ນາມຢາງ-ດາກຈຶງ, ຂີດໝາຍມິດຕະພາບ 10 ປີ

14:10 | 12/07/2024

ຍສໝ - ປີ 2024 ​ແມ່ນ​ 10 ປີ​ແຫ່ງ​ການ​ປະຕິບັດ​ບົດ​ບັນທຶກ​ຊ່ວຍ​ຈຳ​ການ​ລົງ​ນາມ​ໃນ​ບັນດາ​ເນື້ອ​ໃນ​ການ​ຮ່ວມ​ມື​ພັດທະນາ​ລະຫວ່າງ ​ເມືອງ ນາມ​ຢາງ (ແຂວງ ກວາງ​ນາມ) ​ແລະ ​ເມືອງ ດາກ​ຈຶງ (ແຂວງ ​ເຊ​ກອງ). ການ​ພົວພັນ​ລະຫວ່າງ​ສອງ​ທ້ອງ​ຖິ່ນ​ຍາມ​ໃດ​ກໍ່​ໄດ້ຮັດ​ແໜ້ນດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ລະອຽດ ເຊິ່ງ​ໄດ້​ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ມູນເຊື້ອຄວາມ​ສາມັກຄີ ຫວຽດນາມ - ລາວ.

ສະ​ມາ​ຄົມ​ມິດ​ຕະ​ພາບ 10 ແຫ່ງ​ເຂົ້າ​ຮ່ວມງານມະໂຫລານານທຳນອງມິດ​ຕະ​ພາບ​ແຂວງ ດົ່ງ​ນາຍ ປີ 2024
ພິທີເປີດມອບ-ຮັບໂຄງການກໍ່ສ້າງ ຫ້ອງການ ປກສ ເມືອງ ດາກຈຶງ (ລາວ)

ເຂດ​ດ່ານ​ຊາຍ​ແດນ​ສາ​ກົນ ນາມ​ຢາງ.

ສືບ​ຕໍ່​ມູນເຊື້ອຄວາມ​ສາ​ມັກ​ຄີ

ຫວນຄືນຕົ້ນປີ 2024, ເຂດຊາຍແດນອາກາດໜາວເຢັນ, ຝົນຕົກແກ່ຍາວ, ແຕ່ຜ່ານຜ່າເສັ້ນທາງໂນນເນີນກວ່າ 40 ກິໂລແມັດ, ໃນອາກາດທີ່ໜາວເຢັນ, ມີໝອກ, ທ່ານ ສອນເພັດ ຢູ່ບ້ານ ດາກຕາອອກໃຫຍ່, ເມືອງ ດາກຈຶງ, ແຂວງ ເຊກອງ (ລາວ) ພ້ອມດ້ວຍຍາດພີ່ນ້ອງ ແລະ ໝູ່ເພື່ອນ 4 ຄົນ ໄດ້ໄປດ່ານຊາຍແດນສາກົນ ນາມຢາງ ເພື່ອປະຕິບັດຂັ້ນຕອນການເຂົ້າເມືອງ ເພື່ອຈະໄດ້ໄປພົບປະກັບຍາດຕິພີ່ນ້ອງ ແລະ ຄົນຮູ້ຈັກຢູ່ຕາແສງ ດັກໂຕ່ຍ, ເມືອງ ນາມຢາງ ໂດຍໄວ.

