ທະຫານເຮືອ ເຂດ 1 ກຽມພ້ອມຈັດ​ຕັ້ງ​ການ​ຊ່ວຍກູ້ໄພຢ່າງທັນການກ່ອນພະຍຸ Yagi ພັດເຂົ້າ

21:21 | 07/09/2024

ຍສໝ - ໂດຍເປັນເຈົ້າການໃນການຮັບມືກັບພະຍຸເລກທີ 3 (Yagi), ທະຫານເຮືອ ເຂດ 1 ໄດ້ຊີ້ນໍາບັນດາຫົວໜ່ວຍທີ່ຕັ້ງຈຸດຢູ່ເຂດ ຫາຍຟ່ອງ, ກວາງນິງ ຕິດຕາມ, ກຳໄດ້ສະພາບການຜັນແປຂອງພະຍຸ; ເປັນເຈົ້າການໃນການເພີ່ມເຕີມໃຫ້ແກ່ບັນດາໜ່ວຍງານກ່ຽວກັບຈຳນວນ, ອຸປະກອນປ້ອງກັນໄພນໍ້າຖ້ວມຢ່າງຄົບຖ້ວນ, ການຊອກຫາການກູ້ໄພ.

ຄວາມ​ມຸ່ງ​ຫວັງ​​ທີ່​ຕັ້ງ​ໃໝ່, ລະດັບ​ໃໝ່​ຂອງ​ການ​ພົວພັນ​ສອງ​ປະ​ເທດ ​ແລະ ບັນດາ​ໝາກຜົນ​ ​ໃນ​ທຸກ​ຂົງ​ເຂດ​ລະຫວ່າງ ຫວຽດນາມ ​ແລະ ຈີນ.
​ເກົາຫຼີ - ຫວຽດນາມ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ​ໃນ​ຂົງ​ເຂດ​ຕຳ່​ແຜ່ນ​ຕັດຫຍິບ

ບັນດາ​ໜ່ວຍງານຮັກສາລະບອບເວນຍາມທຸກຂັ້ນ ແລະ ກຳລັງຊອກ​ຫາ​ກູ້​ໄພຢ່າງເຂັ້ມງວດ; ກວດກາ​ຄືນແຜນການ, ສະຖານທີ່ພັກເຮືອ, ຫຼີກລ່ຽງພະຍຸໃຫ້ສຳລັບເຮືອ.

ຢູ່ແຂວງ ກວາງນິງ, ກອງພົນນ້ອຍ 147 ໄດ້ລະດົມກຳລັງພະນັກງານ, ນັກຮົບ 380 ຄົນ ກຽມພ້ອມທີ່ຈະຊ່ວຍກູ້ໄພຢ່າງທັນການຢູ່ເຂດຄັນຄູ ຮ່ານາມ; ​ປ້ອງ​ກັນໄພທຳມະຊາດ, ຊອກຫາກູ້​ໄພໃນບໍລິເວນທີ່ຕັ້ງຈຸດ ແລະ ເພີ່ມທະວີໃຫ້ແກ່ກຳລັງ​ປ້ອງ​ກັນ​ພະຍຸຂອງເຫຼົ່າທັບທະຫານເຮືອ. ກອງພົນນ້ອຍ ໄດ້ກະກຽມລົດບັນຊາ 1 ຄັນ, ລົດບັດ 3 ຄັນ, ລົດຂົນສົ່ງທະຫານ 5 ຄັນ, ລົດຫຸ້ມເກາະ 6 ຄັນ, ລົດສຸກເສີນ 1 ຄັນ ແລະ ເຄື່ອງໃຊ້ທີ່ຈຳເປັນ ເພື່ອກຽມພ້ອມເຄື່ອນທີ່ເຮັດໜ້າທີ່ 24/24 ຊົ່ວໂມງ.

ທະຫານເຮືອ ເຂດ 1 ກຽມພ້ອມຈັດ​ຕັ້ງ​ການ​ຊ່ວຍກູ້ໄພຢ່າງທັນການກ່ອນພະຍຸ Yagi ພັດເຂົ້າ

ກອງພົນນ້ອຍ 147 ໄດ້ກະກຽມພາຫະນະ, ເຄື່ອງໃຊ້ທີ່ຈຳເປັນກຽມພ້ອມເຄື່ອນຍ້າຍເມື່ອມີຄຳສັ່ງ. ພາບ: Doan Hiep

ກອງພົນນ້ອຍ 170, ຮັກສາກໍາລັງເວນຍາມ 100% ເພື່ອປ້ອງກັນພະຍຸເລກທີ 3, ໃນນັ້ນ ລະດົມກໍາລັງພະນັກງານ, ນັກຮົບຈໍານວນ 120 ຄົນ ກຽມພ້ອມທີ່ຈະປ້ອງກັນໄພທໍາມະຊາດ, ຊອກຫາກູ້ໄພໃນບໍລິເວນທີ່ຕັ້ງຈຸດ; ກະກຽມລົດບັນຊາ 1 ຄັນ, ລົດຂົນສົ່ງທະຫານ 2 ຄັນ, ລົດສຸກເສີນ 1 ຄັນ ກຽມພ້ອມເຄື່ອນທີ່ເຮັດໜ້າທີ່.

