ກວາງບິ່ງ ມອບ-ຮັບໂຮງຮຽນ 25 ຕື້ດົ່ງໃຫ້ສະມາຄົມຊາວຫວຽດນາມ ອາໄສຢູ່ແຂວງຄໍາມ່ວນ (ລາວ)

14:43 | 06/09/2024

ຍສໝ - ໂຮງຮຽນມັດທະຍົມຕອນຕົ້ນ ທົງເຍີດ (ເອກະພາບ) ໂດຍແຂວງ ກວາງບິ່ງ ມອບດ້ວຍຍອດຈຳນວນເງິນລົງທຶນ 25 ຕື້ດົ່ງ ໄດ້ກໍ່ສ້າງໃນເນື້ອທີ່ດິນເກືອບ 3.500 ຕາແມັດ ໂດຍຄະນະກຳມະການອຳນາດການປົກຄອງແຂວງ ຄຳມ່ວນ (ລາວ) ມອບໃຫ້ສະມາຄົມຊາວຫວຽດນາມ ອາໄສຢູ່ ແຂວງນີ້. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ສັນຍາ​ລັກ​ແຫ່ງ​ນ້ຳ​ໃຈ​ສາມັກຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ, ເເໜ້ນແຟ້ນລະຫວ່າງ 2 ​ແຂວງ ກວາງ​ບິ່ງ - ຄຳ​ມ່ວນ.

ກວາງບິ່ງ ໜູນຊ່ວຍການກໍ່ສ້າງ ແລະສ້ອມແປງເຮືອນ “ມະຫາສາມັກຄີ” 3.000 ຫຼັງ
ສະຫະພັນບັນດາອົງການມິດຕະພາບແຂວງ ກວາງບິ່ງ ສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງ

ໂຄງການກໍ່ສ້າງໂຮງຮຽນມັດທະຍົມຕອນຕົ້ນ ທົງເຍີດ ມີຂອບຂະໜາດປະກອບມີ: ອາຄານຮຽນ 3 ຊັ້ນ, ມີເນື້ອທີ່ກໍ່ສ້າງທັງໝົດ 1.400 ກວ່າຕາແມັດ, ດ້ວຍ 19 ຫ້ອງ, ມີອຸປະກອນຄົບຊຸດໃຫ້ແກ່ຫ້ອງຮຽນທິດສະດີ 11 ຫ້ອງ, ຫ້ອງປະຕິບັດຕົວຈິງ 01 ຫ້ອງ, ຫ້ອງສະໝຸດ ແລະ ອຸປະກອນການຮຽນການສອນອື່່ນໆ.

ກວາງບິ່ງ ມອບ-ຮັບໂຮງຮຽນ 25 ຕື້ດົ່ງໃຫ້ສະມາຄົມຊາວຫວຽດນາມ ອາໄສຢູ່ແຂວງຄໍາມ່ວນ (ລາວ)

ສອງ​ແຂວງ​ກວາງ​ບິ່ງ ​ແລະ ​ແຂວງ​ຄຳ​ມ່ວນ (ລາວ) ​ໄດ້​ຈັດ​ພິທີ​ເປີດ​ນຳໃຊ້ ​ແລະ ມອບຮັບໂຄງການກໍ່ສ້າງໂຮງຮຽນມັດທະຍົມຕອນຕົ້ນ ທົງເຍີດ ​ໃຫ້​ສະມາຄົມ​ຊາວ ຫວຽດນາມ ອາໄສຢູ່​ແຂວງ ຄຳ​ມ່ວນ. (ພາບ: ຜູ້ຮ່ວມງານ Quoc Viet - ສະຖານີວິທະຍຸກະຈາຍສຽງ ກວາງບິ່ງ).

ທີ່​ພິທີ​ເປີດນຳໃຊ້ ​ແລະ ມອບ​ຮັບ​ໂຄງການກໍ່ສ້າງ ​ໂດຍ​ແຂວງ​ກວາງ​ບິ່ງສົມທົບ​ກັບ​ແຂວງ​ຄຳ​ມ່ວນ (ລາວ) ຈັດ​ຕັ້ງ​ໃນ​ວັນ​ທີ 31 ສິງຫາ. ການນຳແຂວງ ຄຳມ່ວນ, ສະມາຄົມຊາວ ຫວຽດນາມ ອາໄສຢູ່ແຂວງ ຄຳມ່ວນ ແລະ ພະນັກງານ, ຄູ-ອາຈານ ໂຮງຮຽນມັດທະຍົມຕອນຕົ້ນ ທົງເຍີດ ໄດ້ສະແດງຄວາມຂອບໃຈຄວາມຮັກແພງຂອງຄະນະພັກ, ອຳນາດການປົກຄອງ, ປະຊາຊົນແຂວງ ກວາງບິ່ງ, ພ້ອມກັນນັ້ນ ກໍ່ຢັ້ງຢືນຄວາມຕັດສິນໃຈໃນການປະຕິບັດເປົ້າໝາຍຂອງ​ສົກຮຽນ​ໃໝ່2024-2025 ​ໃຫ້ເປັນຢ່າງດີ ເພື່ອ​ສົມ​ກັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ຄວາມ​ມຸ່ງ​ຫວັງ​ຂອງ​ການ​ນຳ​ແຂວງ ກວາງ​ບິ່ງ - ຄຳ​ມ່ວນ .

