກວ້າງການຮ່ວມມືໃນຫຼາຍຂົງເຂດ
ຕາມທິດທາງໃນບົດລາຍງານທີ່ໄດ້ນຳສະເໜີໃນກອງປະຊຸມໃຫຍ່ແລ້ວ, ໃນໄລຍະ 2025-2030, ສະມາຄົມຈະສຸມໃສ່ 2 ກຸ່ມໜ້າທີ່ຕົ້ນຕໍຄື: ຊຸກຍູ້ການພົວພັນການທ່ອງທ່ຽວ, ແລກປ່ຽນວັດທະນະທຳ, ແລກປ່ຽນປະຊາຊົນ, ເພີ່ມທະວີການແລກປ່ຽນລະຫວ່າງທ້ອງຖິ່ນ ແລະ ບັນດາອົງການມິດຕະພາບຂອງສອງປະເທດ ເພື່ອແນໃສ່ຮັດແໜ້ນມິດຕະພາບ ແລະ ຄວາມເຂົ້າໃຈລະຫວ່າງປະຊາຊົນສອງປະເທດ. ສະມາຄົມຈະເສີມຂະຫຍາຍບົດບາດຂອງການທູດປະຊາຊົນ ເພື່ອຮັບໃຊ້ການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມຮອດປີ 2030 ຕາມຈິດໃຈຂອງຄຳສັ່ງ 15-CT/TW ລົງວັນທີ 10 ສິງຫາ 2022, ປະກອບສ່ວນເຂົ້າໃນການປະຕິບັດເປົ້າໝາຍຫວຽດນາມ ກາຍເປັນປະເທດພວມພັດທະນາທີ່ມີອຸດສາຫະກຳທັນສະໄໝ ແລະ ມີລາຍຮັບສະເລ່ຍສູງໃນປີ 2030.
ກອງປະຊຸມໃຫຍ່ ຍັງໄດ້ກຳນົດຫຼາຍໜ້າທີ່ ແລະ ວິທີແກ້ໄຂລະອຽດ, ໃນນັ້ນມີ: ຮັກສາ ແລະ ເປີດກ້ວາງການເຄື່ອນໄຫວສັນຕິພາບ, ຄວາມສາມັກຄີ, ມິດຕະພາບ; ເຂົ້າຮ່ວມ ແລະ ຈັດຕັ້ງຢ່າງຕັ້ງໜ້າບັນດາຄະນະຜູ້ແທນຂັ້ນສູງລະຫວ່າງສອງປະເທດ. ສະມາຄົມຈະເປີດກວ້າງເຄືອຂ່າຍຄູ່ຮ່ວມມື, ສຸມໃສ່ເຊື່ອມຕໍ່ບັນດາການເຄື່ອນໄຫວສັງຄົມ, ບັນດາອົງການຊາວໜຸ່ມ ແລະ ແມ່ຍິງ, ມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ, ວິສາຫະກິດຢູ່ ບຣາຊິນ. ຊຸກຍູ້ການລົງນາມໃນສັນຍາຮ່ວມມື, ໃນນັ້ນມີການຄົ້ນຄ້ວາລົງນາມໃນບົດບັນທຶກຊ່ວຍຈຳກັບສະມາຄົມມິດຕະພາບບຣາຊິນ - ຫວຽດນາມ ແລະ ບັນດາຄູ່ຮ່ວມມືທີ່ເໝາະສົມ. ສະມາຄົມກໍ່ສຸມໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ອົງການ, ປັບປຸງລະບຽບການດຳເນີນງານຢ່າງສົມບູນ, ເປີ້ດກ້ວາງຈຳນວນວິສາຫະກິດເຂົ້າຮ່ວມຄະນະບໍລິຫານງານ; ພ້ອມກັນນັ້ນ, ຍູ້ແຮງວຽກງານຖະແຫຼງຂ່າວ ແລະ ໂຄສະນາ, ຄົ້ນຄ້ວາ ແລະ ບູລະນະບັນດາສະຖານທີ່ອະນຸສອນສະຖານທີ່ຕິດພັນກັບປະທານ ໂຮ່ຈີມິນ ຢູ່ ບຣາຊິນ, ເປີດບັນຊີສື່ມວນຊົນບົນເວທີດີຈີຕອນ, ໂດຍຜ່ານນັ້ນ ເຮັດໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນສອງປະເທດເລິກເຊິ່ງກ່ວາອີກ.
![]() |
ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ປະທານສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ບຣາຊິນ ຊຸດ 3 ຫງວຽນຮ່ວາງຮ້ຽບ ກ່າວຄຳປາໄສທີ່ກອງປະຊຸມໃຫຍ່. (ພາບ: Dinh Hoa) |
ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຄະນະບໍລິຫານງານສະມາຄົມຊຸດທີ 3 ລວມມີ 35 ທ່ານ ແລະ ຄະນະກວດກາ ລວມມີ 3 ທ່ານ. ທ່ານ ຫງວຽນຮ່ວາງຮ້ຽບ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຮັບເລືອກຕັ້ງເປັນປະທານສະມາຄົມ.
