ນັກສຶກລາວ, ກຳປູເຈຍ ແລະ ໂມຊຳບິກຫຼາຍຄົນໄດ້ສໍາເລັດການສຶກສາເປັນໝໍຢູ່ຫວຽດນາມ

21:53 | 11/07/2024

ຍສໝ - ມະຫາວິທະຍາ​ໄລ​​ແພດສາດ ​ແລະ ການ​​ຢາ ​ຖາຍ​ບິ່ງ ຫາກໍ່​ໄດ້​ຈັດ​ພິທີມອບໃບປະກາດສໍາເລັດການສຶກສາ​ແພດສາດ ແລະ ການຢາໃຫ້ແກ່​ນັກ​ສຶກສາ​ ສປປ ລາວ, ລາຊະ​ອານາຈັກ​ກຳປູ​ເຈຍ ​ແລະ ສາທາລະນະ​ລັດ ໂມຊຳບິກ ຈໍານວນ 61 ຄົນ ​ໃນ​ປີ 2024.

ໃນພິທີ, ຜູ້ຕາງໜ້າ​ຫ້ອງ​ການຄຸ້ມ​ຄອງ​ວິຊາການຂອງ​ມະຫາວິທະຍາ​ໄລ​ແພດສາດ ​ແລະ ການ​ຢາ ຖາຍ​ບິ່ງ ​ໄດ້​ປະກາດບັນດາຂໍ້ຕົກລົງວ່າດ້ວຍນັກສຶກສາທີ່ຮຽນຈົບຂະແໜງແພດສາດ​​ ​ແລະ ​ການຢາ ​ສໍາລັບນັກ​​ສຶກສາຕ່າງປະເທດ ເຊິ່ງມີນັກສຶກສາລາວ 40 ຄົນ, ນັກ​ສຶກສາ ​ກຳປູ​ເຈຍ 20 ຄົນ ແລະ ນັກ​ສຶກສາ ໂມຊຳບິກ 1 ຄົນ.

Lãnh đạo Trường Đại học Y Dược Thái Bình trao bằng tốt nghiệp cho các lưu học sinh. (Ảnh: tbump.edu.vn) ການນຳມະຫາວິທະຍາໄລແພດສາດ ແລະ ການຢາ ຖາຍບິ່ງ ໄດ້ມອບໃບປະກາດສະນີຍະບັດໃຫ້ນັກສຶກສາຕ່າງປະເທດ. (ພາບ: ມະຫາວິທະຍາໄລແພດສາດ ແລະ ການຢາ ໄທບິ່ງ ຫວຽດນາມ)

ການນຳມະຫາວິທະຍາໄລແພດສາດ ແລະ ການຢາ ຖາຍບິ່ງ ໄດ້ມອບໃບປະກາດສະນີຍະບັດໃຫ້ນັກສຶກສາຕ່າງປະເທດ. (ພາບ: ມະຫາວິທະຍາໄລແພດສາດ ແລະ ການຢາ ຖາຍບິ່ງ ຫວຽດນາມ)

Phát biểu tại buổi lễ, PGS.TS Nguyễn Quốc Tiến, Bí thư Đảng ủy, Chủ tịch Hội đồng trường, Trưởng Ban quản lý lưu học sinh chúc mừng các tân bác sĩ, dược sĩ Lào, Campuchia và Mozambique tốt nghiệp năm 2024. Ông mong muốn khi về nước công tác, các em sẽ giữ mãi những hình ảnh tốt đẹp về đất nước, con người Việt Nam, về thầy cô, bạn bè, mái trường, về miền đất Thái Bình thân yêu.

