ປະທານປະເທດ ໂຕເລີມ ມາຮອດນະຄອນຫຼວງວຽງຈັນ, ຢ້ຽມຢາມທາງລັດຖະກິດແຫ່ງ ສປປ ລາວ

14:50 | 11/07/2024

ຍສໝ - ຕອນເຊົ້າວັນທີ 11 ກໍລະກົດ, ພິທີຕ້ອນຮັບຢ່າງເປັນທາງການທ່ານປະທານປະເທດ ໂຕເລີມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ພວມຢ້ຽມຢາມທາງລັດຖະກິດແຫ່ງ ສປປ ລາວ ທີ່ໄດ້ດໍາເນີນຢູ່ສະໜາມຫຼວງຫໍສະພາແຫ່ງຊາດຢູ່ນະຄອນຫຼວງວຽງຈັນ. ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ເປັນປະທານພິທີຕ້ອນຮັບ.

ປະທານປະເທດ ລາວ: ແຂວງຫລວງພະບາງຕ້ອງກ່່ານຊຸຸກຍູ້ພັດທະນາເສດຖະກິດຕາມທ່າແຮງ ປະທານປະເທດ ລາວ: ແຂວງຫລວງພະບາງຕ້ອງກ່່ານຊຸຸກຍູ້ພັດທະນາເສດຖະກິດຕາມທ່າແຮງ
ປະທານປະເທດ ແຫ່ງ ສປປ ລາວ ຢ້ຽມຢາມ ລັດຖະກິດ ຣາຊະອານາຈັກ ກຳປູເຈຍ ປະທານປະເທດ ແຫ່ງ ສປປ ລາວ ຢ້ຽມຢາມ ລັດຖະກິດ ຣາຊະອານາຈັກ ກຳປູເຈຍ

ທ່ານປະທານປະເທດ ໂຕເລີມ ແລະທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ກວດແຖວກຽດຕິຍົດ. ສິ້ນສຸດພິທີ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ແລະທ່ານປະທານປະເທດ ໂຕເລີມ ໄດ້ຢ້ືຢາມຖາມຂ່າວຢ່າງສະໜິດສະໜົມ ແລະແນະນໍາຜູ້ແທນທີ່ມີໜ້າຢູ່ພິທີ.

ປະທານປະເທດ ໂຕເລີມ ມາຮອດນະຄອນຫຼວງວຽງຈັນ, ຢ້ຽມຢາມທາງລັດຖະກິດແຫ່ງ ສປປ ລາວ

ທ່ານປະທານປະເທດ ໂຕເລີມ ແລະທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ກວດແຖວກຽດຕິຍົດ. ພາບ: TTXVN

ປະທານປະເທດ ໂຕເລີມ ມາຮອດນະຄອນຫຼວງວຽງຈັນ, ຢ້ຽມຢາມທາງລັດຖະກິດແຫ່ງ ສປປ ລາວ
ເຍົາວະຊົນນະຄອນຫຼວງວຽງຈັນ ມອບດອກໄມ້, ຂໍ່ານັບທ່ານປະທານປະເທດ ໂຕເລີມ ຢ້ຽມຢາມທາງລັດຖະກິດແຫ່ງ ສປປ ລາວ. ພາບ: TTXVN

ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານປະທານປະເທດ ໂຕເລີມ ແລະທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ນໍາໜ້າຄະນະຜູ້ແທນຂັ້ນສູງສອງປະເທດດໍາເນີນການພົບປະເຈລະຈາເພື່ອປຶກສາຫາລືມາດຕະການປະກອບສ່ວນເຮັດໃຫ້ການພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດເລິກເຊິ່ງ, ມີປະສິດທິຜົນກວ່າ.

ປະທານປະເທດ ໂຕເລີມ ມາຮອດນະຄອນຫຼວງວຽງຈັນ, ຢ້ຽມຢາມທາງລັດຖະກິດແຫ່ງ ສປປ ລາວ
ບັນຍາກາດທີ່ການການພົບປະເຈລະຈາ.

ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ຕີລາຄາສູງຄວາມໝາຍສຳຄັນຂອງການເຄື່ອນໄຫວຢູ່ຕ່າງປະເທດຄັ້ງທໍາອິດຂອງທ່ານປະທານປະເທດ ໂຕເລິມ ນັບແຕ່ເມື່ອໄດ້ຮັບດຳລົງຕຳແໜ່ງ; ພ້ອມທັງເນັ້ນໜັກວ່າ ເລື່ອງທ່ານປະທານປະເທດ ໂຕເລິມ ເລືອກປະເທດ ສປປ. ລາວ ເປັນປະເທດທຳອິດໄປຢ້ຽມຢາມໃນຖານະຕຳແໜ່ງໃໝ່ນັ້ນ ໄດ້ສະແດງໃຫ້ເຫັນເຖິງການຖືເປັນສຳຄັນຂອງພັກ, ລັດ ຫວຽດນາມ ແລະ ສ່ວນຕົວທ່ານປະທານປະເທດ ໂຕເລິມ ທີ່ມີຕໍ່ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ.

ເມື່ອແລກປ່ຽນກ່ຽວກັບບັນດາການກຳນົດທິດ, ມາດຕະການຊຸກຍູ້ບັນດາຂົງເຂດຮ່ວມມື, ການນຳສອງທ່ານໄດ້ຢັ້ງຢືນຄືນນະໂຍບາຍສະເໝີຕົ້ນສະເໝີປາຍຂອງສອງປະເທດ ແມ່ນຍາມໃດກໍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດແກ່ການປັບປຸງ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ; ສືບຕໍ່ສຸມໃສ່ຜັນຂະຫຍາຍຂໍ້ຕົກລົງຮ່ວມມືຂັ້ນສູງລະຫວ່າງສອງປະເທດ, ກໍຄືລະຫວ່າງບັນດາກະຊວງ, ຂະແໜງການ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນໃຫ້ມີປະສິດທິຜົນ; ເພີ່ມທະວີການປຶກສາຫາລືກ່ຽວກັບບັນດາບັນຫາຍຸດທະສາດ; ຍູ້ແຮງການແລກປ່ຽນການຢ້ຽມຢາມ, ພົບປະຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ; ສຳຫຼວດກວດຄືນ ແລະ ຍົກສູງປະສິດທິຜົນບັນດາກົນໄກຮ່ວມມື, ຍູ້ແຮງການໂຄສະນາເຜີຍແຜ່, ສຶກສາກ່ຽວກັບປະຫວັດສາດ,ມູນເຊື້ອສາມັກຄີແບບພິເສດ ຫວຽດນາມ - ລາວ ໃຫ້ແກ່ປະຊາຊົນສອງປະເທດ, ພິເສດແມ່ນຄົນລຸ້ນໜຸ່ມ; ນຳບັນດາເນື້ອໃນຂອງ ປຶ້ມປະຫວັດສາດການພົວພັນແບບພິເສດ ຫວຽດນາມ - ລາວ ເຂົ້າໃນຫຼັກສູດການຮຽນ - ການສອນ ຢູ່ຮາກຖານການສຶກສາແຫ່ງຕ່າງໆຂອງແຕ່ລະປະເທດ; ສົມທົບກັນສ້າງບັນດາກິດຈະກຳ ແລະ ເຂດປູຊະນີຍະສະຖານປະຫວັດສາດກ່ຽວກັບການພົວພັນ ຫວຽດນາມ - ລາວ, ໃນນັ້ນມີສວນສາທາລະນະມິດຕະພາບ ລາວ - ຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ.

