ບັນດາວິລະກໍາທີ່ມິດງຽບ

14:43 | 12/07/2024

ຍສໝ - ເມືອງລາດ ແມ່ນເມືອງພູສູງຢູ່ຕິດກັບຊາຍແດນຫ່າງຈາກນະຄອນແທັງຮວ໋າ ໄປທາງທິດຕາເວັນຕົກປະມານ 250 ກິໂລແມັດ. ເມືອງລາດ ມີເສັ້ນຊາຍແດນຕິດກັບເມືອງວຽງໄຊ ແລະເມືອງສົບເບົາ, ແຂວງຫົວພັນ (ປະເທດລາວ) ທີ່ມີລວງຍາວກວ່າ 105 ກິໂລແມັດ, ມີດ່ານຊາຍແດນແຫ່ງຊາດ ແຕ໋ນຕັ່ນ ຕິດກັບດ່ານຊາຍແດນ ສົມຫວັງ (ເມືອງສົບເບົາ).

ຫວຽດນາມ ໄດ້ນຳເຂົ້າໃນບັນຊີລາຍຊື່ບັນດາຕະຫຼາດການທ່ອງທ່ຽວທີ່ສຳຄັນຂອງອົດສະຕາລີ ຫວຽດນາມ ໄດ້ນຳເຂົ້າໃນບັນຊີລາຍຊື່ບັນດາຕະຫຼາດການທ່ອງທ່ຽວທີ່ສຳຄັນຂອງອົດສະຕາລີ
​ໂອກາດ​ແລກປ່ຽນ​ວັດທະນະທຳ, ສິລະ​ປະ​ລະຫວ່າງ​ ຊາວ​ໜຸ່ມ, ເຍົາວະຊົນ ຫວຽດນາມ ກັບ​ບັນດາ​ປະ​ເທດ ​ໂອກາດ​ແລກປ່ຽນ​ວັດທະນະທຳ, ສິລະ​ປະ​ລະຫວ່າງ​ ຊາວ​ໜຸ່ມ, ເຍົາວະຊົນ ຫວຽດນາມ ກັບ​ບັນດາ​ປະ​ເທດ

ແຂວງແທັງຮວ໋າ - ແຂວງຫົວພັນ ມີເສັ້ນຊາຍແດນຮ່ວມກັນຍາວ 213,6 ກິໂລແມັດ, ມີດ່ານຊາຍແດນ 3 ແຫ່ງ. ໃນຊຸມປີຜ່ານມາ, ບັນດາກຳລັງກ່ຽວຂ້ອງ, ຄະນະພັກ, ອຳນາດການປົກຄອງບັນດາເມືອງຕິດກັບຊາຍແດນ ແລະພໍ່ແມ່ປະຊາຊົນ ທີ່ຢູ່ສອງຟາກຊາຍແດນ ໄດ້ຮ່ວມແຮງຮ່ວມໃຈກັນປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ແລະກໍ່ສ້າງເສັ້ນຊາຍແດນສາມັກຄີ, ສັນຕິພາບ, ມິດຕະພາບ ແລະພ້ອມກັນພັດທະນາ.

ຫຼັກໝາຍຊາຍແດນ ທີ່ສັກກາລະບູຊາ

ເມືອງລາດ ແມ່ນເມືອງພູສູງຢູ່ຕິດກັບຊາຍແດນຫ່າງຈາກນະຄອນແທັງຮວ໋າ ໄປທາງທິດຕາເວັນຕົກປະມານ 250 ກິໂລແມັດ. ເມືອງລາດ ມີເສັ້ນຊາຍແດນຕິດກັບເມືອງວຽງໄຊ ແລະເມືອງສົບເບົາ, ແຂວງຫົວພັນ (ປະເທດລາວ) ທີ່ມີລວງຍາວກວ່າ 105 ກິໂລແມັດ, ມີດ່ານຊາຍແດນແຫ່ງຊາດ ແຕ໋ນຕັ່ນ ຕິດກັບດ່ານຊາຍແດນ ສົມຫວັງ (ເມືອງສົບເບົາ). ປະຈຸບັນມີຄ້າຍປ້ອງກັນຊາຍແດນ 5 ແຫ່ງ ຂຶ້ນກັບກອງບັນຊາການທະຫານຊາຍແດນແຂວງ ແທັງຮ໋ວາ ຕັ້ງທັບຢູ່ເມືອງລາດ.

