​ໂອກາດ​ແລກປ່ຽນ​ວັດທະນະທຳ, ສິລະ​ປະ​ລະຫວ່າງ​ ຊາວ​ໜຸ່ມ, ເຍົາວະຊົນ ຫວຽດນາມ ກັບ​ບັນດາ​ປະ​ເທດ

22:22 | 11/07/2024

ຍສໝ - ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ດ່າ​ນັ້ງ ​ໃຫ້ຮູ້​ວ່າງານມະໂຫລານ​ສິລະ​ປະ​ຊາວ​ໜຸ່ມ​ - ເຍົາວະຊົນສາກົນ 2024 ມີ​ຫົວ​ຂໍ້​ວ່າ “​ເຊີດ​ຊູ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ນ້ອງນ້ອຍ” ​ແລະ ສານ “​ເຊີດ​ຊູ​ບັນດາ​ຄວາມສາມາດດ້ານ​ສິລະ​ປະ​ໄວ​ໜຸ່ມ” ຄາດ​ວ່າ​ຈະ​ດຶງ​ດູດ​ຜູ້​ເຂົ້າ​ຮ່ວມແຂ່ງຂັນ​ກວ່າ 200 ຄົນ ທີ່ມາຈາກ ຫວຽດນາມ ​ແລະ ບັນດາ​ປະ​ເທດ.

ງານມະໂຫລານໂດຍ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນດ່າ​ນັ້ງ ສົມທົບ​ກັບ​ບັນດາ​ຫົວໜ່ວຍ​ ຈັດ​ຂື້ນ​ເປັນ​ເວລາ 2 ວັນ (11 – 12 ສິງຫາ) ຢູ່​ໂຮງ​ລະຄອນ​ ຈື່ງເວື່ອງ ນະຄອນດ່າ​ນັ້ງ.

ຕາມ​ຄະນະ​ຈັດ​ຕັ້ງ​ແລ້ວ, ງານມະໂຫລານລວມມີ​ບັນດາ​ການ​ເຄື່ອນ​ໄຫວ​ສິລະ​ປະ, ການ​ແຂ່ງຂັນ, ຈັດ​ອັນ​ດັບ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ ​ແລະ ການ​ສະ​ແດງ​ຂອງ​ບັນດາຄະນະ​ແຂກ​ຜູ້​ມີ​ກຽດ ​ແລະ ບັນດາ​ຜູ້ເຂົ້າແຂ່ງຂັນສາກົນ​ຄື: casting ເພື່ອ​ຊອກ​ຫາ​ຕົວ​ແທນ​ເຂົ້າ​ຮ່ວມງານມະໂຫລານ; ການ​ສະ​ແດງ​ສິ​ລະ​ປະ, ການ​ແຂ່ງ​ຂັນ​ພອນ​ສະ​ຫວັນ, ມອບ​ລາງວັນ ແລະ ຊົມເຊີຍ​ບັນ​ດາ​ຜູ້​ເຂົ້າ​ຮ່ວມ​ງານ​ມະໂຫລານ.

ນອກຈາກນັ້ນ, ເພື່ອສ້າງສະໜາມຫຼິ້ນສາກົນ, ເພີ່ມທະວີການພົບປະແລກປ່ຽນ, ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະ ບັນດາປະເທດເພື່ອນມິດ, ງານດັ່ງກ່າວໄດ້ຈັດບັນດາການເຄື່ອນໄຫວພົບປະແລກປ່ຽນຕາມຮູບແບບຂອງຄ້າຍພັກລະດູຮ້ອນສາກົນ. ຢູ່ທີ່​ນີ້, ຊາວ​ໜຸ່ມ ​ແລະ ​ເດັກນ້ອຍ​ທີ່​ເຂົ້າ​ຮ່ວມງານຈະ​ມີ​ຄວາມ​ມ່ວນ​ຊື່ນ, ຝຶກ​ຝົນທັກສະດ້ານ​ສິລະ​ປະ, ຖ່າຍຮູບ, ບັນທຶກ​ວິ​ດີ​ໂອ ​ແລະ ປະສົບ​ກັບ​ວັດທະນະທຳ​ພື້ນ​ເມືອງ​ຂອງ​ບັນດາ​ປະ​ເທດ​ຜ່ານ​ບັນດາ​ເລື່ອງ​ເລົ່າ​ ຈາກສະມາຊິກ​ທີ່ເຂົ້າຮ່ວມ.

