ເສີມ​ຂະ​ຫຍາຍ​ກຳ​ລັງແຮງ​ໜຸ່ມ, ​ຫົວຄິດ​ປະດິດ​ສ້າງ ​ແລະ ການ​ອຸທິດ​ສ່ວນ​ຂອງ​ຊາວ​ໜຸ່ມ ຫວຽດນາມ

13:14 | 28/03/2022

ຍ​ສ​ໝ - ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ສະ​ເໜີ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ​ຄວນ​ສົມທົບ​ກັນຢ່າງ​ແໜ້ນ​ແຟ້ນກັບຄະນະ​ກຳມະການ​​ແຫ່ງ​ຊາດ ກ່ຽວກັບຊາວ​ໜຸ່ມຫວຽດນາມ ​ແລະ ຄະນະ​ຊາວ​ໜຸ່ມ​ສູນ​ກາງ ປະຕິບັດ​ໂຄງການ​ສະ​ເພາະ​ຢ່າງ​ມີ​ປະສິດທິ​ຜົນ, ສອດຄ່ອງ​ກັບຈິດໃຈຊີ້ນຳ​ຂອງ​ລັດຖະບານ.

​ການາ​ດາ ​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ ຫວຽດ​ນາມ ໃນ​ການ​ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ​ການາ​ດາ ​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ ຫວຽດ​ນາມ ໃນ​ການ​ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ
ຊົມ​ເຊີຍ​ທ່ານ​ໝໍ​ໜຸ່ມ​ຫວຽດ​ນາມ 10 ຄົນ ຊົມ​ເຊີຍ​ທ່ານ​ໝໍ​ໜຸ່ມ​ຫວຽດ​ນາມ 10 ຄົນ
ເສີມ​ຂະ​ຫຍາຍ​ກຳ​ລັງແຮງ​ໜຸ່ມ, ​ຫົວຄິດ​ປະດິດ​ສ້າງ ​ແລະ ການ​ອຸທິດ​ສ່ວນ​ຂອງ​ຊາວ​ໜຸ່ມ ຫວຽດນາມ
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ກ່າວ​ຄ​ຳ​ເຫັນ​ທີ່ກອງ​ປະ​ຊຸມ (ພາບ: TTXVN)

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມຄົບຄະນະ​ຂອງ​ຄະນະ​ກຳມະການ​​ແຫ່ງ​ຊາດ ກ່ຽວກັບຊາວ​ໜຸ່ມຫວຽດນາມ (​ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 24 ມີນາ ຢູ່ ຮ່າ​ໂນ້ຍ), ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ຊີ້​ແຈ້ງວ່າ ຄະນະ​ກຳມະການ​​ແຫ່ງ​ຊາດ ກ່ຽວກັບຊາວ​ໜຸ່ມຫວຽດນາມ ຕ້ອງ​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ບໍ່​ພຽງ​ແຕ່​ຖື ການ​ເບິ່ງ​ແຍງດູ​ແລ​ຊາວ​ໜຸ່ມ​ໃຫ້​ເປັນທີ່​ດີເທົ່າ​ນັ້ນ ຫາກ​ຍັງ​ຕ້ອງ​ເສີມ​ຂະ​ຫຍາຍກຳ​ລັງ​ແຮງ​ໜຸ່ມ, ​ຫົວຄິດ​ປະດິດ​ສ້າງ ​ແລະ ການ​ອຸທິດ​ສ່ວນ​ຂອງ​ຊາວ​ໜຸ່ມ ຫວຽດນາມ ອີກ​ດ້ວຍ.

ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ສະ​ເໜີ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ​ຄວນ​ສົມທົບ​ກັນຢ່າງ​ແໜ້ນ​ແຟ້ນກັບຄະນະ​ກຳມະການ​​ແຫ່ງ​ຊາດ ກ່ຽວກັບຊາວ​ໜຸ່ມຫວຽດນາມ ​ແລະ ຄະນະ​ຊາວ​ໜຸ່ມ​ສູນ​ກາງ ປະຕິບັດ​ໂຄງການ​ສະ​ເພາະ​ຢ່າງ​ມີ​ປະສິດທິ​ຜົນ, ສອດຄ່ອງ​ກັບຈິດໃຈຊີ້ນຳ​ຂອງ​ລັດຖະບານ.

ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ປາດ​ຖະໜາ​ວ່າ ​ໃນ​ການ​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ສາກົນ​ຂອງ​ຄະນະ​ຊາວ​ໜຸ່ມ​ກັບ​ບັນດາ​ຄະນະ​ຊາວ​ໜຸ່ມ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ​ໂລກ, ບັນດາ​ກະຊວງ, ຂະ​ແໜງ​ການ​ຕ້ອງ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກ່ວາ​ອີກ ​ເພື່ອ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ພາຍ​ໃຕ້​ການ​ສົມທົບ ​ແລະ ໜູນ​ຊ່ວຍ​ຂອງລັດຖະບານ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.