ຍສໝ - ຫ້ອງການປະສານງານໂຄງການກໍ່ສ້າງຊົນນະບົດໃໝ່ນະຄອນ ຮ່າໂນ້ຍ ສົມທົບກັບອົງການການຄ້າ ຫວຽດນາມ ປະຈຳ ອົດສະຕຣາລີ ໄດ້ຈັດຕັ້ງຄະນະຜູ້ແທນສົ່ງເສີມການຄ້າເຂົ້າຮ່ວມງານຕະຫຼາດນັດ Foodservice Australia 2024 ຢູ່ນະຄອນ Sydney ແຕ່ວັນທີ 19-21 ພຶດສະພາ - ງານຕະຫຼາດນັດສາກົນແຖວໜ້າກ່ຽວກັບຂະແໜງການອາຫານຢູ່ ອົດສະຕຣາລີ ເຊິ່ງໄດ້ຈັດຂຶ້ນປະຈໍາປີໃນຕະຫຼອດ 40 ປີທີ່ຜ່ານມາ.
ຍສໝ - ນອກຈາກນະໂຍບາຍເປີດກວ້າງການອອກວີຊາ, ການນຳໃຊ້ບັນດານະໂຍບາຍໜູນຊ່ວຍ ແລະ ອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ ໄດ້ຊ່ວຍຍົກສູງຄຸນນະພາບການບໍລິການທ່ອງທ່ຽວ ຫວຽດນາມ, ກະຕຸ້ນໃຫ້ວິສາຫະກິດທ່ອງທ່ຽວພັດທະນາກວ່າອີກ...
ຍສໝ - ສືບຕໍ່ປະຕິບັດໂຄງການເຮັດວຽກຢູ່ ສປປ ລາວ. ຕອນບ່າຍວັນທີ 16 ພຶດສະພາ, ຄະນະຜູ້ແທນຄະນະກຳມະການພິເສດແຂວງເທື່ອທຽນເຫ້ວ ນຳໂດຍທ່ານພັນເອກ ຮ່ວາງວັນເຍີນ - ກຳມະການການເມືອງກະຊວງປ້ອງກັນປະເທດແຂວງ, ຮອງຫົວໜ້າຄະນະກຳມະການ 515 ແຂວງເທື່ອທຽນເຫ້ວ, ໄດ້ມີການພົບປະເຈລະຈາ ແລະ ເຮັດວຽກຮ່ວມກັບຄະນະປະຕິບັດງານພິເສດແຂວງເຊກອງ - ລາວ.
ຍສໝ - ເນື່ອງໃນໂອກາດວັນຄ້າຍວັນເກີດປະທານ ໂຮ່ຈີມິນ ຄົບຮອບ 134 ປີ (19 ພຶດສະພາ 1980 – 19 ພຶດສະພາ 2024), ວັນທີ 17 ພຶດສະພາ, ໜັງສືພິມ ອາເຈນຕິນາ ໄດ້ລົງພິມບົດຄວາມທີ່ຢັ້ງຢືນວ່າ ປະທານ ໂຮ່ຈີມິນ ແມ່ນນັກປະຕິວັດອັນຍິ່ງໃຫຍ່ຂອງຊາວຫວຽດນາມ, ຜູ້ທີ່ໄດ້ກາຍເປັນສັນຍາລັກຂອງການຕໍ່ຕ້ານການລ່າເມືອງຂຶ້ນ ແລະ ການຂູດຮີດໂດຍອໍານາດຕາເວັນຕົກ.
ຍສໝ - ຫວ່າງມໍ່ໆນີ້, ຢູ່ນະຄອນ Praha (ສ.ເຊັກໂກ), ຄະນະກຳມະການອາຊຽນ ຢູ່ Praha ໄດ້ຈັດງານບຸນສົ່ງເສີມເຜີຍແພ່ອາຫານອາຊຽນ (ASEAN Cook Show 2024). ຢູ່ທີ່ນີ້, ໂພ ໄດ້ຖືວ່າມີລົດຊາດທີ່ສົມດູນລະຫວ່າງທາດເຄັມ, ຫວານ ແລະ ກິ່ນພໍຄວນ, ສົມທົບກັບລົດຊາດສົ້ມ, ສົດ, ປະກອບສ່ວນຊຸກຍູ້ການປຸງແຕ່ງລົດຊາດຂອງບັນດາເຍື່ອງອາຫານ.
ຍສໝ - ບັນດານັກສິລະປິນ, ນັກສະແດງ, ນັກສິລະປະກອນທີ່ມາຈາກ 20 ເມືອງ, ນະຄອນ ໄດ້ນຳມາເຊິ່ງບັນຍາກາດຟົດຟື້ນ ດ້ວຍບັນດາລາຍການສະແດງທີ່ດຶງດູດ, ດ້ວຍບັນດາສີສັນວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ຢ້າວ ຢູ່ແຂວງ ເງ້ອານ ທີ່ງານບຸນຖະໜົນ “ບ້ານເກີດຍາມລະດູບານດອກບົວເບັ່ງບານ”.