​ທ່ານ ຮອງ​ສາດສະດາຈານ, ປອ ຫງວຽນກວັກຕັຽນ ເລຂາພັກ, ປະທານສະພາໂຮງຮຽນ, ຫົວໜ້າຄະນະຄຸ້ມຄອງນັກສຶກສາຕ່າງປະເທດ ໄດ້ຊົມເຊີຍບັນດາແພດໝໍໃໝ່, ແພດການຢາລາວ, ກໍາປູເຈຍ ແລະ ໂມຊຳບິກ ທີ່ຮຽນຈົບໃນປີ 2024. ທ່ານ ຫວັງວ່າ ​ເມື່ອພວກເຂົາ​ກັບ​ເມືອ​ບ້ານໄປ​ເຮັດ​ວຽກ, ພວກ​ເຂົາ​ເຈົ້າ​ຈະ​ຈົດຈຳ​ບັນດາ​ພາບ​ພົດ​ອັນ​ດີງາມ​ຂອງ​ປະ​ເທດ​ຊາດ, ປະຊາຊົນ ຫວຽດນາມ, ຂອງ​ຄູ​ອາຈານ, ໝູ່​ເພື່ອນ, ​ໂຮງຮຽນ ​ແລະ ດິນແດນ​ ຖາຍ​ບິ່ງ ອັນ​ເປັນ​ທີ່​ຮັກ.

ທ່ານ ​ຮອງ​ສາດສະດາຈານ, ປອ ຫງວຽນ​ຢູຍ​ເກື່ອງ, ອະທິການບໍດິ​ໂຮງຮຽນ ຫວັງ​ວ່າ ​ໃນ​ຊຸມ​ປີ​ຕໍ່ໜ້າ, ບັນດາ​ແພດ​ໝໍ​, ແພດການຢາໃໝ່ ຈະ​ພະຍາຍາມຜັນຂະຫຍາຍ, ຝຶກຝົນຄວາມຮູ້ ​ແລະ ທັກ​ສະ​ເພື່ອ​ປັບປຸງ​ຕົນ​ເອງ, ຍົກສູງລະດັບ​ວິຊາ​ສະ​ເພາະ, ບໍ່​ວ່າ​ຈະ​ເຮັດ​ວຽກ​ງານໃນຂົງເຂດ​ໃດກໍ່ຕາມ ກໍ່ຕ້ອງລ້ວນແຕ່ເຮັດທຸກໜ້າທີ່ໃຫ້ມີຜົນສໍາເລັດດີເລີດ, ປະກອບສ່ວນໃນການ​ຮັກສາ​ສຸຂະພາບໃຫ້​ປະຊາຊົນ​ລາວ, ກຳປູ​ເຈຍ ​ແລະ ໂມຊຳບິກ. ໂຮງຮຽນມີຄວາມປະສົງຢາກຕ້ອນຮັບນັກຮຽນກັບຄືນມາສຶກສາຕໍ່ໃນລະດັບທີ່ສູງຂຶ້ນ, ສືບຕໍ່ເຮັດໃຫ້ສົມບູນແບບ ແລະ ຍົກລະດັບວິຊາສະເພາະວິຊາຊີບ.

ຕາງໜ້ານັກສຶກສາຈາກປະເທດລາວ, ກຳປູເຈຍ, ແລະ ໂມຊຳບິກ ທີ່ຮຽນຈົບໃນປີ 2024, ນ້ອງ Khoeng Reaksa ນັກສຶກສາຈາກປະເທດກຳປູເຈຍ ໄດ້ສະແດງຄວາມຂອບໃຈມາຍັງຄະນະພັກ, ສະພາໂຮງຮຽນ, ຄະນະອຳນວຍການ, ຄູ-ອາຈານ, ພະນັກງານ-ລັດຖະກອນຂອງໂຮງຮຽນທີ່ໄດ້ເອົົາໃຈໃສ່ເບິ່ງແຍງ, ຊ່ວຍເຫຼືອພວກນ້ອງໃນຕະຫຼອດການເຄື່ອນໄຫວຮໍ່າຮຽນຢູ່ໂຮງຮຽນ. ເມື່ອກັບມາເຮັດວຽກຢູ່ປະເທດ, ພວກນ້ອງຈະຈົດຈໍາໂຮງຮຽນແພດສາດ ແລະ ການຢາ ຖາຍບິ່ງ ຢູ່ສະເໜີ - ບ່ອນທີ່ຕິດພັນກັບພວກນ້ອງກັບຄວາມຊົງຈຳຫຼາຍຢ່າງ ແລະ ຍັງເປັນບ້ານເກີດເມືອງນອນແຫ່ງທີ 2 ທີ່ລ້ຽງດູພວກນ້ອງ ໃຫ້ກາຍເປັນທ່ານໝໍ ແລະ ແພດການຢາຄືໃນທຸກມື້ນີ້.

