ປະທານປະເທດຫວຽດນາມ ໄປຢ້ຽມຢາມສະຖານທູດ ແລະພົບປະໂອ້ລົມກັບປະຊາຄົມຊາວຫວຽດນາມ ຢູ່ ລາວ, ຢ້ຽມຢາມໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ

10:32 | 14/07/2024

ຍສໝ - ທ່ານປະທານປະເທດ ໄດ້ຢ້ຽມຢາມຖາມຂ່າວປະຊາຊົນດ້ວຍຄວາມອົບອຸ່ນ ແລະຢືນຢັນວ່າ ພັກ, ລັດຍາມໃດກໍ່ເອົາໃຈໃສ່ເຖິງຍາດຕິພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດ...

ປະທານປະເທດຫວຽດນາມ ພົບປະກັບນາຍົກລັດຖະມົນຕີລາວ ປະທານປະເທດຫວຽດນາມ ພົບປະກັບນາຍົກລັດຖະມົນຕີລາວ
ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ: ການຢ້ຽມຢາມລາວ ຂອງທ່ານ ໂຕເລິມ ປະທານປະເທດຫວຽດນາມ ເຮັດໃຫ້ສາຍພົວພັນລະຫວ່າງ ຫວຽດນາມ-ລາວ ເລິກເຊິ່ງຂຶ້ນກວ່າເກົ່າ ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ: ການຢ້ຽມຢາມລາວ ຂອງທ່ານ ໂຕເລິມ ປະທານປະເທດຫວຽດນາມ ເຮັດໃຫ້ສາຍພົວພັນລະຫວ່າງ ຫວຽດນາມ-ລາວ ເລິກເຊິ່ງຂຶ້ນກວ່າເກົ່າ

ໂດຍສືບຕໍ່ລາຍການຢ້ຽມຢາມທາງລັດຖະກິດຢູ່ ສປປ ລາວ, ຕອນເຊົ້າວັນທີ 12 ກໍລະກົດ, ທ່ານ ໂຕເລິມ ປະທານປະເທດ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມພະນັກງານ, ລັດຖະກອນຂອງສະຖານທູດຫວຽດນາມ ແລະພົບປະກັບຍາດຕິພີ່ນ້ອງ 100 ກວ່າຄົນທີ່ຕາງໜ້າໃຫ້ບັນດາສະມາຄົມ, ວິສາຫະກິດຫວຽດນາມ ຢູ່ລາວ.

ທ່ານປະທານປະເທດ ໄດ້ຢ້ຽມຢາມຖາມຂ່າວປະຊາຊົນດ້ວຍຄວາມອົບອຸ່ນ ແລະຢືນຢັນວ່າ ພັກ, ລັດຍາມໃດກໍ່ເອົາໃຈໃສ່ເຖິງຍາດຕິພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດ; ຫວັງວ່າ ປະຊາຊົນຍາມໃດກໍ່ຈະສາມັກຄີກັນ, ໜູນຊ່ວຍເຊິ່ງກັນ ແລະກັນໃນການດຳເນີນທຸລະກິດ, ດຳລົງຊີວິດ, ປະຕິບັດກົດໝາຍປະເທດປະຈໍາຖິ່ນ, ພ້ອມທັງເປັນຂົວເຊື່ອມຕໍ່ໃນການເພີ່ມພູນຄູນສ້າງສາຍພົວພັນແບບພິເສດຫວຽດນາມ - ລາວ.