ຕາມ​ທ່ານ ອາລັງມິນ - ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ ດັກ​ໂຕ່ຍ ​ແລ້ວ, ນັບ​ແຕ່​ສອງ​ບ້ານ​ຍັງ​ບໍ່​ທັນ​ແຮກສ່ຽວ, ປະຊາຊົນ​ຢູ່​ເຂດ​ຊາຍ​ແດນ​ຂອງ​ສອງ​ປະ​ເທດກໍ່​ໄດ້​ໄປ​ຢ້ຽມຢາມ​ເຊິ່ງກັນ ​ແລະ ກັນແລ້ວ; ວັດທະນະທຳ​ນີ້​ມີ​ມາ​ແຕ່​ດົນ​ນານ ​ແລະ ປະຈຸ​ບັນ​ຍັງ​ມີ​ການ​ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນກວ່າ​ອີກ. ປະຊາຊົນ​ຢູ່ຊາຍ​ແດນຟາກນັ້ນ​ໄດ້​ນຳ​ກະພາ, ຟືນ​ໄມ້ແປກ, ອາຫານ, ​ເຄື່ອງ​ປຸງ​ຕ່າງໆ​ເຊັ່ນ: ໝາກ​ພິກ​ໄທ​, ເບີລວາ, ຜົງສົ້ມມາ​ຢາມ​ພີ່ນ້ອງ. ເບື້ອງ ຫວຽດນາມ ​ກໍ່​ແບ່ງ​ປັນ​ເຂົ້າ ​ແລະ ​ເຄື່ອງ​ໃຊ້​ປະຈຳວັນ​ເພື່ອ​ໜູນ​ຊ່ວຍ​ເຊິ່ງ​ກັນ​ ແລະ​ ກັນ”.

ນາມຢາງ-ດາກຈຶງ, ຂີດໝາຍມິດຕະພາບ 10 ປີ

ທ່ານ ສອນເພັດ ແລະຄອບຄົວ ໄດ້ຜ່ານຂັ້ນຕອນການເຂົ້າເມືອງຢູ່ເຂດດ່ານຊາຍແດນ.

ໂດຍ​ສືບ​ຕໍ່​ມູນເຊື້ອອັນ​ດີງາມ​ລະຫວ່າງ​ໝູ່​ບ້ານ ​ແລະ​ ບ້ານ​ແຮກສ່ຽວ, ​ໃນ​ເດືອນ ເມສາ ປີ 2024, ເນື່ອງ​ໃນ​ໂອກາດ​ບຸນ​ປີໃໝ່ລາວ​, ການ​ນຳ​ຕາ​ແສງ ດັກ​ໂຕ່ຍ ​ແລະ ​ເຈີຈູນ ​ໄດ້​ໄປຢ້ຽມ​ຢາມ​​ເພື່ອ​ອວຍພອນ​ບຸນປີ​ໃໝ່​ ຢູ່ບັນດາບ້ານຄື ດາກຕາອອກໃຫຍ່, ດາກ​ໂດມ, ດາກ​ດຽງ, ຄອນຢ້ອງ ເຊິ່ງແມ່ນ​ໝູ່​ບ້ານ​ທີ່ແຮກສ່ຽວກັບ​​ຕາ​ແສງ ດັກ​ໂຕ່ຍ ແລະ ​ຕາ​ແສງ ​ເຈີຈູນ.

ທ່ານ ໂບລ ເຈືອງ, ປະທານຄະນະກຳມະການປະຊາຊົນຕາແສງ ດັກໂຕ່ຍ ແບ່ງປັນວ່າ: ຄຽງຂ້າງການຈັດຕັ້ງບັນດາກິດຈະກຳກິລາບານສົ່ງມິດຕະພາບ ແລະ ພາເຂົ້າສາມັກຄີຢູ່ໝູ່ບ້ານ ດາກຕາອອກໃຫຍ່ ແລ້ວ, ຕາແສງຍັງມອບນ້ຳມັນເກືອບ 80 ລິດ, ເກືອ 80 ກິ​ໂລ, ແປ້ງນົວ 80 ຫໍ່ ແລະ ​ຂອງ​ຂວັນ​ອື່ນໆ​ອີກ​ຫລາຍ​ຢ່າງ.

ນາມຢາງ-ດາກຈຶງ, ຂີດໝາຍມິດຕະພາບ 10 ປີ

ຕາ​ແສງ ດັກ​ໂຕ່ຍ ມອບ​ຂອງຂວັນ​ໃຫ້​ປະຊາຊົນ​ບ້ານ ດາກ​ຕາ​ອ​ອກ​ໃຫຍ່, ​ເມືອງ ດາກ​ຈຶງ ​ເນື່ອງໃນ​ໂອກາດ​ບຸນ​ປີໃໝ່ລາວ.

ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ, ໄດ້ເສີມສ້າງຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ 2 ທ້ອງ​ຖິ່ນ​ໃນຊຸມປີທີ່ຜ່ານມາ. ເລຂາພັກເມືອງດາກຈຶງ - ສະຫາຍ ເພັງນາ ຈັນທະພອນ ປາດຖະໜາຢາກສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການປະຕິບັດສັນຍາວ່າດ້ວຍລະບຽບການຊາຍແດນລະຫວ່າງສອງປະເທດ, ພ້ອມທັງເພີ່ມທະວີການພົວພັນ, ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ; ການ​ລາດ​ຕະ​ເວນ​ປ້ອງ​ກັນຊາຍແດນ​ລະ​ຫວ່າງ​ກຳ​ລັງ​ຂອງ​ສອງ​ເມືອງ.

ນາມຢາງ-ດາກຈຶງ, ຂີດໝາຍມິດຕະພາບ 10 ປີ

ເມືອງ​ ນາມ​ຢາງ ​ ແລະ ​ເມືອງ​ດາກ​ຈຶງ ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ໄລຍະ ປີ 2022-2025.

ເພິ່ມທະວີການ​ພົວ​ພັນ​ຮ່ວມ​ມື

ດ້ວຍ​ເສັ້ນ​ຊາຍ​ແດນ​ຍາວ​ກວ່າ 90,3 ກິ​ໂລ​ແມັດ, ມີ 3 ຊົນ​ເຜົ່າອ້າຍນ້ອງ​ຄື: ເກີຕູ້, ແວ, ຕະຣຽງ ມີ​ສາຍ​ພົວ​ພັນ​ເປັນ​ພີ່​ນ້ອງ​ກັນ​ມາ​ແຕ່​ດົນ​ນານ, ໄດ້​ຮັບ​ຖື​ວ່າ​ແມ່ນ​ຈຸດ​ລວມ​ທີ່​ສຸດ​ຂອງ​ເມືອງ ນາມ​ຢາງ ແລະ ເມືອງ ດາກຈຶງ.

​ແຕ່​ປີ 2021, ການ​ພົວພັນ​ຕ່າງປະ​ເທດ​ລະຫວ່າງ​ສອງ​ທ້ອງ​ຖິ່ນ​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ທະວີ, ຄະນະກຳມະການປະຊາຊົນ​ແຂວງ​ ນາມ​ຢາງ ​ໄດ້​ຈັດ​ຕັ້ງ​ການ​ມອບ​ເຂົ້າສານ 40 ​ໂຕນ ​ໃຫ້​ປະຊາຊົນ​ເມືອງ ດາກ​ຈຶງ ​ເພື່ອ​ປ້ອງ​ກັນ ​ແລະ ຕ້ານ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ເນື່ອງ​ໃນ​ໂອກາດ​ປະກາດ​ເປີດຄູ່​ດ່ານ​ຊາຍ​ແດນ​ສາກົນ​ ນາມຢາງ - ດາກ​ຕາ​ອອກ.

ທ່ານ ອາ​ວຽດ​ເຊີນ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ ​ໃຫ້​ຮູ້​ວ່າ: “ໂດຍປະຕິບັດ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ບັນດາເນື້ອ​ໃນ​ການ​ຮ່ວມ​ມື​ພັດທະນາ, ​ໃນ​ຊຸມ​ປີຜ່ານມາ, ພວກ​ຂ້າພະ​ເຈົ້າ​ໄດ້​ສືບ​ຕໍ່​ໜູນ​ຊ່ວຍ ​ ແລະ ຈັດ​ຕັ້ງ​ການ​ມອບ​ອຸປະກອນ​ການ​ແພດ, ​ເຂົ້າສານ ​ແລະ ສິ່ງ​ຈຳ​ເປັນ​ອື່ນໆ​ໃຫ້​ເມືອງ ດາກ​ຈຶງ ​ໃນ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ດ້ວຍ​ຍອດ​ມູນ​ຄ່າ​ 480 ລ້ານ​ດົ່ງ ຈາກງົບປະມານຂອງເມືອງ”.

