ປະທານ USABC: ຫວຽດນາມ ໄດ້ເປັນພື້ນຖານເສດຖະກິດທ້ອງຕະຫຼາດແລ້ວ!

07:40 | 11/05/2024

ຍສໝ - ວັນ​ທີ 8 ພຶດສະພາ​ນີ້, ສຳນັກ​ຂ່າວສານ Reuters ລົງຂ່າວ ກະຊວງ​ການ​ຄ້າ​ ອາ​ເມ​ລິ​ກາ ໄດ້ຈັດຕັ້ງອະພິປາຍ ເພື່ອ​ຕັດສິນ​ວ່າ ​ຈະ​ຮັບ​ຮູ້ ​ຫວຽດນາມ​ ເປັນ​ພື້ນຖານ​ເສດຖະກິດ​ທ້ອງຕະຫຼາດ​ ຫຼື​ ບໍ່.

ປະທານ EuroCham: ຫວຽດນາມ ນຳມາເຊິ່ງກາລະໂອກາດລົງທຶນອັນໃຫຍ່ຫຼວງໃຫ້ແກ່ບັນດາວິສາຫະກິດ ເອີລົບ ປະທານ EuroCham: ຫວຽດນາມ ນຳມາເຊິ່ງກາລະໂອກາດລົງທຶນອັນໃຫຍ່ຫຼວງໃຫ້ແກ່ບັນດາວິສາຫະກິດ ເອີລົບ
ປະທານ ໄກສອນ ພົມວິຫານ - ເພື່ອນຜູ້ທີ່ຍິ່ງໃຫຍ່ຂອງປະຊາຊົນ ຫວຽດນາມ ປະທານ ໄກສອນ ພົມວິຫານ - ເພື່ອນຜູ້ທີ່ຍິ່ງໃຫຍ່ຂອງປະຊາຊົນ ຫວຽດນາມ

ທ່ານ Ted Osius, ປະທານທັງເປັນຜູ້ອຳນວຍການ​ໃຫຍ່​ສະພາດຳເນີນທຸລະກິດອ າ​ເມ​ລິ​ກາ - ອາ​ຊຽນ (USABC), ອົງການ​ທີ່​ສະໜັບສະໜູນ​ທັດສະນະ​ກ່ຽວ​ກັບ​ການ​ຍົກ​ລະດັບກົນໄກພິຈາລະນາ: "ຫວຽດນາມ ໄດ້ເປັນພື້ນຖານເສດຖະກິດທ້ອງຕະຫຼາດ! ພື້ນຖານເສດຖະກິດນັ້ນ ຕອບສະໜອງໄດ້ບັນດາມາດຖານທີ່ສໍາຄັນເຊັ່ນ ຄວາມສາມາດໃນການປ່ຽນສະກຸນເງິນ ແລະ ພ້ອມເພື່ອຈະໄດ້ຮັບການກໍານົດຢ່າງຖືກຕ້ອງ".

ປະທານ USABC: ຫວຽດນາມ ໄດ້ເປັນພື້ນຖານເສດຖະກິດທ້ອງຕະຫຼາດແລ້ວ!

ອາ​ເມ​ລິ​ກາ ຊັ່ງຊາທີ່ຈະຮັບ​ຮູ້​ ຫວຽດນາມ ​ເປັນ​ພື້ນຖານ​ເສດຖະກິດ​ທ້ອງ​ຕະຫຼາດ. (ທີ່ມາ: AFP)

ກະຊວງ​ການ​ຄ້າ​ ອາ​ເມ​ລິ​ກາ ຈະ​ໄດ້​ຮັບ​ຟັງ​ການ​ໂຕ້​ຖຽງ​ກັນ​ຈາກ​ສອງ​ຝ່າຍ​ໃນ​ການ​ອະພິປາຍອອນ​ລາຍ​ໃນ​ຕອນ​ບ່າຍ​ວັນ​ທີ 8 ພຶດສະພາ​ ຢູ່​ Washington - ສ່ວນ​ໜຶ່ງ​ຂອງ​ຂະ​ບວນການ​ຕີລາຄາໄປເຖິງທ້າຍ​ເດືອນ​ກໍລະກົດ.

