ຍສໝ - ຫວຽດນາມ ເນັ້ນໜັກເຖິງຄວາມສຳຄັນຂອງການມອບສິດໃຫ້ແກ່ແມ່ຍິງໃນການສະກັດກັ້ນການປະທະກັນ; ຢືນຢັນວ່າ ຫວຽດນາມ ໄດ້ປະຕິບັດບັນດາບາດກ້າວສະເພາະ ເພື່ອຊຸກຍູ້ການເຂົ້າຮ່ວມຂອງແມ່ຍິງໃນທຸກຂັ້ນຂອງການຄຸ້ມຄອງ.
ຍສໝ - ຕອນບ່າຍວັນທີ 25 ກຸມພາ, ຢູ່ຕາແສງ ຟອງຝູ, ເມືອງ ເຕີນລາກ, ແຂວງ ຮ່ວາບິ່ງ, ຄະນະປະຈຳຄະນະຊາວໜຸ່ມແຂວງ ຮ່ວາບິ່ງ ສົມທົບກັບຄະນະບໍລິຫານງານສູນກາງຈັດຕັ້ງພິທີໄຂງານບຸນປູກຕົ້ນໄມ້ “ຮູ້ບຸນຄຸນລຸງໂຮ່ຕະຫຼອດໄປ” ແລະ ເດືອນຊາວໜຸ່ມປີ 2024, ປະຕິບັດບັນດາການເຄື່ອນໄຫວປະກັນສັງຄົມ, ເລີ່ມຕົ້ນ ແລະ ເປີດກວ້າງບັນດາໂຄງການ ແລະ ກິດຈະກຳຊາວໜຸ່ມ.
ຍສໝ - ຢູ່ນະຄອນ ໂຮ່ຈີມິນ, ເດືອນຊາວໜຸ່ມປີ 2024 ໄດ້ດຳເນີນແຕ່ວັນທີ 24 ກຸມພາ - 31 ມີນາ, ດ້ວຍຫຼາຍເນື້ອໃນ, ກິດຈະກຳ, ໜ້າວຽກທີ່ແທດຈິງ, ມີຄວາມໝາຍ.
ຍສໝ - ຢູ່ເມືອງຊາຍແດນ ເອຍ ເຮີຢຣາຍ, ແຂວງ ກອນຕຸມ, ຄະນະເລຂາສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ໄດ້ມອບຮູບແບບທໍາມາຫາກິນລ້ຽງຊີບ ທີ່ມີມູນຄ່າ 2 ຕື້ດົ່ງ (ປະມານ 81.200 USD) ໜູນຊ່ວຍທຶນບູລິມະສິດເພື່ອໃຫ້ສະມາຊິກຊາວໜຸ່ມ, ຊາວໜຸ່ມຢູ່ທ້ອງຖິ່ນພັດທະນາເສດຖະກິດ; ມອບທຶນການສຶກສາໃຫ້ນັກຮຽນທຸກຍາກ ແຕ່ຮຽນເກັ່ງ 20 ຄົນ;
ຍສໝ - ປະຕິບັດການຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ 3 ຂອງສະມາຄົມນັກສຶກສາຫວຽດນາມ ແຂວງ ບິ່ງດິ້ງ ໄລຍະ 2023 - 2028 ແລະ ເນື່ອງໃນໂອກາດສະເຫຼີມສະຫຼອງ 61 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (5/9/1962 - 5/9/2023), ວັນທີ 24/9/2023, ຢູ່ນະຄອນ Van. ແຂວງ ແຄ໋ງຮ່ວາ, ແຂວງ ບິ່ງດິ້ງ, ຄະນະປະຈຳຄະນະຊາວໜຸ່ມແຂວງ ໄດ້ຈັດຕັ້ງງານບຸນວັດທະນະທຳ ແລະ ກິລາ “ຊາວໜຸ່ມຫວຽດນາມ - ລາວ, ເຄົາລົບນັບຖື”.
ຍສໝ - ຕອນບ່າຍວັນທີ 24 ກັນຍາ, ຢູ່ເຂດພູດອຍ ເວີນແຄງ (ບິ່ງດິງ), ຄະນະຊາວໜຸ່ມແຂວງ ບິ່ງດິ່ງ ໄດ້ຈັດຕັ້ງງານບຸນວັດທະນະທໍາ ແລະ ກິລາຊາວໜຸ່ມ ຫວຽດນາມ - ລາວ ດ້ວຍການເຂົ້າຮ່ວມຂອງສະມາຊິກສະຫະພັນ, ຊາວໜຸ່ມ, ນັກສຶກສາ ຫວຽດນາມ ແລະ ລາວ ຈຳນວນກວ່າ 250 ຄົນ.
