ຫວຽດນາມ ລື່ນກາຍ ອິນເດຍ ກ່ຽວກັບຄ່າໃຊ້ຈ່າຍໃນການຜະລິດທີ່ຕໍ່າ

21:26 | 07/09/2024

ຍສໝ - ທະນາຄານ​ໂລກ (WB) ຫາກໍ່ປະກາດບົດ​ລາຍ​ງານ​ສະບັບ​ໜຶ່ງ​ທີ່​ໃຫ້​ຮູ້​ວ່າ ຫວຽດນາມ ​ແລະ ບັງ​ກະລາ​ເທດ ພວມລື່ນກາຍ ​ອິນ​ເດຍ ໃນ​ຖານະ​ເປັນ​ສູນການ​ຜະລິດ ​ແລະ ສົ່ງ​ອອກທີ່ມີຄ່າໃຊ້ຈ່າຍຕໍ່າ.

ສະມາຄົມມິດຕະພາບ ຫວຽດນາມ - ໄທ ເຂົ້າຮ່ວມໂຄງການ “ພົບປະໄທ” ຄັ້ງທີ 2 ຢູ່ແຂວງ ລາວກາຍ ສະມາຄົມມິດຕະພາບ ຫວຽດນາມ - ໄທ ເຂົ້າຮ່ວມໂຄງການ “ພົບປະໄທ” ຄັ້ງທີ 2 ຢູ່ແຂວງ ລາວກາຍ
ຫວຽດນາມ ສາມາດຍົກສູງຖານະບົດບາດ, ຄວາມໄວ້ວາງໃຈເມື່ອເປັນເຈົ້າພາບຈັດຕັ້ງ ເວທີປາໄສວິທະຍາສາດໂລກ ຄັ້ງທີ 6 ຫວຽດນາມ ສາມາດຍົກສູງຖານະບົດບາດ, ຄວາມໄວ້ວາງໃຈເມື່ອເປັນເຈົ້າພາບຈັດຕັ້ງ ເວທີປາໄສວິທະຍາສາດໂລກ ຄັ້ງທີ 6

ໃນບົດລາຍງານ, ທະນາຄານໂລກ ໄດ້ກ່າວ​ຢ່າງ​ຈະ​ແຈ້ງວ່າ ອັດຕາສ່ວນຖ່ວງການຄ້າຂອງສິນຄ້າ ແລະ ການບໍລິການໃນລວມຍອດຜະລິດຕະພັນພາຍໃນ (GDP) ຂອງອິນເດຍໃນທົດສະວັດທີ່ຜ່ານມາໄດ້ຫຼຸດລົງ ເຖິງວ່າປະເທດນີ້ຈະມີອັດຕາການເຕີບໂຕທາງດ້ານເສດຖະກິດ.

ບົດ​ລາຍ​ງານ​ຂອງ WB ​ໃຫ້​ຮູ້​ວ່າ ອັດຕາສ່ວນກວມ​ຕະຫຼາດ​ຂອງ ​ອິນ​ເດຍ​ ໃນ​ການ​ສົ່ງ​ອອກສິນຄ້າປະເພດ​ແຜ່ນ​ແພ, ​ເຄື່ອງ​ໜັງ ແລະ ​ເກີບ​ ໄດ້​ເພີ່ມ​ຂຶ້ນ​ຈາກ 0,9% ​ໃນ​ປີ 2002 ຂຶ້ນ​ເປັນລະດັບສູງສຸດ 4,5% ​ໃນ​ປີ 2013, ​ແຕ່​ຈາກ​ນັ້ນ​ຫຼຸດ​ລົງ​ເປັນ 3,5% ​ໃນ​ປີ 2022. ​ໃນ​ຂະນະ​ດຽວ​ກັນ, ​ໃນ​ປີ 2022, ອັດຕາສ່ວນກວມ​ຕະຫຼາດ​ຂອງ ຫວຽດນາມ ໃນ​ບັນດາຂົງ​ເຂດ​ເຫຼົ່າ​ນີ້​ໄດ້​ບັນ​ລຸ 5,9%, ສ່ວນ ບັງ​ກະ​ລາ​ເທດ​ ​ບັນ​ລຸ 5,1%.