![]() |
ທ່ານເອກອັກຄະລັດຖະທູດ ບຣາຊິນ ປະຈຳ ຫວຽດນາມ Marco Farani ໄດ້ກ່າວຄຳປາໄສທີ່ຊົມເຊີຍຕໍ່ກອງປະຊຸມໃຫຍ່. (ພາບ: Dinh Hoa) |
ກ່າວຄຳປາໄສທີ່ຊົມເຊີຍກອງປະຊຸມໃຫຍ່, ທ່ານເອກອັກຄະລັດຖະທູດ ບຣາຊິນ ປະຈຳ ຫວຽດນາມ Marco Farani ໃຫ້ຮູ້ວ່າ ການພົວພັນລະຫວ່າງ ບຣາຊິນ - ຫວຽດນາມ ແມ່ນ “ບໍ່ເຄີຍດີກ່ວາອີກ” ໂດຍສະເພາະແມ່ນຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ເປີດກ້ວາງການເຈລະຈາ ແລະ ຄວາມຕັດສິນໃຈເປີດກວ້າງການຮ່ວມມືດ້ານເສດຖະກິດ, ການຄ້າ, ວິທະຍາສາດ ແລະ ເຕັກໂນໂລຢີ. ເຖິງວ່າສະພາບການໂລກພວມຜັນແປໄປຢ່າງບໍ່ຢຸດຢັ້ງ, ແຕ່ພື້ນຖານເສດຖະກິດສອງປະເທດພວມມຸ່ງໄປເຖິງຈຸດໝາຍຫັນການຄ້າໃຫ້ມີຄວາມຫຼາກຫຼາຍ ແລະ ກວ້າງຂວາງ. ໃນເວລາບໍ່ຮອດ 2 ປີເຄິ່ງທີ່ເຮັດວຽກຢູ່ຮ່າໂນ້ຍ, ທ່ານໄດ້ເຫັນຄວາມຖີ່ຂອງການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ, ພິເສດແມ່ນການຢ້ຽມຢາມທາງລັດຖະກິດຂອງທ່ານປະທານາທິບໍດີ Lula da Silva ເຖິງ ຫວຽດນາມ ໃນເດືອນ ມີນາ 2025. ທ່ານເອກອັກຄະລັດຖະທູດເຊື່ອໝັ້ນວ່າ ຄະນະບໍລິຫານງານສະມາຄົມຊຸດໃໝ່ຈະປະກອບສ່ວນຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງປະຊາຊົນສອງປະເທດໃຫ້ເລິກເຊິ່ງກ່ວາອີກ.
ປັບປຸງການຈັດຕັ້ງສະມາຄົມ, ຜັນຂະຫຍາຍບັນດາໜ້າທີ່ລະອຽດຢ່າງມີປະສິດທິຜົນ
ກ່າວຄຳປາໄສທີ່ຊີ້ນຳ, ທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໃຫ້ຮູ້ວ່າ ກອງປະຊຸມໃຫຍ່ໄດ້ດຳເນີນໄປໃນຈຸດເວລາພິເສດທີ່ການພົວພັນ ຫວຽດນາມ - ບຣາຊິນ ພວມພັດທະນາຢ່າງເຂັ້ມແຂງ. ພຽງແຕ່ 3 ປີທີ່ຜ່ານມາ, ການນຳຂັ້ນສູງຂອງສອງປະເທດໄດ້ມີການພົບປະ 5 ຄັ້ງ. ທ່ານຮຽກຮ້ອງໃຫ້ສະມາຄົມຈົ່ງສຳເລັດມະຕິກອງປະຊຸມໃຫຍ່ ແລະ ໂຄງການວຽກງານຄົບຊຸດໂດຍໄວ; ຈັດຕັ້ງກອງປະຊຸມຂອງຄະນະປະຈຳ, ຄະນະບໍລິຫານງານເປັນປະຈຳ, ປະຕິບັດຕາມກົດບັດ ເພື່ອຜັນຂະຫຍາຍໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ມີປະສິດທິຜົນ.
