ຍສໝ - ຕາມຂໍ້ມູນຂອງທະຫານຊາຍແດນແຂວງ ດັກນົງ, ໄດ້ມີນັກຮຽນທຸກຍາກເກືອບ 400 ຄົນໄດ້ຮັບການໜູນຊ່ວຍຈາກບັນດາລາຍການ, ໂຄງການ, ຮູບແບບຄື: “ຊ່ວຍນ້ອງໄປໂຮງຮຽນ”, “ລູກລ້ຽງຄ້າຍທະຫານຊາຍແດນ” “ພະນັກງານ, ນັກຮົບກອງທັບຊ່ວຍນ້ອງໄປໂຮງຮຽນ”... ດ້ວຍຍອດຈຳນວນເງິນກວ່າ 5 ຕື້ດົ່ງ, ໃນນັ້ນມີນັກຮຽນກຳປູເຈຍ 12 ຄົນ.
ຍສໝ - ຫວ່າງແລ້ວນີ້, ອົງການຈັດຕັ້ງສະມາຄົມວິທະຍາສາດ ແລະ ການສຶກສາ “ພົບປະຫວຽດນາມ” ໄດ້ຈັດພິທີມອບທຶນສຶກສາ Vallet - ທຶນການສຶກສາຄວາມສາມາດໃຫ້ນັກຮຽນ, ນັກສຶກສາທີ່ທຸກຍາກ 212 ຄົນທີ່ຜ່ານຜ່າຄວາມຫຍຸ້ງຍາກ ແລະ ຮຽນເກັ່ງຢູ່ 3 ແຂວງ ກວາງບີງ, ກວາງຈີ ແລະ ຮ່າຕິ້ງ ດ້ວຍມູນຄ່າເກືອບ 3,5 ຕື້ດົ່ງ.
ຍສໝ - ຕາມສະມາຄົມປຸງແຕ່ງ ແລະ ສົ່ງອອກສິນທະເລ ຫວຽດນາມ (VASEP) ແລ້ວ, ມູນຄ່າການສົ່ງອອກປາທູນ່າຂອງ ຫວຽດນາມ ໄປຍັງ EU ໄລຮອດວັນທີ 15 ສິງຫາ 2024 ໄດ້ເພີ່ມຂຶ້ນ 28% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ບັນລຸກວ່າ 133 ລ້ານ USD.
ຍສໝ - ໂດຍຮັບຄໍາເຊີນຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະພັນລະຍາ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ແລະພັນລະຍາ ຈະມາຢ້ຽມຢາມທາງລັດຖະກິດຫວຽດນາມ ໃນລະຫວ່າງວັນທີ 10 ຫາວັນທີ 13 ກັນຍາ 2024.
ຍສໝ - ທີ່ແຂວງ ໄຊສົມບູນ (ລາວ) ຫາກໍ່ດຳເນີນພິທີໄຂ ແລະ ມອບ-ຮັບໂຄງການກໍ່ສ້າງລະບົບຊົນລະປະທານ 4 ແຫ່ງ. ນີ້ແມ່ນໂຄງການທີ່ນຳໃຊ້ບ້ວງຊ່ວຍເຫຼືອລ້າຂອງລັດຖະບານ ຫວຽດນາມ ທີ່ສະຫງວນໃຫ້ແກ່ລາວ.
ຍສໝ - ວັນທີ 4 ກັນຍາ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ກວາງບິ່ງ ໄດ້ຈັດຕັ້ງກອງປະຊຸມສົນທະນາເພື່ອສະເຫຼີມສະຫຼອງ 62 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (5 ກັນຍາ 1962 – 5 ກັນຍາ 2024) ແລະ ຄົບຮອບ 47 ປີແຫ່ງວັນລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18 ກໍລະກົດ 1977-18 ກໍລະກົດ 2024).
ຍສໝ - ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ຈະໄປຢ້ຽມຢາມທາງລັດຖະກິດ ຫວຽດນາມ ນັບແຕ່ວັນທີ 10 – 13 ກັນຍາ.
