![]() | ຟ້ອນລໍາວົງລາວ ໄດ້ຮັບການຮັບຮອງເປັນມໍລະດົກໂລກ |
![]() | ຄົ້ນຫາ ທົ່ງໄຫຫີນ ຊຽງຂວາງ ອັນເລິກລັບຢູ່ປະເທດ ລາວ |
ຕາມຂໍ້ມູນຈາກ ໜັງສືພິມ ຂ່າວສານ ແລ້ວ, ທີ່ກອງປະຊຸມຄັ້ງທີ 47 ຂອງຄະນະກຳມະການມໍລະດົກໂລກຢູ່ ປາຣີ (ຝະລັ່ງ), UNESCO ໄດ້ຮັບຮອງເອົາຢ່າງເປັນທາງການກ່ຽວກັບການປັບປຸງເຂດແດນມໍລະດົກທຳມະຊາດໂລກ ຟອງຍາ- ແກບາງ. ການຕັດສິນໃຈມີຄວາມໝາຍປະຫວັດສາດພິເສດນີ້ ໄດ້ຮັບການຮັບຮອງເອົາໂດຍອີງໃສ່ 3 ມາດຖານທີ່ສຳຄັນຂອງອົງການ UNESCO, ລວມມີ ທໍລະນີສາດ ແລະ ພູມສັນຖານໂລກ, ລະບົບນິເວດ, ຊີວະນາໆພັນ.
![]() |
ພູມສັນຖານ ຟອງຍາ- ແກບາງ. (ພາບ: ສຳນັກຂ່າວສານ ຫວຽດນາມ). |
ທີ່ການໃຫ້ສຳພາດຕໍ່ນັກຂ່າວ ສຳນັກຂ່າວສານ ຫວຽດນາມ ຢູ່ນະຄອນຫຼວງ ປາຣີ, ທ່ານຮອງລັດຖະມົນຕີ ຮວ່າງດາວເກືອງ ໄດ້ຕີລາຄາວ່ານີ້ແມ່ນຜົນສຳເລັດຮ່ວມຂອງຫວຽດນາມ - ລາວ, ໄດ້ສະແດງໃຫ້ເຫັນສາຍພົວພັນມິດຕະພາບຂຽວສົດງົດງາມຕະຫຼອດໄປ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານລະຫວ່າງ 2 ປະເທດ. ທ່ານກ່າວວ່າ, ໃນໄລຍະຈະມາເຖິງ, ບັນດາອົງການຂອງສອງປະເທດຈະສືບຕໍ່ສົມທົບກັນເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກທຳມະຊາດຂ້າມຊາດລະຫວ່າງ ລາວ ແລະ ຫວຽດນາມ ກໍ່ຄືພັດທະນາເສດຖະກິດແບບຍືນຍົງ.
ກ່າວຄຳປາໄສທີ່ໜັງສືພິມເອເລັກໂຕຼນິກຂອງລັດຖະບານ, ທ່ານ ຮສ, ປອ ເລທິທູຮ່ຽນ - ຫົວໜ້າກົມມໍລະດົກວັດທະນະທຳ, ກຳມະການຜູ້ປະຈຳສະພາມໍລະດົກວັດທະນະທຳແຫ່ງຊາດ, ຫົວໜ້າຄະນະຜູ້ຊ່ຽວຊານຫວຽດນາມ ເຂົ້າຮ່ວມຄະນະກຳມະການມໍລະດົກໂລກ ໃຫ້ຮູ້ວ່າ: ເພື່ອໃຫ້ປະສົບຜົນສຳເລັດໃນປັດຈຸບັນນີ້ ແມ່ນຍ້ອນການຊີ້ນຳທີ່ໃກ້ຊິດ ແລະ ຄວາມເອົາໃຈໃສ່ເປັນພິເສດຂອງການນຳພັກ ແລະ ລັດ, ຄະນະເລຂາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ບັນດາທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ, ຮອງລັດຖະມົນຕີ ແລະ ບັນດາອົງການວິຊາສະເພາະຂອງກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ, ກະຊວງການຕ່າງປະເທດ, ສະພາມໍລະດົກວັດທະນະທຳແຫ່ງຊາດ, ແຂວງ ກວາງຈິ, ພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ, ປ່າສະຫງວນແຫ່ງຊາດ ຟອງຍາ- ແກບາງ ໃນຊຸມປີມໍ່ໆມານີ້ ໄດ້ສົມທົບກັນຢ່າງຕັ້ງໜ້າ ແລະ ແໜ້ນແຟ້ນກັບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເພື່ອສຳເລັດເອກະສານເພື່ອສະເໜີ UNESCO ເຂົ້າເປັນສາລະບານມໍລະດົກໂລກ.