![]() |
ທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ກ່າວຄຳປາໄສທີ່ຊີ້ນຳກອງປະຊຸມໃຫຍ່. (ພາບ: Dinh Hoa) |
ທ່ານເນັ້ນໜັກເຖິງການເພີ່ມທະວີການຮ່ວມມືລະຫວ່າງປະຊາຊົນໃນຂົງເຂດການສຶກສາ, ທ່ອງທ່ຽວ, ວິທະຍາສາດ ແລະ ເຕັກໂນໂລຢີ, ຍາດແຍ່ງບົດບາດຂອງສະຖານທູດຂອງສອງປະເທດໃຫ້ດີ ແລະ ເປີດກວ້າງການເຊື່ອມຕໍ່ວິສາຫະກິດ. ທ່ານໄດ້ສະເໜີ 3 ວຽກງານລະອຽດຄື: ແປ “ບັນທຶກຈຳຄຸກ” ຂອງປະທານ ໂຮ່ຈີມິນ ແລະ ບົດກະວີ ໂຮ່ຊ່ວນເຮື່ອງ ເປັນພາສາປອກຕຸຍການ; ພ້ອມກັນນັ້ນ ໃຫ້ນຳໃຊ້ວັດຈະນານຸກົມພາສາປອກຕຸຍການ-ຫວຽດນາມເປັນດິຈິຕອນ ເພື່ອເຜີຍແຜ່ມັນໂດຍບໍ່ເສຍຄ່າໃນເວທີອອນລາຍ, ເພື່ອອຳນວຍຄວາມສະດວກໃຫ້ແກ່ການແລກປ່ຽນປະຊາຊົນ.
ທ່ານ ຟານແອງເຊີນ ກໍ່ສະເໜີໃຫ້ສະມາຄົມສົມທົບກັນຢ່າງແໜ້ນແຟ້ນກັບສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ ສະຖານທູດບຣາຊິນ ປະຈຳ ຫວຽດນາມ ຈັດຕັ້ງບັນດາການພົບປະແລກປ່ຽນຫົວເລື່ອງ, ລະດົມການເຂົ້າຮ່ວມຂອງບັນດາອົງການ, ວິສາຫະກິດ, ທີ່ປຶກສາ ແລະ ຜູ້ຕາງໜ້າສະຖານທູດ ເພື່ອຂະຫຍາຍທ່າແຮງຮ່ວມມື.
![]() |
ທ່ານ ຟານແອງເຊີນ (ຂວາ), ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ມອບໃບຍ້ອງຍໍໃຫ້ສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ບຣາຊິນ ຊຸດ 2. (ພາບ: Dinh Hoa) |
ເນື່ອງໃນໂອກາດນີ້, ທ່ານ ຟານແອງເຊີນ ໄດ້ມອບໃບຍ້ອງຍໍຂອງນາຍົກລັດຖະມົນຕີ ໃຫ້ທ່ານ ຫງວຽນວັນລ້າງ, ປະທານສະມາຄົມຊຸດ 2, ໂດຍໄດ້ຮັບຮູ້ບັນດາຜົນງານທີ່ຕົນບັນລຸໄດ້ໃນການປະກອບສ່ວນເພີ່ມທະວີຄວາມສາມັກຄີ, ມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ - ບຣາຊິນ. ພ້ອມທັງມອບຫຼຽນກາ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງບັນດາຊົນເຜົ່າ” ຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໃຫ້ແກ່ທ່ານ ຫງວຽນວັນລ້າງ; ມອບໃບຍ້ອງຍໍຂອງສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ໃຫ້ສະມາຄົມ ແລະ 03 ບຸກຄົນ; ພ້ອມນີ້, ຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ບຸກຄົນ 01 ທ່ານ.
![]() | ການຮ່ວມມືດ້ານການຜະລິດເຂົ້າສານ: ສັນຍາລັກສະແດງໃຫ້ເຫັນເຖິງການພົວພັນມິດຕະພາບຫວຽດນາມ - ກູບາ ຍສໝ - ວັນທີ 10 ມິຖຸນາ (ຕາມເວລາທ້ອງຖິ່ນ), ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກູບາ ເລກວາງລອງ ໄດ້ໄປຢ້ຽມຢາມ ແລະ ຮັບຮູ້ໝາກຜົນແຫ່ງການປະຕິບັດໂຄງການຮ່ວມມື ຫວຽດນາມ - ກູບາ ກ່ຽວກັບການພັດທະນາການຜະລິດເຂົ້າສານ ໄລຍະ 2019-2023 (ໄລຍະ 5) ຢູ່ຟາມ José Martí, ... |
![]() | ປະທານປະເທດ: ບົດບາດສ້າງສັນຕິພາບຂອງການທູດຫວຽດນາມ ໄດ້ຮັບການສະແດງໃຫ້ເຫັນຕະຫຼອດໄປ ຍສໝ - ທ່ານປະທານປະເທດກ່າວວ່າ ເມື່ອກະຊວງການເມືອງປີ 1969 ໄດ້ອອກມະຕິກຳນົດວ່າ “ການທູດໄດ້ກາຍເປັນໜ້າທີ່ສຳຄັນທາງຍຸດທະສາດ” ເຊີ່ງການທູດໄດ້ກາຍເປັນເຄື່ອງມືສຳຄັນ. |