ປະທານປະເທດຫວຽດນາມ ໄປຢ້ຽມຢາມສະຖານທູດ ແລະພົບປະໂອ້ລົມກັບປະຊາຄົມຊາວຫວຽດນາມ ຢູ່ ລາວ, ຢ້ຽມຢາມໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ

ທ່ານ ໂຕເລິມ ປະທານປະເທດຫວຽດນາມ ພ້ອມກັບພະນັກງານ, ລັດຖະກອນສະຖານທູດ ແລະຊາວຫວຽດນາມ ອາໄສຢູ່ລາວ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານປະທານປະເທດ ຊີ້ແຈ້ງວ່າ, ການພົວພັນ ຫວຽດນາມ - ລາວ ນັບມື້ນັບດີງາມ ແລະສະໜິດແໜ້ນຂຶ້ນເລື້ອຍໆບົນພື້ນຖານມູນເຊື້ອທີ່ມີມາແຕ່ດົນນານ, ໄດ້ຮັບການເພີ່ມພູນຄູນສ້າງ, ປະກອບສ່ວນກໍ່ສ້າງ ແລະນັບມື້ນັບພັດທະນາຈາກຊາວຫວຽດນາມ ຫຼາຍລຸ້ນຄົນ. ນີ້ແມ່ນບັນດາປະຖົມປັດໄຈສຳຄັນທີ່ສຸດໃຫ້ແກ່ການມີສະຖຽນລະພາບ ແລະການພັດທະນາຂອງສອງປະເທດ. ສະນັ້ນ, ພັກ, ລັດ ແລະປະຊາຊົນລ້ວນແຕ່ມີຄວາມຮັບຜິດຊອບໃນການກໍ່ສ້າງ, ເພີ່ມພູນຄູນສ້າງ, ຮັກສາ, ປັບປຸງ ແລະພັດທະນາສາຍພົວພັນແບບພິເສດນີ້.

ທ່ານປະທານປະເທດ ສະເໜີໃຫ້ບັນດາອົງການຕາງໜ້າຫວຽດນາມ ປະຈຳ ລາວ ສືບຕໍ່ເຮັດວຽກງານກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃຫ້ເປັນຢ່າງດີ, ພິເສດແມ່ນໃນການເບິ່ງແຍງດູແລ, ໜູນຊ່ວຍປະຊາຊົນເຊື່ອມຕົວ ແລະຈັດຕັ້ງບັນດາການເຄື່ອນໄຫວເພື່ອແນໃສ່ປັບປຸງ ແລະຮັດແໜ້ນນ້ຳໃຈສາມັກຄີໃນວົງຄະນະຍາດ, ກໍ່ຄືເພີ່ມທະວີປັບປຸງການເຊື່ອມຕໍ່ລະຫວ່າງປະຊາຊົນຢູ່ຕ່າງປະເທດ ແລະພາຍໃນປະເທດ.

ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ໄດ້ມອບເງິນ 10.000 ໂດລາສະຫະລັດ ໃຫ້ສະມາຄົມຊາວຫວຽດນາມ ອາໄສຢູ່ລາວ ເພື່ອປະກອບສ່ວນປັບປຸງພື້ນຖານວັດຖຸ, ຈັດຕັ້ງການເຄື່ອນໄຫວໃຫ້ແກ່ປະຊາຊົນວົງຄະນະຍາດ.

ໃນວັນດຽວກັນ, ທ່ານ ໂຕເລິມ ປະທານປະເທດຫວຽດນາມ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ.

ປະທານປະເທດຫວຽດນາມ ໄປຢ້ຽມຢາມສະຖານທູດ ແລະພົບປະໂອ້ລົມກັບປະຊາຄົມຊາວຫວຽດນາມ ຢູ່ ລາວ, ຢ້ຽມຢາມໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ

ທ່ານ ໂຕເລິມ ປະທານປະເທດຫວຽດນາມ ແລະບັນດາຜູ້ແທນຖ່າຍຮູບກັບຄູອາຈານ ແລະນັກຮຽນ ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ. ພາບ: ສໍານັກຂ່າວສານຫວຽດນາມ.

