InterNations: ຫວຽດນາມ ແມ່ນປະເທດທີ່ມີຄ່າໃຊ້ຈ່າຍທີ່ເໝາະສົມທີ່ສຸດໃນໂລກສຳລັບຄົນຕ່າງປະເທດ

10:02 | 14/07/2024

ຍສໝ - ອີງ​ຕາມ​ບົດ​ລາຍ​ງານ Expat Insider 2024 ທີ່​ປະຕິບັດ​ໂດຍອົງການ InterNations, ຫວຽດນາມ ​ແມ່ນ​ປະ​ເທດ​ທີ່ມີຄ່າໃຊ້ຈ່າຍທີ່ເໝາະສົມທີ່ສຸດໃນໂລກສຳລັບຄົນຕ່າງປະເທດ, ​ເປັນ​ອັນ​ດັບ​ທີ 1 ​ໃນ​ຈຳນວນ 174 ປະ​ເທດ ​ແລະ ​ເຂດ​ແຄວ້ນ​ເມື່ອເວົ້າເຖິງ​ດ້ານ​ການ​ເງິນສ່ວນບຸກຄົນ. ນີ້​ກໍ່​ແມ່ນ​ປີ​ທີ 4 ​ຕິດ​ຕໍ່​ກັນ​ທີ່ ຫວຽດນາມ ​ໄດ້​ຈັດ​ອັນ​ດັບ​ໜຶ່ງ​ໃນ​ມາດຖານ​ນີ້.

ຍີ່ປຸ່ນ ເອົາຄົນຕ່າງປະເທດເຂົ້າໃນລະບົບບໍານານແຫ່ງຊາດຂອງຕົນ
ອະນຸຍາດໃຫ້ຄົນຕ່າງປະເທດເຂົ້າ-ອອກເມືອງ ດ້ວຍວີຊາອີເລັກໂທຣນິກ ຜ່ານສະໜາມບິນເວີນໂດນ
InterNations: ຫວຽດນາມ ແມ່ນປະເທດທີ່ມີຄ່າໃຊ້ຈ່າຍທີ່ເໝາະສົມທີ່ສຸດໃນໂລກສຳລັບຄົນຕ່າງປະເທດ

ຫວຽດນາມ ແມ່ນປະເທດທີ່ມີຄ່າໃຊ້ຈ່າຍທີ່ເໝາະສົມທີ່ສຸດໃນໂລກສຳລັບຄົນຕ່າງປະເທດ.

ການ​ຈັດ​ອັນ​ດັບ​ນີ້​ໄດ້​ສຳ​ຫຼວດ​ແຮງງານ​ຫຼາຍກວ່າ 12.500 ຄົນ​ທີ່​ເຮັດ​ວຽກ​ຢູ່ 174 ປະ​ເທດ ແລະ ເຂດ​ແຄ້ວນ. ມາດຖານຈັດລຽງລຳດັບມີ 5 ປະເພດຄື: ຄຸນນະພາບຊີວິດ, ຄວາມໝັ້ນຄົງຊີວິດ, ວຽກເຮັດງານທຳ, ການເງິນສ່ວນບຸກຄົນ ແລະ ຄວາມຕ້ອງການທີ່ຈຳເປັນ.

ກ່ຽວກັບດັດຊະນີການເງິນສ່ວນບຸກຄົນ, InterNations ໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມສໍາຫຼວດ ຈັດອັນດັບຄວາມພໍໃຈຂອງເຂົາເຈົ້າໃນ 3 ດ້ານລວມມີ: ຄ່າຄອງຊີບເວົ້າລວມ, ຄວາມພໍໃຈກັບສະຖານະພາບທາງດ້ານການເງິນ ແລະ ລາຍຮັບຂອງຄອບຄົວແມ່ນພຽງພໍໃຫ້ການດຳລົງຊີວິດທີ່ສະດວກສະບາຍຫຼືບໍ່.

ຜົນ​ໄດ້​ຮັບ​ສະ​ແດງ​ໃຫ້​ເຫັນ​ວ່າ, ຫວຽດນາມ ຢືນ​ອັນ​ດັບ 1 ​ໃນ​ລາຍການ​ນີ້. ບັນດາປະເທດຖັດໄປໃນ 10 ອັນດັບຕົ້ນແມ່ນ: ໂຄລົມເບຍ, ອິນໂດເນເຊຍ, ປານາມາ, ຟີລິບປິນ, ອິນເດຍ, ເມັກຊິໂກ, ໄທ, ບຣາຊິນ ແລະ ຈີນ.