Sản xuất hàng may mặc tại Xí nghiệp Sơ mi, Veston của Tổng Công ty May 10 tại Sài Đồng, quận Long Biên, Hà Nội. Ảnh: Anh Tuấn/TTXVN.  ຜະລິດ​ເຄື່ອງ​ຕ່ຳ​ແຜ່ນ​ຕັດຫຍິບ​ຢູ່​ໂຮງງານ​ຜະລິດ​ເສື້ອ​ຜ້າ​ຂອງ​ວິ​ສາ​ຫະກິດ​ຕັດຫຍິບ 10 ທີ່​ເມືອງ ​ຊາຍ​ດົງ, ​ເມືອງ​ລອງ​ບຽນ, ຮ່າ​ໂນ້ຍ. ພາບ: ແອງຕວນ/TTXVN.

ການ​ຜະ​ລິດ​ເຄື່ອງ​ຕັດຫຍິບຢູ່​ໂຮງ​ງານຜະລິດ​ເສື້ອເຊີດ, Veston ຢູ່ ຮ່າ​ໂນ້ຍ. ພາບ: ແອງຕວນ/TTXVN.

WB ສະເໜີແນະວ່າ ​ເພື່ອ​ຊຸກຍູ້​ການ​ສົ່ງ​ອອກ ​ແລະ​ ຮັບຜົນ​ປະ​ໂຫຍ​ດຈາກ​ການທີ່ ​ຈີນ ​ຫັນອອກ​ຈາກ​​ຂະແໜງການຜະລິດ​ທີ່​ໃຊ້​ແຮງ​ງານ, ອິນ​ເດຍ ຕ້ອງ​ຫຼຸດ​ຄ່າໃຊ້ຈ່າຍ​ການ​ຄ້າ, ຫຼຸດຜ່ອນ​ບັຍດາສິ່ງ​ກີດຂວາງ​ດ້ານ​ພາສີ​ ແລະ​ ບໍ່​ແມ່ນ​ພາສີ, ພ້ອມ​ທັງ​ປັບປຸງ​ສັນຍາ​ການ​ຄ້າ.

ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນເດຍ Narendra Modi ວາງເປົ້າໝາຍຈະ​ເຮັດ​ໃຫ້ ​ອິນ​ເດຍ ​ເປັນ​ສູນ​ກາງ​ການ​ຜະ​ລິດ​ໃນ​ຂະ​ນະ​ທີ່​ບັນດາວິ​ສາ​ຫະ​ກິດ ເຫັນບັນດາລະບົບສະໜອງ​ເປັນຫຼາຍຮູບຫຼາຍແບບນອກ​ຈາກ​ຈີນ​. ລັດຖະບານ​ຂອງ​ທ່ານ Modi ໄດ້​ໃຊ້​ເງິນ​ໜູນຊ່ວຍ​ຫຼາຍ​ຕື້ USD ​ເພື່ອ​ດຶງ​ດູດ​ການ​ລົງທຶນເຂົ້າໃນບັນດາຂະແໜງອຸດສາຫະກຳ​ເຊັ່ນ ເອ​ເລັກ​ໂຕນິກ ແລະ​ ການ​ຜະລິດ​ຊິບ.

ແຕ່ແນວໃດກໍ່ຕາມ, ບັນດາຂົງເຂດສົ່ງ​ອອກ​ຂອງ​ ອິນ​ເດຍ ​ນັບ​ມື້​ນັບ​ສຸມ​ທຶນ​ຮອນ​ ແລະ​ ບໍ່​ສາ​ມາດ​ຮັບ​ເອົາ​ຄົນ​ຫວ່າງ​ງານ​ຫຼາຍ​ລ້ານ​ຄົນ​ໃນ​ປະ​ເທດ.

ອ.ສະຫວັດ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.