ຍສໝ - ໃນໄລຍະພັກບຸນວັນຊາດ ວັນທີ 2 ກັນຍາ 4 ວັນ (ແຕ່ວັນທີ 31 ສິງຫາ ຫາວັນທີ 3 ກັນຍາ), ນະຄອນຫຼວງຮ່າໂນ້ຍ ໄດ້ຕ້ອນຮັບນັກທ່ອງທ່ຽວ 672.900 ເທື່ອຄົນ, ເພີ່ມຂຶ້ນ 5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ລວມຍອດລາຍຮັບຈາກນັກທ່ອງທ່ຽວບັນລຸກວ່າ 2,18 ຕື້ດົ່ງ; ເພີ່ມຂຶ້ນ 8,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.
ຍສໝ - ວັນທີ 6 ກັນຍາ, ຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງກອງປະຊຸມເຜີຍແຜ່ກ່ຽວກັບກົດໝາຍວ່າດ້ວຍທີ່ດິນ ແລະ ກົດໝາຍວ່າດ້ວຍບັດປະຈຳຕົວ ໃຫ້ແກ່ພະນັກງານ, ລັດຖະກອນ, ຜູ້ອອກແຮງງານຂອງຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ, ຜູ້ແທນຊາວຫວຽດນາມ ຢູ່ຕ່າງປະເທດ, ພີ່ນ້ອງຊາວຫວຽດນາມ ຢູ່ຕ່າງປະເທດ.
ຍສໝ - ວັນທີ 5 ກັນຍາ ຢູ່ແຂວງ ຟູ້ເທາະ, ອົງການຄົນດີສາກົນ (GPI/ສ.ເກົາຫຼີ) ໄດ້ຈັດຕັ້ງການມອບອຸປະກອນໃຫ້ໂຮງຮຽນປະຖົມ ຟູ້ລົກ (ຕາແສງ ຟູ້ລົກ, ເມືອງ ຟູນິງ).
ຍສໝ - ສູນອຸຕຸນິຍົມສະເພາະຂະແໜງຂອງ ອາຊຽນ ແລະ ອົງການອຸຕຸນິຍົມໂລກ (WMO) ພ້ອມກັນຈັດຕັ້ງເວທີປາໄສພາກພື້ນ ASMC – WMO ກ່ຽວກັບການປ່ຽນແປງດິນຟ້າອາກາດ ຄັ້ງທຳອິດຢູ່ ສິງກະໂປ ແຕ່ວັນທີ 4 – 6 ກັນຍາ.
ຍສໝ - ທະນາຄານໂລກ (WB) ຫາກໍ່ປະກາດບົດລາຍງານສະບັບໜຶ່ງທີ່ໃຫ້ຮູ້ວ່າ ຫວຽດນາມ ແລະ ບັງກະລາເທດ ພວມລື່ນກາຍ ອິນເດຍ ໃນຖານະເປັນສູນການຜະລິດ ແລະ ສົ່ງອອກທີ່ມີຄ່າໃຊ້ຈ່າຍຕໍ່າ.
ຍສໝ - ໂດຍເປັນເຈົ້າການໃນການຮັບມືກັບພະຍຸເລກທີ 3 (Yagi), ທະຫານເຮືອ ເຂດ 1 ໄດ້ຊີ້ນໍາບັນດາຫົວໜ່ວຍທີ່ຕັ້ງຈຸດຢູ່ເຂດ ຫາຍຟ່ອງ, ກວາງນິງ ຕິດຕາມ, ກຳໄດ້ສະພາບການຜັນແປຂອງພະຍຸ; ເປັນເຈົ້າການໃນການເພີ່ມເຕີມໃຫ້ແກ່ບັນດາໜ່ວຍງານກ່ຽວກັບຈຳນວນ, ອຸປະກອນປ້ອງກັນໄພນໍ້າຖ້ວມຢ່າງຄົບຖ້ວນ, ການຊອກຫາການກູ້ໄພ.
ຍສໝ - ບັນດາປະເທດທີ່ໄດ້ຮັບຜົນກະທົບຈາກພະຍຸ Yagi ແມ່ນ ຈີນ, ຫວຽດນາມ, ລາວ, ກຳປູເຈຍ, ໄທ ພວມຮັບມືກັບພາຍຸຢ່າງຮີບດ່ວນ, ກະກຽມບັນດາເງື່ອນໄຂທີ່ຈຳເປັນໃຫ້ແກ່ວຽກງານກູ້ໄພ.
