ການພົວພັນ ຫວຽດນາມ - ລາວ ນັບມື້ນັບເລິກເຊິ່ງ ແລະ ມີປະສິດທິຜົນ

09:58 | 14/07/2024

ຍສໝ - ສາຍ​ພົວພັນ​​ທີ່​ສັດຊື່ບໍລິສຸດ ​ແລະ ຈົງຮັກພັກດີ​ລະຫວ່າງ​ ຫວຽດນາມ ​ແລະ ລາວ ​ໄດ້​ຮັບ​ການ​ສ້າງ​ໂດຍ​ປະທານ ​ໂຮ່ຈີ​ມິນ, ປະທານ​ ​ໄກສອນ ພົມວິຫານ ​ແລະ ປະທານ ສຸພາ​ນຸວົງ ແລະ ​ໄດ້​ຮັບ​ການ​ເສີມສ້າງ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ​ຈາກ​ການ​ນຳ​ລຸ້ນຕ່າງໆ​ຂອງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ. 60 ປີ​ທີ່​ຜ່ານ​ມາ​ນັບ​ແຕ່​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ, ການ​ພົວພັນ​ແບບ​ພິ​ເສດ​ນີ້​ກໍ່ນັບ​ມື້​ນັບ​ເລິກ​ເຊິ່ງ ​ແລະ ມີ​ປະສິດທິ​ຜົນ.

ການຢ້ຽມຢາມທີ່ນຳການພົວພັນ ຫວຽດນາມ-ສ.ເກົາຫຼີ ໃຫ້ພັດທະນາຢ່າງແທດຈິງ, ມີປະສິດທິຜົນ ແລະຍາວນານ
ຮັດແໜ້ນການຮ່ວມມື ແລະ ການພົບປະແລກປ່ຽນປະຊາຊົນລະຫວ່າງຫວຽດນາມ ແລະ ລາວ ຢ່າງເນື້ອແທ້ ແລະ ມີປະສິດທິຜົນ
ການພົວພັນ ຫວຽດນາມ - ລາວ ນັບມື້ນັບເລິກເຊິ່ງ ແລະ ມີປະສິດທິຜົນ

ພິທີ​ລົງ​ນາມ​ສັນຍາ​ການ​ຄ້າ​ລະຫວ່າງ​ ຫວຽດນາມ ​ແລະ ລາວ ຢູ່​ນະຄອນຫຼວງ​ ວຽງ​ຈັນ.

ໃນ​ໄລ​ຍະ​ຜ່ານ​ມາ, ການ​ພົວ​ພັນ​ທາງ​ດ້ານ​ການ​ເມືອງ ແລະ ການ​ທູດ​ໄດ້​ສືບ​ຕໍ່​ພັດ​ທະ​ນາ​ເປັນ​ຢ່າງ​ດີ, ນັບ​ມື້​ນັບ​ສະ​ໜິດ​ຕິດແໜ້ນ ແລະ ມີຄວາມໄວ້​ເນື້ອ​ເຊື່ອ​ໃຈ. 2 ຝ່າຍ​ຕັ້ງໜ້າ​ແລກປ່ຽນ​ຄະນະ​ຜູ້​ແທນ, ມີ​ການ​ພົບປະຂັ້ນ​ສູງ​ ແລະ ທຸກ​ຂັ້ນ, ປະກອບສ່ວນ​ເຂົ້າ​ໃນ​ການ​ກຳນົດທິດ​ລວມຂອງ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ. ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ - ຄວາມ​ສະຫງົບລະຫວ່າງ​ສອງ​ປະ​ເທດ​ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ທະວີ​ທັງ​ດ້ານ​ຄຸນ​ນະພາ​ບ ​ແລະ ປະລິມານ. 2 ຝ່າຍ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ ​ແລະ ​ແຜນການ​ຮ່ວມ​ມື; ປະສານສົມທົບກັນຄຸ້ມຄອງຄົນເຂົ້າ-ອອກເມືອງ; ທຳລາຍລ້າງ ແລະ ປາບປາມອາດຊະຍາກຳຂ້າມຊາດທຸກປະເພດ.

ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ​ສອງ​ປະ​ເທດ​ສືບ​ຕໍ່​ມີ​ການ​ປ່ຽນ​ແປງ​ຢ່າງ​ຕັ້ງໜ້າ. ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ ແລະ ປະຊາຊົນສອງປະເທດ, ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການພັດທະນາ ແລະ ເຊື່ອມຕໍ່ພື້ນຖານໂຄງລ່າງດ້ານການຄ້າຊາຍແດນ ຫວຽດນາມ - ລາວ, ສັນຍາການຄ້າ ຫວຽດນາມ - ລາວ; ປະຕິບັດ​ສັນຍາ​ການ​ຄ້າ​ຊາຍ​ແດນ ​ຫວຽດນາມ - ລາວ ຢ່າງ​ມີ​ປະສິດທິ​ຜົນ. ຍ້ອນຄວາມມານະພະຍາຍາມຂອງສອງຝ່າຍ, ວົງເງິນການຄ້າສອງຝ່າຍໃນ 5 ເດືອນຕົ້ນ ປີ 2024 ບັນລຸ 779,6 ລ້ານ USD, ເພີ່ມຂຶ້ນ 11% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ສຳລັບການລົງທຶນ, ຫວຽດນາມ ຮັກສາອັນດັບທີ 3 ໃນບັນດາປະເທດ ແລະ ເຂດແຄ້ວນທີ່ລົງທຶນຢູ່ ລາວ. ປະຈຸ​ບັນ ຫວຽດນາມ ມີ 241 ​ໂຄງການ​ລົງທຶນ ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ກວ່າ 5,5 ຕື້ USD.

ການ​ສຶກສາ, ບຳລຸງ​ສ້າງ ​ແລະ ວັດທະນະທຳ​ຍັງ​ແມ່ນ​ຂົງ​ເຂດການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ປະຈຸ​ບັນ, ມີ​ນັກ​ສຶກສາ​ ລາວ 14.000 ​ກວ່າ​ຄົນ​ພວມ​ຮ່ຳຮຽນ​ຢູ່​ບັນດາ​ສະ​ຖາ​ບັນ​ການ​ສຶກສາ​ຫວຽດນາມ 170 ກວ່າ​ແຫ່ງ. 2 ຝ່າຍ​ພວມ​ປະຕິບັດ​ໂຄງການ​ຮ່ວມ​ມື​ດ້ານ​ການ​ສຶກສາ ຫວຽດນາມ - ລາວ ​ໄລຍະ ປີ 2021 – 2030 ​ແລະ ອະນຸ​ສັນຍາ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການຝຶກອົບຮົມ ຫວຽດນາມ - ລາວ ​ໄລຍະ ປີ 2022 – 2027. ຄຽງຂ້າງນັ້ນ, ສອງ​ຝ່າຍ​ກໍ​່ບຸກບືນ​ປະຕິບັດ​ແຜນການ​ຮ່ວມ​ມື​ດ້ານ​ວັດທະນະທຳ, ສິລະ​ປະ ​ແລະ ການທ່ອງທ່ຽວ ​ໄລຍະ ປີ 2021-2025. ຫວຽດນາມ ໜູນຊ່ວຍ ລາວ ກໍ່ສ້າງຍຸດທະສາດພັດທະນາກິລາ ລາວ ໄລຍະ ປີ 2023-2030.

ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ໂດຍສະເພາະແມ່ນບັນດາທ້ອງຖິ່ນທີ່ມີເສັ້ນຊາຍແດນຮ່ວມກັນ, ສືບຕໍ່ໄດ້ຮັບການເພີ່ມທະວີ, ນັບມືນັບເຂົ້າສູ່ລວງເລິກ ແລະ ຮອບດ້ານ, ປະກອບສ່ວນຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນລະຫວ່າງສອງປະເທດ. ຜົນສຳເລັດຂອງປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2022, ກໍ່ຄືຫຼາຍການເຄື່ອນໄຫວພົບປະແລກປ່ຽນມິດຕະພາບໃນຊຸມປີຜ່ານມາ ກໍ່ໄດ້ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ຮັດແໜ້ນນ້ຳໃຈສາມັກຄີລະຫວ່າງປະຊາຊົນສອງປະເທດ.

​ໃນ​ການ​ຮ່ວມ​ມື​ຫຼາຍ​ຝ່າຍ, ສອງ​ຝ່າຍ​ໄດ້​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ, ພິ​ເສດ​ແມ່ນ​ໃນ​ຂອບ​ເຂດ​ສະມາຄົມ​ປະຊາ​ຊາດ​ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (ອາ​ຊຽນ), ສະຫະ​ປະຊາ​ຊາດ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ອະນຸ​ພາກ​ພື້ນ. ຫວຽດນາມ ຕັ້ງໜ້າ​ສະໜັບສະໜູນ ​ແລະ ໜູນ​ຊ່ວຍ ​ລາວ ປະຕິບັດ​ບັນດາໜ້າ​ທີ່​ສາກົນ​ທີ່​ສຳຄັນ​ໃນ​ປີ​ນີ້​ຢ່າງ​ສຳ​ເລັດ​ຜົນ, ​ໃນ​ນັ້ນ​ມີ​ການ​ດຳລົງຕຳແໜ່ງ​ປະທານ ​ອາ​ຊຽນ ​ໃນ​ປີ 2024 ​ແລະ ​ປະທານ​ສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງ​ທີ 45.

