ເລີ່ມ​ເຄື່ອນ​ໄຫວ​ເດືອນ​ຊາວ​ໜຸ່ມ ດ້ວຍ​ຫົວ​ຂໍ້ “ຊາວ​ໜຸ່ມ​ຕະ​ລຸມບອນ​ສະ​ໝັກ​ໃຈ​​ເພື່ອ​ຊີ​ວິດ​ວົງ​ຄະ​ນະ​ຍາດ”

16:20 | 29/02/2024

ຍສໝ - ຢູ່ນະຄອນ ໂຮ່ຈີມິນ, ເດືອນຊາວໜຸ່ມປີ 2024 ໄດ້ດຳເນີນແຕ່ວັນທີ 24 ກຸມພາ - 31 ມີນາ, ດ້ວຍຫຼາຍເນື້ອໃນ, ກິດຈະກຳ, ໜ້າວຽກທີ່ແທດຈິງ, ມີຄວາມໝາຍ.

ສູ​ນ​ກາງ​ຊາວ​ໜຸ່ມ​ຄອມ​ມູ​ນິດ ໂຮ່​ຈີ​ມິນ ນຳ​ເອົາ​ບັນ​ຍາ​ກາດ​ບຸນ​ເຕັດ ໄປ​ສູ່​ 2 ເມືອງ​ຊາຍ​ແດນ ແຂວງ ກອນ​ຕຸມ ສູ​ນ​ກາງ​ຊາວ​ໜຸ່ມ​ຄອມ​ມູ​ນິດ ໂຮ່​ຈີ​ມິນ ນຳ​ເອົາ​ບັນ​ຍາ​ກາດ​ບຸນ​ເຕັດ ໄປ​ສູ່​ 2 ເມືອງ​ຊາຍ​ແດນ ແຂວງ ກອນ​ຕຸມ
​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ ບຳ​ລຸງ​ສ້າງ, ຝືກ​ອົບ​ຮົບໃຫ້​ພະ​ນັກ​ງານ​ຄະ​ນະ​ຊາວ​ໜຸ່ມ​ລາວ​ ກ່​ວາ 1.100 ຄົນ ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ ບຳ​ລຸງ​ສ້າງ, ຝືກ​ອົບ​ຮົບໃຫ້​ພະ​ນັກ​ງານ​ຄະ​ນະ​ຊາວ​ໜຸ່ມ​ລາວ​ ກ່​ວາ 1.100 ຄົນ

ເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຄົບຮອບ 93 ປີ (26/3/1931 - 26/3/2024), ວັນທີ 24 ກຸມພາ, ຢູ່ຫຼາຍແຂວງ, ນະຄອນໃນທົ່ວປະເທດ ໄດ້ດຳເນີນພິທີເລີ່ມເຄື່ອນໄຫວເດືອນຊາວໜຸ່ມດ້ວຍຫົວຂໍ້ “ຊາວໜຸ່ມ ຕະລຸມບອນສະໝັກໃຈເພື່ອຊີວິດວົງຄະນະຍາດ”.

ຢູ່ນະຄອນ ໂຮ່ຈີມິນ, ເດືອນຊາວໜຸ່ມປີ 2024 ໄດ້ດຳເນີນແຕ່ວັນທີ 24 ກຸມພາ - 31 ມີນາ, ດ້ວຍຫຼາຍເນື້ອໃນ, ກິດຈະກຳ, ໜ້າວຽກທີ່ແທດຈິງ, ມີຄວາມໝາຍ ເຊັ່ນ: ປະຕິບັດ 7 ກິດຈະກຳຊາວໜຸ່ມ; ຜັນຂະຫຍາຍບັນດາການເຄື່ອນໄຫວຊ່ວຍເຫຼືອຊາວໜຸ່ມ, ເຍົາວະຊົນ 25.000 ຄົນ ທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນຖືກຜົນກະທົບຈາກໂລກລະບາດໂຄວິດ - 19; ຈັດພິທີເລີ່ມເຄື່ອນໄຫວໂຄງການ “ປັນຍາຊົນວິທະຍາຊາດໜຸ່ມອາສາສະໝັກນະຄອນ ໂຮ່ຈີມິນ” ຄັ້ງທີ 15 ປີ 2024 ດ້ວຍ 30 ກຸ່ມປັນຍາຊົນໜຸ່ມອາສາສະໝັກ.

ເລີ່ມ​ເຄື່ອນ​ໄຫວ​ເດືອນ​ຊາວ​ໜຸ່ມ ດ້ວຍ​ຫົວ​ຂໍ້ “ຊາວ​ໜຸ່ມ​ຕະ​ລຸມບອນ​ສະ​ໝັກ​ໃຈ​​ເພື່ອ​ຊີ​ວິດ​ວົງ​ຄະ​ນະ​ຍາດ”

ເລີ່ມ​ເຄື່ອນ​ໄຫວ​ເດືອນ​ຊາວ​ໜຸ່ມ ດ້ວຍ​ຫົວ​ຂໍ້ “ຊາວ​ໜຸ່ມ​ຕະ​ລຸມບອນ​ສະ​ໝັກ​ໃຈ​​ເພື່ອ​ຊີ​ວິດ​ວົງ​ຄະ​ນະ​ຍາດ”

ກໍໃນວັນທີ 24 ກຸມພາ, ຄະນະປະຈຳຄະນະຊາວໜຸ່ມນະຄອນ ຫາຍຟ່ອງ ກໍໄດ້ຈັດພິທີ “ເລີ່ມເຄື່ອນໄຫວເດືອນຊາວໜຸ່ມ ປີ 2024 ດ້ວຍເກືອບ 150 ກິດຈະກຳ, ໃນນັ້ນ, ໄດ້ສຸມໃສ່ການປະຕິບັດບັນດາກິດຈະກຳ, ວຽກງານທີ່ໝູນໃຊ້ເຕັກໂນໂລຢີໃໝ່, ເຂົ້າຮ່ວມວິວັດທະນາການຫັນເປັນດີຈີຕອນ, ສະໝັກໃຈຮັບປະກັນການໜູນຊ່ວຍສັງຄົມ, ປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ...

ໃນເດືອນຊາວໜຸ່ມປີ 2024 ນີ້, ຄະນະຊາວໜຸ່ມແຂວງ ກອນຕຸມ ກໍໄດ້ສຸມໃສ່ຜັນຂະຫຍາຍ 3 ເນື້ອໃນຕົ້ນຕໍ: ໂຄສະນາ, ສຶກສາກ່ຽວກັບມູນເຊື້ອຂອງໄວໜຸ່ມ ຫວຽດນາມ ແລະ ຄະນະຊາວໜຸ່ມຄອມມູນິດ ໂຮ່ຈີມິນ; ຈັດບັນດາການເຄື່ອນໄຫວເບິ່ງແຍງດູແລ, ຮ່ວມເດີນທາງ ແລະ ເສີມຂະຫຍາຍກຳລັງແຮງຊາວໜຸ່ມ; ກໍ່ສ້າງຄະນະຊາວໜຸ່ມໝັ້ນຄົງເຂັ້ມແຂງ, ເປີດກວ້າງແນວໂຮມສາມັກຄີເຕົ້າໂຮມຊາວໜຸ່ມ ແລະ ເຂົ້າຮ່ວມການກໍ່ສ້າງພັກ, ລະບົບການເມືອງ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.