ຕາມ​ສຳນັກ​ຂ່າວສານ Reuters ແລ້ວ, ຫວຽດນາມ ​ໄດ້​ໂຕ້​ຖຽງເພື່ອຫຼຸດພົ້ນຈາກສະແຕມ “ບໍ່ແມ່ນທ້ອງຕະຫຼາດ” ຍ້ອນ​ບັນດາ​ໂຄງການ​ປະຕິ​ຮູບ​ດ້ານ​ເສດຖະກິດ​ເມື່ອ​ບໍ່​ດົນ​ມາ​ນີ້, ຖະແຫຼງການຮັກສາສະແຕມດັ່ງກ່າວໄວ້ ແມ່ນ​ບໍ່ມີຜົນດີ​ຕໍ່​ສາຍ​ພົວພັນ​ສອງ​ຝ່າຍ​ທີ່​ນັບ​ມື້​ນັບແໜ້ນແຟ້ນ, ເຊິ່ງ ອາ​ເມ​ລິ​ກາ ຖື​ວ່າ​ເປັນ​ນ້ຳໜັກທີ່ໃຊ້ເພື່ອໃຫ້ສົມສ່ວນກັບ​ຈີນ.

​ໃນ​ການໄປ​ຢ້ຽມຢາມ ຮ່າ​ໂນ້ຍ ຂອງ​ປະທານາທິບໍດີ ອາ​ເມ​ລິ​ກາ Joe Biden ໃນ​ປີ​ກາຍ​ນີ້, 2 ປະ​ເທດ ​ໄດ້​ຍົກ​ລະດັບ​ການ​ພົວພັນສອງຝ່າຍກາຍເປັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ, ເຮັດໃຫ້ຖານະບົດບາດທາງ​ການ​ທູດ​ຂອງ ​ອາ​ເມ​ລິ​ກາ​ ຢູ່​ຫວຽດນາມ ​ຂຶ້ນ​ສູ່​ລະດັບທຽບເທົ່າ​ກັບ​ ຈີນ ​ແລະ ສະຫະພັນລັດເຊຍ.

ປີ​ກາຍ​ນີ້, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກໍ່​ໄດ້​ຮຽກຮ້ອງ​ໃຫ້​ລັດຖະມົນຕີ​ກະຊວງ​ການ​ເງິນ ອາ​ເມ​ລິ​ກາ ທ່ານ​ Janet Yellen ຍົກ ຮ່າໂນ້ຍ ອອກ​ຈາກບັນຊີ​ລາຍ​ຊື່​ບັນດາ​ພື້ນຖານ​ເສດຖະກິດທີ່​ບໍ່​ແມ່ນ​ທ້ອງຕະຫຼາດ, ສອດ​ຄ່ອງ​ກັບ​ທີ່​ຕັ້ງ​ຂອງ​ ຫວຽດ​ນາມ ທີ່​ແມ່ນ​ຈຸດປາຍທາງ “friend-shoring” (ການ​ເຄື່ອນ​ຍ້າຍ​ການ​ຜະ​ລິດ​ໄປ​ຍັງ​ປະ​ເທດ​ເພື່ອນ​ມິດ) ຂອງ​ອາ​ເມ​ລິ​ກາ ເພື່ອ​ຫັນ​ບັນດາລະບົບສະໜອງເປັນຫຼາຍຮູບຫຼາຍແບບ ເພື່ອຫຼີກລ້ຽງຂຶ້ນກັບ ຈີນ.

ກົນ​ໄກ​ຂອງ​ ອາ​ເມ​ລິ​ກາ ​ໃນ​ປະຈຸ​ບັນ​ ​ໄດ້​ຈັດ​ອັນ​ດັບ​ ຫວຽດນາມ ​ພ້ອມ​ກັບ​ຈີນ, ສະຫະພັນລັດເຊຍ, ເບລາຣຸດ, ອາແຊັກໄບຊານ ແລະ ອີກ 9 ປະ​ເທດ ເຂົ້າໃນບັນຊີ​ລາຍ​ຊື່​ພື້ນຖານເສດຖະກິດ​ບໍ່ແມນທ້ອງຕະຫຼາດ​ທີ່​ຕ້ອງ​ເສຍ​ພາສີ​ຕ້ານ​ການຂາຍບຸບລາຄາສູງ​ກວ່າ.

ມິງດຶກ

ເຫດການ
302 Found

Found

The document has moved here.