ອົງການ GPI ມອບອຸປະກອນການຮຽນໃຫ້ໂຮງຮຽນປະຖົມ ຟູ້ລົກ, ຟູ້ເທາະ

21:29 | 07/09/2024

ຍສໝ - ວັນ​ທີ 5 ກັນຍາ ຢູ່​ແຂວງ ຟູ້​ເທາະ, ອົງການ​ຄົນ​ດີ​ສາກົນ (GPI/ສ.​ເກົາຫຼີ) ​ໄດ້​ຈັດ​ຕັ້ງ​ການ​ມອບ​ອຸປະກອນ​ໃຫ້​ໂຮງຮຽນ​ປະຖົມ ຟູ້​ລົກ (​ຕາ​ແສງ ຟູ້​ລົກ, ​ເມືອງ ຟູ​ນິງ).

ຊຸກຍູ້ການຮ່ວມມືລະຫວ່າງສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ ສະຫະປະຊາຊາດ ປະຈຳຫວຽດນາມ ຊຸກຍູ້ການຮ່ວມມືລະຫວ່າງສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ ສະຫະປະຊາຊາດ ປະຈຳຫວຽດນາມ
ຮ່າໂນ້ຍ - ວຽງຈັນ (ລາວ) : ແບ່ງປັນປະສົບການໃນວຽກງານກວດກາພັກ ຮ່າໂນ້ຍ - ວຽງຈັນ (ລາວ) : ແບ່ງປັນປະສົບການໃນວຽກງານກວດກາພັກ

ໂຮງຮຽນປະຖົມ ຟູ້ລົກ ມີພະນັກງານ-ຄູອາຈານທັງໝົດ 46 ຄົນ, ມີນັກຮຽນທັງໝົດ 974 ຄົນ. ໂຮງຮຽນມີ 26 ຫ້ອງຮຽນ ແຕ່ມີຫ້ອງຮຽນພຽງແຕ່ 24 ຫ້ອງ. ໃນເດືອນສິງຫາ 2023, ໂຮງຮຽນໄດ້ລົງທຶນກໍ່ສ້າງໂຄງການຫ້ອງຮຽນທີ່ມີ 9 ຫ້ອງຮຽນແລະ ບັນດາກິດຈະກຳເສີມ. ຢ່າງໃດກໍ່ຕາມບັນດາອຸປະກອນເຊັ່ນ: ໂຕະ, ຕັ່ງ ແລະ ອຸປະກອນໃນຫ້ອງຮຽນ ຍັງບໍ່ທັນຕອບສະຫນອງໄດ້ຕາມຄວາມຕ້ອງການ.

ໃນສະພາບການດັ່ງກ່າວ, ພະແນກການຕ່າງປະເທດ ແລະ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ ຟູ້ເທາະ ໄດ້ເຊື່ອມຕໍ່ ແລະ ແນະນຳອົງການ GPI ໄປຢ້ຽມຢາມໂຮງຮຽນ, ສຳຫຼວດຕົວຈິງ ແລະ ຂື້ນແຜນການຊ່ວຍເຫຼືອ.

Đại diện tổ chức GPI trao tặng trang thiết bị phòng học cho Trường Tiểu học Phú Lộc (xã Phú Lộc, huyện Phù Ninh, tỉnh Phú Thọ). (Ảnh: phuninh.phutho.gov.vn)  ຕາງໜ້າອົງການຄົນດີສາກົນມອບອຸປະກອນການຮຽນໃຫ້ໂຮງຮຽນປະຖົມ ຟູ້ລົກ (ຕາແສງ ຟູ້ລົກ, ເມືອງ ຟູນິງ, ແຂວງ ຟູ້ເທາະ). (ພາບ: phutinh.phutho.gov.vn)

ຕາງໜ້າອົງການ GPI ມອບອຸປະກອນການຮຽນໃຫ້ໂຮງຮຽນປະຖົມ ຟູ້ລົກ (ຕາແສງ ຟູ້ລົກ, ເມືອງ ຟູນິງ, ແຂວງ ຟູ້ເທາະ). (ພາບ: phutinh.phutho.gov.vn)

ທີ່​ໂຄງການ, ຜູ້ຕາງໜ້າອົງການ GPI ໄດ້​ມອບ​ແອ 7 ​ເຄື່ອງ ​ເປັນ​ມູນ​ຄ່າ​ກວ່າ 101 ລ້ານ​ດົ່ງ ​ໃຫ້​ໂຮງຮຽນ​ປະຖົມ ຟູ້​ລົກ. ກ່ອນ​ໜ້າ​ນີ້, ອົງການ GPI ກໍ່​ໄດ້​ມອບ​ອຸປະກອນ​ການຮຽນ​ໃຫ້​ແກ່​ໂຮງຮຽນ​ລວມມີ: ໂຕະ ​ແລະ ຕັ່ງ​ນັ່ງ​ໃຫ້​ຄູ​ອາຈານ ​ແລະ ນັກຮຽນ; ໂຕະ ແລະ ຕັ່ງ; ໂທລະພາບ; ໂປເຈັກເຕີ; ແລັບທັອບ; ຫົວໂປເຈັກເຕິ; ​ແອ ເຊິ່ງ​ມີ​ມູນ​ຄ່າ​ເກືອບ 470 ລ້ານ​ດົ່ງ.

​​ໂອກາດ​ດັ່ງກ່າວ, ອົງການ GPI ​ຍັງ​ໄດ້​ລົງ​ສຳ​ຫຼວດ​ສຸກສາລາ​ຂອງ​ຕາ​ແສງ ຟູ​້ລົ​ກ ​ເພື່ອຂຶ້ນແຜນ ​ແລະ ​ລາຍ​ງານໃຫ້ການຈັດ​ຕັ້ງ​ການ​ຊ່ວຍເຫຼືອ​ຕາ​ແສງຟຸ້ລົກ ​ໃນ​ການ​ກໍ່ສ້າງ​ສຸກສາລາຕາແສງ.

ອານຸໄຊ ສະຫວັດ

302 Found

Found

The document has moved here.