ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ຈະໄປຢ້ຽມຢາມທາງລັດຖະກິດ ຫວຽດນາມ

21:34 | 07/09/2024

ຍສໝ - ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ຈະໄປຢ້ຽມຢາມທາງລັດຖະກິດ ຫວຽດນາມ ນັບແຕ່ວັນທີ 10 – 13 ກັນຍາ.

ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ມອບຂໍ້ຕົກລົງແຕ່ງຕັ້ງ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ລາວ
[ຮູບ​ພາບ] ຈີນ ​ຈັດພິ​ທີ​ສູງ​ສຸດ​ເພື່ອ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດນາມ ໂຕເລີມ

ຕາມ​ແຈ້ງການ​​ຂອງ​ຄະນະພົວພັນຕ່າງປະເທດສູນ​ກາງ​ໃນ​ວັນ​ທີ 5 ກັນຍາ​, ໂດຍຕອບ​ຮັບ​ຄຳ​ເຊີນ​ຂອງ​ ສະຫາຍ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ ຫວຽດນາມ, ປະທານ​ປະ​ເທດແຫ່ງ ສສ ຫວຽດນາມ ໂຕເລີມ ​ແລະ ພັນ​ລະ​ຍາ, ສະຫາຍເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກປະຊາຊົນ ປະຕິວັດລາວ, ປະທານ​ປະ​ເທດ ​ແຫ່ງ ສປປ ລາວ ທອງ​ລຸນ ສີ​ສຸ​ລິດ ແລະ ​ພັນ​ລະ​ຍາ ຈະ​ໄປຢ້ຽມຢາມທາງລັດຖະກິດ ຫວຽດນາມ ນັບແຕ່ວັນທີ 10 – 13 ກັນຍາ.

ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ຈະໄປຢ້ຽມຢາມທາງລັດຖະກິດ ຫວຽດນາມ

ສະຫາຍເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ (ເບື້ອງຂວາ) ໄດ້ຕ້ອນຮັບ ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ເມື່ອທ່ານໄປຢ້ຽມຢາມ ລາວ ຂັ້ນລັດ ໃນເດືອນກໍລະກົດ ປີ 2024 ບົນຖານະເປັນຜູ້ນຳໜ້າຂອງ​ລັດ. (ພາບ: TTXVN)

ການໄປຢ້ຽມຢາມ ຫວຽດນາມ ຂອງ ສະຫາຍເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ດຳເນີນໄປໂດຍບໍ່ຮອດ 2 ເດືອນ ຫຼັງຈາກ ສະຫາຍເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄປຢ້ຽມຢາມ ລາວ ຂັ້ນລັດ ໃນຖານະເປັນຜູ້ນຳໜ້າຫວຽດນາມ ໃນເດືອນກໍລະກົດ ປີນີ້. ປະເທດລາວ​ ຍັງ​ເປັນ​ຈຸດໝາຍ​ປາຍທາງ​ທຳ​ອິດ​ຂອງ​ສະຫາຍ ໂຕເລີມ ໃນ​ຖານະ​ເປັນ​ປະທານປະເທດ. ໃນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, 2 ຝ່າຍ​ຈະສືບ​ຕໍ່​ຢືນ​ຢັນ​ຄວາມຕັດສິນໃຈສູງໃນການ​ພັດ​ທະ​ນາຢ່າງບໍ່ຢຸດຢັ້ງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ລາວ ກ້າວເຂົ້າສູ່ລວງເລິກ, ແທດຈິງ ແລະ ມີ​ປະ​ສິດ​ທິ​ຜົນກ່ວາອີກ. 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະພາບກ່ຽວກັບບັນດາມາດ​ຕະການ​ສືບ​ຕໍ່​ຜັນຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ​ລະຫວ່າງ 2 ພັກ, 2 ລັດ ຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ສ້າງກຳລັງຜັກດັນໃໝ່, ຊຸກຍູ້​ຢ່າງເຂັ້ມແຂງກ່ວາອີກການ​ພົວພັນລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ. ໃນນັ້ນ, ກໍ່ສືບ​ຕໍ່​ເອົາ​ໃຈ​ໃສ່, ສຸມ​ໃສ່​ເຂົ້າ​ໃນບັນດາຂົງ​ເຂດ​ປ້ອງ​ກັນ​ຊາດ - ປ້ອງກັນຄວາມສະຫງົບ, ​ເສດຖະກິດ - ການ​ຄ້າ - ການ​ລົງທຶນ, ການ​ສຶກສາ - ບຳລຸງ​ສ້າງ, ວັດທະນະທຳ ​ແລະ ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ.

