ນະຄອນ​ໂຮ່ຈິ​ມິນ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ພ້ອມ​ກັບ​ຝຣັ່ງ ​ໃນ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ຍຸດ​ທະ​ສາດ

14:27 | 16/07/2025

ຍສໝ -​ ເນື່ອງໃນໂອກາດສະເຫຼີມສະຫຼອງ 236 ປີແຫ່ງວັນຊາດ ສາທາລະນະລັດ ຝຣັ່ງ (14 ກໍລະກົດ 1789 – 14 ກໍລະກົດ 2025), ກົງສຸນໃຫຍ່ ຝຣັ່ງ ປະຈຳ ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງໃນຕອນເຊົ້າວັນ 14 ກໍລະກົດ. ທີ່ພິທີ, ຜູ້ຕ່າງໜ້າການ​ນຳ​ນະຄອນ ​ໂຮ່ຈີ​ມິນ ຢືນຢັນ​ບົດບາດ​ບຸກ​ເບີກ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຫວຽດນາມ - ຝຣັ່ງ ​ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ພ້ອມ​ກັບ ຝລັ່ງ ​ໃນ​ຫຼາຍ​ຂົງ​ເຂດ​ຮ່ວມ​ມື​ຍຸດ​ທະ​ສາດ.

ກ່າວ​ຄຳປາໄສ​ທີ່​ພິທີ, ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ຫງວຽນ​ລົກ​ຮ່າ ​ເນັ້ນ​ໜັກ​ວ່າ ວັນ​ທີ 14 ກໍລະກົດ​ຂອງ​ທຸກໆ​ປີ ​ໄດ້​ກາຍ​ເປັນ​ໂອກາດ​ພິ​ເສດ​ເພື່ອ​ໃຫ້​ປະຊາຊົນ​ສອງ​ປະ​ເທດ​ເຄົາລົບ​ບັນດາ​ຄຸນຄ່າ​ປະຫວັດສາດ​ອັນ​ໝັ້ນຄົງ, ​ທີ່​ປະສົມປະສານ​ແລກປ່ຽນ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ລະຫວ່າງ ​ເອີ​ລົບ ​ແລະ ອາຊີ ​ແລະ ຄວາມມິດຕະພາບ ຫວຽດນາມ - ຝຣັ່ງ.

ນະຄອນ​ໂຮ່ຈິ​ມິນ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ພ້ອມ​ກັບ​ຝຣັ່ງ ​ໃນ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ຍຸດ​ທະ​ສາດ
ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ຫງວຽນ​ລົກ​ຮ່າ. (ພາບ: TTXVN)

ທ່ານ ຫງວຽນ​ລົກ​ຮ່າ ຢືນຢັນ​ວ່າ ບົນ​ພື້ນຖານ​ການ​ພົວພັນ​ສອງຝ່າຍອັນດີງາມ​ລະຫວ່າງ 2 ປະ​ເທດ, ນະຄອນ ​ໂຮ່ຈີ​ມິນ ​ແມ່ນ​ໜຶ່ງ​ໃນ​ບັນດາ​ທ້ອງ​ຖິ່ນ​ທີ່ຂະຫຍັນຂັນເຄື່ອນທີ່ສຸດໃນການຊຸກຍູ້​ການ​ຮ່ວມ​ມື​ກັບ ຝຣັ່ງ. ໃນ​ໄລຍະ​ພັດທະນາ​ໃໝ່, ນະຄອນ​ຄາດ​ວ່າ ​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຮ່ວມ​ມື ​ແລະ ການ​ສະໜັບສະໜູນ​ຈາກ​ລັດຖະບານ ​ຝຣັ່ງ ​ແລະ ປະຊາ​ຄົມ​ວິ​ສາ​ຫະກິດ​ ຝຣັ່ງ ໃນ​ບັນດາ​ຂົງ​ເຂດ​ສຳຄັນ​ຄື: ການ​ຫັນ​ເປັນ​ດີ​ຈີ​ຕອນ, ການ​ສຶກສາ ​ແລະ ບຳລຸງ​ສ້າງ, ພື້ນຖານ​ໂຄງ​ລ່າງ​ສະຫຼາດ, ພັດທະນາ​ຕົວ​ເມືອງ​ແບບ​ຍືນ​ຍົງ ​ແລະ ການ​ຮັກສາ​ມໍລະດົກ​ວັດທະນະທຳ.

ທ່ານ ຫງວຽນ​ລົກ​ຮ່າ ກ່າວຄຳປາໄສວ່າ “ນະຄອນ ​ໃຫ້​ຄຳ​ໝັ້ນ​ສັນຍາ​ສ້າງ​ເງື່ອນ​ໄຂ​ສະດວກ​ທີ່​ສຸດ​ກ່ຽວ​ກັບກົນໄກ, ນະ​ໂຍບາຍ ​ແລະ ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ ​ເພື່ອ​ໃຫ້​ບັນດາ​ຂໍ້​ລິ​ເລີ່​ມຮ່ວມ​ມື​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ແທດ​ຈິງ, ມີ​ປະສິດທິ​ຜົນ ​ແລະ ຍືນ​ຍົງ, ບົນຈິດ​ໃຈ​ຂອງ​ຜົນ​ປະ​ໂຫຍດ​ທີ່​ກົມ​ກຽວ​ກັນ​ ແລະ​ ຄວາມ​ສ່ຽງ​ທີ່​ມີ​ການ​ແບ່ງ​ປັນ​"

ທ່ານກໍ່ສະແດງຄວາມ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ພື້ນຖານ​ປະຫວັດສາດ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ດ້ານ​ການ​ເມືອງ ​ແລະ ການ​ພົວພັນ​ດ້ານ​ເສດຖະກິດ​ຢ່າງ​ມີ​ປະສິດທິ​ຜົນ, ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ຝຣັ່ງ ເວົ້າ​ລວມ, ກໍ່ຄື່ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ນະຄອນ ​ໂຮ່ຈີ​ມິນ ​ແລະ ບັນດາ​ທ້ອງ​ຖິ່ນ ຝຣັ່ງ ເວົ້າ​ສະ​ເພາະ ຈະ​ນັບ​ມື້​ນັບ​ພັດທະນາ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ວັດທະນາ​ຖາວອນລວມ.

