ຍສໝ - ວັນທີ 30 ເມສາ 1975, ວັນທີ່ຫວຽດນາມເປັນເອກະພາບຢ່າງຄົບຖ້ວນ, ແມ່ນເຫດການສຳຄັນທີ່ສຸດໃນປະຫວັດສາດຂອງປະເທດຊາດຫວຽດນາມ ແລະ ປະຫວັດສາດໂລກ, ຜູ້ປະສານງານສູນຄົ້ນຄ້ວາອາຊີຕາເວັນອອກສ່ຽງໃຕ້ຂອງສະຖາບັນການພົວພັນສາກົນມະຫາວິທະຍາໄລແຫ່ງຊາດ La Plata , ອາເຈນຕິນາ, ທ່ານ Ezequiel Ramoneda ຢືນຢັນ.
ຍສໝ - ປະຈຸບັນ ການາ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ຫວຽດນາມ ຢູ່ພາກພື້ນ ອາຟຣິກາ ຕາເວັນຕົກ ດ້ວຍວົງເງິນການຄ້າສອງຝ່າຍໃນປີ 2023 ບັນລຸ 733 ລ້ານ USD. ເຖິງຢ່າງໃດກໍ່ຕາມ, ບັນດາໝາກຜົນນີ້ ຍັງບໍ່ທັນສົມກັບຄວາມສາມາດບົ່ມຊ້ອນໃຫຍ່ ແລະ ຄວາມປາຖະໜາຂອງ 2 ປະເທດ.
ຍສໝ - ວັນທີ 17 ເມສາ, ທ່ານ ຫງວຽນຫງອກແຮ່ - ຮອງປະທານຄະນະກໍາມະການປະຊາຊົນນະຄອນ ເກີ່ນເທີ - ພ້ອມກັບການນໍາບັນດາພະແນກ, ຂະແໜງການທີ່ກ່ຽວຂ້ອງ ກໍໄດ້ມີການພົບປະກັບຄະນະປະຕິບັດງານຂອງກຸ່ມ G4 ລວມມີສະຖານທູດບັນດາປະເທດຄື: ການາດາ, ນິວຊີແລນ, ນອກແວ ແລະ ສະວິດ ທີ່ໄປຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ ເກີ່ນເທີ.
ຍສໝ - ວັນທີ 19 ເມສາ, ສະຫະພັນສະຫະກອນແຂວງ ໄທງວຽນ ສົມທົບກັບ ສະມາຄົມເສດຖະກິດ - ວັດທະນະທໍາ ສ.ເກົາຫຼີ - ຫວຽດນາມ (KOVECA) ແລະ ບໍລິສັດ ຫວຽດນາມ - ສ.ເກົາຫຼີ Showroom ຈຳກັດ ໄດ້ຈັດການສຳມະນາ “ແລກປ່ຽນເສດຖະກິດ ເພື່ອສົ່ງເສີມການຄ້າ ຫວຽດນາມ ແລະ ສ.ເກົາຫຼີ”.
ຍສໝ - ທ່ານນາງ Anne Le Hénanff, ຜູ້ຕາງໜ້າສະພາແຫ່ງຊາດແຂວງ Morbihan, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຝຣັ່ງ - ຫວຽດນາມ ຂອງສະພາແຫ່ງຊາດ ຝຣັ່ງ ແລະ ຜູ້ຕາງໜ້າອົງການພັດທະນາ ຝຣັ່ງ (AFD) ປະຈຳ ຫວຽດນາມ ໄດ້ມີບັນດາການລົງຕົວຈິງທີ່ໜ້າຈັບໃຈ ເມື່ອມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຮວ່າບິ່ງ ໃນໄລຍະທີ່ຜ່ານມານີ້.
ຍສໝ - ວັນທີ 18 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີລົງນາມໃນການຮ່ວມມືລະຫວ່າງເວທີປາໄສແມ່ຍິງ ຫວຽດນາມ ຢູ່ ເອີລົບ ກັບສະມາຄົມນັກທຸລະກິດຍິງນະຄອນ ຮ່າໂນ້ຍ
ຍສໝ - ນີ້ແມ່ນຄຳປາໄສຂອງທ່ານ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງຍີ່ປຸ່ນ ປະຈຳ ຫວຽດນາມ Yamada Takio ທີ່ການຮັບຫຼຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງບັນດາຊົນເຜົ່າ” ຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໃນວັນທີ 23 ເມສາຢູ່ ຮ່າໂນ້ຍ. ຫຼຽນກາລະນຶກ ແມ່ນລາງວັນເພື່ອຮັບຮູ້ບັນດາການປະກອບສ່ວນໃນການຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງປະຊາຊົນຫວຽດນາມ ແລະ ຍີ່ປຸ່ນ.