ຕາມ​ນັ້ນ​ແລ້ວ, ​ໃນ​ບັນດາ​ກຸ່ມ​ຊາວ​ຕ່າງປະ​ເທດ​ອາ​ໄສ​ຢູ່ ຫວຽດນາມ, 86% ​ໄດ້​ຕີ​ລາຄາ​ຄ່າ​ຄອງ​ຊີບ​ຢູ່​ທີ່​ນີ້​ຢູ່​ໃນ​ລະດັບ​ດີ (​ສູງກວ່າລະດັບ​ສະ​ເລ່ຍ 40% ຂອງ​ບັນດາ​ປະ​ເທດ​ໃນ​ໂລກ​ທີ່​ໄດ້ສຳ​ຫຼວດ); 65% ໃຫ້ຮູ້ວ່າ: ເຂົາເຈົ້າພໍໃຈກັບສະພາບການເງິນຢູ່ ຫວຽດນາມ ໃນປະຈຸບັນ (ສູງກວ່າລະດັບສະເລ່ຍ 54% ຂອງບັນດາປະເທດໃນໂລກທີ່ໄດ້ສໍາຫຼວດ). ​ເປັນໜ້າສົນໃຈແມ່ນ, ​ເຖິງ 68% ​ໃຫ້ຮູ້​ວ່າ ລາຍຮັບຂອງ​ເຂົາ​ເຈົ້າ​ແມ່ນ​ສາມາດນຳໃຊ້ໃນການດຳລົງ​ຊີວິດ​ທີ່​ສະດວກ​ສະບາຍ, ສູງ​ກວ່າ​ອັດຕາ​ສະເລ່ຍ 41% ຂອງ​ປະ​ເທດ​ອື່ນໆ​ທີ່ໄດ້​ສຳ​ຫຼວດ.

ບໍ່​ພຽງ​ແຕ່​ຄ່າ​ໃຊ້ຈ່າຍ​ຕ່ຳ​ເທົ່າ​ນັ້ນ, ຊາວ​ຕ່າງ​ປະ​ເທດ​ອາ​ໄສ​ຢູ່​ ຫວຽດ​ນາມ ຍັງ​ໄດ້​ຮັບ​ເງິນ​ເດືອນ​ສູງ​ກວ່າ​ສະ​ເລ່ຍ​ຂອງ​ຊາວ​ຕ່າງ​ປະ​ເທດ​ອາ​ໄສ​ຢູ່​ປະ​ເທດ​ອື່ນ. ມີເຖິງ 19% ຂອງຊາວຕ່າງປະເທດທີ່ອາໄສຢູ່ ຫວຽດນາມ ທີ່ເຂົ້າຮ່ວມການສໍາຫລວດໃຫ້ຮູ້ວ່າ ເຂົາເຈົ້າມີຮັບລາຍຮັບປະຈໍາປີຢູ່ໃນລະດັບ 150.000 USD ຫຼືຫຼາຍກວ່ານັ້ນ, ໃນຂະນະທີ່ອັດຕານີ້ຢູ່ປະເທດອື່ນໆມີພຽງແຕ່ປະມານ 10%. ລະດັບ​ຄວາມ​ເພິ່ງ​ພໍ​ໃຈ​ດ້ານ​ວຽກ​ເຮັດ​ງານ​ທຳ​ຂອງ​ຊາວ​ຕ່າງປະ​ເທດ​ຢູ່ ຫວຽດນາມ ເວົ້າລວມ ​ແມ່ນ​ສູງ​ຫຼາຍ. ​ໂດຍ​ທົ່ວ​ໄປ​ແລ້ວ, “ຄວາມ​ສົມ​ດຸນ​ໃນ​​ການ​ເຮັດ​ວຽກ ແລະ ການດຳລົງຊີວິດ​ແມ່ນ​ສຳຄັນ​ກວ່າ​ຄວາມ​ກ້າວຂຶ້ນ​ດ້ານ​ອາຊີບ” ຢູ່​ ຫວຽດນາມ.