ບັນດາວິລະກໍາທີ່ມິດງຽບ
ຄ້າຍທະຫານຊາຍແດນດ່ານຊາຍແດນ ແຕ໋ນຕັ່ນ, ກອງບັນຊາການທະຫານຊາຍແດນແຂວງ ແທັງຮ໋ວາ (ຫວຽດນາມ) ແລະກອງຮ້ອຍ ທະຫານຊາຍແດນ 215, ກອງບັນຊາການທະຫານເມືອງສົບເບົາ ສົມທົບກັນລາດຕະເວນສອງຝ່າຍ. ພາບ: ຫງອກຮ໊ວນ

ໃນຊຸມປີຜ່ານມາ, ທະຫານຊາຍແດນທີ່ປະຕິບັດງານ ຢູ່ຕາມເສັ້ນຊາຍແດນເມືອງລາດ ໄດ້ພ້ອມກັບຄະນະພັກ, ອຳນາດການປົກຄອງ, ທະຫານ, ປະຊາຊົນບັນດາເຜົ່າ ແລະກຳລັງທີ່ກ່ຽວຂ້ອງຂອງຝ່າຍລາວ ໄດ້ຮ່ວມແຮງຮ່ວມໃຈກັນປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ຮັກສາອະທິປະໄຕຜືນແຜ່ນດິນ ແລະຄວາມສະຫງົບຢູ່ເຂດຊາຍແດນແຫ່ງຊາດ; ສົມທົບກັບຄະນະພັກ ແລະອໍານາດການປົກຄອງປະຕິບັດວຽກງານການຕ່າງປະເທດເປັນຢ່າງດີ; ຕໍ່ສູ້, ປ້ອງກັນຕ້ານອາດຊະຍາກຳປະເພດຕ່າງໆ; ກໍ່ສ້າງຊົນນະບົດໃໝ່, ພັດທະນາເສດຖະກິດ - ສັງຄົມ, ຮັບປະກັນຊີວິດສັງຄົມໃນບໍລິເວນທີ່ກົມກອງຕັ້ງທັບ.

ເມື່ອມາຢ້ຽມຢາມ ແລະເຮັດວຽກກັບພະນັກງານ, ນັກຮົບຢູ່ຄ້າຍທະຫານຊາຍແດນ ຈູງລີ, ປູຍີ, ດ່ານຊາຍແດນແຕ໋ນຕັ່ນ, ຮູ້ສຶກໄດ້ເຖິງອາລົມຈິດຄວາມຮັກແພງ, ຄວາມຮັບຜິດຊອບ, ຄວາມຫຍຸ້ງຍາກລໍາບາກ ແລະ ການເສຍສະຫຼະຂອງທະຫານຊາຍແດນ. ໃນວິວັດການເຮັດວຽກ, ທະຫານຊາຍແດນແຂວງ ແທັງຮວ໋າ ແລະ ກໍາລັງປ້ອງກັນຊາຍແດນ, ກໍາລັງການທະຫານ, ຕຳຫຼວດ, ພາສີແຂວງຫົວພັນ (ລາວ) ໄດ້ຊ່ວຍເຫຼືອເຊິ່ງກັນ ແລະກັນ ເພື່ອປະຕິບັດສໍາເລັດໜ້າທີ່ ເຊິ່ງສອງພັກ ແລະສອງລັດ ໄດ້ມອບໝາຍໃຫ້ໄດ້ເປັນຢ່າງດີ.