ຍສໝ - ໃນວັນທີ 23 ກັນຍາ, ຄ້າຍທະຫານຊາຍແດນເຮື໊ອງເລິບ (ທະຫານຊາຍແດນແຂວງກວ໋າງຈິ) ໄດ້ຈັດຕັ້ງລາຍການ “ເຍົາວະຊົນ ຫວຽດນາມ-ລາວ ຫຼິ້ນບຸນໄຫວ້ພະຈັນຢູ່ເຂດຊາຍແດນ ຄັ້ງທີ 2” ໃຫ້ຊາວໜຸ່ມ, ເຍົາວະຊົນອະນຸຊົນໂຮງຮຽນປະຖົມ-ໂຮງຮຽນມັດທະຍົມຕອນຕົ້ນຕາແສງເຮື໊ອງເລິບ, ເຮື໊ອງຫວຽດ (ເມືອງເຮື໊ອງຮ໊ວາ, ແຂວງກວ໋າງຈິ) ແລະໂຮງຮຽນປະຖົມ-ໂຮງຮຽນມັດທະຍົມຕອນຕົ້ນບ້ານອາເວຍ, ເມືອງເຊໂປນ, ແຂວງສະຫວັນນະເຂດ, ປະເທດລາວ.
ຍສໝ - ມີພະນັກງານຊາວໜຸ່ມຫຼັກແຫຼ່ງຈາກຂັ້ນເມືອງ, ແຂວງ, ນະຄອນ 260 ຄົນຂອງບັນດາຄະນະ, ກະຊວງ, ຊະແໜງການຂອງສູນກາງ ລາວ ເຂົ້າຮ່ວມການຝຶກອົບຮົບບຳລຸງສ້າງຕາມແຜນການ.
ເວທີປາໄສຈະດຳເນີນຕາມຮູບແບບໂດຍເຊິ່ງໜ້າ ສົມທົບກັບທາງໄກ. ທີ່ເວທີປາໄສ, ບັນດາຜູ້ແທນຈະປຶກສາຫາລື, ແລກປ່ຽນບົດຮຽນປະສົບການໃນການສ້າງ ແລະ ປະຕິບັດນະໂຍບາຍພັດທະນາຊາວໜຸ່ມໃນທຸກຂົງເຂດ; ກົນໄກສົມທົບກັນໃນການສ້າງ ແລະ ປະຕິບັດນະໂຍບາຍພັດທະນາຊາວໜຸ່ມ; ເພີ່ມທະວີການຮ່ວມມືຊາວໜຸ່ມ ອາຊຽນ, ຈີນ, ສ.ເກົາຫຼີ, ຍີ່ປຸ່ນ.
ຍສໝ - ວັນທີ 22 ມີນາ, ຄະນະຊາວໜຸ່ມເມືອງຈີໂຕນ, ແຂວງ ອານຢາງ ໄດ້ຈັດຕັ້ງການເຄື່ອນໄຫວຜັນຂະຫຍາຍໂຄງການ “ຊາຍແດນເດືອນມີນາ” ຢູ່ຕາແສງວິ້ງຢາ, ເມືອງ ຈີໂຕນ.
ຍສໝ - ຫວ່າງແລ້ວນີ້, ສູນກາງຄະນະຊາວໜຸ່ມພັກກອມມູນິດ ໂຮ່ຈີມິນ, ສະພາພິຈາລະນາລາງວັນຊາວໜຸ່ມ ຫວຽດນາມ ດີເດັ່ນ 2021 ຈັດການຖະແຫຼງຂ່າວປະກາດ ການສະເໜີຊາວໜຸ່ມ 20 ຄົນເຂົ້າຮອບຄັດເລືອກແບບທາງໄກຂອງລາຍການລາງວັນ.
ຍສໝ - ພາຍຫຼັງການຜັນຂະຫຍາຍ “ຍຸດທະສາດ 90.000 ວຽກເຮັດງານທຳ” ໂດຍຄະນະຊາວໜຸ່ມ, ສະມາຄົມນັກສຶກສານະຄອນຮ່າໂນ້ຍ ປຸກລະດົມ, ໄດ້ມີຊາວໜຸ່ມ, ນັກສຶກສາ 90.656 ຄົນທີ່ມີວຽກເຮັດງານທຳ, ດ້ວຍການຮັບສະໝັກສຳເລັດ 289.674 ຄັ້ງ, ໄລ່ສະເລ່ຍຊາວໜຸ່ມຄົນໜຶ່ງຈະໄດ້ເຊື່ອມຕໍ່ກັບວຽກງານ 4 ຢ່າງທີ່ມີຄວາມເໝາະສົມ.
ຍສໝ - ຕອນບ່າຍວັນທີ 6 ພະຈິກ, ຢູ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ກູບາ ຈັດຕັ້ງລາຍການຂໍ້ມູນຂ່າວສານທາງການທູດກ່ຽວກັບກູບາ.
ຍສໝ - ທີ່ການຕ້ອນຮັບ, ທ່ານ ເລກ໊ວກຟອງ ມີຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ ທ່ານ ທານີ ແສງຣັດ ຈະເອົາໃຈໃສ່, ສະໜັບສະໜູນ, ສ້າງເງື່ອນໄຂເພື່ອໃຫ້ບັນດາອົງການ ຂອງ ຊາວໜຸ່ມຫວຽດນາມ ມີເງື່ອນໄຂໄດ້ ສຳຜັດກັບວຽກງານຊາວໜຸ່ມຂອງໄທຕື່ມອີກ.
