ການ​ທູດ​ປະຊາຊົນ​ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື ຫວຽດນາມ - ອາ​ເມ​ລິ​ກາ

14:06 | 12/07/2024

ຍສໝ - ນີ້​ແມ່ນ​ຄຳ​ປາ​ໄສ​ຂອງ​ຜູ້ຮັກສາການຮອງ​ກົງ​ສູນ​ໃຫຍ່​ອາ​ເມ​ລິ​ກາ ປະຈຳ​ນະຄອນ ​ໂຮ່ຈີ​ມິນ ທ່ານ ນາງ ຄິດຕີນາ ເລ (Christina Le) ຢູ່​ທີ່ການພົບປະ​ສະ​ເຫຼີ​ມສະຫຼອງ 248 ປີ​ແຫ່ງ​ວັນ​ປະກາດ​ເອກະລາດ​ອາ​ເມ​ລິ​ກາ ຈັດ​ໂດຍ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ​ໂຮ່ຈິ​ມິນ (HUFO) ໃນ​ວັນ​ທີ 9 ກໍລະກົດ​ນີ້.

ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸ່ຍແທງເຊີນ ມອບ​ຫຼຽນກາລະນຶກ ເພື່ອພາລະກິດທາງ​ການ​ທູດ​ ຫວຽດນາມ ​ໃຫ້​ແກ່​ທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ Yamada Takio ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸ່ຍແທງເຊີນ ມອບ​ຫຼຽນກາລະນຶກ ເພື່ອພາລະກິດທາງ​ການ​ທູດ​ ຫວຽດນາມ ​ໃຫ້​ແກ່​ທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ Yamada Takio
ເລື່ອງ “ການ​ໄປ​ປະຕິບັດ​ພາລະກິດການທູດ” ​ໃນ​ໄລຍະ​ເຊື່ອມ​ໂຍງ: ປະສົບ​ການ​ທີ່​ເປັນ​ປະ​ໂຫຍ​ດ​ໃຫ້​ແກ່​ນັກ​ການ​ທູດ​ລຸ້ນໜຸ່ມ ເລື່ອງ “ການ​ໄປ​ປະຕິບັດ​ພາລະກິດການທູດ” ​ໃນ​ໄລຍະ​ເຊື່ອມ​ໂຍງ: ປະສົບ​ການ​ທີ່​ເປັນ​ປະ​ໂຫຍ​ດ​ໃຫ້​ແກ່​ນັກ​ການ​ທູດ​ລຸ້ນໜຸ່ມ

ທ່ານ ​ນາງ ຄິດຕີນາ ເລ ກ່າວ​ວ່າ ຈຸດ​ເດັ່ນ​ນີ້​ແມ່ນ​ສະ​ແດງອອກຜ່ານວຽກງານການສ້າງໂອກາດ​ໃຫ້​ນັກ​ສຶກສາ​ຂອງ​ສອງ​ປະ​ເທດ, ສ້າງ​ລະບົບ​ຕ່ອງ​ໂສ້​ການ​ສະໜອງ​ທີ່​ປອດ​ໄພ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ​ຂອງ​ສອງ​ປະ​ເທດ...

Quyền Phó Tổng Lãnh sự Hoa Kỳ tại Thành phố Hồ Chí Minh Christina Le phát biểu tại buổi họp mặt. (Ảnh: HUFO)  ທ່ານ ກວຽນ​, ຮອງ​ກົງ​ສຸນ​ໃຫຍ່​ອາ​ເມ​ລິ​ກາ​ປະຈຳ​ນະຄອນ​ໂຮ່ຈິ​ມິນ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ. (ພາບ: HUFO)

ຜູ້ຮັກສາການຮອງ​ກົງ​ສູນ​ໃຫຍ່​ອາ​ເມ​ລິ​ກາ ປະຈຳ​ນະຄອນ ​ໂຮ່ຈີ​ມິນ ທ່ານ ນາງ ຄິດຕີນາ ເລ (Christina Le) ຢູ່​ທີ່ການພົບປະ​. (ພາບ: HUFO)

