ມູນ​ຄ່າ​ສົ່ງ​ອອກ​ປາທູນ່າໄປຍັງ EU ບັນ​ລຸ​ກວ່າ 133 ລ້ານ USD

00:00 | 08/09/2024

ຍສໝ - ຕາມ​ສະມາຄົມປຸງແຕ່ງ ແລະ ສົ່ງ​ອອກສິນ​ທະ​ເລ ຫວຽດນາມ (VASEP) ​ແລ້ວ, ມູນ​ຄ່າ​ການ​ສົ່ງ​ອອກ​ປາທູນ່າຂອງ​ ຫວຽດນາມ​ ໄປ​ຍັງ EU ໄລຮອດວັນ​ທີ 15 ສິງຫາ 2024 ​ໄດ້​ເພີ່ມ​ຂຶ້ນ 28% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2023, ບັນລຸ​ກວ່າ 133 ລ້ານ USD.

ຫວຽດ​ນາມ - ຍີ່​ປຸ່ນ ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ວີ​ຊາ, ODA ແລະ ການ​ສົ່ງ​ອອກ​ແຮງ​ງານ
​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ສົ່ງ​ອອກ​ຂອງນະຄອນ ໂຮ່ຈີ​ມິນ ​ເຂົ້າ​ເຖິງ ​ແລະ​ເປີດ​ກວ້າງຕະຫຼາດ​ຢູ່ກາ​ນາ​ດາ

​ເດືອນ​ກໍລະກົດ​ ປີ 2024, ການ​ສົ່ງ​ອອກ​ປາທູນ່າ​ຂອງ​ ຫວຽດນາມ​ ໄປ​ຍັງ EU ເລີ່​ມມີ​ສັນຍານ​ຫຼຸດ​ລົງ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ, ຫຼຸດ​ລົງ 14%. ກ້າວເຂົ້າສູ່​ເຄິ່ງ​ເດືອນ​ຕົ້ນ​ເດືອນ​ສິງຫາ, ເຖິງ​ວ່າ​ການ​ສົ່ງ​ອອກປາທູນ່າຂອງ​ ຫວຽດນາມ ​ໄປ​ຍັງ EU ​ເພີ່ມ​ຂຶ້ນ​ກໍ່ຕາມ, ​​ແຕ່​ການ​ສົ່ງ​ອອກບັນດາ​ຜະລິດ​ຕະພັນ​ປາທູນ່າກະປ໋ອງຍັງສືບຕໍ່ຫຼຸດລົງຫຼາຍ.

ຕາມ​ສະຖິຕິ​ຂອງ​ດ່ານ​ພາສີ​ ຫວຽດນາມ, ມູນ​ຄ່າ​ການ​ສົ່ງ​ອອກ​ປາທູນ່າຂອງ​ ຫວຽດນາມ​ ໄປ​ຍັງ EU ໄລຮອດວັນ​ທີ 15 ສິງຫາ 2024 ໄດ້​ເພີ່ມ​ຂຶ້ນ 28% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2023, ບັນລຸ​ກວ່າ 133 ລ້ານ USD. ​ໃນ​ກຸ່ມທ້ອງຕະຫຼາດ​ນີ້, ປາທູ​ນ່າ​ກະປ໋ອງ ພວມ​ແມ່ນ​ຜະລິດ​ຕະພັນ​ຕົ້ນຕໍ, ກວມ​ເກືອບ 39% ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​ໄປ​ຍັງ EU.

ມູນ​ຄ່າ​ສົ່ງ​ອອກ​ປາທູນ່າໄປຍັງ EU ບັນ​ລຸ​ກວ່າ 133 ລ້ານ USD

ປາທູ​ນ່າ​ລາຍແມ່ນວັດຖຸດິບຫຼັກຂອງອຸດສາຫະກຳປຸງແຕ່ງ ແລະ ສົ່ງອອກປາທູນ່າກະປ໋ອງ (ພາບປະກອບ).

ໃນ 5 ເດືອນຕົ້ນປີ, ປາທູນ່າກະປ໋ອງແມ່ນກຸ່ມຜະລິດຕະພັນທີ່ຮັກສາຈັງຫວະການເຕີບໂຕທີ່ດີໃນ 5 ເດືອນຕົ້ນປີ. ແຕ່ເຖິງຢ່າງໃດກໍ່ຕາມ ນັບ​ແຕ່​ເດືອນ​ມິຖຸນາ ​​ໄປ, ການ​ສົ່ງ​ອອກ​ຂອງ​ກຸ່ມ​ຜະລິດ​ຕະພັນ​ນີ້ ໄດ້​ຫຼຸດ​ລົງ​ຢ່າງ​ຕໍ່ເນື່ອງ ແລະ ​ນັບມື້ນັບຫຼຸດລົງຫຼາຍ. ການ​ສົ່ງ​ອອກ​ໄປ​ຍັງບັນດາທ້ອງຕະຫຼາດ​ນຳ​ເຂົ້າ​ປາ​ທູ​ນ່າ​ກະປ໋ອງ​ຂອງ​ ຫວຽດນາມ​ ໃນກຸ່ມ EU ​ເຊັ່ນ ​ເຢຍລະ​ມັນ, ໂຮນລັງ, ​ໂປ​ແລນ ຫຼື ອີ​ຕາ​ລີ ລ້ວນ​ແຕ່​ຫຼຸດ​ລົງ​ໃນ​ໄລຍະ​ນີ້.

