ຍສໝ - ທ່ານປະທານປະເທດ ໄດ້ຢ້ຽມຢາມຖາມຂ່າວປະຊາຊົນດ້ວຍຄວາມອົບອຸ່ນ ແລະຢືນຢັນວ່າ ພັກ, ລັດຍາມໃດກໍ່ເອົາໃຈໃສ່ເຖິງຍາດຕິພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດ...
ຍສໝ - ວັນທີ 11 ກໍລະກົດ, ຢູ່ຫໍສະພາແຫ່ງຊາດລາວ, ທ່ານ ໂຕເລິມ ປະທານປະເທດຫວຽດນາມ ໄດ້ມີການພົບປະກັບທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ.
ຍສໝ - ວັນວັດທະນະທຳຫວຽດນາມ ຢູ່ສະຫະພັນລັດເຊຍ ປີ 2024 ຈະດຳເນີນແຕ່ວັນທີ 1 – 8 ກໍລະກົດ ດ້ວຍການເຄື່ອນໄຫວທີ່ອຸດົມສົມບູນ ແລະ ຫຼາຍຮູບຫຼາຍແບບ.
ຍສໝ - ອີງຕາມບົດລາຍງານ Expat Insider 2024 ທີ່ປະຕິບັດໂດຍອົງການ InterNations, ຫວຽດນາມ ແມ່ນປະເທດທີ່ມີຄ່າໃຊ້ຈ່າຍທີ່ເໝາະສົມທີ່ສຸດໃນໂລກສຳລັບຄົນຕ່າງປະເທດ, ເປັນອັນດັບທີ 1 ໃນຈຳນວນ 174 ປະເທດ ແລະ ເຂດແຄວ້ນເມື່ອເວົ້າເຖິງດ້ານການເງິນສ່ວນບຸກຄົນ. ນີ້ກໍ່ແມ່ນປີທີ 4 ຕິດຕໍ່ກັນທີ່ ຫວຽດນາມ ໄດ້ຈັດອັນດັບໜຶ່ງໃນມາດຖານນີ້.
ຍສໝ - ວັນທີ 9 ກໍລະກົດ, ສະຖານທູດ ຫວຽດນາມ ປະຈຳ ອິດສະຣາແອນ ສົມທົບກັບມະຫາວິທະຍາໄລ Hebrew of Jerusalem ຈັດຕັ້ງການໂອ້ລົມສົນທະນາ ດ້ວຍຫົວເລື່ອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແລະ ລົງນາມໃນສັນຍາ Geneva ວ່າດ້ວຍການຢຸດຕິສົງຄາມຢູ່ ຫວຽດນາມ (1954 – 2024).
ຍສໝ - ສາຍພົວພັນທີ່ສັດຊື່ບໍລິສຸດ ແລະ ຈົງຮັກພັກດີລະຫວ່າງ ຫວຽດນາມ ແລະ ລາວ ໄດ້ຮັບການສ້າງໂດຍປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ແລະ ໄດ້ຮັບການເສີມສ້າງຢ່າງຂະຫຍັນຂັນເຄື່ອນຈາກການນຳລຸ້ນຕ່າງໆຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ. 60 ປີທີ່ຜ່ານມານັບແຕ່ສ້າງຕັ້ງການພົວພັນທາງການທູດ, ການພົວພັນແບບພິເສດນີ້ກໍ່ນັບມື້ນັບເລິກເຊິ່ງ ແລະ ມີປະສິດທິຜົນ.
ຍສໝ - ແຕ່ວັນທີ 21 – 24 ສິງຫາ 2024, ກອງປະຊຸມໃຫຍ່ຊາວຫວຽດນາມຢູ່ຕ່າງປະເທດໃນທົ່ວໂລກ ຄັ້ງທີ 4 ແລະ ເວທີນັກປັນຍາຊົນ ແລະ ນັກຊ່ຽວຊານຫວຽດນາມຢູ່ຕ່າງປະເທດ ປີ 2024 ຈະດຳເນີນຢູ່ຮ່າໂນ້ຍ.
