​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ ບຳ​ລຸງ​ສ້າງ, ຝືກ​ອົບ​ຮົບໃຫ້​ພະ​ນັກ​ງານ​ຄະ​ນະ​ຊາວ​ໜຸ່ມ​ລາວ​ ກ່​ວາ 1.100 ຄົນ

11:05 | 16/05/2023

ຍ​ສ​ໝ - ມີ​ພະ​ນັກ​ງານຊາວ​ໜຸ່ມຫຼັກ​ແຫຼ່ງ​ຈາກ​ຂັ້ນ​ເມືອງ, ແຂວງ, ນະ​ຄອນ​ 260 ຄົນຂອງ​ບັນ​ດາ​ຄະ​ນະ, ກະ​ຊວງ, ຊະ​ແໜງ​ການ​ຂອງ​ສູນ​ກາງ ລາວ ເຂົ້າ​ຮ່ວມ​ການ​ຝຶກ​ອົບ​ຮົບ​ບຳ​ລຸງ​ສ້າງ​ຕາມ​ແຜນ​ການ.

ແບ່ງ​ປັນບົດ​ຮຽນ​ປະ​ສົບ​ການ​ສ້າງ ແລະ ປະ​ຕິ​ບັດ​ນະ​ໂຍ​ບາຍ​ພັດ​ທະ​ນາ​ຊາວ​ໜຸ່ມ​ພາກ​ພື້ນ ອາ​ຊຽນ ແບ່ງ​ປັນບົດ​ຮຽນ​ປະ​ສົບ​ການ​ສ້າງ ແລະ ປະ​ຕິ​ບັດ​ນະ​ໂຍ​ບາຍ​ພັດ​ທະ​ນາ​ຊາວ​ໜຸ່ມ​ພາກ​ພື້ນ ອາ​ຊຽນ
ກອງ​ປະ​ຊຸມ​ໃຫຍ່​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ ອົງ​ການ VUFO ຄັ້ງ​ທີ VIII ອາ​ຍຸ​ການ 2022 – 2027 ກອງ​ປະ​ຊຸມ​ໃຫຍ່​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ ອົງ​ການ VUFO ຄັ້ງ​ທີ VIII ອາ​ຍຸ​ການ 2022 – 2027
​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ ບຳ​ລຸງ​ສ້າງ, ຝືກ​ອົບ​ຮົບໃຫ້​ພະ​ນັກ​ງານ​ຄະ​ນະ​ຊາວ​ໜຸ່ມ​ລາວ​ ກ່​ວາ 1.100 ຄົນ
ຊຸກ​ຝືກ​ອົບ​ຮົບ​ໃຫ້​ແກ່​ພະ​ນັກ​ງານ​ປະ​ຕິ​ບັດ​ວຽກ​ງານ​ຊາວ​ໜຸ່ມ​ຂອງ ລາວ

ນີ້​ແມ່ນ​ຂໍ້​ມູນທີ່​ໄດ້​ຍົກ​ອອກ​ມາ​ຢູ່ກອງ​ປະ​ຊຸມ​ສະຫຼຸບ​ແຜນ​ການ​ບຳ​ລຸງ​ສ້າງ, ຝືກ​ອົ​ບ​ຮົບ​ພະ​ນັກ​ງານ​ຄະ​ນະ​ຊາວ​ໜຸ່ມ ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ແລະ ສະ​ຫະ​ພັນ​ຊາວ​ໜຸ່ມ ກຳ​ປູ​ເຈຍ ໄລ​ຍະ 2019 – 2022 ແລະ ປະ​ກອບຄຳເຫັນໃສ່​ຮ່າງ​ແຜນ​ຮ່າງ​ໄລ​ຍະ 2023 – 2027 ໂດຍ​ສູນກາງ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ​ ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 12 ພຶດ​ສະ​ພາ.

