ອາຊີ ສຸມກຳລັງແຮງເຂົ້າໃນການ​ກູ້​ໄພ, ຮັບ​ມື​ກັບ​ພາຍຸ​ Yagi

21:20 | 07/09/2024

ຍສໝ - ບັນດາ​ປະ​ເທດ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພະຍຸ Yagi ແມ່ນ ຈີນ, ຫວຽດນາມ, ລາວ, ກຳປູ​ເຈຍ, ​ໄທ ພວມຮັບ​ມື​ກັບ​ພາຍຸຢ່າງ​ຮີບ​ດ່ວນ, ກະກຽມບັນດາ​ເງື່ອນ​ໄຂ​ທີ່​ຈຳ​ເປັນ​ໃຫ້​ແກ່​ວຽກ​ງານ​ກູ້​ໄພ.

ຫວຽດນາມ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ກັບ WTO
ອາ​ຊຽນ ​ແລະ ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ ​ຈະ​ຍົກ​ລະດັບ​ການ​ຮ່ວມ​ມື​ປ້ອງ​ກັນ​ໄພ​ທຳ​ມະ​ຊາດ

ດ້ວຍລົມລະດັບແຮງທີ່ສຸດເຖິງ 234 ກິໂລແມັດຕໍ່ຊົ່ວໂມງ ໃກ້ກັບສູນກາງຂອງພະຍຸ, Yagi ໄດ້ຖືກບັນທຶກວ່າເປັນພະຍຸເຂດຮ້ອນທີ່ແຮງທີ່ສຸດເປັນອັນດັບສອງຂອງໂລກນັບແຕ່ຕົ້ນປີ 2024 ຈົນເຖິງປັດຈຸບັນ, ຖັດຈາກພາຍຸລະດັບ 5 Beryl ໃນມະຫາສະໝຸດອັດລັງຕິກ. ປະເທດທີ່ໄດ້ຮັບຜົນກະທົບຈາກພະຍຸ Yagi ແມ່ນຟີລິບປິນ, ຈີນ, ຫວຽດນາມ, ລາວ, ກໍາປູເຈຍ, ແລະ ໄທ ເລັ່ງຮັບມືກັບພະຍຸ.

ສະພາ​ຄຸ້ມ​ຄອງ​ ແລະ ​ຫຼຸດ​ຜ່ອນຄວາມ​ສ່ຽງ​ໄພ​ພິ​ບັດທາງທຳມະຊາດ​ແຫ່ງ​ຊາດ ​ຟີ​ລິບ​ປິນ (NDRRMC) ຫາ​ກໍ່​ປະກາດ​ຜົນ​ຮ້າຍຂອງພະຍຸ Yagi (ແຕ່​ວັນ​ທີ 1 ຫາ​ວັນ​ທີ 4 ກັນຍາ): ຈຳນວນ​ຜູ້​ເສຍ​ຊີວິດ​ເພີ່ມ​ຂຶ້ນ​ເປັນ 16 ຄົນ, ຄວາມ​ເສຍ​ຫາຍ​ດ້ານ​ພື້ນຖານ​ໂຄງ​ລ່າງ​ປະມານ 4 ລ້ານ USD. ຈໍານວນຄອບຄົວທີ່ໄດ້ຮັບຜົນກະທົບຈາກສະພາບອາກາດບໍ່ດີແມ່ນຫຼາຍກວ່າ 538.000 ຄອບຄົວ, ເທົ່າກັບປະມານ 2 ລ້ານຄົນ, ໃນນັ້ນມີຫຼາຍກວ່າ 9.000 ຄົວເຮືອນທີ່ອາໄສຢູ່ໃນສູນອົບພະຍົບ. ກະ​ຊວງ​ສະຫວັດດີ​ການ​ສັງຄົມ ແລະ ​ພັດທະນາ ຟີ​ລິບ​ປິນ​ ພ້ອມກັບບັນດາອົງການ​ອຳນາດການປົກຄອງ​ທ້ອງ​ຖິ່ນ ​ໄດ້​ສະໜອງ​ອາຫານ ແລະ ບັນດາການ​ຊ່ວຍ​ເຫຼືອ​ອື່ນໆ​ດ້ວຍຍອດມູນ​ຄ່າ​ຫຼາຍ​ກວ່າ 92 ລ້ານ ​ເປ​ໂຊ (1,6 ລ້ານ​ USD) ໃຫ້​ແກ່​ເຂດ​ປະສົບ​ໄພ.