ກ່າວ​ຄຳ​ປາໄສ​ທີ່​ພິທີ, ສະຫາຍ ຫວູດ້າຍຖັງ, ​ເລຂາພັກ​ແຂວງ ກວາງ​ບິ່ງ ໄດ້​ຢືນຢັນ​ວ່າ ໂຮງຮຽນມັດທະຍົມຕອນຕົ້ນ ທົງເຍີດ ​ແມ່ນ​ໜຶ່ງ​ໃນ​ບັນດາ​ສັນຍາ​ລັກ​ແຫ່ງ​ນ້ຳ​ໃຈ​ສາມັກຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ, ເເໜ້ນແຟ້ນລະຫວ່າງແຂວງ ກວາງ​ບິ່ງ - ຄຳ​ມ່ວນ.

ສະຫາຍ ຫວູດ້າຍຖັງ ປາດ​ຖະໜາ​ວ່າ ບັນດາ​ນັກຮຽນຈະ​ປະກອບສ່ວນ​ເຂົ້າ​ໃນ​ການ​ເຊື່ອມ​ຕໍ່, ພັດທະນາ​ການ​ພົວພັນ​​ປະຊາຊົນ​ສອງປະ​ເທດ​ເວົ້າ​ລວມ, 2 ແຂວງ​ເວົ້າ​ສະ​ເພາະ.

​ເນື່ອງ​ໃນ​ໂອກາດ​ວັນ​ຊາດ 2 ກັນຍາ, ທ່ານ ຫວູດ້າຍຖັງ ໄດ້​ສົ່ງຄຳ​ອວຍພອນ​ອັນ​ດີງາມງ​ເຖິງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ອວຍພອນ​ໃຫ້​ແຂວງ​ຄຳ​ມ່ວນ ​ນັບ​ມື້​ນັບ​ພັດທະນາ; ການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດຂຽວສົດງົດງາມຕະຫຼອດໄປ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ. ພ້ອມກັນນັ້ນ ກໍ່ມອບເງິນໃຫ້ໂຮງຮຽນ 150 ລ້ານ​ດົ່ງ​ເພື່ອ​ຊື້ເຄື່ອງ​ອຸປະກອນ​ການ​ຮຽນການສອນ.

ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຕອບບຸນແທນຄຸນບັນດາທະຫານເສຍອົງຄະ ແລະ ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ ກວາງບິ່ງ ແລະ ເງ້ອານ.

ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຕອບບຸນແທນຄຸນບັນດາທະຫານເສຍອົງຄະ ແລະ ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ ກວາງບິ່ງ ແລະ ເງ້ອານ.

ຍສໝ - ວັນທີ 13 ກໍລະກົດ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຈັດຕັ້ງພິທີມອບຂອງຂວັນໃຫ້ບັນດາທະຫານເສຍອົງຄະ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ແຂວງ ກວາງບິ່ງ ແລະ ເງ້ອານ ເນື່ອງໃນໂອກາດ 77 ປີແຫ່ງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ.

ກວາງບິ່ງ (ຫວຽດນາມ) - ຄໍາມ່ວນ (ລາວ) ຊຸກຍູ້ການສຶກສາ, ປ້ອງກັນຊາດ ແລະ ຊາຍແດນ

ກວາງບິ່ງ (ຫວຽດນາມ) - ຄໍາມ່ວນ (ລາວ) ຊຸກຍູ້ການສຶກສາ, ປ້ອງກັນຊາດ ແລະ ຊາຍແດນ

ຍສໝ - ​ວັນທີ 29 ມິຖຸນາ, ຢູ່ນະຄອນ ດົງເຫີຍ, ຄະນະຜູ້ແທນຂັ້ນສູງແຂວງ ກວາງບິ່ງ (ຫວຽດນາມ) ແລະ ແຂວງຄໍາມ່ວນ (ລາວ) ໄດ້ພົບປະເຈລະຈາ ແລະ ລົງນາມໃນບົດບັນທຶກຮ່ວມມື. ວັດທະນະທຳ, ສັງຄົມ, ການປ້ອງກັນຊາດ-ຄວາມປອດໄພ ແລະຊາຍແດນແມ່ນບັນດາຂົງເຂດທີ່ສອງຝ່າຍຫວັງວ່າ ຈະຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ.

ມີງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.