ມຸ່ງໄປເຖິງ ອາ​ຊຽນ ທີ່ກຽມພ້ອມປັບຕົວໃຫ້ແທດເໝາະກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

21:28 | 07/09/2024

ຍສໝ - ສູນອຸຕຸນິຍົມສະເພາະຂະແໜງຂອງ ອາຊຽນ ແລະ ອົງການອຸຕຸນິຍົມໂລກ (WMO) ພ້ອມກັນຈັດຕັ້ງເວທີປາໄສພາກພື້ນ ASMC – WMO ກ່ຽວກັບການປ່ຽນແປງດິນຟ້າອາກາດ ຄັ້ງທຳອິດຢູ່ ສິງກະໂປ ແຕ່ວັນທີ 4 – 6 ກັນຍາ.

ຫວຽດ​ນາມ ແມ່ນ​ຂົວ​​ຕໍ່​ສຳ​ຄັນ​ລະ​ຫວ່າງ ອາ​ຊຽນ ກັບ​ບັນ​ດາ​ຄູ່​ຮ່ວມ​ມື
ແກງ​ສົ້ມປາ​​ຂອງ​ຫວຽດ​ນາມ​ແມ່ນ​ຕິດ​ອັນດັບ 10 ​ອາ​ຫານ​ປະເພດປາ​ທີ່​ແຊບ​ທີ່​ສຸດ​ໃນ​ໂລກ

ດ້ວຍ​ຫົວ​ຂໍ້ “ມຸ່ງໄປເຖິງ ອາ​ຊຽນ ທີ່ກຽມພ້ອມປັບຕົວໃຫ້ແທດເໝາະກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ”, ເວທີປາໄສ ASMC-WMO 2024 ຈະ​ສຸມ​ໃສ່​ບັນ​ຫາ​ດິນ​ຟ້າ​ອາ​ກາດ. ໃນນັ້ນລວມມີ ບັນດາ​ຄາດ​ຄະ​ເນ​ດິນ​ຟ້າ​ອາ​ກາດ​ພາກ​ພື້ນ​ທີ່​ສາ​ມາດ​ໜູນຊ່ວຍທີ່​ດີ​ກ່ວາສຳລັບການປັບຕົວໃຫ້ແທດເໝາະກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ ແລະ ການ​ຫຼຸດ​ຜ່ອນ​ຄວາມ​ສ່ຽງ​ໄພ​ພິ​ບັດ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້. ເວທີ​ປາ​ໄສ​ ​ຍັງ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບບັນດາລະບົບແຈ້ງ​​ເຕືອນ​ກ່ອນຢ່າງ​ປະສິດທິ​ຜົນ ແລະ ຮອບດ້ານ. ໂດຍຜ່ານນັ້ນ ກໍ່ມີສາມາດຫຼຸດຜ່ອນຜົນກະທົບຂອງບັນດາເຫດການອາກາດທີ່ປ່ຽນແປງແບບຮຸນແຮງ.

ມຸ່ງໄປເຖິງ ອາ​ຊຽນ ທີ່ກຽມພ້ອມປັບຕົວໃຫ້ແທດເໝາະກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

ເວທີປາໄສ ASMC-WMO 2024 ທີ່ສິງກະໂປ.

ຢູ່ເວທີປາໄສ ASMC-WMO 2024 ຈະມີພິທີເປີດຕົວບົດລາຍງານສະພາບການດິນຟ້າອາກາດ WMO ຢູ່ ປາຊີຟິກຕາເວັນຕົກສຽງໃຕ້ໃນປີ 2023. ບົດລາຍງານດັ່ງກ່າວ ໄດ້ປະກາດໂດຍເລຂາທິການໃຫຍ່ WMO ທ່ານ Celeste Saulo. ບົດ​ລາຍ​ງານ ​ພິຈາລະນາບັນດາປັດ​ໄຈ​ທີ່​ຊຸກຍູ້ດິນ​ຟ້າ​ອາ​ກາດ​ຄື: ອຸນຫະພູມ, ປະລິມານນ້ຳຝົນ ແລະ ບັນດາ​ເຫດ​ການ​ຮ້າຍ​ແຮງ​ເຊັ່ນ ພາຍຸເຂດຮ້ອນ, ໄພແຫ້ງແລ້ງ ແລະ ຄວາມ​ຮ້ອນທີ່ປ່ຽນແປງຢ່າງ​ຮ້າຍ​ແຮງ​ໃນ​ພາກ​ພື້ນ.