ເມື່ອໂອ້ລົມກັບບັນດາຄູອາຈານ, ນັກຮຽນຂອງໂຮງຮຽນ ຫງວຽນຢູ, ທ່ານປະທານປະເທດ ຕີລາຄາສູງຕໍ່ບັນດາຜົນງານທີ່ທາງໂຮງຮຽນບັນລຸໄດ້ໃນໄລຍະ 16 ປີແຫ່ງການສ້າງສາ ແລະ ພັດທະນາ. ທ່ານປະທານປະເທດ ໄດ້ເນັ້ນໜັກເຖິງຄວາມອົດທົນມານະພະຍາຍາມ, ຈິດໃຈສາມັກຄີ, ຮ່ວມແຮງຮ່ວມໃຈຂອງປະຊາຄົມຊາວຫວຽດນາມ ຢູ່ລາວ ແລະບັນດາຄູອາຈານທີ່ໄດ້ປະກອບສ່ວນເຂົ້າໃນການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ ນັບມື້ນັບພັດທະນາໃນທຸກຂົງເຂດ, ໃນນັ້ນມີການຮ່ວມມືດ້ານການສຶກສາ.

ທ່ານປະທານປະເທດ ໄດ້ຮັບຮູ້ບັນດາຄວາມມານະພະຍາຍາມ, ການປະກອບສ່ວນຂອງໂຮງຮຽນໃນການຕັ້ງໜ້າສິດສອນລູກຫຼານຊາວຫວຽດນາມ ແລະໄວໜຸ່ມລຸ້ນຕ່າງໆຂອງລາວ ເພື່ອແນໃສ່ຊາບຊຶມວັດທະນະທຳ ແລະປະຊາຊົນຫວຽດນາມ, ເຂົ້າໃຈການພົວພັນແບບພິເສດແບບໜຶ່ງບໍ່ມີສອງຢູ່ໃນໂລກ ລະຫວ່າງປະຊາຊົນ ລາວ - ຫວຽດນາມ.

ທ່ານປະທານປະເທດ ໄດ້ຮຽກຮ້ອງໃຫ້ຄູອາຈານ ສືບຕໍ່ຍົກສູງລະດັບຄວາມຮູ້ດ້ານວິຊາສະເພາະ, ໄຫວພິບ, ມີຫົວຄິດປະດິດສ້າງໃນການປ່ຽນແປງໃໝ່ການຮຽນ - ການສອນ ເພື່ອຍາມໃດກໍ່ເປັນຜູ້ສົ່ງແຮງບັນດານໃຈ, ນ້ຳໃຈຮັກຊາດໃຫ້ແກ່ນັກຮຽນ, ໄວໜຸ່ມຂອງປະເທດໃນອະນາຄົດ. ທ່ານປະທານປະເທດ ປາດຖະໜາວ່າ ຄູອາຈານຈະສືບຕໍ່ປຸກລະດົມ ແລະຫຼໍ່ຫຼອມບັນດາອຸດົມການ, ຄຸນສົມບັດໃຫ້ແກ່ລຸ້ນໜຸ່ມ, ພິເສດແມ່ນການສຶກສາໃຫ້ພວກນ້ອງຮັບຮູ້ ແລະເຂົ້າໃຈແຈ້ງກ່ຽວກັບມູນເຊື້ອປະຫວັດສາດຂອງສາຍພົວພັນພິເສດ ຫວຽດນາມ - ລາວ, ກ່ຽວກັບນ້ຳໃຈສາມັກຄີ ແລະຄວາມສະໜິດຕິດພັນທີ່ແໜ້ນແຟ້ນລະຫວ່າງປະຊາຊົນສອງປະເທດ.

ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ໄດ້ມອບເງິນ 30.000 ໂດລາສະຫະລັດ ເພື່ອຂະຫຍາຍຂອບເຂດໂຮງຮຽນອະນຸບານ ແລະປາດຖະໜາວ່າ ໃນໄລຍະຈະມາເຖິງ, ຮູບແບບຂອງໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ຈະສືບຕໍ່ໄດ້ຮັບການຜັນຂະຫຍາຍຢູ່ບັນດາທ້ອງຖິ່ນຂອງລາວ.

ແສງເດືອນ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເຫດການ
302 Found

Found

The document has moved here.