ຫວຽດນາມ ຂອບອົກຂອບໃຈການຊ່ວຍເຫຼືອສຸດຈິດສຸດໃຈຂອງພັກ, ລັດ ແລະ ປະຊາຊົນລາວ.

17:24 | 21/08/2025

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ, ວັນຊາດ 2 ກັນຍາ ແລະ ວັນມູນເຊື້ອຂອງຂະແໜງການທາງການທູດ, ວັນທີ 20 ສິງຫາ, ການນຳຂອງພັກ, ລັດ, ແນວໂຮມ ແລະ ບັນດາກະຊວງ, ຄະນະ, ຂະແໜງການຂອງລາວ ໄດ້ມາອວຍພອນສະຖານທູດຫວຽດນາມ ປະຈຳ ລາວ. ທີ່​ການ​ພົບ​ປະ, ທ່ານ​ເອກ​ອັກຄະ​ລັດຖະທູດ ສສ ຫວຽດນາມ ຫງວຽນ​ແມິງເຕີມ ຢືນຢັນ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ຮູ້ບຸນຄຸນ​ການສະໜັບສະໜູນ, ການ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ ​ແລະ ສຸດ​ຈິດ​ສຸດ​ໃຈ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ລາວ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ຈະໄປຢ້ຽມ​ຢາມ ລາວ ແລະ ເປັນ​ປະ​ທານ​ຮ່ວມ​ກອງ​ປະ​ຊຸມ​ຄັ້ງ​ທີ 47 ຂອງ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ຫວຽດ​ນາມ - ລາວ
ສະເຫຼີມສະຫຼອງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 49 ປີ: ເພີ່ມທະວີສາຍພົວພັນແບບພິເສດຫວຽດນາມ-ລາວ

ຕາມ​ຂໍ້​ມູນ​ຈາກ​ສະຖານທູດ​ຫວຽດນາມ ປະຈຳ ​ລາວ, ບັນດາກຳມະການ​ກົມ​ການ​ເມືອງ​ຄື: ທ່ານ ຊິນ​ລາ​ວົງ ຄຸດ​ໄພທູນ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ; ທ່ານ ຊະ​ລົມ​ໄຊ ກົມ​ມະ​ສິດ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ; ພ້ອມ​ດ້ວຍ​ບັນດາ​ສະຫາຍກຳມະການ​​ສູນ​ກາງ​ພັກ, ການ​ນຳ​ບັນດາ​ກະຊວງ, ຄະນະ, ຂະ​ແໜງ​ການ ​ແລະ ອົງການ​ຈັດ​ຕັ້ງ​ຂອງ​ລາວ ​ໄດ້​ເຂົ້າ​ຮ່ວມ​ສະ​ແດງ​ຄວາມ​ຊົມ​ເຊີຍ.

ຫວຽດນາມ ຂອບອົກຂອບໃຈການຊ່ວຍເຫຼືອສຸດຈິດສຸດໃຈຂອງພັກ, ລັດ ແລະ ປະຊາຊົນລາວ.

ທ່ານ ຊິນ​ລາ​ວົງ ຄຸດ​ໄພທູນ (ເບື້ອງຊ້າຍ), ກຳມະການ​ກົມ​ການ​ເມືອງ, ປະທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ​ໄດ້​ອວຍພອນ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ ລາວ ຫງວຽນ​ມິງເຕີມ. (ພາບ: ສະຖານທູດ ຫວຽດນາມ ປະຈຳ ລາວ)

​ໃນ​ບັນຍາກາດເຂັ້ມໄປດ້ວຍຄວາມ​ມິດຕະພາບ, ການ​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ​ລາວ ​ໄດ້​ສົ່ງ​ຄຳ​ອວຍພອນ​ອັນ​ດີງາມທີ່ສຸດ​ເຖິງ​ພັກ, ລັດ, ປະຊາຊົນ​ຫວຽດນາມ ​ແລະ ສະຖານທູດ; ​ສະອດງຄວາມເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ປະຊາຊົນ​ຫວຽດນາມ ຈະ​ສືບ​ຕໍ່​ໄດ້​ຮັບ​ບັນດາ​ຜົນງານ​ໃໝ່​ຫຼາຍ​ຢ່າງ​ໃນ​ຂະບວນການ​ປ່ຽນແປງ​ໃໝ່, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ບັນດາການນຳລາວ ຢືນຢັນວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໄດ້ຮັບການຈັດຕັ້ງພື້ນຖານຂື້ນໂດຍປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ, ບັນດາລຸ້ນການນຳຂອງສອງພັກ ແລະ ປະເທດໄດ້ເພີ່ມພູນຄູນສ້າງ, ນັບມື້ນັບພັດທະນາຢ່າງເລິກເຊິ່ງ, ແທດຈິງ ແລະ ມີປະສິດທິຜົນ. ພັກ, ລັດ ​ແລະ ປະຊາຊົນ​ລາວ ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ເລິກ​ເຊິ່ງຕໍ່​ການ​ສະໜັບສະໜູນ ​ແລະ ການ​ຊ່ວຍ​ເຫຼືອ​ອັນ​ສຸດ​ຈິດ​ສຸດ​ໃຈ​ຂອງ​ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ.