ຍສໝ - ວັນທີ 17 ເມສາ, ຢູ່ແຂວງ ດົ່ງນາຍ ໄດ້ດຳເນີນກອງປະຊຸມໃຫຍ່ສະມາຄົມມິດຕະພາບ ຫວຽດນາມ - ຝຣັ່ງ ແຂວງ ດົ່ງນາຍ ຄັ້ງທີ 2. ຢູ່ທີ່ນີ້, ປະທານສະມາຄົມມິດຕະພາບ ຫວຽດນາມ - ຝຣັ່ງ ແຂວງ ດົ່ງນາຍ ອາຍຸການ 2024 – 2029 ທ່ານ ກ່າວວັນກວາງ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ບັນດາສະມາຊິກ ຈະສາມັກຄີ, ເປັນເຈົ້າການ, ສ້າງສັນໃນການນຳການເຄື່ອນໄຫວຂອງສະມາຄົມມິດຕະພາບ ຫວຽດນາມ - ຝຣັ່ງ ແຂວງ ດົ່ງນາຍ ເຄື່ອນໄຫວຢ່າງມີປະສິດທິຜົນ, ມີຄຸນນະພາບ, ເສີມຂະຫຍາຍບົດບາດເປັນຂົວຕໍ່ມິດຕະພາບລະຫວ່າງປະຊາຊົນແຂວງ ດົ່ງນາຍ ກັບປະຊາຊົນ ຝຣັ່ງ; ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນການເຄື່ອນໄຫວການຕ່າງປະເທດລວມຂອງແຂວງ.
ຍສໝ - ຄະນະຜູ້ແທນສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ນະຄອນ ໂຮ່ຈີມິນ ໂດຍທ່ານ ຮວິ່ງແທ່ງເລິບ, ປະທານສະມາຄົມເປັນຫົວໜ້າຄະນະ ຫາກໍມີການໄປຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງ New Delhi, ສາທາລະນະລັດ ອິນເດຍ ຕາມຄຳເຊີນຂອງກົງສຸນໃຫຍ່ ອິນເດຍ ປະຈຳນະຄອນ ໂຮ່ຈີມິນ.
ຍສໝ - ນີເຊຣີ ໄດ້ກາຍເປັນປະເທດທໍາອິດໃນໂລກທີ່ນຳໃຊ້ Men5CV, ວັກຊີນໃຫມ່ຊະນິດໜຶ່ງເພື່ອຕ້ານການອັກເສບເຫຍື່ອຫຸ້ມສະໝອງ.
ຍສໝ - ວັນທີ 20 ເມສາ, ຄະນະປະຕິບັດງານຂອງສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ຝຣັ່ງ ສົມທົບກັບກຸ່ມຜູ້ແທນມິດຕະພາບ ຫວຽດນາມ - ຝຣັ່ງ; ຄະນະຜູ້ແທນສະພາແຫ່ງຊາດແຂວງ ດ້ຽນບຽນ; ກອງທຶນປົກປ້ອງເດັກນ້ອຍ ຫວຽດນາມ; ໂຮງໝໍມິດຕະພາບ ຫວຽດດຶກ ໄດ້ຈັດຕັ້ງລາຍການເຮັດວຽກ ແລະ ມອບຂອງຂວັນຢູ່ເມືອງ ດ້ຽນບຽນດົງ, ແຂວງ ດ້ຽນບຽນ.
ຍສໝ - ໜັງສືພິມ The Sydney Morning Herald ຂອງ ອົດສະຕຣາລີ ໄດ້ຕີລາຄານະຄອນ ໂຮ່ຈີມິນ ເປັນຈຸດໝາຍປາຍທາງທີ່ດີສຳລັບການພັກຜ່ອນໄລຍະສັ້ນຢູ່ ຫວຽດນາມ, ໃນຂະນະນັ້ນ ໜ້າເວບ Yahoo! Life of Singapore ກໍໄດ້ແນະນຳ 9 ສະຖານທີ່ສວຍງາມທີ່ສຸດຢູ່ ຫວຽດນາມ ເຊີ່ງນັກທ່ອງທ່ຽວບໍ່ຄວນພາດ ເມື່ອມາຢ້ຽມຢາມດິນແດນຮູບຕົວອັກສອນ S ນີ້.
ຍສໝ - ຕາມນັກຂ່າວຈາກສຳນັກຂ່າວສານຫວຽດນາມປະຈຳລາວ, ຕອນເຊົ້າວັນທີ 18 ເມສານີ້, ສະມາຄົມຊາວຫວຽດນາມປະຈຳລາວໄດ້ສົມທົບກັບສະມາຄົມຊາວຫວຽດນາມອາໄສຢູ່ນະຄອນຫຼວງວຽງຈັນຈັດຕັ້ງພິທີສະເຫຼີມສະຫຼອງເຈົ້າຊີວິດຮຸ່ງ ປີ 2024 ຢ່າງສົມກຽດ.