ສອງຝ່າຍກໍເຫັນດີຍູ້ແຮງເສົາຄ້ຳຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ເພື່ອສົມທົບກັນຮັບມືກັບບັນດາສິ່ງທ້າທາຍໃໝ່; ສືບຕໍ່ສົມທົບກັນ, ໜູນຊ່ວຍເຊິ່ງກັນ ແລະ ກັນ ຮັບປະກັນສະຖຽນລະພາບດ້ານການເມືອງ, ປ້ອງກັນຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢູ່ແຕ່ລະປະເທດ; ຜັນຂະຫຍາຍບັນດາຂໍ້ຕົກລົງລະຫວ່າງກະຊວງປ້ອງກັນປະເທດ ແລະ ກະຊວງຕຳຫຼວດສອງປະເທດໃຫ້ເປັນຢ່າງດີ; ສົມທົບກັນຢ່າງແໜ້ນແຟ້ນໃນວຽກງານຄຸ້ມຄອງປົກປັກຮັກສາຊາຍແດນ, ໂດຍສະເພາະແມ່ນການສະກັດກັ້ນ, ຕໍ່ສູ້ປ້ອງກັນບັນດາອາດຊະຍາກຳຂ້າມຊາດ, ອາດຊະຍາກຳຢາເສບຕິດ, ຂຸດຄົ້ນຊັບພະຍາກອນທຳມະຊາດຜິດກົດໝາຍ; ເຂົ້າ - ອອກເມືອງຜິດກົດໝາຍ; ສືບຕໍ່ສົມທົບກັນໃນວຽກງານຊອກຫາ, ທ້ອນໂຮມ ແລະ ຈັດສົ່ງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ກັບຄືນເມືອປະເທດ ແລະ ສ້ອມແປງ, ບູລະນະບັນດາອະນຸສອນສະຖານຮ່ວມສຳພັນສູ້ຮົບ ຫວຽດນາມ - ລາວ ແຫ່ງຕ່າງໆ.

ການນຳສອງທ່ານກໍເຫັນດີເປັນເອກະພາບ ສາມັກຄີກັນ ແລະ ເສີມຂະຫຍາຍບົດບາດເປັນໃຈກາງຂອງ ອາຊຽນ ແລະ ບັນດາກົນໄກໂດຍ ອາຊຽນ ນຳພາ. ທ່ານປະທານປະເທດ ຫວຽດນາມ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຈະສະໜັບສະໜູນລາວຈົນສຸດຄວາມສາມາດ ໃຫ້ປະຕິບັດໜ້າທີ່, ບົດບາດສາກົນທີ່ສຳຄັນໃນປີ 2024 ໃຫ້ສຳເລັດຜົນ, ໃນນັ້ນ ມີບົດບາດເປັນປະທານ ອາຊຽນ ແລະ ປະທານ ໄອປາ.

ໃນການພົບປະສົນທະນາ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ປະກາດຂອງຂວັນຈາກພັກ, ລັດ ແລະ ປະຊາຊົນ ຫວຽດນາມ ທີ່ມອບໃຫ້ພັກ, ລັດ ແລະ ປະຊາຊົນລາວ ອ້າຍນ້ອງ ແມ່ນລົດໂອໂຕໄຟຟ້າ VinFast ເພື່ອໜູນຊ່ວຍ ລາວ ຈັດບັນດາກິດຈະກຳສຳຄັນໃນປີປະທານ ອາຊຽນ 2024 ຢ່າງສຳເລັດຜົນ. ພາຍຫຼັງການພົບປະສົນທະນາ, ການນຳສອງປະເທດ ໄດ້ເປັນສັກຂີພິຍານພິທີມອບ - ຮັບເອກະສານຮ່ວມມືຈໍານວນໜຶ່ງ.

ຫຼັງຈາກນັ້ນ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ຂັບລົດພາທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄປເລາະໄລຍະໜຶ່ງ. ຮູບພາບການນຳ ຫວຽດນາມ ແລະ ລາວ ຂີ່ລົດຄັນດຽວກັນ, ພ້ອມກັນລອງລົດໄຟຟ້າຕົວຈິງນັ້ນ ໄດ້ນຳມາເຊິ່ງອາລົມຈິດຫຼາຍຢ່າງໃຫ້ແກ່ຜູ້ຊົມ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.