ຍສໝ - "ສາລີ", "ຕ້ອນຮັບນັກທ່ອງທ່ຽວ". “ຫາປາດ້ວຍກະດຸ້ງ”… ແມ່ນຜົນງານຂອງນັກຖ່າຍຮູບຄົນຫວຽດນາມ ທີ່ໄດ້ຮັບລາງວັນໃນງານປະກວດຮູບພາບ Pink Lady Food Photography ຂອງອັງກິດ.
ຍສໝ - ຖະໜົນເກົ່າ ໂຮ້ຍອານ, ຫໍພິພິທະພັນວັດຖຸພັນຮ່ອງຮອຍສົງຄາມ (ນະຄອນ ໂຮ່ຈີມິນ) ແລະ ອຸໂມງໃຕ້ດິນ ກູ້ຈີ ແມ່ນ 3 ຕົວແທນຂອງ ຫວຽດນາມ ທີ່ໄດ້ຈັດເຂົ້າໃນບັນຊີລາຍຊື່ 25 ສະຖານທີ່ທ່ອງທ່ຽວທີ່ນິຍົມທີ່ສຸດຂອງ ອາຊີ ໂດຍຜູ້ອ່ານ TripAdvisor ຄັດເລືອກ.
ຍສໝ - ເມືອງລາດ ແມ່ນເມືອງພູສູງຢູ່ຕິດກັບຊາຍແດນຫ່າງຈາກນະຄອນແທັງຮວ໋າ ໄປທາງທິດຕາເວັນຕົກປະມານ 250 ກິໂລແມັດ. ເມືອງລາດ ມີເສັ້ນຊາຍແດນຕິດກັບເມືອງວຽງໄຊ ແລະເມືອງສົບເບົາ, ແຂວງຫົວພັນ (ປະເທດລາວ) ທີ່ມີລວງຍາວກວ່າ 105 ກິໂລແມັດ, ມີດ່ານຊາຍແດນແຫ່ງຊາດ ແຕ໋ນຕັ່ນ ຕິດກັບດ່ານຊາຍແດນ ສົມຫວັງ (ເມືອງສົບເບົາ).
ຍສໝ - ປີ 2024 ແມ່ນ 10 ປີແຫ່ງການປະຕິບັດບົດບັນທຶກຊ່ວຍຈຳການລົງນາມໃນບັນດາເນື້ອໃນການຮ່ວມມືພັດທະນາລະຫວ່າງ ເມືອງ ນາມຢາງ (ແຂວງ ກວາງນາມ) ແລະ ເມືອງ ດາກຈຶງ (ແຂວງ ເຊກອງ). ການພົວພັນລະຫວ່າງສອງທ້ອງຖິ່ນຍາມໃດກໍ່ໄດ້ຮັດແໜ້ນດ້ວຍບັນດາການເຄື່ອນໄຫວລະອຽດ ເຊິ່ງໄດ້ປະກອບສ່ວນເພີ່ມພູນຄູນສ້າງມູນເຊື້ອຄວາມສາມັກຄີ ຫວຽດນາມ - ລາວ.
ຍສໝ - ນີ້ແມ່ນຄຳປາໄສຂອງຜູ້ຮັກສາການຮອງກົງສູນໃຫຍ່ອາເມລິກາ ປະຈຳນະຄອນ ໂຮ່ຈີມິນ ທ່ານ ນາງ ຄິດຕີນາ ເລ (Christina Le) ຢູ່ທີ່ການພົບປະສະເຫຼີມສະຫຼອງ 248 ປີແຫ່ງວັນປະກາດເອກະລາດອາເມລິກາ ຈັດໂດຍສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈິມິນ (HUFO) ໃນວັນທີ 9 ກໍລະກົດນີ້.
ຍສໝ - ອົງການການຄ້າ ແລະ ການລົງທຶນອົດສະຕາລີ (Austrade) ມີແຜນຈະນໍາເອົາຫວຽດນາມ ເຂົ້າໃນບັນຊີລາຍຊື່ຕະຫຼາດທ່ອງທ່ຽວທີ່ສຳຄັນຂອງອົດສະຕາລີ, ໃນນັ້ນ ລວມມີ: ຈີນ, ອິນເດຍ, ຍີ່ປຸ່ນ, ສ.ເກົາຫຼີ ແລະ ອິນໂດເນເຊຍ.