Buổi biểu diễn chào mừng và cung cấp thông tin, chính thức công bố sự kiện Liên hoan nghệ thuật Thanh - thiếu nhi quốc tế 2024 tại thành phố Đà Nẵng. (Ảnh: danang.gov.vn)  ງານ​ສະ​ແດງ​ຊົມ​ເຊີຍຕ້ອນຮັບ ​ແລະ ສະໜອງ​ຂໍ້​ມູນ​ຂ່າວສານ, ​ໄດ້​ປະກາດ​ຢ່າງ​ເປັນ​ທາງ​ການ​ການ​ ​ງານ​ສິລະ​ປະ​ຊາວ​ໜຸ່ມ​ສາກົນ 2024 ຢູ່​ນະຄອນ ດ່າ​ນັ້ງ. (ພາບ: danang.gov.vn)

ການ​ສະ​ແດງ​ຂ່ຳນັບຮັບຕ້ອນ ​ແລະ ສະໜອງ​ຂໍ້​ມູນ, ​​ປະກາດ​ງານ​ມະໂຫລານສິລະ​ປະ​ຊາວ​ໜຸ່ມ - ເຍົາວະຊົນ ​ສາກົນ 2024 ຢູ່​ນະຄອນ ດ່າ​ນັ້ງ ຢ່າງ​ເປັນ​ທາງ​ການ​ການ​ . (ພາບ: danang.gov.vn)

ຢູ່ນະຄອນ ​ໂຮ່ຈີ​ມິນ, ງານ​ມະໂຫລານສິລະ​ປະ​ຊາວ​ໜຸ່ມ - ເຍົາວະຊົນ ​ສາກົນ 2024 ຈະ​ດຳ​ເນີນ​ໃນ​ວັນ​ທີ 3 ສິງຫາ, ​ເພື່ອ​ຊອກ​ຫາ ​ແລະ ຄັດ​ເລືອກ​ຕົວ​ແທນ​ໄປເຂົ້າຮ່ວມ ​ແລະ ແຂ່ງຂັນ​ຢູ່​ນະຄອນ ດ່າ​ນັ້ງ ​ແລະ ນະຄອນຫຼວງຮ່າ​ໂນ້ຍ.

ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ, ງານມະໂຫລານ​ສິລະ​ປະ​ໄດ້​ດຳ​ເນີນ​ເປັນ​ເວລາ 3 ວັນ, ​ແຕ່​ວັນ​ທີ 23 – 26 ສິງຫາ. ພິ​ເສດ, ບັນດາ​ການ​ເຄື່ອນ​ໄຫວ​ຍາມ​ລະດູ​ຮ້ອນ​ຖືກ​ຈັດ​ຂຶ້ນ​ຢູ່​ເຂດ​ຊານ​ເມືອງ​ຮ່າ​ໂນ້ຍ ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ສິລະ​ປະ ​ແລະ ການ​ແຂ່ງຂັນ​ຈັດ​ອັນ​ດັບ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ ​ແລະ ການ​ສະ​ແດງ​ຂອງ​ບັນດາ​ແຂກ​ທ່ອງ​ທ່ຽວ ​ແລະ ບັນດາ​ຜຕ້ເຂົ້າແຂ່ງຂັນສາກົນ.