ທ່ານນາງໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ທີ່ໄດ້ເຫັນປະຈັກຕາບັນດາບາດກ້າວທີ່​ຕັ້ງໜ້າຢ່າງແຮງ​ຂອງ​ການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ - ຫວຽດນາມ. ປີ 2025 ​ແມ່ນ​ປີທີ 30 ປີ​ແຫ່ງ​ການ​ສ້າງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ອາ​ເມ​ລິ​ກາ ​ແລະ ຫວຽດນາມ, ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ບໍ່ມີເວລາໃດທີ່​ດີ​ຄື​ປະຈຸ​ບັນ. ພ້ອມ​ກັນ​ນັ້ນ, ທ່ານ​​ກໍ​ໄດ້​ຍົກຜົນງານ​ອັນ​ຕັ້ງໜ້າ​ໃນ​ການ​ພົວພັນ​ສອງ​ຝ່າຍ​ອາ​ເມ​ລິ​ກາ - ຫວຽດນາມ ​ໃນ​ຂົງ​ເຂດ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ, ປັບປຸງປະສິດທີຜົນການຕໍ່ສູ້, ການ​ຄ້າ, ການ​ລົງທຶນ ​ແລະ ການ​ຮ່ວມ​ມື​ພັດທະນາ​ເສດຖະກິດ​ສີຂຽວຢ່າງໝັ້ນຄົງ.

Quyền Phó Tổng Ông Phạm Xuân Hoàng Ân, Phó Chủ tịch Hội Hữu nghị Việt Nam - Hoa Kỳ TPHCM, phát biểu tại buổi họp mặt. (Ảnh: HUFO)  ທ່ານ ຟ້າ​ມຊວນ​ຮ່ວາງ​ເອີ່ນ, ຮອງ​ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ອາ​ເມ​ລິ​ກາ ປະຈຳ​ນະຄອນ ​ໂຮ່ຈີ​ມິນ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ. (ພາບ: HUFO)Lãnh sự Hoa Kỳ tại Thành phố Hồ Chí Minh Christina Le phát biểu tại buổi họp mặt. (Ảnh: HUFO)  ທ່ານ ກວຽນ​, ຮອງ​ກົງ​ສຸນ​ໃຫຍ່​ອາ​ເມ​ລິ​ກາ​ປະຈຳ​ນະຄອນ​ໂຮ່ຈິ​ມິນ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ. (ພາບ: HUFO)

ທ່ານ ຟ້າ​ມຊວນ​ຮ່ວາງ​ເອີ່ນ, ຮອງ​ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ອາ​ເມ​ລິ​ກາ ປະຈຳ​ນະຄອນ ​ໂຮ່ຈີ​ມິນ ກ່າວ​ຄຳ​ເຫັນ​ທີ່​ານພົບປະ. (ພາບ: HUFO)

ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ ຟ້າ​ມຊວນ​ຮ່ວາງ​ເອິ່ນ, ຮອງ​ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ອາ​ເມ​ລິ​ກາ ປະຈຳ​ນະຄອນ ​ໂຮ່ຈີ​ມິນ ​ໃຫ້​ຮູ້​ວ່າ: ໃນຊຸມ​ປີຜ່ານມາ ​ໄດ້​ເຫັນ​ປະຈັກຕາ​ບັນດາ​ບາດກ້າວ​ພັດທະນາ​ຢ່າງ​ຕັ້ງໜ້າ ​ແລະ ຄວາມ​ຄືບ​ໜ້າຢ່າງ​ໝັ້ນຄົງ ​ໃນ​ການ​ພົວພັນ 2 ຝ່າຍ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ, ພິ​ເສດ​ແມ່ນ​ສອງ​ປະ​ເທດ​ຍົກ​ລະດັບ​ການ​ພົວພັນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ. ນີ້​ແມ່ນ​ບາດກ້າວ​ບຸກທະລຸ​ທີ່​ດີ, ​ເປີດ​ໂອກາດ​ໃຫ້​ແກ່​ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງຕື່ມອີກ​ໃນ​ຫຼາຍ​ຂົງ​ເຂດ​ຄື: ການ​ຄ້າ, ການ​ລົງທຶນ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ, ການປ້ອງ​ກັນ​ຊາດ, ປ້ອງກັນຄວາມສະຫງົບ, ການ​ທູດ​ປະຊາຊົນ. ການ​ພົວພັນ​ຄູ່​ຮ່ວມ​ມື​ນີ້ ໄດ້​ເນັ້ນ​ໜັກ​ເຖິງ​ຄຳ​ໝັ້ນ​ສັນຍາ​ຂອງ 2 ປະ​ເທດ​ໃນ​ການ​ຊຸກຍູ້​ການ​ພົວພັນ ຫວຽດນາມ - ອາ​ເມ​ລິ​ກາ ​ໃຫ້​ແໜ້ນ​ແຟ້ນກ່ວາ​ອີກ ​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ​ປະຊາຊົນ 2 ປະ​ເທດ ​ກໍ່ຄື ສັນຕິພາບ ​ແລະ ສະຖຽນ​ລະ​ພາບຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ.