ນອກຈາກ​ນັ້ນ, ​ໃນ​ການ​ສຳ​ຫຼວດ​ຄັ້ງ​ນີ້, ຫວຽດນາມ ​ໄດ້​ຈັດ​ອັນ​ດັບ​ທີ 8 ​ໃນ​ບັນດາ​ຈຸດໝາຍ​ປາຍທາງ​ທີ່​ດີ​ທີ່​ສຸດ​ຂອງ​ຊາວ​ຕ່າງປະ​ເທດ​ໃນ​ທົ່ວ​ໂລກ. Expat Insider 2024 ໄດ້ຄົ້ນຫາຄວາມຮູ້ສຶກກ່ຽວກັບດ້ານອື່ນໆຂອງການດຳລົງຊີວິດຢູ່ຕ່າງປະເທດ, ໂດຍອີງໃສ່ 5 ຕົວຊີ້ວັດຄື: ຄວາມສຸກໂດຍລວມ, ຄຸນນະພາບຊີວິດ, ຄວາມງ່າຍດາຍຂອງການລົງທະບຽນທີ່ຢູ່ອາໄສ, ການເຮັດວຽກຢູ່ຕ່າງປະເທດ ແລະ ດັດຊະນີ “ບັນດາປັດໄຈທີ່ຈໍາເປັນສຳລັບຄົນຕ່າງປະເທດ” ໂດຍອີງໃສ່ບັນດາເງື່ອນໄຂດ້ານບໍລິຫານ, ທີ່ພັກອາໄສ, ຊີວິດດິຈິຕອນ ແລະ ເງື່ອນໄຂທາງດ້ານພາສາ. .

ບົດ​ລາຍ​ງານ​ໄດ້​ອ້າງອີງ​ຄຳ​ເຫັນຂອງ​ຊາວ​ ອັງກິດ​ ຄົນ​ໜຶ່ງ​ທີ່ຢູ່ໄກຈາກບ້ານເກີດເມືອງນອນ ໄດ້ເວົ້າ​ເຖິງ​ຊີວິດ​ຢູ່​ ຫວຽດນາມ​ ວ່າ: “ຊີວິດ​ຢູ່​ທີ່​ນີ້​ບໍ່​ມີ​ຄວາມ​ເຄັ່ງ​ຕຶງ​ສຳລັບ​ຂ້າພະ​ເຈົ້າ​ເລີຍ, ມັນ​ເປັນ​ການ​ປ່ຽນ​ແປງ​ອັນ​ດີ​ເລີດ​ຈາກ​ຊີວິດ​ການ​ເຮັດ​ວຽກ​ຂອງ​ຂ້າພະ​ເຈົ້າ​ທີ່​ຫຍຸ້ງ​ວຽກ ​ແລະ ສິ້ນ​ເປືອງແຫຼ່ງກຳລັງ​ຢ່າງ​ຫຼວງ​ຫຼາຍຄືເມື່ອກ່ອນ".

ຊາວຫວຽດນາມເປັນປະຊາຄົມຄົນຕ່າງປະເທດໃຫຍ່ອັນດັບສອງຢູ່ຍີ່ປຸ່ນ ຊາວຫວຽດນາມເປັນປະຊາຄົມຄົນຕ່າງປະເທດໃຫຍ່ອັນດັບສອງຢູ່ຍີ່ປຸ່ນ

ຍ​ສ​ໝ - ຕາມ​ຂໍ້​ມູນ​ຈາກ​ກົມ​ຄຸ້ມ​ຄອງ​ການ​ເຂົ້າ-ອອກ​ເມືອງ ແລະ ພັກ​ອາ​ໄສ​ຂອງ​ຍີ່​ປຸ່ນ, ໄລ​ຍະ​ຊ່ວງ​ທ້າຍ​ປີ 2021 ມີຄົນ​ຫວຽດ​ນາມ 432.934 ຄົນ ຢູ່​ຍີ່​ປຸ່ນ ກວມ 15,7% ຈຳ​ນວນ​ຄົນ​ຕ່າງ​ປະ​ເທດ​ຢູ່​ໃນ​ປະ​ເທດ​ນີ້.

ທ່ານໝໍຫວຽດນາມ ຊ່ວຍຄົນຕ່າງປະເທດຫຼາຍຄົນ ທີ່ເປັນອຳມະພາດ ແລະ ເລືອດອອກໃນສະໝອງ ທ່ານໝໍຫວຽດນາມ ຊ່ວຍຄົນຕ່າງປະເທດຫຼາຍຄົນ ທີ່ເປັນອຳມະພາດ ແລະ ເລືອດອອກໃນສະໝອງ

ຍສໝ - ຄົນຕ່າງປະເທດສ່ວນຫຼາຍ ແມ່ນນັກທ່ອງທ່ຽວ ຫຼື ມາຫວຽດນາມເພື່ອເຮັດວຽກ, ດັ່ງນັ້ນເຂົາເຈົ້າຈຶ່ງບໍ່ມີຍາດພີ່ນ້ອງໄປນຳ, ແຕ່ແພດໝໍຫວຽດນາມ ກໍບໍ່ປະຕິເສດການປິ່ນປົວສຸກເສີນໃຫ້.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.