ຂົວຕໍ່ສໍາຄັນປັບປຸ່ງ ແລະເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດຫວຽດນາມ-ລາວ

10:25 | 14/07/2024

ຍສໝ - ວັນທີ 11 ກໍລະກົດ, ຢູ່ຫໍສະພາແຫ່ງຊາດລາວ, ທ່ານ ໂຕເລິມ ປະທານປະເທດຫວຽດນາມ ໄດ້ມີການພົບປະກັບທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ.

VUFO ພ້ອມແລ້ວທີ່ຈະເປັນຂົວຕໍ່ ໃຫ້ແກ່ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ອາຟຼິກາໃຕ້ VUFO ພ້ອມແລ້ວທີ່ຈະເປັນຂົວຕໍ່ ໃຫ້ແກ່ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ອາຟຼິກາໃຕ້
ງານຕະຫຼາດນັດຂອງຂວັນຫັດຖະກຳສາກົນຮ່າໂນ້ຍ 2023: ຂົວຕໍ່ໃຫ້ບັນດາວິສາຫະກິດຜະລິດເຄື່ອງຫັດຖະກຳເຊື່ອມຕໍ່ທຸລະກິດ ງານຕະຫຼາດນັດຂອງຂວັນຫັດຖະກຳສາກົນຮ່າໂນ້ຍ 2023: ຂົວຕໍ່ໃຫ້ບັນດາວິສາຫະກິດຜະລິດເຄື່ອງຫັດຖະກຳເຊື່ອມຕໍ່ທຸລະກິດ

ທ່ານປະທານປະເທດ ໂຕເລິມ ແລະທ່ານປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາການພົວພັນອັນດີງາມລະຫວ່າງສອງປະເທດເວົ້າລວມ ແລະລະຫວ່າງສະພາແຫ່ງຊາດສອງປະເທດເວົ້າສະເພາະ, ການນໍາສອງທ່ານ ເນັ້ນໜັກເຖິງຄວາມສຳຄັນຂອງການແລກປ່ຽນຄະນະຜູ້ແທນ ແລະພົບປະຂັ້ນສູງເປັນປະຈຳລະຫວ່າງສອງປະເທດ; ຕັ້ງໜ້າຜັນຂະຫຍາຍຂໍ້ຕົກລົງຮ່ວມມືລະຫວ່າງສອງສະພາແຫ່ງຊາດ, ໃນນັ້ນມີການຈັດຕັ້ງກອງປະຊຸມ, ກອງປະຊຸມສຳມະນາຫົວເລື່ອງສະເພາະເພື່ອແນໃສ່ເພີ່ມທະວີການແລກປ່ຽນ, ແບ່ງປັນບົດຮຽນວິຊາການ; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສລັດຖະສະພາໃນພາກພື້ນ ແລະສາກົນ.

ຂົວຕໍ່ສໍາຄັນປັບປຸ່ງ ແລະເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດຫວຽດນາມ-ລາວ

ທ່ານປະທານປະເທດ ໂຕເລິມ ພົບປະກັບທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານປະທານປະເທດ ໂຕເລິມ ຕີລາຄາສູງເລື່ອງລາວ ຈັດຕັ້ງກອງປະຊຸມສຸດຍອດສະພາແຫ່ງຊາດ 3 ປະເທດ ຫວຽດນາມ - ລາວ - ກໍາປູເຈຍ ຄັ້ງທຳອິດ ຢູ່ນະຄອນຫຼວງວຽງຈັນ (ເດືອນທັນວາ 2023) ປະສົບຜົນສຳເລັດ; ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍລາວ ຜັນຂະຫຍາຍການເຄື່ອນໄຫວພົວພັນຕ່າງປະເທດທີ່ສຳຄັນໃນໄລຍະຈະມາເຖິງ ໃຫ້ປະສົບຜົນສໍາເລັດ, ໃນນັ້ນມີກອງປະຊຸມ AIPA 2024 ແລະດຳລົງຕຳແໜ່ງປະທານ AIPA ໃນປີ 2024.

ຕອນບ່າຍວັນທີ 11 ກໍລະກົດ, ທ່ານປະທານປະເທດ ໂຕເລິມ ໄດ້ພົບປະ ແລະຢ້ຽມຢາມຖາມຂ່າວທ່ານ ຈູມມາລີ ໄຊຍະສອນ ອະດີດເລຂາທິການໃຫຍ່, ປະທານປະເທດລາວ; ທ່ານ ບຸນຍັງ ວໍລະຈິດ ອະດີດເລຂາທິການໃຫຍ່, ປະທານປະເທດລາວ ແລະທ່ານ ທອງສິງ ທຳມະວົງ ອະດີດນາຍົກລັດຖະມົນຕີລາວ.