ຕາມ​ທ່ານ ຟ້າ​ມຊວນ​ຮ່ວາງ​ເອິ່ນ ແລ້ວ ບົນ​ພື້ນຖານ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ, ນະຄອນ ​ໂຮ່ຈີ​ມິນ ຮູ້ສຶກ​ພາກພູມ​ໃຈ​ຕໍ່​ການ​ພົວພັນ​ມິດຕະພາບ​ທີ່ແໜ້ນແຟ້ນ​ກັບ​ບັນດາ​ນະຄອນ​ແຮກສ່ຽວຂອງ​ອາ​ເມ​ລິ​ກາ ຄື ຊານຟານຊິດໂກ ແລະ ນິວຢອກ. ບັນດາ​ໂຄງການ​ແລກປ່ຽນ​ວັດທະນະທຳ, ​ເສດຖະກິດ ​ແລະ ການ​ສຶກສາ​ລະຫວ່າງ​ນະຄອນ ​ໂຮ່ຈີ​ມິນ ​ແລະ ບັນດາ​ນະຄອນ​ຂອງ ອາ​ເມ​ລິ​ກາ ​ໄດ້​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ​ນຳມາເຊິ່ງຜົນ​ປະ​ໂຫຍ​ດລວມຂອງ​ສອງ​ຝ່າຍ.

Các đại biểu, khách mời chụp hình lưu niệm. (Ảnh: HUFO)  ບັນດາຜູ້ແທນ ແລະ ແຂກຮັບເຊີນຖ່າຍຮູບທີ່ລະນຶກ. (ພາບ: HUFO)

ບັນດາຜູ້ແທນ ແລະ ແຂກຮັບເຊີນຖ່າຍຮູບທີ່ລະນຶກ. (ພາບ: HUFO)

ທ່ານ​ເຊື່ອ​ໝັ້ນ​ວ່າ 2 ຝ່າຍ​ຈະ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກໃຫ້​ຫຼາຍ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ວັດທະນະທຳຫລາຍ​ກວ່າເກົ່າ, ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ ​ແລະ ການ​ຮ່ວມ​ມື​ຮອບດ້ານລະຫວ່າງປະໍາຊົນ 2 ປະເທດ; ກໍ່ຄືການພັດທະນາການພົວພັນ 2 ຝ່າຍ ຫວຽດນາມ - ອາເມລິກາ ໃຫ້ພັດທະນາຢ່າງເຂັ້ມແຂງກວ່າໃນໄລຍະຈະມາເຖິງ.

ການ​ທູດ​ປະຊາຊົນ: ກຸນແຈການ​ຮ່ວມ​ມື​ ຫວຽດນາມ - ​ເບ​ລາຣຸດ
ສະຖານທູດ ຫວຽດນາມ ປະຈຳ ອາ​ເມ​ລິ​ກາ ຈັດ​ຕັ້ງ​ການໂອ້ລົມເຈລະຈາ ​ແລະ ການ​ເຊື່ອມ​ຕໍ່ວິສາຫະກິດ

ຊ ສະຫວັດ

ເຫດການ
302 Found

Found

The document has moved here.