ນັກຮຽນ​ທຸກ​ຍາກ​ເກືອບ 400 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ບັນດາລາຍການ, ໂຄງການ​ຂອງ​ທະຫານຊາຍແດນ​ແຂວງ ດັກ​ນົງ

09:00 | 08/09/2024

ຍສໝ - ຕາມ​ຂໍ້​ມູນ​ຂອງ​​ທະຫານຊາຍແດນ​ແຂວງ ດັກ​ນົງ, ໄດ້ມີນັກຮຽນ​ທຸກ​ຍາກ​ເກືອບ 400 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ບັນດາລາຍການ, ​ໂຄງການ, ຮູບ​ແບບຄື: “ຊ່ວຍນ້ອງໄປໂຮງຮຽນ”, “ລູກລ້ຽງຄ້າຍທະຫານຊາຍແດນ” “ພະນັກງານ, ນັກຮົບກອງທັບຊ່ວຍນ້ອງໄປໂຮງຮຽນ”... ດ້ວຍຍອດຈຳນວນເງິນກວ່າ 5 ຕື້ດົ່ງ, ໃນນັ້ນມີນັກຮຽນກຳປູເຈຍ 12 ຄົນ.

ໜູນ​ຊ່ວຍ​ປະຊາຊົນ​ຢູ່ ດ້ຽນບຽນ, ເຊີນ​ລາ ​ແກ້​ໄຂ​ຜົນ​ສະທ້ອນ​ຈາກ​ຝົນຕົກນ້ຳຖ້ວມ.
CTFK (ອາ​ເມ​ລິ​ກາ) ​ຊ່ວຍ​ເຫຼືອການ​ປ້ອງ​ກັນ​ການ​ຈົມ​ນ້ຳ​ໃຫ້​ເດັກ​ນ້ອຍ 1.800 ຄົນ​ຢູ່ 2 ເມືອງ​ຂອງ​ແຂວງ ກວາງ​ຫງ້າຍ

ໂຄງການ “ຊ່ວຍນ້ອງໄປໂຮງຮຽນ” ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໂດຍກອງບັນຊາການທະຫານຊາຍແດນ​ແຂວງ ດັກ​ນົງ ນັບ​ແຕ່​ເດືອນກັນຍາ 2016 ມາ​ຮອດ​ປະຈຸ​ບັນ ດ້ວຍ​ຈຳນວນ​ເດັກນ້ອຍ​ທີ່​ໄດ້​ຮັບ​ການ​ໜູນຊ່ວຍແມ່ນ 128 ຄົນ, ຍອດ​ຈຳນວນ​ເງິນ​ໜູນ​ຊ່ວຍ​ແມ່ນ​ເກືອບ 3 ຕື້​ດົ່ງ. ປະຈຸ​ບັນ, ​ໂຄງການ​ພວມ​ໜູນ​ຊ່ວຍ​ນັກຮຽນ 62 ຄົນ, ​ໃນ​ນັ້ນ​ມີ​ນັກຮຽນ ກຳປູ​ເຈຍ 12 ຄົນ.

ນັກຮຽນ​ທຸກ​ຍາກ​ເກືອບ 400 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ບັນດາລາຍການ, ໂຄງການ​ຂອງ​ທະຫານຊາຍແດນ​ແຂວງ ດັກ​ນົງ

ທະຫານຊາຍແດນແຂວງ ດັກນົງ ໄດ້ຍ້ອງຍໍ ແລະ ມອບຂອງຂວັນໃຫ້ນັກຮຽນ 39 ຄົນ ພາຍໃຕ້ໂຄງການຊ່ວຍນ້ອງໄປໂຮງຮຽນ - ລູກລ້ຽງຢູ່ຄ້າຍທະຫານຊາຍແດນ ແລະ ໂຄງການພະນັກງານ, ນັກຮົບກອງທັບຊ່ວຍນ້ອງໄປໂຮງຮຽນ ສົກຮຽນ 2023-2024, ໃນນັ້ນ 6 ຄົນແມ່ນນັກຮຽນຈາກກຳປູເຈຍ - (ພາບ: Van Tu/daknong.gov.vn).