ຍສໝ - ຈີນ ແລະ ລາວ ແມ່ນ 2 ທ້ອງຕະຫຼາດສົ່ງອອກໝາກເຜັດຕົ້ນຕໍຂອງ ຫວຽດນາມ ດ້ວຍປະລິມານບັນລຸ 4.518 ໂຕນ ແລະ 340 ໂຕນ, ກວມເອົາ 95,7% ປະລິມານຂອງການສົ່ງອອກ.
ຍສໝ - ການຄົ້ນຄວ້າເພື່ອພັດທະນາແລວເສດຖະກິດ ກວາງຈີ້-ສາລະວັນ-ອຸບົນຣາດຊະທານີ (PARA-EWEC) ຖືວ່າແມ່ນໜຶ່ງໃນບັນດາມາດຕະການເພື່ອຊ່ວຍເພີ່ມທະວີການເຊື່ອມຕໍ່, ຮັດແໜ້ນການພົວພັນຮ່ວມມືມິດຕະພາບ ກໍຄືຫຼຸດຊ່ອງວ່າງພັດທະນາເສດຖະກິດລະຫວ່າງບັນດາແຂວງ, ທ້ອງຖິ່ນ, ປະກອບສ່ວນຮັກສາຄວາມໝັ້ນຄົງ, ການເມືອງ, ຄວາມເປັນລະບຽບຮຽບຮ້ອຍຄວາມປອດໄພທາງສັງຄົງ.
ຍສໝ - ດ້ວຍຄວາມພາກພູມໃຈ ແລະ ຄວາມຮັກແພງຕໍ່ ລຸງໂຮ່, ນັກແຕ້ມ ດາວຈ້ອງຫຼີ, ຊາວຫວຽດນາມ ອາໄສຢູ່ ໄທ ໄດ້ແຕ້ມຮູບ ລຸງໂຮ່ ກວ່າ 100 ຮູບ
ຍສໝ - ວັນທີ 17 ພຶດສະພານີ້, ສະຖານທູດ ຫວຽດນາມ ປະຈຳ ໂປໂລຍ ໄດ້ເລີ່ມດຳເນີນວຽກງານກົງສຸນເພື່ອຮັບ, ແກ້ໄຂເອກະສານຂອງປະຊາຊົນທີ່ຖືກເສຍຫາຍໃນໄຟໄໝ້ສູນການຄ້າ Marywilska 44. ປະຊາຊົນຫຼາຍຄົນ ໄດ້ອອກເອກະສານໃໝ່ ຫລັງຈາກໄດ້ຍື່ນເອກະສານແລ້ວປະມານ 1 ຊົ່ວໂມງ.
ຍສໝ - ຕອນເຊົ້າວັນທີ 17 ພຶດສະພາ, ຢູ່ນະຄອນຫຼວງວຽງຈັນ, ໂຮງຮຽນສອງພາສາລາວ-ຫວຽດນາມ ຫງວຽນຢູ ໄດ້ຈັດງານຊຸມນຸມມິດຕິງສະເຫຼີມສະຫຼອງ 134 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ, ຜູ້ນຳທີ່ຍິ່ງໃຫຍ່ຂອງຊົນຊາດຫວຽດນາມ.
ຍສໝ - ໃນຂອບເຂດການໂອ້ລົມສົນທະນາ, ນັກຮຽນຮູ້, ນັກຄົ້ນຄ້ວາ, ຜູ້ຕາງໜ້າສະມາຄົມຂອງ ບັງກະລາເທດ ຫຼາຍຄົນ ໄດ້ສະແດງຄວາມເຄົາລົບນັບຖືຕໍ່ປະທານ ໂຮ່ຈີມິນ ແລະ ຄວາມຮັກແພງແບບພິເສດຕໍ່ປະເທດຊາດ, ປະຊາຊົນ ຫວຽດນາມ.
ຍສໝ - ວັນທີ 14 ພຶດສະພາ, ທີ່ຮ່າໂນ້ຍ, ພາຍໃຕ້ການຊີ້ນຳຂອງສະຫະພັນການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI), ສູນວັດທະນະທຳນັກທຸລະກິດ (VCCI) ໄດ້ຈັດຕັ້ງເວທີປາໄສ “ແນວຄິດໂຮ່ຈີມິນ ກັບວັດທະນະທໍາທາງທຸລະກິດ".