ຂົວຕໍ່ສໍາຄັນປັບປຸ່ງ ແລະເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດຫວຽດນາມ-ລາວ

ທ່ານປະທານປະເທດ ໂຕເລິມ ພົບປະກັບທ່ານ ບຸນຍັງ ວໍລະຈິດ ອະດີດເລຂາທິການໃຫຍ່, ປະທານປະເທດລາວ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານປະທານປະເທດ ໂຕເລິມ ສະແດງຄວາມປິຕິຊົມຊື່ນທີ່ໄດ້ພົບປະກັບບັນດາສະຫາຍ, ອ້າຍນ້ອງ, ເພື່ອນມິດສະໜິດສະໜົມທີ່ຮັກແພງ ມາແຕ່ດົນນານຂອງພັກ, ລັດ ແລະປະຊາຊົນຫວຽດນາມ; ນັບຖືເປັນຢ່າງສູງຕໍ່ການໜູນຊ່ວຍ ແລະຄວາມຮັກແພງອັນລ້ຳຄ່າ ເຊິ່ງບັນດາສະຫາຍອະດີດການນຳຂັ້ນສູງຂອງລາວ ໄດ້ສະຫງວນໃຫ້ແກ່ຫວຽດນາມ, ກໍ່ຄືການອຸທິດສ່ວນ, ການປະກອບສ່ວນອັນໃຫຍ່ຫຼວງຂອງບັນດາສະຫາຍໃນການຮັກສາ, ເພີ່ມພູນຄູນສ້າງສາຍພົວພັນສັດຊື່ບໍລິສຸດ, ຈົ່ງຮັກພັກດີ, ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ.

ຕອນບ່າຍວັນທີ 11 ກໍລະກົດ, ທ່ານປະທານປະເທດ ໂຕເລິມ ໄດ້ຕ້ອນຮັບທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ.

ຂົວຕໍ່ສໍາຄັນປັບປຸ່ງ ແລະເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດຫວຽດນາມ-ລາວ

ທ່ານປະທານປະເທດ ໂຕເລິມ ຕ້ອນຮັບທ່ານ ສິນລະວົງ ຄຸດໄພທູນ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການພົບປະ, ທ່ານປະທານປະເທດ ໂຕເລິມ ຕີລາຄາສູງບັນດາໝາກຜົນແຫ່ງການຮ່ວມມືລະຫວ່າງສູນກາງແນວລາວສ້າງຊາດ ແລະຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະບັນດາຄູ່ຮ່ວມມືອື່ນໆຂອງຫວຽດນາມ ໃນໄລຍະຜ່ານມາ; ສະເໜີໃຫ້ສູນກາງແນວລາວສ້າງຊາດ ສົມທົບກັນຢ່າງແໜ້ນແຟ້ນກັບຝ່າຍຫວຽດນາມ ເພື່ອປະຕິບັດບັນດາຂໍ້ຕົກລົງຮ່ວມມືໃນບັນດາຂົງເຂດແນວໂຮມ, ຂົນຂວາຍປະຊາຊົນ, ສາສະໜາ, ຊົນເຜົ່າ ແລະຍູ້ແຮງໂຄສະນາໃນປະຊາຊົນທຸກຊັ້ນວັນນະ ກ່ຽວກັບມູນເຊື້ອປະຫວັດສາດແຫ່ງສາຍພົວພັນແບບພິເສດ ຫວຽດນາມ - ລາວ ຢ່າງມີປະສິດທິຜົນ.

ຂົວຕໍ່ສໍາຄັນປັບປຸ່ງ ແລະເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດຫວຽດນາມ-ລາວ
ທ່ານປະທານປະເທດ ຫວຽດນາມ ໂຕເລິມຕ້ອນຮັບທ່ານປະທານສະມາຄົມມິດຕະພາບລາວ - ຫວຽດນາມ ບໍ່ວຽງຄຳ ວົງດາລາ. ພາບ: ສໍານັກຂ່າວສານຫວຽດນາມ

ຕອນບ່າຍວັນທີ 11 ກໍລະກົດ, ທີ່ການຕ້ອນຮັບທ່ານປະທານສະມາຄົມມິດຕະພາບລາວ - ຫວຽດນາມ ບໍ່ວຽງຄຳ ວົງດາລາ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ສະເໜີໃຫ້ສະມາຄົມມິດຕະພາບ ລາວ - ຫວຽດນາມ ສືບຕໍ່ສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງ ລາວ ເອົາໃຈໃສ່ໜູນຊ່ວຍ, ສ້າງເງື່ອນໄຂສະດວກໃຫ້ແກ່ພໍ່ແມ່ປະຊາຊົນຊາວ ຫວຽດນາມ ທຳມາຫາກິນ, ດຳລົງຊີວິດຢູ່ ລາວ, ຕັ້ງໜ້າປະກອບສ່ວນສ້າງປະເທດ ລາວ ໃຫ້ນັບມື້ນັບວັດທະນາຖາວອນ. ທ່ານປະທານປະເທດຫວັງວ່າ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແລະ ສະມາຄົມມິດຕະພາບ ລາວ - ຫວຽດນາມ ຈະສືບຕໍ່ແມ່ນຂົວເຊື່ອມຕໍ່ສຳຄັນໃຫ້ແກ່ນ້ຳໃຈມິດຕະພາບລະຫວ່າງ 2 ຊາດ ຫວຽດນາມ - ລາວ.