ຍສໝ - ທີ່ການໃຫ້ສຳພາດຕໍ່ນັກຂ່າວ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນເຊັນສັນຍານະຄອນ Geneva, ທ່ານລັດຖະມົນຕີການຕ່າງປະເທດ ບູຍແທັງເຊີນ ໄດ້ຢືນຢັນວ່າ: ສັນຍາ Geneva ແມ່ນປຶ້ມຄູ່ມືອັນລ້ຳຄ່າຂອງໂຮງຮຽນການຕ່າງປະເທດ ແລະ ການທູດຫວຽດນາມ.
ຍສໝ - ຕອນບ່າຍວັນທີ 18 ເມສານີ້, ຢູ່ສູນວັດທະນະທຳຫວຽດນາມ, ນະຄອນຫຼວງວຽງຈັນ, ພິທີເປີດງານວາງສະແດງຮູບພາບສິລະປະ “ປະເທດຊາດຢູ່ຝັ່ງທະເລ” ໄດ້ໄຂຂຶ້ນໂດຍທ່ານ ສະມາຄົມນັກສິລະປະການຖ່າຍຮູບຫວຽດນາມ ສົມທົບກັບສູນວັດທະນະທໍາຫວຽດນາມ ປະຈໍາລາວ ແລະ ສະຖາບັນວິຈິດສິນແຫ່ງຊາດລາວ.
ຍສໝ - ເດືອນເມສານີ້, ຫວຽດນາມ - ຝຣັ່ງ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນພາສາ ຝຣັ່ງ ສາກົນ ແລະ ຄົບຮອບ 51 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຝຣັ່ງ (1973-2024). ເນື່ອງໃນໂອກາດນີ້, ກອງປະຊຸມໃຫຍ່ສະມາຄົມມິດຕະພາບ ຫວຽດນາມ - ຝຣັ່ງ ແຂວງ ດົ່ງນາຍ ຄັ້ງທີ 2 (ອາຍຸການ 2024-2029) ກໍໄດ້ດຳເນີນ.
ຍສໝ - ຕອນເຊົ້າວັນທີ 17 ເມສາ, ຢູ່ນະຄອນ ດ້ຽນບຽນ, ແຂວງ ດ້ຽນບຽນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມການພົບປະ, ສະແດງຄວາມຮູ້ບຸນຄຸນທີ່ເຕັມໄປດ້ວຍຄວາມໝາຍ ແລະ ຄວາມຮູ້ສຶກຕື້ນຕັນໃຈທີ່ສຸດຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ແຮງງານເກນແນວຮົບທີ່ເຂົ້າຮ່ວມບັ້ນຮົບ ດ້ຽນບຽນຟູ ໂດຍກົງ.
ຍສໝ - ໂດຍຕອບສຳພາດກັບສື່ມວນຊົນ, ທ່ານນາງ Caroline Nyamayamombe, ຫົວໜ້າຜູ້ຕາງໜ້າ UN Women ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ໄດ້ມີຫຼາຍບາດກ້າວໃຫຍ່ໃນຊຸມປີມໍ່ໆມານີ້ ເພື່ອແກ້ໄຂຄວາມບໍ່ສະເໝີພາບລະຫວ່າງຍິງ-ຊາຍ ແລະ ຊຸກຍູ້ສິດທິຂອງແມ່ຍິງໃນຫຼາຍຂົງເຂດຕ່າງໆ, ລວມມີ ກົດໝາຍ, ການເມືອງ, ການສຶກສາ ແລະ ວຽກເຮັດງານທຳ.
ຍສໝ - "ຖືພື້ນທີ່ ໄຊເບີ ເປັນພື້ນທີ່ໃຫມ່ເພື່ອເຮັດຂໍ້ມູນຂ່າວສານການຕ່າງປະເທດ, ໃນນັ້ນ ນໍາໃຊ້ວິທະຍາສາດເຕັກໂນໂລຢີ, ການຫັນເປັນດິຈິຕອນ ເພື່ອປ່ຽນແປງໃໝ່ວິທີເຮັດຂໍ້ມູນຂ່າວສານການຕ່າງປະເທດ, ສ້າງປະສິດທິຜົນທີ່ບຸກທະລຸ”.
ຍສໝ - ອົດສະຕຣາລີ ເປີດຕົວກອງທຶນການຕ່າງປະເທດວິທະຍາສາດຮອບທຳອິດ ທີ່ມີມູນຄ່າ 40 ລ້ານໂດລາ ອົດສະຕຣາລີ. ຂໍ້ລິເລີ່ມນີ້ ເພື່ອເພີ່ມທະວີກຳລັງແຮງອ່ອນຂອງປະເທດນີ້ໃນອາຊີ-ປາຊີຟິກ.