ສາຍພົວພັນໄມຕິຈິດມິດຕະພາບແບບພິເສດ ແລະ ຫາຍາກລະຫວ່າງຫວຽດນາມ - ລາວ ພວມພັດທະນາຢ່າງດີງາມ, ການພົວພັນຂອງຄະນະຊາວໜຸ່ມສອງປະເທດກໍນັບມື້ນັບພັດທະນາຢ່າງໝັ້ນແກ່ນ. ໃນໄລຍະຜ່ານມາ, ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ໄດ້ຕັ້ງໜ້າແບ່ງປັນປະສົບການ ແລະ ໜູນຊ່ວຍຄະນະຊາວໜູ່ມປະຊາຊົນປະຕິວັດລາວໃນການພັດທະນາວຽກງານຊາວໜຸ່ມ, ທັກສະຈັດຕັ້ງຂະບວນການກິດຈະກຳຕ່າງໆ ແລະ ພັດທະນາການຈັດຕັ້ງຂອງຄະນະຊາວໜຸ່ມ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ສະເໜີບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ຄວນສົມທົບກັນຢ່າງແໜ້ນແຟ້ນກັບຄະນະກຳມະການແຫ່ງຊາດ ກ່ຽວກັບຊາວໜຸ່ມຫວຽດນາມ ແລະ ຄະນະຊາວໜຸ່ມສູນກາງ ປະຕິບັດໂຄງການສະເພາະຢ່າງມີປະສິດທິຜົນ, ສອດຄ່ອງກັບຈິດໃຈຊີ້ນຳຂອງລັດຖະບານ.
ຍສໝ - ຄະນະຊາວໜຸ່ມປະຊາຊົນປະຕິວັດ ສປປ.ລາວ ຍາມໃດກໍ່ເອົາໃຈໃສ່ສຶກສາອົບຮົມຊາວໜຸ່ມລາວ ໃຫ້ເຂົ້າໃຈຢ່າງເລິກເຊິ່ງ ເຖິງມູນເຊື້ອຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ແລະ ລາວ-ຫວຽດນາມ.
ຍສໝ - ຕອນເຊົ້າວັນທີ 24 ພຶດສະພາ, ຢູ່ຮ່າໂນ້ຍ, ຫ້ອງການສະຫະປະຊາຊາດປະຈຳຫວຽດນາມໄດ້ຈັດຕັ້ງ “ເວທີປາໄສຊາວໜຸ່ມ UN75” ດ້ວຍຫົວຂໍ້ “ອະນາຄົດເຊິ່ງພວກເຮົາຢາກໄດ້”. ນີ້ແມ່ນເຫດການທາງອອນລາຍທຳອິດໂດຍສະຫະປະຊາຊາດຈັດຂຶ້ນເພື່ອແນໃສ່ເຊື່ອມໂຍງຊາວໜຸ່ມຫວຽດນາມ ປຶກສາຫາລື ແລະ ແບ່ງປັນບັນດາບັນຫາທີ່ຊາວໜຸ່ມສົນໃຈໃນປັດຈຸບັນ.
ຍສໝ - ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ຫງວຽນຫ໋າຍມິງ, ຫົວໜ້າຄະນະສາກົນສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ຮອງປະທານ ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ເນັ້ນໜັ້ກວ່າ ໃນໄລຍະປະສົບກັບຄວາມຫຍຸ້ງຍາກຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19, ຊາວໜຸ່ມ ຫວຽດນາມ ໄດ້ຮ່ວມແຮງຮ່ວມໃຈ ຕອບສະໜອງຄຳຮຽກຮ້ອງຕ້ອງການຂອງທ່ານນາຍົກລັດຖະມົນຕີ ທົ່ວປວງຊົນ, ທົ່ວກອງທັບຮ່ວມແຮງຮ່ວມໃຈປ້ອງກັນ, ຕ້ານໂລກລະບາດໂຄວິດ - 19
ຍສໝ - ທີ່ການພົບປະ, ທ່ານ ຫງວຽນງອກເລືອງ ເລຂາສູນກາງຄະນະໃຫ້ຮູ້ວ່າ: ໂດຍໄດ້ຮັບຄວາມເອົາໃຈຊີ້ນຳຈາກການນຳສອງພັກ, ສອງລັດ, ໃນໄລຍະທີ່ຜ່ານມາ, ການພົວພັນຮ່ວມມື, ຄວາມສາມັກຄີ, ມິດຕະພາບລະຫວ່າງ ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ແລະ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ກໍ່ຄືຊາວໜຸ່ມເຍົາວະຊົນອາຍຸຊົນລະຫວ່າງສອງປະເທດ ຫວຽດນາມ - ລາວນັບມື້ນັບໄດ້ຮັບການເພີ່ມທະວີ, ມີປະສິດທິຜົນ, ເຂົ້າສູ່ລວງເລິກ