ຍສໝ - ຫວ່າງມໍ່ໆມານີ້, ຢູ່ຫຼັກໝາຍຈຸດຕັດກັນຂອງເສັ້ນຊາຍແດນ 3 ປະເທດ ຫວຽດນາມ - ລາວ - ຈີນ, ສອງປ້ອມປ້ອງກັນຊາຍແດນ A Pa Chai ແລະ ແຊນເທື້ອງ (ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ດ້ຽນບຽນ, ຫວຽດນາມ) ໄດ້ດຳເນີນກອງປະຊຸມພົບປະກັບ ກົມຕຳຫຼວດເມືອງ ຍອດອູ, ແຂວງ ຜົ້ງສາລີ (ລາວ) ແລະ ກອງຮ້ອຍຄຸ້ມຄອງຊາຍແດນ ຢ່າງແທງ, ແຂວງ ຢູນໜານ (ຈີນ).
ຍສໝ - ເສັ້ນທາງລົດໄຟ ລາວ-ໄທ ແລະ ເສັ້ນທາງລົດໄຟ ລາວ-ຈີນ ແມ່ນບັນດາອົງປະກອບທີ່ສຳຄັນຂອງເຄືອຂ່າຍທາງລົດໄຟໃນພາກພື້ນ ເພື່ອເຊື່ອມຕໍ່ ຈີນ ກັບ ສິງກະໂປ ໂດຍຜ່ານ ລາວ, ໄທ ແລະ ມາເລເຊຍ.
ຍສໝ - ຕອນບ່າຍວັນທີ 16 ພຶດສະພາ, ຢູ່ເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ບ້ານ ຊຽງວາງ, ເມືອງ ໜອງບົກ, ແຂວງ ຄຳມ່ວນ, ພາກກາງລາວ ໄດ້ດຳເນີນພິທີຖະຫວາຍທູບທຽນ ເພື່ອສະເຫຼີມສະຫຼອງ 134 ປີແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈິມິນ (ວັນທີ 19 ພຶດສະພາ 1890 – 19 ພຶດສະພາ 2024) ເພື່ອລະນຶກເຖິງຄຸນງາມຄວາມດີຂອງປະທານ ໂຮ່ຈິມິນ ທີ່ມີຕໍ່ປະຊາຊົນ ແລະ ປະເທດຊາດລະຫວາ່ງ ຫວຽດນາມ - ລາວ.
ຍສໝ - ການນຳແຂວງ ຮ່າຕິ້ງ ເນັ້ນໜັກວ່າ, ພິທີອາໄລຫາມື້ນີ້ ແມ່ນການສະແດງໃຫ້ເຫັນຄວາມສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນຫວຽດນາມ - ລາວ.
ຍສໝ - ໃນລະຫວ່າງວັນທີ 13 – 17 ພຶດສະພາ, ຢູ່ນະຄອນ ບ໋ວນມາທ້ວນ, ໂຮງຮຽນບຳລຸງສ້າງຜູ້ຄຸ້ມຄອງຂໍ້ມູນຂ່າວສານ ແລະ ສື່ສານ (ກະຊວງຖະແຫລງຂ່າວ ແລະ ສື່ສານ) ໄດ້ຈັດຕັ້ງຊຸດຝຶກອົບຮົມຄວາມຮູ້, ຄວາມສາມາດ, ວິຊາສະເພາະຂໍ້ມູນຂ່າວສານໃຫ້ແກ່ບັນດາກຳລັງທີ່ເຂົ້າຮ່ວມການເຄື່ອນໄຫວຂໍ້ມູນຂ່າວສານຕ່າງປະເທດ ຢູ່ເຂດຊາຍແດນ.
ຍສໝ - ຫວຽດນາມ ແມ່ນຈຸດປາຍທາງທີ່ດຶງດູດສຳລັບບັນດາບໍລິສັດ ແດນມາກ ໃນຂົງເຂດກະສິກຳ. ສະນັ້ນ, ບັນດາວິສາຫະກິດກະສິກຳ ແລະ ສະບຽງອາຫານ ແດນມາກ ກໍມີຄວາມປາດຖະໜາຢາກຮ່ວມມື...
ຍສໝ - ວັນທີ 14 ພຶດສະພາ, ຜູ້ຕາງໜ້າສະມາຄົມມິດຕະພາບ ໂປໂລຍ - ຫວຽດນາມ ອະນາຄົດ ໂດຍທ່ານສາດສະດາຈານ Tadeusz Iwinski, ປະທານສະມາຄົມເປັນນຳໜ້າ ໄດ້ໄປສະຖານທູດ ຫວຽດນາມ ປະຈຳ ໂປໂລຍ ເພື່ອຢ້ຽມຢາມ, ແບ່ງປັນ, ລະດົມໃຈປະຊາຊົນ ຫວຽດນາມ ທີ່ຖືກຜົນກະທົບຈາກເຫດໄຟໄໝ້ສູນການຄ້າ Marywilska 44.