ກອງພົນນ້ອຍ ​ໄດ້​ລະດົມເຮືອ 14 ລຳ ​ເພື່ອ​ເຂົ້າ​ໄປ​ລີ້​ໄພ​ຈາກ​ພາຍຸຢ່າງທັນການ, ສົມທົບ​ກັບ​ວຽກ​ງານ​ຂົນຂວາຍ​ປະຊາຊົນ, ມອບ​ເຄື່ອງ​ຂອງ​ທີ່​ຈຳ​ເປັນ​ໃຫ້​ຊາວ​ປະມົງ​ທີ່​ພວມ​ຫຼົບພະຍຸໃນບໍລິເວນ. ກອງພົນນ້ອຍ 170 ຍັງໄດ້ສົ່ງພະນັກງານ, ນັກຮົບ 40 ຄົນ ກຽມພ້ອມທີ່ຈະເຄື່ອນທີ່ເພີ່ມທະວີໃຫ້ກຳລັງປ້ອງ​ກັນ​ພະຍຸຂອງເຫຼົ່າທັບທະຫານເຮືອ.

ກອງພົນນ້ອຍ 1​69 ຍັງໄດ້ເຄື່ອນທີ່ເຮືອເພື່ອຫຼີກລ່ຽງລົມພາຍຸ 20 ຖ້ຽວ, ປັກຫຼັກຄ້ຳຕົ້ນໄມ້ 500 ຕົ້ນ, ບັນຈຸຊາຍໃສ່ 100 ເປົາ ເພື່ອເຕັງຫຼັງຄາສັງກະສີ; ຮັບປະກັນທີ່ພັກອາໄສ, ການເຄື່ອນໄຫວຂອງທະຫານ, ສາງຂອງໜ່ວຍງານ ແລະ ຜັນຂະຫຍາຍບັນດາມາດຕະການເພື່ອຮັບປະກັນຄວາມປອດໄພໃນການປ້ອງກັນ, ຕ້ານພະຍຸ. ກອງພົນນ້ອຍ ຮັກສາລະບອບເວນຍາມທຸກຂັ້ນຢ່າງເຂັ້ມງວດ, ກະກຽມ​ກຳລັງ, ພາຫະນະ​ໃຫ້​ພ້ອມ​ກັບ​ການ​ເຄື່ອນ​ໄຫວ, ປະຕິບັດ​ໜ້າ​ທີ່​ຕາມ​ຄຳ​ສັ່ງ.

ຢູ່​ແຂວງ ຫາຍ​ຟ່ອງ, ກອງພັນໃຫຍ່ 151 ​ໄດ້​ຊີ້​ນຳ​ບັນດາປ້ອມ radar ​ເພື່ອ​ເປັນເຈົ້າການບັນດາມາດ​ຕະການ​ປ້ອງ​ກັນ, ຕ້ານ​ພາຍຸ.

ຊຸກ​ຍູ້​ການ​ພົວ​ພັນ ຫວຽດ​ນາມ - ຟີ​ລິບ​ປິນ ພັດ​ທະ​ນາ​ຢ່າງ​ແທດ​ຈິງ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ - ການ​ຄ້າ ແລະ ການ​ລົງ​ທຶນ

ຊຸກ​ຍູ້​ການ​ພົວ​ພັນ ຫວຽດ​ນາມ - ຟີ​ລິບ​ປິນ ພັດ​ທະ​ນາ​ຢ່າງ​ແທດ​ຈິງ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ - ການ​ຄ້າ ແລະ ການ​ລົງ​ທຶນ

ຍສໝ- ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 44 (AIPA-44) ຢູ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ, ຕອນບ່າຍວັນທີ 6 ສິງຫາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ພົບປະກັບທ່ານປະທານສະພາຕ່ຳ ຟີລິບປິນ Ferdinand Martin Romualdez.

ຫວຽດ​ນາມ ແລະ Trinidad & Tobago ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ

ຫວຽດ​ນາມ ແລະ Trinidad & Tobago ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ

ຍ​ສ​ໝ - ວັນທີ 1 ກຸມພາ, ທີ່ສຳນັກງານຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຢູ່ ນິວຢອກ, ອາເມລິກາ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ແລະ ທ່ານເອກອັກຄະລັດຖະທູດ Dennis Francis, ຫົວໜ້າຄະນະຜູ້ຕາງໜ້າ Trinidad & Tobago ປະຈຳ ...

ມີງດຶກ

ເບິ່ງເພີ່ມເຕີມໃນ: ຊາຍແດນ, ທະເລ, ໝູ່ເກາະ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.