​ໃນ​ຕົ້ນ​ປີ​ນີ້, ສອງ​ຝ່າຍ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຄັ້ງ​ທີ 46 ຂອງ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ ​ຫວຽດນາມ - ລາວ ​ແລະ ກອງ​ປະຊຸມ​ຂັ້ນ​ສູງ​ລະຫວ່າງ​ ພັກ​ກອມ​ມູນິດ​ ຫວຽດນາມ ​ແລະ ພັກ​ປະຊາຊົນ ​ປະຕິວັດ​ ລາວ; ໂດຍຜ່ານນັ້ນ, 2 ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນ​ຊາບ​ກ່ຽວ​ກັບ​ສະພາບ​ການ​ຂອງ​ແຕ່ລະ​ພັກ ​ແລະ ​ແຕ່ລະ​ປະ​ເທດ, ພ້ອມ​ກັນ​ນັ້ນ ກໍ່​ໄດ້​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ສະພາບ​ການຂອງ​ໂລກ ​ແລະ ພາກ​ພື້ນ, ​ກໍ່ຄື​ບັນດາ​ເນື້ອ​ໃນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ບົນ​ພື້ນຖານ​ການ​ຕີ​ລາຄາ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້ນັ້ນ, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະພາບ​ກ່ຽວ​ກັບ​ບັນດາ​ທິດ​ທາງ​ການ​ຮ່ວມ​ມື​ຕົ້ນຕໍ​ໃນ​ໄລຍະ​ຈະ​ມາ​ເຖິງ. 2 ຝ່າຍ​ກໍ່​ເຫັນ​ດີ​ເປັນ​ເອກະພາບ ຈະ​ສືບ​ຕໍ່​ເພີ່ມ​ທະວີ​ຄວາມ​ສາມັກຄີ, ​ນຳການ​ພົວພັນ​ດ້ານ​ການ​ເມືອງ​ເຂົ້າສູ່ລວງ​ເລິກ; ຍູ້ແຮງການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ; ສ້າງບາດກ້າວບຸກທະລຸໃນການຮ່ວມມືດ້ານເສດຖະກິດ; ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ, ວັດທະນະທຳ, ວິທະຍາສາດ ​ແລະ ​ເຕັກ​ນິກ...

ໃນ​ໄລຍະທີ່ຜ່ານມາ, ການ​ນຳ​ຂັ້ນ​ສູງ​ ແລະ ທຸກຂັ້ນຂອງ​ສອງ​ປະ​ເທດ​ໄດ້​ຢືນຢັນ​ວ່າ ຫວຽດນາມ ​ແລະ ລາວ ຈະສືບ​ຕໍ່​ມານະ​ພະຍາຍາມ​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ​ຫວຽດນາມ - ລາວ ​ໃຫ້​ນັບ​ມື້​ນັບ​ໝັ້ນຄົງ​ເຂັ້ມ​ແຂງ ເພື່ອຜົນປະໂຫຍດອັນແທດຈິງຂອງປະຊາຊົນສອງປະເທດ, ​ເພື່ອ​ຄວາມສັນຕິພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ຫວຽດນາມ ສືບຕໍ່ປັບປຸງບັນດາສະຖາບັນ ແລະ ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດດຳເນີນທຸລະກິດຢ່າງໝັ້ນຄົງ, ຍາວນານ ແລະ ມີປະສິດທິຜົນ ຫວຽດນາມ ສືບຕໍ່ປັບປຸງບັນດາສະຖາບັນ ແລະ ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດດຳເນີນທຸລະກິດຢ່າງໝັ້ນຄົງ, ຍາວນານ ແລະ ມີປະສິດທິຜົນ

ຍສໝ - ໃນຕອນ​ບ່າຍ​ວັນ​ທີ 26 ກຸມພາ, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຟ້າ​ມມິ​ງຈີງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Roland Busch, ປະທານ - ຜູ້ອຳນວຍການໃຫຍ່​ກຸ່ມ Siemens (ສະຫະພັນ​ລັດ​ເຢຍລະ​ມັນ) ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ.

ຫວຽດນາມ - ລາວ: ການພົວພັນດ້ານການເມືອງ ສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງເລິກເຊິ່ງ ແລະ ມີປະສິດທິຜົນ ຫວຽດນາມ - ລາວ: ການພົວພັນດ້ານການເມືອງ ສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງເລິກເຊິ່ງ ແລະ ມີປະສິດທິຜົນ

ຍສໝ - ຕອນເຊົ້າວັນທີ 6 ມັງກອນ, ຢູ່ທຳນຽບປະທານປະເທດ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ສປປ.ລາວ ສອນໄຊ ສີພັນດອນ ແລະ ພັນລະຍາ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ເປັນປະທານຮ່ວມກອງປະຊຸມຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ ຄັ້ງທີ 46 ...

ມິງດຶກ (ແປຕາມ nhandan.vn)

ເຫດການ
302 Found

Found

The document has moved here.