ຊາວ​ໜຸ່ມ ຫວຽດ​ນາມ ຢູ່ ລັດ​ເຊຍ ​ສະ​ໜັບ​ສະ​ໜູນກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19

13:32 | 03/07/2021

ຍ​ສ​ໝ - ກ່າ​ວ​ຄຳ​ເຫັນ​ຢູ່​ທີ່ນີ້, ທ່ານ ຫງວຽນ​ຫ໋າຍ​ມິງ, ຫົວ​ໜ້າ​ຄະ​ນະ​ສາ​ກົນ​ສູນ​ກາງ​​ຄະ​ນະຊາວ​ໜຸ່ມກອມ​ມູນິດ ໂຮ່​ຈີ​ມິນ​, ຮອງ​ປະ​ທານ ສູນ​ກາງ​​ຄະ​ນະຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ ໄດ້​ເນັ້ນ​ໜັ້ກ​ວ່າ ໃນ​ໄລ​ຍະ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ຜົນ​ກະ​ທົບ​ຈາກໂລກ​ລະ​ບາດ​ໂຄວິດ - 19, ຊາວ​ໜຸ່ມ ຫວຽດ​ນາມ ໄດ້​ຮ່ວມ​ແຮງ​ຮ່ວມ​ໃຈ​ ຕອບ​ສະ​ໜອງ​ຄຳ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທົ່ວ​ປວ​ງ​ຊົນ​, ທົ່ວ​ກອງ​ທັບ​ຮ່ວມ​ແຮງ​ຮ່ວມ​ໃຈ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

ຫວຽດ​ນາມ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່​ນັກ​ຂ່າວ ​ບັນ​ດາ​ຫ້ອງ​ການ​ສື່ມວນ​ຊົນ​ຕ່າງ​ປະ​ເທດ ປະ​ຈຳ ຫວຽດ​ນາມ ຫວຽດ​ນາມ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່​ນັກ​ຂ່າວ ​ບັນ​ດາ​ຫ້ອງ​ການ​ສື່ມວນ​ຊົນ​ຕ່າງ​ປະ​ເທດ ປະ​ຈຳ ຫວຽດ​ນາມ
ຫວຽດ​ນາມ ບໍ່​ຈຳ​ແນກ​ການ​ປະ​ພຶດ​ໃນ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ຊາວ​ຕ່າງ​ປະ​ເທດ ຫວຽດ​ນາມ ບໍ່​ຈຳ​ແນກ​ການ​ປະ​ພຶດ​ໃນ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ຊາວ​ຕ່າງ​ປະ​ເທດ
ຊາວ​ໜຸ່ມ ຫວຽດ​ນາມ ຢູ່ ລັດ​ເຊຍ ​ສະ​ໜັບ​ສະ​ໜູນກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19
ຊາວ​ໜຸ່ມ ຫວຽດ​ນາມ ຢູ່ ລັດ​ເຊຍ ​ສະ​ໜັບ​ສະ​ໜູນກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19 (ພາບ: doanthanhnien.vn)

ວັນ​ທີ 29 ມິ​ຖຸ​ນາ, ຢູ່​ສຳ​ນັກ​ງານ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ, ຄະ​ນະ​ພະ​ນັກ​ງານ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ ປະ​ຈຳ ລັດ​ເຊຍ ໄດ້​ມອ​ບ​ເງິນ​ເປັນ​ຈຳ​ນວນ 155 ລ້ານ​ດົ່ງ​ໃຫ້​ແກ່ກອງ​ທຶນ​ວັກ​ຊິນກັນ​ໂຄວິດ - 19.

ກ່າ​ວ​ຄຳ​ເຫັນ​ຢູ່​ທີ່ນີ້, ທ່ານ ຫງວຽນ​ຫ໋າຍ​ມິງ, ຫົວ​ໜ້າ​ຄະ​ນະ​ສາ​ກົນ​ສູນ​ກາງ​​ຄະ​ນະຊາວ​ໜຸ່ມກອມ​ມູນິດ ໂຮ່​ຈີ​ມິນ​, ຮອງ​ປະ​ທານ ສູນ​ກາງ​​ຄະ​ນະຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ ໄດ້​ເນັ້ນ​ໜັ້ກ​ວ່າ ໃນ​ໄລ​ຍະ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ຜົນ​ກະ​ທົບ​ຈາກໂລກ​ລະ​ບາດ​ໂຄວິດ - 19, ຊາວ​ໜຸ່ມ ຫວຽດ​ນາມ ໄດ້​ຮ່ວມ​ແຮງ​ຮ່ວມ​ໃຈ​ ຕອບ​ສະ​ໜອງ​ຄຳ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທົ່ວ​ປວ​ງ​ຊົນ​, ທົ່ວ​ກອງ​ທັບ​ຮ່ວມ​ແຮງ​ຮ່ວມ​ໃຈ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19.