ກ່າວ​ຄຳ​ເຫັນ​ຕໍ່​ນັກ​ຂ່າວ, ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ​ດ່າ​ນັ້ງ ຫງວຽນ​ງອກ​ບິງ ​ໃຫ້​ຮູ້​ວ່າ: ງານ​ມະໂຫລານສິລະ​ປະ​ຊາວ​ໜຸ່ມ - ເຍົາວະຊົນ ​ສາກົນ 2024 ​ໄດ້​ນຳ​ມາ​ເຊິ່ງຄວາມ​ສາມັກຄີ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ເພື່ອນ​ມິດ. ພ້ອມ​ກັນ​ນັ້ນ, ກໍ່​ສ້າງສະໜາມ​ຫຼິ້ນ​ທີ່​ມີ​ຄວາມ​ດຶງ​ດູດ, ມີ​ປະ​ໂຫຍ​ດ ​ແລະ ​ເປັນ​ມືອາຊີບ​ໃຫ້​ແກ່​ໄວ​ໜຸ່ມ ​ແລະ ​ເດັກນ້ອຍ​ທີ່​ມີ​ຄວາມມັກ​ຮັກ​, ມີ​ພອນ​ສະຫວັນ​ໃນ​ການ​ສະ​ແດງ​ສິລະ​ປະ​ສາກົນ, ຊຸກຍູ້​ການ​ແລກປ່ຽນ​ວັດທະນະທຳ - ສິລະ​ປະ​ລະຫວ່າງ ​ຊາວ​ໜຸ່ມ - ເຍົາວະຊົນຫວຽດນາມ ກັບ​ບັນດາ​ປະ​ເທດ​ໃນ​ໂລກ. ຜ່ານນັ້ນ ກໍ່ໄດ້ປະກອບສ່ວນ​ເຂົ້າ​ໃນ​ການ​ຮັດ​ແໜ້ນ​ ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ ​ແລະ ການ​ພົວພັນ​ຕ່າງປະ​ເທດ​ຫຼາຍ​ຝ່າຍ​ລະຫວ່າງ​ປະຊາຊົນ​ຫວຽດນາມ ​ເວົ້າ​ລວມ, ປະຊາຊົນ​ນະຄອນດ່າ​ນັ້ງ ​ເວົ້າ​ສະ​ເພາະ ​ແລະ ປະຊາຊົນ​ບັນດາ​ປະ​ເທດ​ໃນ​ໂລກ.

ງານມະໂຫລານ​​ສິລະ​ປະ​ຄາດ​ວ່າ​ຈະ​ດຶງ​ດູດ​ຜູ້​ເຂົ້າ​ຮ່ວມ​ແຂ່ງຂັນກ່ວາ 200 ຄົນ​ທີ່ມາຈາກ​ຫວຽດນາມ ​ແລະ ​ປະ​ເທດ​ຕ່າງໆ, ​ແຕ່​ອາຍຸ​ແຕ່ 5 – 11 ປີ ​ແລະ 12 – 17 ປີ ເຊິ່ງຈະ​ເຂົ້າ​ຮ່ວມ​ສະ​ແດງ ດ້ວຍ 3 ປະ​ເພດ​ຄື: ​ເຄື່ອງ​ດົນຕີ - ​ເຄື່ອງ​ເສບ; ບົດ​ເພງ - ເຕັ້ນ​ລໍາ​; ລະຄອນ-ເວທີ-ແຟຊັ່ນ.

“ງານ​ມະໂຫລານສິລະ​ປະ​ຊາວ​ໜຸ່ມ - ເຍົາວະຊົນ ​ສາກົນ 2024 ຄາດ​ວ່າ​ຈະ​ນຳ​ເອົາ​ບັນ​ດາ​ປະ​ສົບ​ການ​ໃໝ່ ແລະ ກາ​ລະ​ໂອ​ກາດ​ຕົວຈິງ​ທີ່​ເປັນ​ປະ​ໂຫຍດ​ໃຫ້​ແກ່​ໄວ​ໜຸ່ມ ແລະ ເດັກ​ນ້ອຍ ເພື່ອ “ປຸກ​ລະ​ດົມ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງນ້ອງໆ” ກ່ຽວ​ກັບ​ຄວາມ​ມັກຮັກ, ການ​ອຸ​ທິດ​ຕົນ​ເພື່ອ​ສິ​ລະ​ປະ​ພາຍ​ໃນ ແລະ ຕ່າງ​ປະ​ເທດຄືດັ່ງຫົວຂໍ້ ແລະ ສານ ທີ່ຄະນະ​ຈັດ​ຕັ້ງ​ພວມ​ມຸ່ງ​ໄປ​ເຖິງ". ທ່ານ ຫງວຽນ​ຫງອກ​ບິ່ງ ​ກ່າວ​.

ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ “ຮັກສາ​” ມິດຕະພາບ​ ຫວຽດນາມ - ລັດ​ເຊຍ

ຊ ສະຫວັດ

ເຫດການ
302 Found

Found

The document has moved here.