![]() | ປະຊາຄົມໂລກຮຽກຮ້ອງໃຫ້ໄທ ແລະ ກຳປູເຈຍ ຈຳກັດ ແລະ ດຳເນີນການເຈລະຈາໂດຍສັນຕິພາບ |
![]() | ຫວຽດນາມ ຮຽກຮ້ອງ ໄທ ແລະ ກຳປູເຈຍແກ້ໄຂຄວາມຂັດແຍ່ງກັນດ້ວຍວິທີສັນຕິພາບ |
ຕອນຄ່ຳວັນທີ 30 ກໍລະກົດ, ຕາມຄຳຮຽກຮ້ອງຂອງຝ່າຍມາເລເຊຍ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim.
![]() |
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim. (ພາບ: ເຢືອງຢາງ/ສຳນັກຂ່າວສານ ຫວຽດນາມ) |
ທ່ານນາຍົກລັດຖະມົນຕີ ມາເລເຊຍ ໄດ້ແຈ້ງໃຫ້ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີບາງມາດຕະການທີ່ມາເລເຊຍ ບົນຖານະຕຳແໜ່ງເປັນປະທານອາຊຽນ ເພື່ອແກ້ໄຂສະພາບການຄວາມເຄັ່ງຕຶງຢູ່ຊາຍແດນ ກຳປູເຈຍ - ໄທ; ເນັ້ນໜັກເຖິງນະໂຍບາຍຂອງມາເລເຊຍ ໃນການຊຸກຍູ້ການເຈລະຈາ ແລະ ຮັບປະກັນຄວາມສາມັກຄີ, ເປັນເອກະພາບໃນການແກ້ໄຂບັນຫາຄວາມເຄັ່ງຕຶງຢູ່ເຂດຊາຍແດນລະຫວ່າງ 2 ປະເທດ; ສືບຕໍ່ຮຽກຮ້ອງໃຫ້ສອງຝ່າຍໃຊ້ຄວາມຄວບຄຸມ, ບໍ່ໃຊ້ກຳລັງຮຸນແຮງ, ແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິວິທີ ແລະ ພໍໃຈບົນພື້ນຖານບັນດາຫຼັກການຂອງກົດໝາຍສາກົນ, ກົດບັດສະຫະປະຊາຊາດ, ກົດບັດອາຊຽນ, ສົນທິສັນຍາມິດຕະພາບ ແລະ ການຮ່ວມມືອາຊີຕາເວັນອອກສ່ຽງໃຕ້.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຕີລາຄາສູງບັນດາການໂອ້ລົມທາງໂທລະສັບເປັນປະຈຳຂອງນາຍົກລັດຖະມົນຕີ 2 ປະເທດເພື່ອສົມທົບກັນຢ່າງແໜ້ນແຟ້ນ, ແບ່ງປັນຂໍ້ມູນຂ່າວສານກ່ຽວກັບບັນດາບັນຫາທີ່ສອງຝ່າຍຕ່າງມີຄວາມສົນໃຈ, ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງ 2 ປະເທດເວົ້າລວມ ແລະ ລະຫວ່າງການນຳຂັ້ນສູງຂອງ 2 ຝ່າຍເວົ້າສະເພາະບົນຈິດໃຈການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.
![]() |
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim. (ພາບ: ເຢືອງຢາງ/ສຳນັກຂ່າວສານ ຫວຽດນາມ) |
ທ່ານນາຍົກລັດຖະມົນຕີໄດ້ສົ່ງຄຳຢ້ຽມຢາມຖາມຂ່າວຢ່າງນັກຖື ແລະ ຂໍໃຫ້ມີສຸຂະພາບດີຂອງທ່ານເລຂາທິການໃຫຍ່ ໂຕເລີມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈີ່ນແທັງເມິ້ນ ເຖິງນາຍົກລັດຖະມົນຕີ ມາເລເຊຍ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາສູງບັນດາຄວາມມານະພະຍາຍາມຂອງທ່ານນາຍົກລັດຖະມົນຕີ Anwar Ibrahim ກໍ່ຄື ມາເລເຊຍ ບົນຖານະຕຳແໜ່ງເປັນປະທານ ອາຊຽນ ໃນການຊຸກຍູ້ການແກ້ໄຂບັນຫາຄວາມເຄັ່ງຕຶງຊາຍແດນລະຫວ່າງກຳປູເຈຍ - ໄທ; ພິເສດແມ່ນການຈັດຕັ້ງການພົບປະລະຫວ່າງນາຍົກລັດຖະມົນຕີ ກຳປູເຈຍ ແລະ ຮັກສາການນາຍົກລັດຖະມົນຕີ ໄທໃນວັນທີ 28 ກໍລະກົດ ແລະ ບັນລຸໄດ້ຂໍ້ຕົກລົງຢຸດຍິງ, ເຊິ່ງເປັນບາດກ້າວທຳອິດຢ່າງຕັ້ງໜ້າ ເພື່ອຊ່ວຍຄວບຄຸມຄວາມຂັດແຍ້ງເພິ່ມຂຶ້ນລະຫວ່າງສອງປະເທດ.
ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ພ້ອມແລ້ວທີ່ຈະເຂົ້າຮ່ວມບັນດາຄວາມມານະພະຍາຍາມຂອງ ອາຊຽນ ເວົ້າລວມ ແລະ ສົມທົບກັບປະທານ ມາເລເຊຍ ເວົ້າສະເພາະ ໃນການແກ້ໄຂບັນດາບັນຫາພາກພື້ນ ແລະ ຮັກສາຄວາມສາມັກຄີພາຍໃນກຸ່ມ; ພ້ອມແລ້ວທີ່ຈະສົ່ງຜູ້ຕາງໜ້າເຂົ້າຮ່ວມບັນດາກົນໄກນຳພາຂອງອາຊຽນ ເພື່ອຮັບປະກັນການປະຕິບັດຂໍ້ຕົກລົງຢຸດຍິງລະຫວ່າງກຳປູເຈຍ ແລະ ໄທ ຕາມການສະເໜີຂອງປະທານມາເລເຊຍ ແລະ ເອົາໃຈໃສ່ເຖິງການໜູນຊ່ວຍດ້ານມະນຸດສະທຳໃຫ້ແກ່ປະຊາຊົນສອງປະເທດ.
![]() |
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim. (ພາບ: ເຢືອງຢາງ/ສຳນັກຂ່າວສານ ຫວຽດນາມ) |
ກ່ຽວກັບການຮ່ວມມືສອງຝ່າຍ, ທ່ານນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີເປັນເອກະສັນຈະສືບຕໍ່ແລກປ່ຽນ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ສົມທົບກັນມີບັນດາມາດຕະການເພື່ອເຮັດໃຫ້ເລີກເຊິ່ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ໃນນັ້ນ ສຸມໃສ່ຊຸກຍູ້ການຮ່ວມມືດ້ານນະວັດຕະກຳ, ວິທະຍາສາດ ແລະ ເຕັກໂນໂລຢີ, ພະລັງງານ ແລະ ສາຍສົ່ງໄຟຟ້າລະຫວ່າງ ຫວຽດນາມ, ມາເລເຊຍ, ສິງກະໂປ ເພື່ອສ້າງຕາໜ່າງໄຟຟ້າ ອາຊຽນ; ໂດຍໄວຈະລົງນາມໃນສັນຍາການຄ້າເຂົ້າສານ ເພື່ອໃຫ້ ຫວຽດນາມ ສະໜັບສະໜູນໃນການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ໃຫ້ມາເລເຊຍ.
ນາຍົກລັດຖະມົນຕີ 2 ທ່ານ ກໍ່ໄດ້ປຶກສາຫາລືກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາການຄ້າ ແລະ ພາສີກັບບັນດາປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງສອງປະເທດ, ພາກພື້ນ ແລະ ໃນໂລກ.
![]() | ການບໍລິຈາກເລືອດເຊື່ອມຕໍ່ຂົວແຫ່ງການແບ່ງປັນລະຫວ່າງ ຫວຽດນາມ ແລະ ໄທ ຍສໝ - ວັນທີ 20 ກໍລະກົດນີ້, ສະຖານກົງສຸນໃຫຍ່ໄທ ປະຈຳ ນະຄອນໂຮ່ຈິມິນ ໄດ້ສົມທົບກັບສະພາກາແດງຫວຽດນາມ ແລະ ໂຄງການເດີນທາງແດງ ໄດ້ຈັດຕັ້ງລາຍການບໍລິຈາກເລືອດມະນຸດສະທຳ. ການເຄື່ອນໄຫວບໍ່ພຽງແຕ່ໄດ້ປະກອບສ່ວນເພີ່ມເຕີມແຫຼ່ງເລືອດເພື່ອຮັບໃຊ້ປິ່ນປົວພະຍາດເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ປະຊາຄົມຊາວໄທ ແລະ ຊາວຫວຽດນາມ ພ້ອມກັບເຜີຍແຜ່ຈິດໃຈມະນຸດສະທຳ, ກໍ່ສ້າງຂົວແຫ່ງການແບ່ງປັນ ແລະ ເພີ່ມພູນຄູນສ້າງການພົວພັນມິດຕະພາບລະຫວ່າງ 2 ປະເທດ. |
![]() | ບານເຕະ - ຂົວເຊື່ອມຕໍ່ເພີ່ມທະວີການຮ່ວມມືສື່ມວນຊົນລະຫວ່າງ ຫວຽດນາມ ແລະ ໄທ ຍສໝ - ວັນທີ 8 ມິຖຸນາ, ຢູ່ສະໜາມກິລານະຄອນ ຕືເຊີນ (ແຂວງ ບັກນິງ) ໄດ້ດຳເນີນງານ ຊຸບເປີຄັບບານເຕະສື່ມວນຊົນ ຫວຽດນາມ - ໄທ, ເຫດການເລີ່ມຕົ້ນການເຄື່ອນໄຫວຮ່ວມມື ພົບປະແລກປ່ຽນສື່ມວນຊົນລະຫວ່າງ 2 ປະເທດ. |
ແທັງຮັ່ງ