ຍສໝ - ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ແຫ່ງ ສປປ ລາວ, ຕອນເຊົ້າວັນທີ 11 ກໍລະກົດ, ທີ່ຫ້ອງວ່າການນາຍົກລັດຖະມົນຕີ, ທ່ານ ໂຕເລິມ ປະທານປະເທດຫວຽດນາມ ໄດ້ມີການພົບປະກັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ.
ຍສໝ - ສະຫະພັນບັນດາອົງການມິດຕະພາບນະຄອນ ດ່ານັ້ງ ໃຫ້ຮູ້ວ່າງານມະໂຫລານສິລະປະຊາວໜຸ່ມ - ເຍົາວະຊົນສາກົນ 2024 ມີຫົວຂໍ້ວ່າ “ເຊີດຊູຄວາມມຸ່ງມາດປາດຖະໜາຂອງນ້ອງນ້ອຍ” ແລະ ສານ “ເຊີດຊູບັນດາຄວາມສາມາດດ້ານສິລະປະໄວໜຸ່ມ” ຄາດວ່າຈະດຶງດູດຜູ້ເຂົ້າຮ່ວມແຂ່ງຂັນກວ່າ 200 ຄົນ ທີ່ມາຈາກ ຫວຽດນາມ ແລະ ບັນດາປະເທດ.
ຍສໝ - ມະຫາວິທະຍາໄລແພດສາດ ແລະ ການຢາ ຖາຍບິ່ງ ຫາກໍ່ໄດ້ຈັດພິທີມອບໃບປະກາດສໍາເລັດການສຶກສາແພດສາດ ແລະ ການຢາໃຫ້ແກ່ນັກສຶກສາ ສປປ ລາວ, ລາຊະອານາຈັກກຳປູເຈຍ ແລະ ສາທາລະນະລັດ ໂມຊຳບິກ ຈໍານວນ 61 ຄົນ ໃນປີ 2024.
ຍສໝ - ວັນທີ 7 ກໍລະກົດ, ສະຫະພັນບັນດາອົງການມິດຕະພາບນະຄອນ ເກີນເທີ ໄດ້ສົມທົບກັບອົງການ Campus France ແລະ ມະຫາວິທະຍາໄລ ເກີນເທີ ຈັດຕັ້ງເວທີປາໄສການສຶກສາຢູ່ ຝລັ່ງ ປີ 2024.
ຍສໝ - ວັນທີ 10 ກໍລະກົດ, ຢູ່ ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຄັ້ງທີ 10 ຂອງຄະນະປະທານ ຊຸດທີ VI, ອາຍຸການ 2019-2024. ຫຼັງຈາກການສົນທະນາ ແລະ ໃຫ້ຄຳເຫັນແລ້ວ, 100% ຂອງກຳມະການຄະນະປະທານໄດ້ລົງຄະແນນສຽງຮັບຮອງເອົາບົດລາຍງານທີ່ສຳຄັນທີ່ໄດ້ນຳສະເໜີຢູ່ກອງປະຊຸມ.
ຍສໝ - ຕອນເຊົ້າວັນທີ 11 ກໍລະກົດ, ພິທີຕ້ອນຮັບຢ່າງເປັນທາງການທ່ານປະທານປະເທດ ໂຕເລີມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ພວມຢ້ຽມຢາມທາງລັດຖະກິດແຫ່ງ ສປປ ລາວ ທີ່ໄດ້ດໍາເນີນຢູ່ສະໜາມຫຼວງຫໍສະພາແຫ່ງຊາດຢູ່ນະຄອນຫຼວງວຽງຈັນ. ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ເປັນປະທານພິທີຕ້ອນຮັບ.
ຍສໝ - ກະຊວງຕຳຫຼວດ ຫວຽດນາມ ໄດ້ຈັດການຝຶກອົບຮົມ, ເຂົ້າຮ່ວມບັນດາຊຸດບຳລຸງສ້າງ, ຝຶກຊ້ອມຢູ່ພາຍໃນ ແລະ ຕ່າງປະເທດໃຫ້ນາຍຕຳຫຼວດປະຊາຊົນກວ່າ 70 ເທື່ອຄົນ