ວັນ​ທີ 3 ສິງຫາ​, ​ເນື່ອງ​ໃນ​ໂອກາດ​ທີ່​ ສະຫາຍ ໂຕເລິມ,ກຳມະການ​ກົມ​ການ​ເມືອງ, ປະທານ​ປະ​ເທດ ຫວຽດນາມກໍ່​ໄດ້​ຮັບ​ການເລືອກ​ຕັ້ງ​ເປັນ​ເລຂາທິການ​ໃຫຍ່, ສະຫາຍ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ທອງ​ລຸນ ສີ​ສຸ​ລິດ ​ໄດ້​ສົ່ງ​ຈົດໝາຍ​ອວຍພອນ.

ໃນ​ຈົດໝາຍ, ສະຫາຍ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການ​ນຳພາ​ອັນ​ຖືກຕ້ອງ, ຄ່ອງແຄ່ວ ແລະ ສ່ອງໃສຂອງ​ພັກ​ກອມ​ມູນິດ ​ຫວຽດນາມ, ໂດຍສະຫາຍເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ເປັນນຳໜ້າ, ປະຊາຊົນ ຫວຽດນາມ ອ້າຍນ້ອງ ຈະສືບ​ຕໍ່​ຍາດ​ໄດ້​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ກວ່າ​ອີກໃນພາລະກິດແຫ່ງນະວັດຕະກຳ.

ສະຫາຍເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ຢືນຢັນວ່າ ຈະຂ້າງຄຽງກັບ ສະຫາຍເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ບັນດາການນຳຂອງພັກ, ລັດ ຫວຽດນາມ ຈະສືບຕໍ່ປັບປຸງ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ, ຫວຽດ​ນາມ - ລາວ ໃຫ້ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງເລິກເຊິ່ງກວ້າງ, ມີ​ປະ​ສິດ​ທິ​ຜົນ​ໃນ​ທຸກ​ຂົງ​ເຂດ ເພື່ອ​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ທີ່ແທດ​ຈິງ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ປະ​ເທດ, ກໍ່ຄື​ປະ​ກອບ​ສ່ວນ​ພັດ​ທະ​ນາ​ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ຢູ່​ພາກ​ພື້ນ ແລະ ໃນ​ໂລກ.

ບັນດາ​ອົງການ​ປະຊາຊົນ​ໃນ​ທົ່ວ​ໂລກຊົມເຊີຍ ສະຫາຍ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ

ບັນດາ​ອົງການ​ປະຊາຊົນ​ໃນ​ທົ່ວ​ໂລກຊົມເຊີຍ ສະຫາຍ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ

ຍສໝ - ເນື່ອງ​ໃນ​ໂອກາດ​ທີ່ ສະຫາຍ​ກຳມະການ​ກົມ​ການ​ເມືອງ, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ​ຫວຽດນາມ, ບັນດາ​ອົງການ, ບຸກຄົນໃນ​ທົ່ວ​ໂລກທີ່ເປັນເພື່ອນ​ມິດ, ຄູ່​ຮ່ວມ​ມື​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ແລະ ບັນດາ​ອົງການ​ສະມາຊິກ ​ໄດ້​ສົ່ງ​ຈົດໝາຍ, ​ໂທລະ​ເລກ ​ເພື່ອຊົມເຊີຍທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ.

ສື່​ມວນ​ຊົນ ​ແລະ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຍີ່ປຸ່ນ ຍ້ອງຍໍ​ສັນລະເສີນການ​ປະກອບສ່ວນ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ

ສື່​ມວນ​ຊົນ ​ແລະ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຍີ່ປຸ່ນ ຍ້ອງຍໍ​ສັນລະເສີນການ​ປະກອບສ່ວນ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ

ຍສໝ - ເຖິງ​ວ່າຈະ​ຫຍຸ້ງກັບ​ວຽກງານ​​, ​ແຜນການເຄື່ອນໄຫວວຽກງານຫຼາຍຢ່າງ, ​ແຕ່​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຍາມ​ໃດ​ກໍ່​ຍາດເວລໄປພົບ​ປະ​ກັບ​ປະຊາ​ຄົມ​ຊາວ​ຫວຽດນາມຢູ່​ຕ່າງປະ​ເທດ, ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັບຜິດຊອບ ​ແລະ ຄວາມ​ຮັກ​ແພງ​ຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ​ເປັນ​ພິ​ເສດ.

ມີງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.