ຫວຽດນາມ ຂອບອົກຂອບໃຈການຊ່ວຍເຫຼືອສຸດຈິດສຸດໃຈຂອງພັກ, ລັດ ແລະ ປະຊາຊົນລາວ.

ທ່ານ ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ສື່ສານ, ປະທານສະມາຄົມມິດຕະພາບລາວ-ຫວຽດນາມ ອວຍພອນທ່ານເອກອັກຄະລັດຖະທູດ ຫງວຽນມິງເຕີມ. (ພາບ: ສະຖານທູດ ຫວຽດນາມ ປະຈຳ ລາວ)

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ມິງເຕີມ ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຂອງການ​ນຳ​ລາວ​; ​ເນັ້ນ​ໜັກ​ເຖິງ​ຄວາມ​ໝາຍ​ປະຫວັດສາດ​ຂອງ​ການ​ປະຕິວັດ​ເດືອນ​ສິງຫາ ​ແລະ ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ຂອງ​ຫວຽດນາມ ​ໃນ 80 ປີຜ່ານມາ, ພິເສດ​ແມ່ນ​ພາຍຫຼັງ 50 ປີ​ແຫ່ງ​ການ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ ​ແລະ ເກືອບ 40 ປີ​ແຫ່ງ​ວັນປ່ຽນແປງໃໝ່.

ທ່ານ​ເອກ​ອັກຄະ​ລັດຖະທູດ ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ການ​ພັດທະນາ​ຢ່າງແໜ້ນແຟ້ນ​ຂອງ​ການ​ພົວພັນ​ຫວຽດນາມ - ລາວ, ຢືນຢັນ​ວ່າ ​ໃນ​ທຸກ​ສະພາບ​ການອັນໃດ, 2 ປະ​ເທດ​ຈະ​ພ້ອມ​ກັນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ສືບ​ຕໍ່​ຍາດ​ໄດ້​ໄຊຊະນະ​ໃໝ່​ຫຼາຍ​ຢ່າງ.

ທ່ານ​ເອກ​ອັກຄະ​ລັດຖະທູດ ​ເນັ້ນ​ໜັກ​ວ່າ ຫວຽດນາມ ມີ​ພາລະກິດໃຫຍ່ຫຼວງ, ທ່າ​ແຮງ, ຖານະ​ຕຳ​ແໜ່​ງ ​ແລະ ກຽດ​ສັກ​ສີ​ຄື​ປະຈຸ​ບັນ, ນອກຈາກ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ຕົນ, ຍາມ​ໃດ​ກໍ່​ໄດ້​ຮັບ​ການ​ໜູນ​ຊ່ວຍ​ອັນ​ລ້ຳ​ຄ່າ​ຈາກ​ເພື່ອນ​ມິດສາ​ກົນ, ພິ​ເສດ​ແມ່ນ​ການ​ຊ່ວຍ​ເຫຼືອ​ອັນ​ໃຫຍ່​ຫຼວງ, ສຸດ​ຈິດ​ສຸດ​ໃຈ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ລາວ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ​ໄດ້​ສະ​ແດງ​ຄວາມ​ຮູ້ບຸນຄຸນ​ຢ່າງ​ເລິກ​ເຊິ່ງຕໍ່ ສປປ ລາວ - ​ເພື່ອນ​ມິດ​ທີ່​ສັດ​ຊື່ບໍລິສຸດ ຍາມໃດກໍ່​ພ້ອມ​ກັບ​ຫວຽດນາມ ​ໃນ​ພາລະກິດ​ປົດ​ປ່ອຍປະ​ເທດ​ຊາດ ກໍ່ຄືຂະບວນການ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ​ໃນປະຈຸບັນ​ນີ້.

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້ໄປຢ້ຽມຢາມວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບ ປະຊາຊົນລາວ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້ໄປຢ້ຽມຢາມວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບ ປະຊາຊົນລາວ

ຍສໝ - ຕາມຜູ້ຕາງໜ້າ​ພິ​ເສດ​ຂອງ​ສຳ​ນັກ​ຂ່າວສານ ​ຫວຽດ​ນາມ, ໃນ​ຂອບ​ເຂດ​ໄປປະຕິບັດງານ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຂັ້ນສຸງສະ​ພາ​ແຫ່ງ​ຊາດ 3 ປະ​ເທດ ກຳ​ປູ​ເຈຍ - ລາວ - ຫວຽດນາມ , ​ຢ້ຽມ​ຢາມ​ ແລະ ເຮັດ​ວຽກ​ຢູ່ ລາວ, ຕອນ​ບ່າຍ​ວັນ​ທີ 5 ທັນວາ, ຢູ່​ນະຄອນຫຼວງ​ວຽງ​ຈັນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້ໄປຢ້ຽມຢາມວິທະຍາຄານການເມືອງ ...

ສະເຫຼີມສະຫຼອງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 48 ປີ ສະເຫຼີມສະຫຼອງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 48 ປີ

ຍສໝ - ເນື່ອງໃນໂອກາດວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 48 ປີ (2 ທັນວາ 1975 – 2 ທັນວາ 2023), ວັນທີ 1 ທັນວາ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ, ນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ...

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