“ແຕ່ລະປີ, 2 ເມືອງ ໄດ້ຈັດຕັ້ງບັນດາຄະນະປະຕິບັດງານ ແລະ ພົບປະແລກປ່ຽນ ເນື່ອງໃນໂອກາດບຸນປີໃໝ່ທີ່ເປັນມູນເຊື້ອຂອງ 2 ປະເທດ ແລະ ບັນດາເຫດການສໍາຄັນພິເສດ, ສືບຕໍ່ຮັກສາບັນດາກອງປະຊຸມແຕ່ລະປີລະຫວ່າງ 2 ເມືອງ ເພື່ອແນໃສ່ຮັດແໜ້ນຄວາມສາມັກຄີ, ຄວາມສະໜິດແໜ້ນລະຫວ່າງ 2 ເມືອງ ເວົ້າລວມ ແລະ ແຮກສ່ຽວລະຫວ່າງ 8 ກຸ່ມບ້ານ/ເມືອງ ດາກຈຶງ ແລະ ບັນດາບ້ານ ແລະ ຕາແສງຊາຍແດນຂອງເມືອງ ນາມຢາງ.

​ໃນ​ໄລຍະ ປີ 2022-2023, ພວກ​ຂ້າພະ​ເຈົ້າ​ສືບ​ຕໍ່​ໜູນ​ຊ່ວຍ​ໃຫ້​ເມືອງ ດາກ​ຈຶງ ພັດທະນາ​ການ​ຜະລິດ ດ້ວຍ​ຍອດ​ຈຳນວນ​ເງິນ​ຊ່ວຍເຫຼືອ 200 ລ້ານ​ດົ່ງ/ປີ, ​ສະເພາະ ​ປີ 2023, ​ເມືອງ​​ໄດ້​ຈັດ​ຕັ້ງ​ຄະນະ​ປະຕິບັດງານ​ໄປ​ຍັງເມືອງ ດາກ​ຈຶງ ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ສອງ​ເມືອງ ​ແລະ ໜູນ​ຊ່ວຍ​​ເຂົ້າສານ 50 ​ໂຕນ ດ້ວຍ​ມູນ​ຄ່າ 1 ຕື້​ດົ່ງໃຫ້​ເມືອງ​ຂອງເພື່ອນຕື່ມ​ອີກ. ​ຍອດ​​ງົບປະມານ​ຂອງ​ເມືອງ​ໄດ້​ໃຊ້​ຈ່າຍ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ວຽກ​ງານ​ການ​ຕ່າງປະ​ເທດ​ໃນໄລຍະນີ້ແມ່ນ​ກວ່າ 5 ຕື້​ດົ່ງ” - ທ່ານ ​ເຊີນ ​ກ່າວ.

ນາມຢາງ-ດາກຈຶງ, ຂີດໝາຍມິດຕະພາບ 10 ປີ

ສະຫາຍ ເລ​ວັນ​ເຮື່ີອງ (ຊ້າຍ) ເລຂາພັກເມືອງ ນາມຢາງ ມອບຂອງຂວັນໃຫ້ ສະຫາຍ ເລຂາພັກເມືອງ ດາກຈຶງ ເພັງນາ ຈັນທະພອນ ເນື່ອງໃນໂອກາດບຸນປີໃໝ່ລາວ.