​ໂຄງການ “ລູກລ້ຽງຢູ່ຄ້າຍທະຫານຊາຍແດນ” ໄດ້​ຮັບ​ການ​ຜັນຂະຫຍາຍນັບແຕ່​ເດືອນກັນຍາ 2019, ​ໄດ້ຮັບລ້ຽງນັກຮຽນ 7 ຄົນ​ຢູ່​ໜ່ວຍປະຕິບັດງານຂອງບັນດາຄ້າຍທະຫານຊາຍແດນ. ຍອດ​ຈຳນວນ​ເງິນ​ໜູນ​ຊ່ວຍເດັກນ້ອຍມາ​ຮອດ​ປະຈຸ​ບັນ​ແມ່ນ​ເກືອບ 440 ລ້ານ​ດົ່ງ ພ້ອມ​ກັບ​ເຄື່ອງນຸ່ງ​ຫົ່ມ, ປຶ້ມ ແລະ ​ເຄື່ອງ​ໃຊ້​ໃນ​ໂຮງຮຽນ​ຫຼາຍ​ຢ່າງ.

​ໂຄງການ “ພະນັກງານ, ນັກຮົບກອງທັບຊ່ວຍນ້ອງໄປໂຮງຮຽນ” ໄດ້​ໜູນ​ຊ່ວຍ​ນັກຮຽນ 101 ຄົນ ​ໃນ​ສົກ​ຮຽນ 2022 – 2023; ສົກຮຽນ 2023-2024 ນັກຮຽນ 153 ຄົນ. ເປົ້າໝາຍໄດ້ຮັບການໜູນ​ຊ່ວຍ​ ແມ່ນ​ເດັກ​ນ້ອຍ​ຂອງ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ທີ່ມີ​ສະ​ພາບ​​ຫຍຸ້ງ​ຍາກພິເສດ. ຍອດ​ຈຳນວນ​ເງິນ​ໜູນ​ຊ່ວຍເດັກ​ນ້ອຍມາ​ຮອດ​ປະຈຸ​ບັນ​ແມ່ນ​ກວ່າ 1,5 ຕື້​ດົ່ງ.

ນອກຈາກນັ້ນ, ເນື່ອງໃນບັນດາວັນບຸນ, ​​ທະຫານຊາຍແດນແຂວງ ກໍ່ໄດ້ຫັກເງິນຈໍານວນໜຶ່ງຈາກກອງທຶນຂອງໂຄງການເພື່ອມອບຂອງຂວັນໃຫ້ເດັກນ້ອຍ ໂດຍມີມູນຄ່າກວ່າ 450 ລ້ານດົ່ງ. ພ້ອມ​ກັນ​ນັ້ນ ກໍ່ໄດ້​ສົ່ງ​ພະນັກງານ, ນັກຮົບ​ໄປ​ຍັງ​ຄອບຄົວ​ຂອງ​ເດັກນ້ອຍເພື່ອ​ຢ້ຽມຢາມ, ​ໃຫ້​ກຳລັງ​ໃຈ, ສອນເດັກນ້ອຍ​ເພື່ອເດັກນ້ອຍຮູ້ສຶກອຸ່ນອຽນໃຈ, ຕັ້ງໜ້າ​ຮ່ຳຮຽນ. ໂດຍແບ່ງ​ປັນກັບຄວາມ​ຫຍຸ້ງ​ຍາກ​ຂອງ​ເດັກ​ນ້ອຍ, ໃນ​ສົກ​ຮຽນ 2023 - 2024, ບັນ​ດາ​ອົງ​ການ, ບຸກ​ຄົນ​ໄດ້​ໜູນ​ຊ່ວຍ​ເງິນ​ສົດ ແລະ ຂອງ​ຂວັນ​ລວມ​ມູນ​ຄ່າ​ກວ່າ 85 ລ້ານ​ດົ່ງ​ໃຫ້ແກ່​ເດັກນ້ອຍ.