Các đại biểu và lưu học sinh tốt nghiệp chụp ảnh lưu niệm. (Ảnh: tbump.edu.vn) ບັນດາຜູ້ແທນ ແລະ ນັກສຶກສາຕ່າງປະເທດທີ່ສໍາເລັດການສຶກສາຖ່າຍຮູບທີ່ລະນຶກ. (ພາບ: ມະຫາວິທະຍາໄລແພດສາດ ແລະ ການຢາ ໄທບິ່ງ ຫວຽດນາມ)

ບັນດາຜູ້ແທນ ແລະ ນັກສຶກສາຕ່າງປະເທດທີ່ສໍາເລັດການສຶກສາຖ່າຍຮູບທີ່ລະນຶກ. (ພາບ: ມະຫາວິທະຍາໄລແພດສາດ ແລະ ການຢາ ຖາຍບິ່ງ ຫວຽດນາມ)

ໂດຍສະແດງຄວາມຍິນດີນໍານັກສຶກສາ​ຕ່າງປະເທດ 61 ຄົນ ​ທີ່​ຮຽນ​ຈົບ​​ແພດສາດ ​ແລະ ​ການຢາ ​ປີ 2024, ທ່ານ ຫງວຽນ​ດຶກ​ແຮ້ງ, ປະທານ​ສະມາຄົມ​ມິດຕະພາບ​ ລາວ - ຫວຽດນາມ ​ແຂວງ ຖາຍ​ບິ່ງ ກ່າວ​ວ່າ ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ​ຖາຍ​ບິ່ງ ​ແລະ ສະມາຄົມມິດຕະພາບ ລາວ - ຫວຽດນາມ ແຂວງ ຍາມໃດກໍ່ຮັບຮູ້ ແລະ ຊື່ນຊົມການປະກອບສ່ວນຂອງມະຫາວິທະຍາໄລການຢາ ຖາຍບິ່ງ ໃນພາລະກິດເບິ່ງແຍງດູແລ ແລະ ຮັກສາສຸຂະພາບຂອງປະຊາຊົນ, ພິເສດແມ່ນກັບບັນດາປະເທດເພື່ອນມິດ, ປະກອບສ່ວນເສີມຂະຫຍາຍມູນເຊື້ອມິດຕະພາບອັນດີງາມລະຫວ່າງ ລາວ - ຫວຽດນາມ - ກຳປູເຈຍ.

​ໃນ​ໄລຍະ 56 ປີ​ແຫ່ງ​ການ​ກໍ່ສ້າງ ​ແລະ ພັດທະນາ, ມະຫາວິທະຍາ​ໄລ​ແພດສາດ ​ແລະ ການ​ຢາ ​ຖາຍ​ບິ່ງ ​ໄດ້​ບຳລຸງສ້າງຂະແໜງແພດ​ສາດ ​ແລະ ການຢາທີ່ມີ​ຄຸນ​ນະພາ​ບສູງຫຼາຍກວ່າ 1.200 ຄົນ ​ໃຫ້​ແກ່​ບັນດາ​ປະ​ເທດຕ່າງໆເຊັ່ນ: ລາວ, ກຳປູ​ເຈຍ ​ແລະ ໂມ​ຊຳບິກ.