ຕາມ ສະຫາຍ ເລ​ວັນ​ເຮື່ອງ, ​ເລຂາ​ພັກ​ເມືອງ ນາມ​ຢາງ ​ແລ້ວ, ​ໃນ​ຊຸມ​ປີຜ່ານມາ, ຄະນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ 2 ​ເມືອງ ຍາມ​ໃດ​ກໍ່​ຮັກສາ​ສາຍ​ພົວພັນ​ມິດຕະພາບອັນຍິ່ງໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ພັກ, ລັດ ແລະ ປະຊາຊົນ ຫວຽດນາມ - ລາວ, ລາວ - ຫວຽດນາມ ເວົ້າລວມ ແລະ ສາຍພົວພັນຂອງ 2 ເມືອງ ນາມຢາງ - ດາກຈຶງ ເວົ້າສະເພາະ ຍາມໃດກໍ່ໄດ້ຮັບຄວາມນັບຖືຢ່າງສູງ ແລະ ເສີມສ້າງໃຫ້ນັບມື້ນັບແໜ້ນແຟ້ນຕະຫຼອດໄປ.

ສະເຫຼີມສະຫຼອງວັນປົດປ່ອຍນະຄອນຫຼວງຄົບຮອບ 69 ປີ (10 ຕຸລາ 1954 - 10 ຕຸລາ 2023): ເປີດງານວາງສະແດງ ສະເຫຼີມສະຫຼອງວັນປົດປ່ອຍນະຄອນຫຼວງຄົບຮອບ 69 ປີ (10 ຕຸລາ 1954 - 10 ຕຸລາ 2023): ເປີດງານວາງສະແດງ "ເມືອງເກົ່າ ຖະໜົນເກົ່າ"

ຍສໝ - ຕອນ​ເຊົ້າ​ວັນ​ທີ 6 ຕຸລາ, ສູນສຳເນົາ​ແຫ່ງ​ຊາດ I - ກົມສຳເນົາໜັງສືເອກະສານ​ແຫ່ງ​ລັດ ສົມທົບ​ກັບ​ສູນ​ອະນຸລັກ​ຮັກສາ​ມໍລະດົກ​ທັງ​ລອງ - ຮ່າ​ໂນ້ຍ ຈັດ​ຕັ້ງ​ງານ​ວາງສະ​ແດງ “​ເມືອງເກົ່າ ຖະໜົນເກົ່າ” ​ເພື່ອ​ສະ​ເຫຼີ​ມສະຫຼອງ 69 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ນະຄອນຫຼວງ (10 ຕຸລາ 1954 - 10 ຕຸລາ 2023).

ພົນເອກ ຫວໍ​ ງວຽນ ​ຢາ​ບ ຜ່ານການຍອມຮັບຂອງນາຍພົນຝ່າຍຕາເວັນຕົກ ພົນເອກ ຫວໍ​ ງວຽນ ​ຢາ​ບ ຜ່ານການຍອມຮັບຂອງນາຍພົນຝ່າຍຕາເວັນຕົກ

ຍສໝ - ດ້ວຍ​ການ​ປະກອບສ່ວນ ​ແລະ ໄຊຊະນະ​ໃນ​ປະຫວັດສາດ​ແຫ່ງ​ການ​ຕໍ່ສູ້​ປົດ​ປ່ອຍ​ຊົນເຜົ່າ, ເອກະພາບປະ​ເທດຊາດ, ທ່ານ​ພົນ​ເອກ, ຜູ້ບັນຊາການ ​ຫວໍ​ ງວຽນ ​ຢາ​ບ ບໍ່​ພຽງ​ແຕ່​ໄດ້​ຮັບ​ຄວາມ​ຮັກ​ແພງ ​ແລະ ຄວາມ​ຊົມ​ເຊີຍ ​ຈາກ​ປະຊາຊົນ​ໃນ​ທົ່ວ​ປະ​ເທດ ແລະ ​ເພື່ອນ​ມິດສາ​ກົນ​ເທົ່າ​ນັ້ນ ແຕ່ຍັງ​ໄດ້ເປັນທີ່ຍອມ​ຮັບ​ຈາກ​ຫຼາຍນາຍພົນຝ່າຍກົງກັນຂ້າມ. ນັ້ນແມ່ນສິ່ງທີ່ຫາຍາກ.

ມິງດຶກ (ແປຕາມ baoquangnam.vn)

ເຫດການ
302 Found

Found

The document has moved here.