ແລະກໍ່ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ລາວ ຂອງທ່ານປະທານປະເທດ ໂຕເລິມ, ຕອນບ່າຍວັນທີ 11 ກໍລະກົດ, ທ່ານ ຫງວຽນຊວັນທັງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງ, ໄດ້ເຮັດວຽກກັບທ່ານ ພູວົງ ອຸ່ນຄຳແສນ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ລາວ. ຢູ່ທີ່ນີ້, 2 ຝ່າຍໄດ້ເຫັນດີນຳກັນວ່າ, ໃນໄລຍະຈະມາເຖິງຈະຜັນຂະຫຍາຍບັນດາແຜນຮ່າງ, ຫົວຂໍ້ການບຳລຸງສ້າງພະນັກງານ ແລະ ຄົ້ນຄວ້າວິທະຍາສາດ, ໃນນັ້ນມີກອງປະຊຸມສຳມະນາ 4 ຝ່າຍ ຫວຽດນາມ - ລາວ, ເຊິ່ງຄາດວ່າຈະຈັດຂຶ້ນໃນເດືອນ ມິຖຸນາ 2025 ຢູ່ນະຄອນ ດ່ານັ້ງ.

ຂົວຕໍ່ສໍາຄັນປັບປຸ່ງ ແລະເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດຫວຽດນາມ-ລາວ

ທ່ານພົນໂທ ເລືອງຕາມກວາງ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ພົບປະກັບທ່ານພົນເອກ ວິໄລ ຫຼ້າຄຳຟອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ. ພາບ: cand.com.vn

ຕອນບ່າຍວັນດຽວກັນ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານພົນໂທ ເລືອງຕາມກວາງ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ໄດ້ດຳເນີນການພົບປະເຈລະຈາກັບທ່ານພົນເອກ ວິໄລ ຫຼ້າຄຳຟອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ. ຢູ່ທີ່ນີ້, 2 ຝ່າຍໄດ້ເຫັນດີນຳກັນວ່າ, ໃນໄລຍະຈະມາເຖິງ ກຳລັງຕຳຫຼວດ 2 ປະເທດຈະສືບຕໍ່ຢືດໝັ້ນ, ເດັດດ່ຽວບໍ່ປະໃຫ້ບັນດາກຳລັງທີ່ເປັນປໍລະປັກສວຍໃຊ້ປະເທດນີ້ເພື່ອຕ້ານປະເທດອື່ນ, ສົມທົບກັນຈັດກອງປະຊຸມຂັ້ນຮອງລັດຖະມົນຕີກ່ຽວກັບການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳຄັ້ງທີ 8 ລະຫວ່າງກຳລັງຕຳຫຼວດ 2 ປະເທດ ຫວຽດນາມ - ລາວ…

ຕອນບ່າຍວັນດຽວກັນ, ທ່ານປະທານປະເທດ ໂຕເລິມ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມ ແລະເຮັດວຽກກັບບໍລິສັດ Star Telecom (Unitel) - ເຊິ່ງແມ່ນຮ່ວມທຸລະກິດຂອງກຸ່ມບໍລິສັດອຸດສາຫະກຳ - ໂທລະຄົມມະນາຄົມກອງທັບ (Viettel) ຢູ່ ລາວ.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານປະເທດ ໄດ້ສະເໜີໃຫ້ບໍລິສັດສືບຕໍ່ຮັກສານ້ຳໃຈສາມັກຄີ, ເປັນເອກະພາບລະຫວ່າງພະນັກງານ, ລັດຖະກອນທັງຊາວລາວ ແລະຫວຽດນາມ, ເບິ່ງແຍງດູແລຊີວິດການເປັນຢູ່ຂອງອ້າຍເອື້ອຍນ້ອງໃຫ້ດີ ເພື່ອເສີມຂະຫຍາຍກໍາລັງພາຍໃນກ່ຽວກັບມະນຸດ, ເປັນປະຖົມປັດໄຈໃຫ້ແກ່ການເຕີບໂຕ ແລະການພັດທະນາແບບຍືນຍົງ; ພ້ອມກັນນັ້ນ, ການເຄື່ອນໄຫວດຳເນີນທຸລະກິດຕ້ອງສົມທົບກັບການທູດເສດຖະກິດ ແລະການທູດປ້ອງກັນຊາດຢ່າງແໜ້ນແຟ້ນ. ທ່ານປະທານປະເທດ ປາດຖະໜາວ່າ ດ້ວຍຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງຄະນະການນຳ ແລະພະນັກງານ, ລັດຖະກອນທຸກຄົນ, ບໍລິສັດ Star Telecom ຈະສືບຕໍ່ເປັນສັນຍາລັກ, ເປັນແບບຢ່າງແຫ່ງການຮ່ວມມືດ້ານເສດຖະກິດ ຫວຽດນາມ - ລາວ.

ບູນມີ

ເຫດການ
302 Found

Found

The document has moved here.