​ຕາມ​ບົດ​ລາຍ​ງານ​ຢູ່ກອງ​ປະ​ຊຸມ, ໃນ​ໄລ​ຍະ 2019 – 2022 ມີ​ພະ​ນັກ​ງານຊາວ​ໜຸ່ມຫຼັກ​ແຫຼ່ງ​ຈາກ​ຂັ້ນ​ເມືອງ, ແຂວງ, ນະ​ຄອນ​ 260 ຄົນຂອງ​ບັນ​ດາ​ຄະ​ນະ, ກະ​ຊວງ, ຊະ​ແໜງ​ການ​ຂອງ​ສູນ​ກາງ ລາວ ເຂົ້າ​ຮ່ວມ​ການ​ຝຶກ​ອົບ​ຮົບ​ບຳ​ລຸງ​ສ້າງ​ຕາມ​ແຜນ​ການ.

​ບັນ​ດາ​ນັກ​ສຳ​ມະ​ນາ​ກອນ​ໄດ້​ແບ່ງ​ປັນ, ແລກ​ປ່ຽນຫຼາຍ​ຫົວ​ຂໍ້​ເພື່ອ​ປະ​ກອບ​ສ່ວນ​ຍົກ​ສູງ​ລະ​ດັບ​ທິດ​ສະ​ດີ, ວິ​ທີ​ການ, ທັກ​ສະ​ໃນ​ການ​ປະ​ຕິ​ບັດ​ວຽກ​ງານ​ຊາວ​ໜຸ່ມເຍົາ​ວະ​ຊົນ​ອະ​ນຸ​ຊົນ, ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ທັດ​ສະ​ນະ​ສຶກ​ສາ, ຢ້ຽມ​ຢາມ​ບັນ​ດາ​ຮູບ​ແບບ​ຊາວ​ໜຸ່ມ​ພັດ​ທະ​ນາ​ເສດ​ຖະ​ກິດ, ຮູບ​ແບບ​ Startup ນະ​ວັດ​ຕະ​ກຳ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ບັນ​ດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ່ຽນ​ແຂ່ງ​ຂັນ​ກິ​ລາ, ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ສິ​ລະ​ປະ, ຢ້ຽມ​ຢາມ​ທິວ​ທັດ​ທຳ​ມະ​ຊາດ​ຢູ່ ຫວຽດ​ນາມ ກໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່. ຈາກ​ນັ້ນ, ບັນ​ດາ​ນັກ​ສຳ​ມະ​ນາ​ກອນ ກໍ່ມີ​ຄວາມ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ປະ​ເທດ​ຊາດ ແລະ ຊາວຫວຽດ​ນາມ, ບັນ​ດາ​ອົງ​ການ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ອະ​ນຸ​ຊົນ​ຂອງ ຫວຽດ​ນາມ ແລະ ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ລາວ.

​ໄລ່​ໝົດ​ປີ 2022, ສູນ​ກາງ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ ​ໄດ້​ຈັດ​ຕັ້ງ​ຊຸດ​ຝືກ​ອົບ​ຮົບ, ບຳ​ລຸງ​ສ້າງ​ໄລ​ຍະ​ສັ້ນ ແລະ ໄລຍະຍາວ 28 ຊຸດ ໃຫ້​ແກ່​ແກ່​ພະ​ນັກ​ງານທຸກ​ຂັ້ນຂອງ​ຄະ​ນະ​ຊາວ​ໜຸ່ມ​ປ​ະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ລວມ 1.147 ຄົນ.

ພະ​ນັກ​ງານ​ໄດ້​ຮັບ​ການ​ບຳ​ລຸງ​ສ້າງ​ຢູ່ ຫວຽດານມ ລ້ວນ​ແຕ່​ເສີມ​ຂະ​ຫຍາຍ​ໄດ້​ບົດ​ບາດ​ຂອງ​ຕົນ​ເມື່ອ​ກັບ​ຄືນໄປ​ປະ​ຕິ​ບັດ​ງານຢູ່ປະເທດຕົນ, ເຊິ່ງ​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ການ​ນຳ​ພັກ, ລັດ ແລະ ຄະ​ນະ​ຊາວ​ໜຸ່ມ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ, ມີຫຼາຍ​ສະ​ຫາຍ​ໄດ້​ປະສົບຜົນສຳເລັດ ແລະ ດຳ​ລົງ​ຕຳ​ແໜ່ງ​ສູງ​ຢູ່​ບັນ​ດາ​ອົງ​ການ​ພັກ, ລັດ ແລະ ບາງ​ອົງ​ການ​ໃນ​ລະ​ບົບ​ການ​ເມືອງ​ຂອງ​ລາວ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.