![]() |
ຄະນະຫວຽດນາມ ໄດ້ຊົມເຊີຍຄະນະຜູ້ແທນລາວ ພາຍຫຼັງ UNESCO ໄດ້ຮັບຮອງເອົາການປັບປຸງເຂດຊາຍແດນມໍລະດົກທຳມະຊາດໂລກລະຫວ່າງ ລາວ ແລະ ຫວຽດນາມ ຢ່າງເປັນທາງການ. (ພາບ: ຫງວຽນທູຮ່າ/ສຳນັກຂ່າວສານຫວຽດນາມ). |
ເອກະສານການສະເໜີປ່າສະຫງວນແຫ່ງຊາດ ຫີນນຳໂນ ໃນລາວ ເຊິ່ງເປັນພາກສ່ວນເປີດກວ້າງມໍລະດົກທຳມະຊາດໂລກ ປ່າສະຫງວນແຫ່ງຊາດ ຟອງຍາ-ແກບາງ ຂອງຫວຽດນາມ ໄດ້ຍື່ນສະເໜີໂດຍລັດຖະບານ 2 ປະເທດຕໍ່ອົງການການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງ ສະຫະປະຊາຊາດ (UNESCO) ໃນເດືອນກຸມພາ 2024 ເພື່ອພິຈາລະນາໂດຍຄະນະກຳມະການມໍລະດົກໂລກໃນກອງປະຊຸມຄັ້ງນີ້.
![]() |
ປ່າສະຫງວນແຫ່ງຊາດຫີນນຳໂນ, ສປປ ລາວ. (ພາບ: ໜັງສືພິມເອເລັກໂຕຼນິກຂອງລັດຖະບານ). |
ການຮັບຮອງເອົາປ່າສະຫງວນແຫ່ງຊາດ ຟອງຍາ-ເກບັງ ແລະ ປ່າສະຫງວນແຫ່ງຊາດຫີນນຳໂນ ບໍ່ເປັນແບບຢ່າງໃນການຄຸ້ມຄອງມໍລະດົກໂລກຂ້າມຊາຍແດນແຫ່ງທຳອິດ ເພື່ອໃຫ້ ຫວຽດນາມ ປະກອບສ່ວນປະສົບການໃນວຽກງານການຄຸ້ມຄອງມໍລະດົກໂລກ ຕາມສົນທິສັນຍາ 1972 ກ່ຽວກັບການປົກປັກຮັກສາມໍລະດົກວັດທະນະທຳ ແລະ ທຳມະຊາດໂລກຂອງ UNESCO.
![]() | ຫວຽດນາມ ແລະ ເຢຍລະມັນ ຊ່ວຍເຫຼືອລາວ ສ້າງເອກະສານມໍລະດົກໂລກ ປ່າສະຫງວນແຫ່ງຊາດ ຫີນໜາມໜໍ່ ຍສໝ - ວັນທີ 4 ກໍລະກົດ, ທ່ານ ຟ້າມຮົ່ງໄທ, ຜູ້ອຳນວຍການປ່າສະຫງວນແຫ່ງຊາດ ຟອງຍາ - ແກບາງ (ແຂວງ ກວາງບິ່ງ) ໃຫ້ຮູ້ວ່າ: ບັນດາຜູ້ຊ່ຽວຊານຫວຽດນາມ ພວມໜູນຊ່ວຍແຂວງຄຳມ່ວນ (ລາວ) ສ້າງເອກະສານກ່ຽວກັບປ່າສະຫງວນແຫ່ງຊາດ ຫີນໜາມໜໍ່, ເພື່ອຍື່ນສະເໜີໃຫ້ UNESCO ຮັບຮອງເອົາເປັນມໍລະດົກທຳມະຊາດໂລກ. |
![]() | ຫວຽດນາມ ແມ່ນສະມາຊິກຕັ້ງໜ້າໃນການປົກປັກຮັກສາ ແລະເສີມຂະຫຍາຍມໍລະດົກໂລກ ນັ້ນແມ່ນຄຳຢັ້ງຢືນຂອງທ່ານ Christian Manhart, ຫົວໜ້າອົງການສະຫະປະຊາຊາດ ເພື່ອການສຶກສາ, ວິທະຍາສາດ ແລະວັດທະນະທຳ (UNESCO) ປະຈຳ ຫວຽດນາມ ເມື່ອແບ່ງປັນກັບນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ, ເນື່ອງໃນໂອກາດທ່ານ Audrey Azoulay ຜູ້ອໍານວຍການ UNESCO ມາຢ້ຽມຢາມຫວຽດນາມ ແລະເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສົນທິສັນຍາວ່າດ້ວຍການປົກປັກຮັກສາ ມໍລະດົກວັດທະນະທຳ ແລະທຳມະຊາດໂລກ (ສົນທິສັນຍາ 1972) ທີ່ດຳເນີນໃນວັນທີ ... |
ແທັງຮັ່ງ