ທີ່ພິທີ, ທ່ານນາງ Emmanuelle Pavillon-Grosser, ກົງສຸນໃຫຍ່ຝຣັ່ງ ປະຈຳນະຄອນ ໂຮ່ຈີມິນ ໄດ້ທົບທວນຄືນຄວາມໝາຍປະຫວັດສາດຂອງວັນທີ 14 ກໍລະກົດ 1789, ເຊິ່ງແມ່ນເຫດການສຳຄັນໃນການເດີນທາງສ້າງຕັ້ງ ສາທາລະນະລັດ ຝຣັ່ງ. ທ່ານ​ນາງ​ກ່າວ​ວ່າ ຢູ່​ຫວຽດນາມ, ວັນ​ຊາດ​ຝຣັ່ງ ໄດ້ຈັດຂຶ້ນໃນບັນຍາກາດທີ່ຟົດຟື້ນ, ພິເສດແມ່ນພາຍຫຼັງປີທີ່ຄຶກຄື້ນໃນການພົວພັນສອງຝ່າຍລະຫວ່າງສອງປະເທດ.

ນະຄອນ​ໂຮ່ຈິ​ມິນ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ພ້ອມ​ກັບ​ຝຣັ່ງ ​ໃນ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ຍຸດ​ທະ​ສາດ
ທ່ານນາງ Emmanuelle Pavillon-Grosser, ກົງສຸນໃຫຍ່ຝຣັ່ງ ປະຈຳນະຄອນ ໂຮ່ຈີມິນ. (ພາບ: TTXVN)

ທ່ານນາງ ກົງສູນໃຫຍ່ ຝຣັ່ງ ໄດ້ຕີ​ລາຄາ​ສູງ​ບົດບາດ​ຂອງ​ນະຄອນ ​ໂຮ່ຈີ​ມິນ ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ພິ​ເສດ​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ​ເຕັກ​ໂນ​ໂລ​ຢີ, ປັນຍາ​ປະດິດ, ສຶກສາ ​ແລະ ວັດທະນະທຳ.

ນະຄອນ​ໂຮ່ຈິ​ມິນ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ພ້ອມ​ກັບ​ຝຣັ່ງ ​ໃນ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ຍຸດ​ທະ​ສາດ
ສະ​ຖາ​ບັນ​ຝຣັ່ງ ປະ​ຈຳ​ຫວຽດ​ນາມ ໄດ້​ຮ່ວມ​ກັນ​ຈັດ​ຕັ້ງ​ງານ​ມະ​ໂຫລານ​ຮູບ​ເງົາ​ສາ​ກົນ​ນະ​ຄອນ​ໂຮ່​ຈິ​ມິນ​ຄັ້ງ​ທີ 1 - HIFF 2024. (ພາບ: ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ)

ທ່ານ​ນາງ Emmanuelle Pavillon-Grosser ຢືນຢັນ​ວ່າ ບັນດາ​ໝາກຜົນ​ນີ້​ແມ່ນ​ບັນດາ​ຫຼັກ​ຖານ​ໃຫ້​ແກ່​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ໝັ້ນຄົງ​ຂອງ​ສາຍ​ພົວພັນ​ຝຣັ່ງ - ຫວຽດນາມ, ​ໃນ​ນັ້ນ ນະຄອນ ​ໂຮ່ຈີ​ມິນ ສືບ​ຕໍ່​ມີ​ບົດບາດ​ນຳ​ໜ້າ​ໃນ​ການ​ຮ່ວມ​ມື​ຢູ່​ທ້ອງ​ຖິ່ນ. ທ່ານ​ນາງ​ເຊື່ອ​ໝັ້ນ​ວ່າ, ນີ້​ຈະ​ແມ່ນ​ພື້ນຖານ​ເພື່ອ​ຮັດ​ແໜ້ນ ​ແລະ ພັດທະນາ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຝຣັ່ງ ​ແລະ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ.

ວັນທີ 14 ກໍລະກົດ, ທ່ານປະທານປະເທດ ເລືອງເກືອງ ໄດ້ສົ່ງສານອວຍພອນເຖິງທ່ານປະທານາທິບໍດີ Emmanuel Macron ເນື່ອງໃນໂອກາດວັນຊາດຝຣັ່ງ; ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມິງຈິງ ໄດ້​ສົ່ງ​ສານ​ຊົມ​ເຊີຍ​ເຖິງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ François Bayrou; ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນແທ່ງເໝີນ ດ້​ສົ່ງ​ສານ​ອວຍພອນ​ເຖິງ​ປະທານ​ສະພາ​ສູງ Gérard Larcher ​ແລະ ປະທານ​ສະພາ​ແຫ່ງ​ຊາດ Yaël Braun-Pivet; ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບຸຍແທ່ງເຊີນໄດ້​ສົ່ງ​ສານ​ຊົມ​ເຊີຍ​ເຖິງ​ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເອີ​ລົບ Jean – Noël Barrot.

ມີງດຶກ