ອາຊີ ສຸມກຳລັງແຮງເຂົ້າໃນການ​ກູ້​ໄພ, ຮັບ​ມື​ກັບ​ພາຍຸ​ Yagi

ຄວາມແຮງ​ຂອງພະຍຸ Yagi ສົ່ງ​ຜົນ​ກະ​ທົບ​ເຖິງຫຼາຍ​ປະ​ເທດ ​ອາ​ຊີ

ກະ​ຊວງ​ຊັບ​ພະ​ຍາ​ກອນ​ນ້ຳ​ຂອງ​ຈີນ ​ໄດ້​ຕິດ​ຕາມ​ສະ​ພາບ​ພະ​ຍຸ​ ແລະ ໄພ​ນ້ຳ​ຖ້ວມ​ທີ່​ເກີດ​ຈາກ​ຝົນ​ຕົກ​ໜັກ ຢ່າງເຂັ້ມງວດ, ພ້ອມກັນນັ້ນ ກໍ່ແນະນຳອຳນາດການປົກຄອງຂອງບັນດາທ້ອງ​ຖິ່ນ​ກ່ຽວ​ກັບ​ຄວາມ​ພະ​ຍາ​ຍາມ​ປ້ອງ​ກັນ. ລັດ​ຖະ​ບານ​ຈີນ​ ໄດ້​ສົ່ງ​ກຳ​ລັງ​ພິເສດ​ໄປ ​ກວາງ​ຕຸ້ງ ​ແລະ​ ​ໄຫ​ໜານ ​ເພື່ອ​​ແນະ​ນຳ​ກ່ຽວ​ກັບ​ການ​ປ້ອງ​ກັນ​ໄພ​ນ້ຳ​ຖ້ວມ​ ແລະ​ ພະ​ຍຸ. ພະນັກງານກູ້ໄພດ່ວນ 2.178 ຄົນ, ອຸປະກອນ 492 ​ເຄື່ອງ​ສຳລັບ​ເຂດ​ປ້ອງ​ກັນ​ໄພ​ນ້ຳ​ຖ້ວມ ​ແລະ ພະຍຸ​ທີ່ສຳຄັນ ແລະ 70.000 ອຸປະກອນບັນເທົາທຸກໄພພິບັດໄດ້ຖືກຈັດສົ່ງໄປ.

ພາຍຸ Yagi ​ໄດ້​ພັດ​ເຂົ້າຕົວເມືອງ ​ເວີນ​ຊາງ ຂຶ້ນກັບແຂວງ ໄຫ​ໜານ, ທາງ​ພາກ​ໃຕ້​ຂອງ​ຈີນ ໃນວັນ​ທີ 6 ກັນຍາ. ພາຍຸ​ດັ່ງກ່າວ ​ໄດ້​ນຳ​ເອົາ​ຝົນຕົກ​ໜັກມາ​ໃນບໍລິເວນກວ້າງ, ​ເຮັດ​ໃຫ້​ສາຍ​ໄຟຟ້າ​ຫຼາຍ​ສາຍ​ຖືກ​ຕັດ​ຂາດ. ແຂວງ ໄຫ​ໜານ ໄດ້​ເຫັນປະຈັກຕາສະພາບການ​ຕັດ​ໄຟຟ້າ​ສົ່ງ​ຜົນ​ກະທົບ​ຕໍ່ 830.000 ຄອບຄົວ​ໃນ​ແຂວງ. ອົງການສະໜອງ​ໄຟຟ້າ​ຂອງ​ແຂວງ ໄຫ​ໜານ ​ໄດ້​ສ້າງ​ຕັ້ງ​ໜ່ວຍ​ງານ​ສຸກ​ເສີນ 7.000 ຄົນ ​ເພື່ອ​ເລີ່​ມສ້ອມ​ແປງຢ່າງທັນທີ​ເມື່ອ​ເງື່ອນ​ໄຂ​. ​ຮອດ​ຕອນ​ຄ່ຳ​ວັນ​ທີ 6 ກັນຍາ​, ປະຊາຊົນ​ປະມານ 260.000 ຄອບຄົວ​ໄດ້​ມີ​ໄຟຟ້າໃຊ້​ແລ້ວ.

ຕອນ​ຄ່ຳ​ວັນ​ທີ 6 ກັນຍາ​, ພະຍຸ Yagi ​ໄດ້​ເຄື່ອນ​ຂ້າມ​ຊ່ອງ​ແຄບ Qiongzhou ທາງ​ພາກ​ເໜືອ​ຂອງ​ແຂວງ ໄຫ​ໜານ ແລະ ໄດ້ສົ່ງຜົນສະທ້ອນເຖິງ​ແຂວງ ກວາງຕຸ້ງ. ປະຊາຊົນຫຼາຍກວ່າ 574.500 ຄົນໄດ້ຖືກຍົກຍ້າຍອອກຈາກເຂດທີ່ມີຄວາມສ່ຽງ. ຫຼາຍກວ່າສອງສ່ວນສາມຂອງຄົນເຫຼົ່ານີ້ມາຈາກເມືອງ Zhanjiang. ເຮືອຫາປາທັງໝົດ 84.873 ລຳ ໄດ້ຊອກຫາບ່ອນພັກຢູ່ໃນທ່າເຮືອ. ໂຮງຮຽນ​ໃນ 10 ຕົວເມືອງ​​ກໍ່​ໄດ້​ປິດ​ເປັນ​ການ​ຊົ່ວຄາວ.