ໃນ​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ຂອງ​ສະມາຄົມ​ໃນ 6 ​ເດືອນ​ຕົ້ນ​ປີ ​ແລະ ຜັນ​ຂະຫຍາຍ​ໜ້າທີ່ວຽກ​ງານ​ໃນ 6 ​ເດືອນ​ທ້າຍ​ປີ 2024 ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 26 ມິຖຸນາ, ຄະນະ​ບໍລິຫານ​ງານ​ສະມາຄົມ​ມິດຕະພາບ ​ຫວຽດນາມ - ກຳປູ​ເຈຍ ​ແຂວງ ​ຖາຍ​ບິ່ງ ​ໄດ້​ພົບ​ປະ ​ແລະ ມອບ​ຂອງຂວັນມູນຄ່າ 6 ລ້ານ​ດົ່ງ​ ໃຫ້​ນັກ​ສຶກສາ​ກຳປູ​ເຈຍ 20 ຄົນ ​ທີ່​ຮຽນ​ຈົບ​ປະລິນຍາ​ຕີ​ສາຂາ​ແພດສາດ ​ກັບຄືນ​ປະເທດໄປເຮັດ​ວຽກ.

Ông Bùi Trung Chuyển (thứ ba từ trái sang), Chủ tịch Hội hữu nghị Việt Nam - Campuchia tỉnh Thái Bình tặng quà cho sinh viên Campuchia ra trường về nước công tác. (Ảnh: NVCC) ທ່ານ ບຸ່ຍຈຸງຈ່ຽນ (ຄົນທີ່ສາມຈາກເບື້ອງຊ້າຍ), ປະທານສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ ແຂວງ ຖາຍບິ່ງ ໄດ້ມອບຂອງຂວັນໃຫ້ນັກສຶກສາ ກຳປູເຈຍ ທີ່ເດີນທາງກັບປະເທດໄປເຮັດວຽກ. (ພາບ: NVCC )

ທ່ານ ບຸ່ຍຈຸງຈ່ວຽນ (ຄົນທີ່ສາມຈາກເບື້ອງຊ້າຍ), ປະທານສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ ແຂວງ ຖາຍບິ່ງ ໄດ້ມອບຂອງຂວັນໃຫ້ນັກສຶກສາ ກຳປູເຈຍ ທີ່ຈະເດີນທາງກັບປະເທດໄປເຮັດວຽກ. (ພາບ: NVCC )

ຕາມ​ທ່ານ ບຸ່ຍຈຸງຈ່ຽນ ປະທານ​ສະມາຄົມ​ມິດຕະພາບ ​ຫວຽດນາມ - ກຳປູ​ເຈຍ ​ແຂວງ ​ຖາຍບິ່ງ ກ່າວໄວ້ວ່າ ​ໃນ 6 ​ເດືອນ​ທ້າຍ​ປີ 2024, ສະມາຄົມ​ທຸກ​ຂັ້ນ​ຈະ​ຊຸກຍູ້​ວຽກ​ງານ​ໂຄສະນາ, ລະດົມ​ພະນັກງານ, ສະມາຊິກ​​ສືບ​ຕໍ່​ເຮັດ​ວຽກ​ງານ​​ການທູດປະ​ຊາ​ຊົນໃຫ້ເປັນຢ່າງດີ ແລະ ຂະບວນການ​ເຄື່ອນ​ໄຫວ “ບຳ​ລຸງ​ລ້ຽງ​ມິດ​ຕະ​ພາບ”. ສະມາຄົມ​ບັນດາ​ເມືອງ, ນະຄອນ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ວຽກ​ງານອຸປະຖໍາ​ນັກ​ສຶກສາ ກຳປູ​ເຈຍ ທີ່​ຮ່ຳຮຽນ​ຢູ່​ມະຫາວິທະຍາ​ໄລ​ແພດສາດ ​ແລະ ການ​ຢາ ​ຖາຍບິ່ງ, ພ້ອມ​ກັນ​ນັ້ນ ​ກໍ່​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ສະໜັບສະໜູນການສ້າງ​ກອງ​ທຶນ “ບຳລຸງ​ລ້ຽງມິດຕະພາບ”.

Thongmy

ເຫດການ
302 Found

Found

The document has moved here.