ນອກຈາກ​ບັນດາ​ຮູບແບບອັນແທດຈິງ ເພື່ອ​ຊ່ວຍ​ເຫຼືອ​ປະຊາຊົນ​ທຸກ​ຍາກ​ຢູ່​ເຂດ​ຊາຍ​ແດນ, ດ້ວຍ​ຄຳ​ຂວັນ “ປ້ອມ​ແມ່ນ​ບ້ານ, ​ເຂດ​ຊາຍ​ແດນ​ແມ່ນ​ບ້ານ​ເກີດ​ເມືອງ​ນອນ”, ​​ທະຫານຊາຍແດນແຂວງ ດັກ​ນົງ ຍັງ​ຜັນຂະຫຍາຍບັນດາຮູບແບບ: “ທະຫານຊາຍແດນຮ່ວມ​ມືກໍ່ສ້າງຊົນນະບົດໃໝ່”; “ພະນັກງານ, ສະມາຊິກພັກຄ້າຍທະຫານຊາຍແດນຮັບຜິດຊອບຄອບຄົວ”... ບໍ່ພຽງແຕ່ເຕີມສີໃຫ້ຮູບພາບທະຫານຊາຍແດນຢູ່ເຂດຊາຍແດນ, ແຕ່ຍັງປະກອບສ່ວນກໍ່ສ້າງທີ່ຕັ້ງອັນເຂັ້ມແຂງທາງດ້ານນ້ຳໃຈຂອງປະຊາຊົນອີກດ້ວຍ, ທ້ອງ​ຖິ່ນ​ນັບ​ມື້​ນັບ​ມີການປ່ຽນແປງໃໝ່ ແລະ ພັດ​ທະ​ນາ.

ອົງການ​ບໍ່​ຂຶ້ນ​ກັບ​ລັດ​ຖະບານ​ຕ່າງປະ​ເທດ​ 8 ແຫ່ງ ໃຫ້​ຄຳ​ໝັ້ນ​ສັນຍາ​ຊ່ວຍ​ເຫຼືອ​ແຂວງ ​ກວາງຫງາຍ ເກືອບ 169 ຕື້​ດົ່ງ​​

ອົງການ​ບໍ່​ຂຶ້ນ​ກັບ​ລັດ​ຖະບານ​ຕ່າງປະ​ເທດ​ 8 ແຫ່ງ ໃຫ້​ຄຳ​ໝັ້ນ​ສັນຍາ​ຊ່ວຍ​ເຫຼືອ​ແຂວງ ​ກວາງຫງາຍ ເກືອບ 169 ຕື້​ດົ່ງ​​

ຍສໝ - ນີ້​ແມ່ນ​ຂໍ້​ມູນ​ທີ່ໄດ້ຍົກອອກໃນກອງ​ປະຊຸມແຈ້ງ​ຂໍ້​ມູນ​ກ່ຽວ​ກັບ​ວຽກງານການຮັບເອົາ ແລະ ນຳ​ໃຊ້​ບ້ວງຊ່ວຍເຫຼືອທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດຢູ່​ແຂວງ ກວາງ​ຫງາຍ ໂດຍພະແນກພົວພັນຕ່າງປະເທດຂອງແຂວງ ຈັດ​ຕັ້ງ​​ໃນ​ຕົ້ນ​ເດືອນກໍລະກົດ 2024.

ແມ່​ຍິງ​ແຂວງ ຝູເຖາະ (ຫວຽດ​ນາມ) ໜູນ​ຊ່ວຍ​ເຮືອນແຫ່ງຄວາມ​ຮັກແພງ 2 ຫຼັງໃຫ້ແກ່ແມ່​ຍິງ​ທຸກ​ຍາກ​ຢ່​ແຂວງ ຫຼວງ​ນ້ຳ​ທາ (ລາວ)

ແມ່​ຍິງ​ແຂວງ ຝູເຖາະ (ຫວຽດ​ນາມ) ໜູນ​ຊ່ວຍ​ເຮືອນແຫ່ງຄວາມ​ຮັກແພງ 2 ຫຼັງໃຫ້ແກ່ແມ່​ຍິງ​ທຸກ​ຍາກ​ຢ່​ແຂວງ ຫຼວງ​ນ້ຳ​ທາ (ລາວ)

ຍສໝ - ສະຫະພັນ​ແມ່ຍິງ​ແຂວງ ຝູເຖາະ (ຫວຽດ​ນາມ) ຫາ​ກໍ່​ມອບ​ເຮືອນແຫ່ງຄວາມ​ຮັກແພງ​​ໃຫ້ 2 ຄອບຄົວທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່ 2 ​ບ້ານຂຶ້ນກັບ​ເມືອງ ຫຼວງນ້ຳ​ທາ, ​ແຂວງ ຫຼວງ​ນ້ຳ​ທາ (ລາວ).

ມີງດຶກ

ເບິ່ງເພີ່ມເຕີມໃນ: ສາລະຄະດີ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.