ປະທານປະເທດຫວຽດນາມ ພົບປະກັບນາຍົກລັດຖະມົນຕີລາວ

22:27 | 11/07/2024

ຍສໝ - ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ແຫ່ງ ສປປ ລາວ, ຕອນເຊົ້າວັນທີ 11 ກໍລະກົດ, ທີ່ຫ້ອງວ່າການນາຍົກລັດຖະມົນຕີ, ທ່ານ ໂຕເລິມ ປະທານປະເທດຫວຽດນາມ ໄດ້ມີການພົບປະກັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ.

ການນຳບັນດາປະເທດ ສົງສານອວຍພວນທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ການນຳບັນດາປະເທດ ສົງສານອວຍພວນທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ
ເພື່ອນມິດສາກົນສືບຕໍ່ສົ່ງສານອວຍພອນທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເພື່ອນມິດສາກົນສືບຕໍ່ສົ່ງສານອວຍພອນທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ

ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນທ່ານປະທານປະເທດ ໂຕເລິມ ໃນການຢ້ຽມຢາມທາງລັດຖະກິດ ສປປ ລາວ ໃນຖານະຕຳແໜ່ງໃໝ່; ອວຍພອນທ່ານ ໂຕເລິມ ໄດ້ຮັບເລືອກຕັ້ງເປັນປະທານປະເທດຫວຽດນາມ ທີ່ກອງປະຊຸມສະໄໝສາມັນ ຄັ້ງທີ 7 ຊຸດທີ XV ໃນເດືອນພຶດສະພາ ຜ່ານມາ. ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ເນັ້ນໜັກວ່າ ບັນດາຜົນງານອັນໃຫຍ່ຫຼວງ ແລະຮອບດ້ານເຊິ່ງພັກ, ລັດ ແລະປະຊາຊົນຫວຽດນາມ ອ້າຍນ້ອງບັນລຸໄດ້ໃນໄລຍະຜ່ານມາ ສືບຕໍ່ແມ່ນແຫຼ່ງລະດົມກໍາລັງໃຈອັນໃຫຍ່ຫຼວງໃຫ້ແກ່ລາວ ໃນພາລະກິດປົກປັກຮັກສາ ແລະພັດທະນາປະເທດຊາດ.

ປະທານປະເທດຫວຽດນາມ ພົບປະກັບນາຍົກລັດຖະມົນຕີລາວ

ທ່ານປະທານປະເທດ ໂຕເລິມ ພົບປະກັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ. ພາບ: TTXVN

ທ່ານປະທານປະເທດ ໂຕເລິມ ເຊື່ອໝັ້ນວ່າ ລາວ ຈະຜ່ານຜ່າຄວາມຫຍຸ້ງຍາກຕໍ່ໜ້າ, ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະແຜນການພັດທະນາເສດຖະກິດ-ສັງຄົມ ຄັ້ງທີ IX ໄລຍະ 2021-2025 ຢ່າງມີໄຊ...

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຢັ້ງຢືນຈະສືບຕໍ່ພ້ອມກັບທ່ານນາຍົກລັດຖະມົນຕີ ຟ້າມມີງຈີ໊ງ ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງລະຫວ່າງສອງປະເທດ, ເປັນຕົ້ນແມ່ນໃນຂົງເຂດເສດຖະກິດ, ແນໃສ່ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ປະຊາຊົນສອງປະເທດກວ່າອີກ.

ປະທານປະເທດຫວຽດນາມ ພົບປະກັບນາຍົກລັດຖະມົນຕີລາວ

ປະທານປະເທດຫວຽດນາມ ພົບປະກັບນາຍົກລັດຖະມົນຕີລາວ. ພາບ: TTXVN

ແລກປ່ຽນບັນຫາພາກພື້ນ ແລະສາກົນ, ການນຳສອງທ່ານ ເຫັນດີເປັນເອກະພາບວ່າ ໃນສະພາບການໂລກພວມມີການປ່ຽນແປງຢ່າງວ່ອງໄວ ແລະສັບສົນຄືໃນປະຈຸບັນ, ສອງຝ່າຍຄວນເພີ່ມທະວີການສົມທົບ, ສະໜັບສະໜູນເຊິ່ງກັນ ແລະກັນໃນເວທີປາໄສຫຼາຍຝ່າຍ, ເປັນຕົ້ນແມ່ນຢູ່ສະຫະປະຊາຊາດ, ອາຊຽນ ແລະກົນໄກຮ່ວມມືອະນຸພາກພື້ນແມ່ນ້ຳຂອງ. ທ່ານປະທານປະເທດ ເນັ້ນໜັກວ່າ, ຫວຽດນາມ ພ້ອມແລ້ວທີ່ຈະສືບຕໍ່ໜູນຊ່ວຍລາວ ດຳລົງບົດບາດເປັນປະທານອາຊຽນ ແລະປະທານສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA) ປີ 2024, ປະກອບສ່ວນຍົກສູງບົດບາດ, ທີ່ຕັ້ງຂອງລາວ ຢູ່ພາກພື້ນ ແລະໃນໂລກ.

ແສງເດືອນ

ເຫດການ
302 Found

Found

The document has moved here.