ຢູ່ຕາມທາງນ້ອຍ ຂອງປ້ອມຄວບຄຸມຊາຍແດນ ແກ໊ວເຮືອນ (ຄ້າຍທະຫານຊາຍແດນ ປູຍີ), ພວກຂ້າພະເຈົ້າ ໄດ້ເຮັດວຽກກັບບັນດາທະຫານຢູ່ໃນປ້ອມ ແລະທະຫານຊາຍແດນຂຶ້ນກັບໝວດທະຫານຄໍານາງ, ກອງຮ້ອຍທະຫານຊາຍແດນ 215 (ກອງບັນຊາການທະຫານແຂວງຫົວພັນ). ຮ້ອຍເອກ ແດນຈຳພອນ, ຫົວໜ້າໝວດ ແບ່ງປັນວ່າ: ທາງໝວດທະຫານຄໍານາງ ມີໜ້າທີ່ຄຸ້ມຄອງ ແລະປົກປັກຮັກສາ 8 ຫຼັກໝາຍ (ແຕ່ຫຼັກໝາຍທີ 308 ຫາຫຼັກໝາຍທີ 315) ເຊິ່ງຕິດກັບຕາແສງ ຍີເຊີນ ແລະ ຕາແສງ ຈູງລີ. ສະຖານທີ່ຕັ້ງທັບຂອງໝວດທະຫານຫ່າງຈາກໃຈກາງເມືອງວຽງໄຊ ປະມານ 81 ກິໂລແມັດ, ເສັ້ນທາງໄປມາຫຍຸ້ງຍາກ. ໃນໄລຍະຜ່ານມາ, ທາງໝວດທະຫານ ໄດ້ພ້ອມກັບກໍາລັງປ້ອງກັນຊາຍແດນ ຂອງຄ້າຍທະຫານຊາຍແດນ ຈູງລີ, ປູຍີ ຈັດຕັ້ງການແລກປ່ຽນສະພາບການຢ່າງເປັນປະຈຳ, ປະຕິບັດວຽກງານການລາດຕະເວນຝ່າຍດຽວ ແລະສອງຝ່າຍ, ຮ່ວມແຮງຮ່ວມໃຈປົກປັກຮັກສາເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນ; ຮັບປະກັນຄວາມສະຫງົບຢູ່ເຂດຊາຍແດນ, ຮັກສານໍ້າໃຈສາມັກຄີ, ມິດຕະພາບລະຫວ່າງທະຫານ ແລະ ປະຊາຊົນຢູ່ສອງຟາກຊາຍແດນ.

ກ່ອນໜ້ານັ້ັນ, ໃນການໄປປະຕິບັດງານຢູ່ເມືອງວຽງໄຊ, ພວກຂ້າພະເຈົ້າໄດ້ມີໂອກາດເຮັດວຽກກັບກອງຮ້ອຍທະຫານຊາຍແດນ 215 (ກອງບັນຊາການທະຫານແຂວງຫົວພັນ, ລາວ). ກອງຮ້ອຍທະຫານຊາຍແດນ 215 ມີຄວາມຮັບຜິດຊອບຄຸ້ມຄອງເສັ້ນຊາຍແດນຍາວ 107 ກິໂລແມັດ ເຊິ່ງຕິດກັບເມືອງລາດ, ເມືອງກວານຮວາ, ເມືອງກວານເຊີນ ຂອງແຂວງແທັງຮວ໋າ. ພື້ນຖານດ້ານວັດຖຸຂອງກອງຮ້ອຍ ຍັງມີຄວາມຫຍຸ້ງຍາກຫຼາຍຢ່າງ, ເຖິງຢ່າງໃດກໍ່ຕາມ, ບັນດາທະຫານຊາຍແດນທັງສອງຝ່າຍໄດ້ຮ່ວມແຮງຮ່ວມໃຈກັນປົກປັກຮັກສາອະທິປະໄຕ, ຄວາມສະຫງົບຢູ່ເຂດຊາຍແດນແຫ່ງຊາດ, ຮັກສານໍ້າໃຈມິດຕະພາບ, ຄວາມສາມັກຄີຂອງສອງຊາດ, ສອງປະເທດ.