ຂໍ້ມູນ​ກ່ຽວ​ກັບ​ສະ​ພາບ​ການ​ຊາວ​ໜຸ່ມ​ຕ່າງ​ປະ​ເທດ, ທ່ານ ຫງວຽນ​ຫ໋າຍ​ມິງ ກໍ່​ໃຫ້​ຮູ້​ວ່າ ມີຫຼາຍ​ອົງການ​ຊາວ​ໜຸ່ມ, ສະ​ມາ​ຄົມ​ນັກ​ສຶກ​ສາ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ ໄດ້​ປຸກ​ລະ​ດົມ​ສະ​ໜັບ​ສະ​ໜູນກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19 ແລະ ມີການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19. ໃນ​ນັ້ນ, ພົ້ນ​ເດັ່ນ​ຂຶ້ນ​ແມ່ນ​ຄະ​ນະ​ພະ​ນັກ​ງານ​ຄະ​ນະຊາວ​ໜຸ່ມ​ລັດ​ເຊຍ ໄດ້​ປຸກ​ລະ​ດົມ​ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19 ດ້ວຍ​ຈຳ​ນວນ​ເງິນ​ອຸ​ປະ​ຖຳ​ໄດ້​ 155 ລ້ານ​ດົ່ງ.

ໂດຍ​ຕາງ​ໜ້າ​ຄະ​ນະ​ຜູ້​ປະ​ຈຳ​ການ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ, ທ່ານຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດຊາດ ຟຸ່ງ​ແຄ໊ງ​ຕ່າຍ ໄດ້​ສະ​ແດງ​ຄວາມ​ຂອບ​ອົບ​ຂອບ​ໃຈ​ຕໍ່​ການ​ກະ​ທຳ​ອັນ​ສູງ​ສົ່ງ, ນ້ຳ​ໃຈ​ຂອງ​ໝູ່​ຄະ​ນະ​ຊາວ​ໜຸ່ມ, ຊາວ​ໜຸ່ມ​ຄ​ະ​ນະ​ພະ​ນັກ​ງານ ປະຈຳ​ລັດ​ເຊຍ ​ເວົ້າ​ສະ​ເພາະ ແລະ ຂອງບັນ​ດາ​ອົງ​ການ​ຄະ​ນະ​ຊາ​ວ​ໜຸ່ມ​ຢູ່​ຕ່າງ​ປະ​ເທດ​.

ໂດຍຕີ​ລາ​ຄາສູງ​ບົດ​ບາດ​ຂອງ​ສູນ​ກາງ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ, ສູນ​ກາງ​ສະ​ມາ​ຄົມ​ຊາວ​ໜຸ່ມ ຫວຽດ​ນາມ, ສູນ​ກາງ​ສະ​ມາ​ຄົມ​ນັກ​ສຶກ​ສາ ຫວຽດ​ນາມ ໃນ​ວຽກ​ງານ​ສາ​ມັກ​ຄີ, ເຕົ້າ​ໂຮມ​ຊາວ​ໜຸ່ມ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ, ທ່ານ ຮອງ​ປະ​ທານ ຟຸ່ງ​ແຄ້ງ​ຕ່າຍ ໄດ້​ສະ​ແດງ​ຄວາມ​ປ​າດ​ຖະ​ໜາ​ຢາກໃຫ້​ບັນ​ດາ​ອົງ​ການ, ຄະ​ນະ​ສືບ​ຕໍ່​ແຜ່​ກະ​ຈາຍ​ນ້ຳ​ໃຈ, ການ​ແບ່ງ​ປັນ​ໄປ​ຍັງ​ບັນ​ດາ​ອົງ​ການ, ອົງ​ການ​ຈັດ​ຕັ້ງ, ວິ​ສາ​ຫະ​ກິດ, ສ່ວນ​ບຸກ​ຄົນ ທັງພາຍ​ໃນ ແລະ ຕ່າງ​ປະ​ເທດ ໃຫ້ການ​ສະ​ໜັບ​ສະ​ໜູນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.