​ຕາມ​ການ​ລາຍ​ງານແລ້ວ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ທີ່​ເກີດ​ຈາກ​ມະ​ນຸດ​ແມ່ນ​ສາ​ເຫດເຮັດໃຫ້ອຸນ​ຫະ​ພູມ​ນ​້​ໍ​າ​ມະ​ຫາ​ສະ​ຫມຸດ​ຮ້ອນ​ຂຶ້ນ​ຢ່າງ​ວ່ອງ​ໄວ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້​. ສິ່ງ​ດັ່ງກ່າວ ​ຍັງ​ສົ່ງ​ຜົນ​ສະທ້ອນ​ອັນ​ໃຫຍ່​ຫຼວງ​ໃຫ້​ແກ່​ບັນດາ​ປະ​ເທດ​ເກາະ​ຢູ່​ແຄມ​ທະ​ເລ​ປາຊີ​ຟິກ, ​ເຮັດ​ໃຫ້​ເຂດ​ນີ້ ​ຖືກ​ຜົນ​ສະທ້ອນ​ຢ່າງ​ໜັກໜ່ວງ​ທີ່​ສຸດ​ຈາກ​ລະດັບ​ນ້ຳ​ທະ​ເລ​ເພີ່ມ​ຂຶ້ນ. ນີ້​ແມ່ນ​ສາ​ເຫດ​ທີ່ເຮັດໃຫ້ການຂະຫຍາຍຄວາມຖີ່ ແລະ ລະດັບຂອງກະແສນໍ້າສູງຂຶ້ນ, ນໍ້າຖ້ວມຢູ່ເຂດແຄມທະເລ.

ສະພາບ​ການ​ເກີດ​ໄພ​ທຳ​ມະ​ຊາດ, ພາຍຸ, ​ໄພ​ນ້ຳ​ຖ້ວມ​ຢູ່​ບັນດາ​ປະ​ເທດ ​ອາ​ຊຽນ ​ເຊັ່ນ ຟີ​ລິບ​ປິນ, ​ໄທ, ລາວ ພວມຜັນແປ​ສັບສົນ ​ແລະ ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ຫຼວງ​ຫຼາຍ. ຟີ​ລິບ​ປິນ ໄດ້​ປິດ​ໂຮງ​ຮຽນ​ບາງ​ແຫ່ງ ​ແລະ ​ເລື່ອນ​ບາງ​ຖ້ຽວ​ບິນ​ຍ້ອນ​ມີ​ຝົນ​ຕົກ​ໜັກ​ພ້ອມ​ກັບ​ລົມ​ມໍ​ລະ​ສຸມ​ຕາ​ເວັນ​ຕົກ​ສຽງ​ໃຕ້​ທີ່​ເກີດ​ຈາກ​ໄຕ້​ຝຸ່ນ Yagi. ຄາດວ່າຈະເກີດນໍ້າຖ້ວມ ແລະ ການເຊາະເຈື່ອນຂອງດິນ. ໃນແຕ່ລະປີ ມີພະຍຸປະມານ 20 ລູກພັດຜ່ານ ຟີລິບປິນ ເຊິ່ງເປັນບ່ອນທີ່ເກີດໄພພິບັດທາງທໍາມະຊາດໄດ້ງ່າຍ.

ມຸ່ງໄປເຖິງ ອາ​ຊຽນ ທີ່ກຽມພ້ອມປັບຕົວໃຫ້ແທດເໝາະກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

ນໍ້າຖ້ວມໃນລາວ.