ໃນຂະນະນັ້ນ, ກົມອຸຕຸນິຍົມ ແລະ ອຸທົກກະສາດຂອງໄທ (TMD) ໄດ້ແນະນຳໃຫ້ປະຊາຊົນ ກຽມພ້ອມຮັບມືກັບຝົນຕົກໜັກຕິດມານຳລົມພັດແຮງຢູ່ພາກເໜືອ ແລະ ພາກຕາເວັນອອກສຽງເໜືອຂອງປະເທດໄທ. ເຂດທະເລ Andaman ແລະ ອ່າວພາກເໜືອຂອງໄທ ຄາດວ່າຈະມີລົມພັດແຮງ, ທະເລມີຄື້ນສູງເຖິງ 3 ແມັດ ຫຼື ຫຼາຍກວ່ານັ້ນໃນເຂດທີ່ມີພະຍຸ. ເຈົ້າ​ຂອງ​ເຮືອ​ໄດ້​ຮັບການແນະນຳຄວນລະມັດລະວັງທີ່ສຸດ, ຫຼີກລ້ຽງການເຄື່ອນທີ່ໃກ້ກັບເຂດທີ່ມີພະຍຸ ຫຼື ເປັນເຈົ້າການໃນການຈອດຢູ່ຝັ່ງ.

ປະຊາຊົນຢູ່ເຂດທີ່ໄດ້ຮັບຜົນກະທົບ, ພິເສດເເມ່ນເຂດໃກ້ພູ ຫຼື ທາງນໍ້າ ແລະ ເຂດທີ່ຕໍ່າ, ​ໄດ້​ຮັບການແນະນຳວ່າ ຕ້ອງລະວັງຕໍ່ຄວາມສ່ຽງທີ່ອາດຈະເກີດໄພນໍ້າຖ້ວມກະທັນຫັນ ແລະ ຄວາມເປັນໄປໄດ້ຂອງນໍ້າທີ່ໄຫຼລົ້ນຝັ່ງ ເນື່ອງຈາກຝົນຈະຕົກຫຼາຍ, ເລັ່ງປະຕິບັດມາດຕະການປ້ອງກັນ ເພື່ອຫຼຸດຜ່ອນຜົນກະທົບຈາກພະຍຸຝົນ.

ກະຊວງ​ຊັບພະຍາກອນ​ນ້ຳ ​ແລະ ອຸ​ຕຸ​ນິຍົມ, ອຸທົກກະສາດຂອງ​ກຳປູ​ເຈຍ (MOWRAM) ພວມ​ຕິດຕາມການຜັນແປທີ່ສັບສົນຂອງດິນ​ຟ້າ​ອາກາດຢ່າງໃກ້ຊິດ ແລະ ອັບເດດຂໍ້​ມູນ​ຂ່າວ​ສານ​ດິນ​ຟ້າ​ອາກາດ​ເປັນ​ປະຈຳ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມີການໂອ້​ລົມ​ສົນ​ທະ​ນາ​ກັບ​ບັນ​ດາ​ກອງ​ທຶນ​ການ​ລົງ​ທຶນ​ກ່ຽວ​ກັບ​ການ​ຮ່ວມ​ມື​ເພື່ອ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມີການໂອ້​ລົມ​ສົນ​ທະ​ນາ​ກັບ​ບັນ​ດາ​ກອງ​ທຶນ​ການ​ລົງ​ທຶນ​ກ່ຽວ​ກັບ​ການ​ຮ່ວມ​ມື​ເພື່ອ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ

ຍສໝ - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກເຖິງເລື່ອງ ຫວຽດນາມ ແລະ ອາເມລິກາ ພ້ອມກັນຍົກລະດັບເປັນ ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາແບບຍືນຍົງ

ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ກັບ UNESCO ເພື່ອ​ຮັບ​ໃຊ້​ການ​ພັດ​ທະ​ນາ​ປະ​ເທດ​ຊາດ

ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ກັບ UNESCO ເພື່ອ​ຮັບ​ໃຊ້​ການ​ພັດ​ທະ​ນາ​ປະ​ເທດ​ຊາດ

ຍ​ສ​ໝ - ວັນ​ທີ 28 ກຸມ​ພາ ຢູ່​ຮ່າ​ໂນ້ຍ, ຄະ​ນະ​ກຳ​ມະ​ການ​ແຫ່​ງ​ຊາດ UNESCO ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສະຫຼຸບວຽກ​ງານ​ປີ 2022 ແລະ ​ວາງ​ອອກການ​ກຳ​ນົດ​ທິດ​ການ​ເຄື່ອນ​ໄຫວ ປີ 2023.

ມີງດຶກ

ເບິ່ງເພີ່ມເຕີມໃນ: ຊາຍແດນ, ທະເລ, ໝູ່ເກາະ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.