ຍສໝ - ຕອນທຽງວັນທີ 7 ກັນຍາ ພາຍຸ Yagi ໄດ້ພັດເຂົ້າເຂດກວາງນິງ, ນະຄອນ ຫາຍຟ່ອງ, ພາໃຫ້ເກີດຝົນຕົກໜັກ, ລົມແຮງລະດັບ 11-12, ແລະ ແຮງລົມສູນກາງພາຍຸລະດັບ13, ຄວາມໄວລົມ ສູງສຸດປະມານ 133 ກິໂລແມັດ ຕໍ່ຊົ່ວໂມງ.
ຍສໝ - ທ່ານພົນໂທ ຮສຈ.ປອ ຫງວຽນວັນແທງ, ອະດີດກຳມະການສູນກາງພັກ, ຮອງປະທານຮັບຜິດຊອບສະພາທິດສະດີສູນກາງ, ປະທານສະມາຄົມມິດຕະພາບ ຫວຽດນາມ - ໄທ ຫາກໍ່ເຂົ້າຮ່ວມໂຄງການ “ພົບປະໄທ” ຄັ້ງທີ 2 ທີ່ໄດ້ຈັດຕັ້ງຢູ່ແຂວງ ລາວກາຍ ແຕ່ວັນທີ 27-30 ສິງຫາ 2024.
ຍສໝ - ທ່ານນາງ ສາດສະດາຈານ ຫງວຽນທິກິມແທງ ນັກວິຊາການຂອງສະພາມະຫາບັນດິດ ເອີຣົບ, ຮອງຄະນະບໍດີ ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລ ລອນດອນ (UCL) ລາຊາອານາຈັກ ອັງກິດ ກ່າວໄວ້ທີ່ເວທີປາໄສ “ນັກປັນຍາຊົນ ແລະ ນັກຊ່ຽວຊານ ຫວຽດນາມ ຢູ່ຕ່າງປະເທດ” ປີ 2024 ທີ່ໄດ້ໄຂຂຶ້ນຢູ່ ຮ່າໂນ້ຍ.
ຍສໝ - ໂຮງຮຽນມັດທະຍົມຕອນຕົ້ນ ທົງເຍີດ (ເອກະພາບ) ໂດຍແຂວງ ກວາງບິ່ງ ມອບດ້ວຍຍອດຈຳນວນເງິນລົງທຶນ 25 ຕື້ດົ່ງ ໄດ້ກໍ່ສ້າງໃນເນື້ອທີ່ດິນເກືອບ 3.500 ຕາແມັດ ໂດຍຄະນະກຳມະການອຳນາດການປົກຄອງແຂວງ ຄຳມ່ວນ (ລາວ) ມອບໃຫ້ສະມາຄົມຊາວຫວຽດນາມ ອາໄສຢູ່ ແຂວງນີ້. ນີ້ແມ່ນໜຶ່ງໃນບັນດາສັນຍາລັກແຫ່ງນ້ຳໃຈສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ເເໜ້ນແຟ້ນລະຫວ່າງ 2 ແຂວງ ກວາງບິ່ງ - ຄຳມ່ວນ.
ຍສໝ - ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ ເນັ້ນໜັກວ່າ ຂໍ້ມູນ ແລະ ບົດຮຽນປະສົບການຈາກການໂອ້ລົມສົນທະນານີ້ ຈະຊ່ວຍໃຫ້ແຕ່ລະປະເທດໃນການສ້າງ ຫຼື ສືບຕໍ່ສ້າງລະບອບລະບຽບການ, ນະໂຍບາຍໃຫ້ສົມບູນແບບ, ຮັບໃຊ້ການພັດທະນາເສດຖະກິດ - ສັງຄົມຂອງແຕ່ລະປະເທດໃນສະພາບການໃໝ່.
ຍສໝ - 2 ຝ່າຍເຫັນດີເປັນເອກະພາບກະກຽມໃຫ້ແກ່ການພົບປະແລກປ່ຽນ ແລະການພົບປະຂັ້ນສູງໃຫ້ເປັນຢ່າງດີ, ກ່ອນອື່ນໝົດແມ່ນກົນໄກພົບປະປະຈຳປີລະຫວ່າງນາຍົກລັດຖະມົນຕີ 2 ທ່ານ; ເພີ່ມທະວີການຕິດພັນສອງພື້ນຖານເສດຖະກິດ, ນໍາການຮ່ວມມືໃນຂົງເຂດສຳຄັນອື່ນໆ ເຊັ່ນ: ການສຶກສາ, ວັດທະນະທຳ, ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ... ໃຫ້ເຂົ້າສູ່ລວງເລິກ.