ປະກົດການຝົນຕົກໜັກຢ່າງຕໍ່ເນື່ອງໃນຫຼາຍພື້ນທີ່ຂອງປະເທດລາວ ເຮັດໃຫ້ເກີດນໍ້າຖ້ວມໃນຫຼາຍທ້ອງຖິ່ນ, ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍ. ນອກຈາກນີ້, ລະດັບນໍ້າຂອງແມ່ນໍ້າຂອງໄດ້ເພີ່ມຂຶ້ນສູງພໍສົມຄວນເຮັດໃຫ້ນໍ້າຖ້ວມຂັງຢູ່ບາງທ້ອງຖິ່ນເຂດທີ່ຕ່ຳ. ຄວາມດັນອາກາດຕ່ຳເຂດຮ້ອນ ​ໄດ້ເຮັດໃຫ້ຝົນຕົກ​ໜັກ​ໃນ​ຫຼາຍ​ເຂດ​ຂອງ​ລາວ ສົ່ງ​ຜົນ​ກະທົບ​ຕໍ່​ປະຊາຊົນ 36.200 ກວ່າ​ຄົນ. ຝົນຕົກໜັກ ແລະ ລົມພາຍຸໄດ້ສົ່ງຜົນກະທົບຕໍ່ 13 ແຂວງ, 60 ເມືອງ, 541 ບ້ານ ແລະ 17.548 ຄອບຄົວໃນທົ່ວປະເທດ. ພາຍຸ ແລະ ຝົນຕົກໜັກ ຍັງໄດ້ສ້າງຄວາມເສຍຫາຍເປັນວົງກວ້າງ ໃຫ້ແກ່ເນື້ອທີ່ກະສິກຳ 9.760 ເຮັກຕາ, ເສັ້ນທາງ 177 ສາຍ, ຂົວ 12 ແຫ່ງ, ລະບົບຊົນລະປະທານ 79 ແຫ່ງ, ລະບົບສະໜອງນ້ຳ 30 ແຫ່ງ, ໜອງປາ 334 ໜອງ...

ບັນດາ​ອົງການ​ປະຊາຊົນ ​ຫວຽດນາມ ກະກຽມ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ປະຊາຊົນ ​ອາ​ຊຽນ 2024

ບັນດາ​ອົງການ​ປະຊາຊົນ ​ຫວຽດນາມ ກະກຽມ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ປະຊາຊົນ ​ອາ​ຊຽນ 2024

ຍສໝ - ​ອາທິດ​ຜ່ານ​ມານີ້, ຢູ່​ຮ່າ​ໂນ້ຍ ໄດ້ດຳເນີນກອງ​ປະຊຸມ​ບັນດາ​ອົງການ​ປະຊາຊົນ​ຫວຽດນາມ ກະກຽມ​ໃຫ້​ແກ່​ເວທີ​ປາ​ໄສ​ປະຊາຊົນ​ ອາ​ຊຽນ (APF) 2024 ຄາດວ່າທີ່​ຈະ​ຈັດຕັ້ງ​ຢູ່ Timor Leste.

ເກີ່ນເທີ ແບ່ງປັນ​ບັນດາ​ມາດ​ຕະການຮັບມືກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ ກັບ​ຜູ້ຕາງໜ້າ​ບັນດາ​ປະ​ເທດກຸ່ມ G4

ເກີ່ນເທີ ແບ່ງປັນ​ບັນດາ​ມາດ​ຕະການຮັບມືກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ ກັບ​ຜູ້ຕາງໜ້າ​ບັນດາ​ປະ​ເທດກຸ່ມ G4

ຍສໝ - ວັນທີ 17 ເມສາ, ທ່ານ ຫງວຽນຫງອກແຮ່ - ຮອງປະທານຄະນະກໍາມະການປະຊາຊົນນະຄອນ ເກີ່ນເທີ - ພ້ອມກັບການນໍາບັນດາພະແນກ, ຂະແໜງການທີ່ກ່ຽວຂ້ອງ ກໍໄດ້ມີການພົບປະກັບຄະນະປະຕິບັດງານຂອງກຸ່ມ G4 ລວມມີສະຖານທູດບັນດາປະເທດຄື: ການາດາ, ນິວຊີແລນ, ນອກແວ ແລະ ສະ​ວິດ ທີ່​ໄປ​ຢ້ຽມ​ຢາມ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນ ​ເກີ່ນ​ເທີ.

ມີງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.