ຕາມ VASEP ແລ້ວ, ປາທູນ່າກະປ໋ອງໃນປັດຈຸບັນແມ່ນຜະລິດຕະພັນຕົ້ນຕໍທີ່ສົ່ງອອກໄປ EU, ກວມເອົາເກືອບ 39% ຂອງຍອດວົງເງິນສົ່ງອອກປາທູນ່າຂອງ ຫວຽດນາມ ໄປຍັງທ້ອງຕະຫຼາດນີ້ (ສະສົມແຕ່ຕົ້ນປີຫາວັນທີ 15 ສິງຫາ).

​ໃນຊຸມ​ເດືອນ​ທຳ​ອິດ​ຂອງ​ປີ​ນີ້, ການ​ສົ່ງ​ອອກ​ປາທູ​ນ່າ​ໄປ​ຍັງ​ທ້ອງຕະຫຼາດ EU ມີການ​ເພີ່ມ​ຂຶ້ນ ​ແລະ ​ຫຼຸດ​ລົງສະຫຼັບກັນໄປ. ຫຼັງຈາກການຂະຫຍາຍຕົວຢ່າງຕໍ່ເນື່ອງຈາກເດືອນມີນາ ຫາເດືອນມິຖຸນາ, ການສົ່ງອອກປາທູ​ນ່າໄປຍັງ EU ໄດ້ຫຼຸດລົງ 14% ໃນເດືອນກໍລະກົດ.

VASEP ​ໄດ້​ສັງ​ລວມ​ຄວາມ​ເຫັນ​ຈາກ​ບັນດາ​ວິ​ສາ​ຫະກິດ​ໂດຍໃຫ້ຮູ້​ວ່າ ​ສາຍ​ເຫດ​ການຫຼຸດລົງຂອງ​ການ​ສົ່ງ​ອອກ​ປາທູ​ນ່າ​ໄປ​ຍັງ EU ​ໃນ​ຊຸມ​ເດືອນ​ມໍ່ໆ​ມາ​ນີ້ ແມ່ນ​ຍ້ອນໂຄຕ໊າພາສີ​ບຸລິມະສິດ​ຄ່ອຍໆ​ໝົດ​ໄປ ​ແລະ ບັນດາ​ວິ​ສາ​ຫະກິດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກກ່ຽວກັບແຫຼ່ງສະໜອງປາທູ​ນ່າ​ລາຍທີ່​ມີ​ຕົ້ນ​ກຳ​ເນີດ​ຢູ່​ ຫວຽດນາມ (ເໍິ່ງເປັນວັດຖຸດິບຫຼັກຂອງອຸດສາຫະກຳປຸງແຕ່ງ ແລະ ສົ່ງອອກປາທູນ່າກະປ໋ອງ).

ວິ​ສາ​ຫະ​ກິດ​ຫວຽດ​ນາມ - ລາວ ສົ່ງ​ເສີມ​ການ​ນຳ​ເຂົ້າ-ສົ່ງ​ອອກ​ທີ່ຕິດ​ພັນ​ກັບ​ການ​ຫັນ​ເປັນ​ດິ​ຈິ​ຕອນ

ວິ​ສາ​ຫະ​ກິດ​ຫວຽດ​ນາມ - ລາວ ສົ່ງ​ເສີມ​ການ​ນຳ​ເຂົ້າ-ສົ່ງ​ອອກ​ທີ່ຕິດ​ພັນ​ກັບ​ການ​ຫັນ​ເປັນ​ດິ​ຈິ​ຕອນ

ຍສໝ - ນັບແຕ່ວັນທີ 28 ມິຖຸນາ ຫາ 30 ມິຖຸນາ 2024, ທີ່ນະຄອນຫຼວງວຽງຈັນ, ສປປ ລາວ ຈະດຳເນີນການສຳມະນາ "ສົ່ງເສີມການນໍາເຂົ້າ ແລະ ສົ່ງອອກທີ່ຕິດພັນກັບການຫັນເປັນດິຈິຕອນ" ເພື່ອແລກປ່ຽນປະສົບການການນຳໃຊ້ການຫັນເປັນດິຈິຕອນ ໃນການຮ່ວມມືດ້ານການຄ້າ ແລະ ການນໍາເຂົ້າ-ສົ່ງອອກລະຫວ່າງວິສາຫະກິດ ຫວຽດນາມ - ລາວ.

ຍີ່ປຸ່ນ ຍັງ​ແມ່ນ​ທ້ອງຕະຫຼາດ​ສົ່ງ​ອອກ​ແຮງ​ງານ​ອັນ​ດັບ​ໜຶ່ງ​ຂອງ​ ຫວຽດນາມ

ຍີ່ປຸ່ນ ຍັງ​ແມ່ນ​ທ້ອງຕະຫຼາດ​ສົ່ງ​ອອກ​ແຮງ​ງານ​ອັນ​ດັບ​ໜຶ່ງ​ຂອງ​ ຫວຽດນາມ

ຍສໝ - ຕາມ​ບົດ​ລາຍ​ງານ​ຂອງ​ກົມ​ຄຸ້ມ​ຄອງ​ແຮງ​ງານ​ຢູ່​ຕ່າງປະ​ເທດ (ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫວຽດນາມ), ​ໃນ 4 ​ເດືອນ​ຕົ້ນ​ປີ 2024 ຍີ່ປຸ່ນ ຍັງ​ແມ່ນ​ທ້ອງຕະຫຼາດ​ສົ່ງ​ອອກ​ແຮງ​ງານ​ອັນ​ດັບ​ໜຶ່ງ​ຂອງ​ ຫວຽດນາມ.

ມີງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.