ຕໍ່ສູ້, ຕ້ານອາດຊະຍາກຳປະເພດຕ່າງໆຢູ່ເຂດຊາຍແດນ

ໃນໄລຍະຜ່ານມາ, ຄະນະພັກ ແລະກອງບັນຊາການທະຫານຊາຍແດນແຂວງແທັງຮວ໋າ ສືບຕໍ່ຜັນຂະຫຍາຍປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງສອງ ແຂວງ ແທັງຮວ໋າ - ຫົວພັນ ໄລຍະ 2021 - 2025; ຊາບຊຶມ ແລະຜັນຂະຫຍາບັນດາຄໍາສັ່ງ, ມະຕິ, ແຜນການຂອງຄະນະພັກ - ກອງບັນຊາການທະຫານຊາຍແດນ ແລະກອງບັນຊາການທະຫານແຂວງ ແທັງຮວ໋າ ຢ່າງເຂັ້ມງວດ ກ່ຽວກັບວຽກງານການທູດປ້ອງກັນຊາດ, ການທູດປ້ອງກັນຊາຍແດນ ແລະການທູດປະຊາຊົນ. ສຸມໃສ່ໂຄສະນາສຶກສາໃຫ້ແກ່ພະນັກງານ, ນັກຮົບ ແລະປະຊາຊົນກ່ຽວກັບມູນເຊື້ອສາມັກຄີມິດຕະພາບ, ພິເສດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ.

ບັນດາວິລະກໍາທີ່ມິດງຽບ
ແມ່ນ້ຳມ້າ. ພາບ: ຫງອກຮ໊ວນ

ຄະນະພັກ ແລະກອງບັນຊາການທະຫານຊາຍແດນແຂວງແທັງຮວ໋າ ໄດ້ຊີ້ນຳບັນດາກົມກອງກໍາແໜ້ນສະພາບການ ແລະແລກປ່ຽນຂໍ້ມູນຂ່າວສານກັບກຳລັງປ້ອງກັນຊາຍແດນຂອງແຂວງຫົວພັນ. ສົມທົບກັບອໍານາດການປົກຄອງ ແລະກຳລັງທີ່ກ່ຽວຂ້ອງຂອງປະເທດເພື່ອນລາວ ເພື່ອໂຄສະນາ, ຂົນຂວາຍພະນັກງານ ແລະປະຊາຊົນປະຕິບັດບັນດາສັນຍາ, ຂໍ້ຕົກລົງຮ່ວມມື, ບົດບັນທຶກຊ່ວຍຈໍາ ແລະແຜນນະໂຍບາຍ, ນະໂຍບາຍ, ກົດໝາຍຂອງສອງແຂວງ, ສອງປະເທດ; ຕັ້ງໜ້າເຂົ້າຮ່ວມການກ່າວປະນາມ, ຕໍ່ສູ້ຕ້ານ ແລະສະກັດກັ້ນອາດຊະຍາກຳ ທີ່ລະເມີດກົດໝາຍ, ຮັກສາຄວາມສະຫງົບ ແລະຄວາມເປັນລະບຽບຮຽບຮ້ອຍ. ພ້ອມກັນນັ້ນ, ການເຄື່ອນໄຫວຮ່ວມມືໃນຂົງເຂດຄຸ້ມຄອງ ແລະປົກປັກຮັກສາຊາຍແດນ ໄດ້ຮັບການຜັນຂະຫຍາຍຢ່າງຮັດກຸ່ມ, ປະກອບສ່ວນສຳຄັນເຂົ້າໃນການປັບປຸງການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ປົກປັກຮັກສາອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງແຕ່ລະປະເທດ; ພ້ອມທັງຮັບປະກັນສະພາບແວດລ້ອມທີ່ສະດວກ ເພື່ອພັດທະນາເສດຖະກິດ-ສັງຄົມ, ດຶງດູດການຮ່ວມມືລົງທຶນ, ຮ່ວມມືດ້ານການຄ້າ. ສ້າງເສັ້ນຊາຍແດນລະຫວ່າງແຂວງ ແທັງຮວ໋າ ແລະ ຫົວພັນ ໃຫ້ເປັນເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະການຮ່ວມມືພ້ອມກັນພັດທະນາຢ່າງແທ້ຈິງ. ການຮ່ວມມືໃນຂົງເຂດການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ກໍ່ແມ່ນປະຖົມປັດໄຈອັນໜັ້ກແໜ້ນ ໃຫ້ແກ່ການພົວພັນຮ່ວມມືໃນຂົງເຂດເສດຖະກິດ, ການຄ້າລະຫວ່າງແຂວງ ແທັງຮວ໋າ ແລະແຂວງຫົວພັນ ໃຫ້ນັບມື້ນັບພັດທະນາຢ່າງແຂງແຮງ ແລະມີປະສິດທິຜົນ.

ສົມເພັດ

ເຫດການ
302 Found

Found

The document has moved here.