ຊາວ​ໜຸ່ມ​ໃນ​ທົ່ວ​ປະ​ເທດ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ມຸ່ງ​ໄປ​ເຖິງ​ເຂດ​ຊາຍ​ແດນ, ໝູ່​ເກາະ

13:21 | 28/03/2022

ຍສໝ - ວັນ​ທີ 22 ມີນາ​, ​ຄະນະຊາວໜຸ່ມເມືອງຈີ​ໂຕນ, ​ແຂວງ ອານ​ຢາງ ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຜັນ​ຂະຫຍາຍ​ໂຄງການ “​ຊາຍ​ແດນເດືອນມີນາ” ຢູ່​ຕາ​ແສງ​ວິ້ງ​ຢາ, ​ເມືອງ ຈີ​ໂຕນ.

ການ​ເຄື່ອນ​ໄຫວ​ເດືອນ​ມີ​ນາ “ສີ​ຂຽວທີ່​ຂ້ອຍຮັກ” ຢູ່​ໝູ່​ບ້ານ​ວັດ​ທະ​ນະ​ທຳ​ການ​ທ່ອງ​ທ່ຽວ​ຂອງ​ບັນ​ດາ​ເຜົ່າ​ຫວຽດ​ນາມ ການ​ເຄື່ອນ​ໄຫວ​ເດືອນ​ມີ​ນາ “ສີ​ຂຽວທີ່​ຂ້ອຍຮັກ” ຢູ່​ໝູ່​ບ້ານ​ວັດ​ທະ​ນະ​ທຳ​ການ​ທ່ອງ​ທ່ຽວ​ຂອງ​ບັນ​ດາ​ເຜົ່າ​ຫວຽດ​ນາມ
ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທັງ​ເຊີນ: ຫວຽດ​ນາມ ໃຫ້​ຄວາມ​ສົນ​ໃຈ​ຕໍ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ໃນ​ນັ້ນ ມີ ສ.ເກົາຫຼີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທັງ​ເຊີນ: ຫວຽດ​ນາມ ໃຫ້​ຄວາມ​ສົນ​ໃຈ​ຕໍ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ໃນ​ນັ້ນ ມີ ສ.ເກົາຫຼີ

ຄະນະ​ໄດ້​ໄປ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ຄ້າຍທະຫານ​ຊາຍ​ແດນ ​ວິ້ງ​ຢາ; ສົມທົບ​ກັບ​ຊາວໜຸ່ມຮາກຖານ​ສູນ​ປິ່ນປົວ-ສຶກສາ-​ແຮງ​ງານ-ສັງຄົມເມືອງ ​ແລະ ຊາວໜຸ່ມຮາກຖານສານ​-ອົງການໄອຍະການ​ເມືອງ​ຈີ​ໂຕນ ມອບ​ຂອງຂວັນ 10 ​ພູດ ​ໃຫ້ 10 ດ່ານ​ຄຸ້ມຄອງ, ປ້ອງກັນ​ຊາຍ​ແດນ ແລະ ປ້ອງ​ກັນ, ຕ້ານ​ພະຍາດ​ໂຄ​ວິດ-19.

ຊາວ​ໜຸ່ມ​ໃນ​ທົ່ວ​ປະ​ເທດ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ມຸ່ງ​ໄປ​ເຖິງ​ເຂດ​ຊາຍ​ແດນ, ໝູ່​ເກາະ
ຊາວ​ໜຸ່ມ​ໃນ​ທົ່ວ​ປະ​ເທດ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ມຸ່ງ​ໄປ​ເຖິງ​ເຂດ​ຊາຍ​ແດນ, ໝູ່​ເກາະ. ພາບ: thoidai.com.vn

​ໃນ​ຂະນະ​ນັ້ນ, ກຸ່ມບໍລິສັດ​ອຸດສາຫະກຳ​-ໂທລະ​ຄົມມະນາຄົມກອງທັບ (Viettel) ສາຂາ​ແຂວງອານ​ຢາງ ​ແລະ ​ຊາວໜຸ່ມຮາກຖານສານ​-ອົງການໄອຍະການ​ເມືອງ​ຈີ​ໂຕນ ​ໄດ້​ມອບ​ທຸງຊາດ 200 ຜືນ​ໃຫ້​ບັນດາ​ຄອບຄົວ​ທຸກຍາກໃນບໍລິເວນ.

ກໍ່ໃນວັນທີ 22 ມີນາ, ຄະນະຊາວໜຸ່ມທະຫານຊາຍແດນແຂວງກອນຕູມ ໄດ້ສົມທົບກັບກຸ່ມແຂ່ງຂັນ ເລກທີ 11 ຮ້ານສັບພະສິນຄ້າ Co.op Mart Kon Tum ແລະ ຄະນະຊາວໜຸ່ມສະຫະພັນສະຫະກອນການຄ້ານະຄອນໂຮ່ຈິມິນ ຈັດຕັ້ງ ລາຍການ “ຊາຍແດນເດືອນມີນາ” ປີ 2022 ຢູ່​ຕາ​ແສງ ດັກ​ຍອງ, ເມືອງ ດັກ​ເລີຍ, ແຂວງ ກອນ​ຕູມ.

​ໂຄງການ​ມອບ​ຂອງຂວັນ 15 ພູດ​ໃຫ້ 15 ຄອບຄົວນະ​ໂຍບາຍ ​ແລະ ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ ທີ່ມີ​ມູນ​ຄ່າ 500.000 ດົ່ງ​/ພູດ; ມອບເຄື່ອງນຸ່ງໃຫ້ປະຊາຊົນ 500 ຊຸດ; ມອບຂອງຂວັນໃຫ້ນ້ອງນັກຮຽນ 4 ຄົນ ຂອງໂຄງການ "ຊ່ວຍນ້ອງໄປໂຮງຮຽນ"...

ບູນມີ

ເຫດການ
302 Found

Found

The document has moved here.