ວັນວັດທະນະທຳຫວຽດນາມ ຢູ່ສະຫະພັນລັດເຊຍ ປີ 2024

10:10 | 14/07/2024

ຍສໝ - ວັນວັດທະນະທຳຫວຽດນາມ ຢູ່ສະຫະພັນລັດເຊຍ ປີ 2024 ຈະດຳເນີນແຕ່ວັນທີ 1 – 8 ກໍລະກົດ ດ້ວຍການເຄື່ອນໄຫວທີ່ອຸດົມສົມບູນ ແລະ ຫຼາຍຮູບຫຼາຍແບບ.

ຫຼາຍຂໍ້ມູນທີ່ເປັນປະໂຫຍດຢູ່ເວທີປາໄສການສຶກສາຢູ່ຝລັ່ງ ປີ 2024 ຫຼາຍຂໍ້ມູນທີ່ເປັນປະໂຫຍດຢູ່ເວທີປາໄສການສຶກສາຢູ່ຝລັ່ງ ປີ 2024
ໄຂງານ​ບຸນ​ເພື່ອ​ສັນ​ຕິ​ພາບ ປີ 2024: ຮ່ວມແຮງຮ່ວມໃຈສ້າງສັນໂລກແຫ່ງ​ສັນ​ຕິ​ພາບ ໄຂງານ​ບຸນ​ເພື່ອ​ສັນ​ຕິ​ພາບ ປີ 2024: ຮ່ວມແຮງຮ່ວມໃຈສ້າງສັນໂລກແຫ່ງ​ສັນ​ຕິ​ພາບ

ຕາມ​ຂໍ້​ມູນ​ຂອງ​ກະຊວງ​ວັດທະນະທຳ, ກິລາ ​ແລະທ່ອງ​ທ່ຽວ, ວັນ​ວັດທະນະທຳ​ຫວຽດນາມ ຢູ່​ສະຫະພັນ​ລັດ​ເຊຍ 2024 ​ໄດ້​ແນະນຳ ​ແລະ​ເຜີຍແຜ່​ວັດທະນະທຳ, ຄວາມສາມາດບົ່ມຊ້ອນການທ່ອງ​ທ່ຽວ ຫວຽດນາມ ​ໃຫ້​ປະຊາຊົນ​ລັດ​ເຊຍ, ​ເພື່ອແນໃສ່​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​, ມິດຕະພາບ ​ແລະການ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງປະຊາຊົນ​ສອງ​ປະ​ເທດ, ປະກອບສ່ວນ​ພັດທະນາການພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຫວຽດນາມ - ສະຫະພັນ​ລັດ​ເຊຍ ໃຫ້ຫຼາຍຂຶ້ນກວ່າເກົ່າ.

ລາຍການສິລະປະຈະຈັດຂຶ້ນຢູ່ມົສກູ ໃນວັນທີ 2 ກໍລະກົດ ແລະ ຖະໜົນ Petersburg ໃນວັນທີ 6 ກໍລະກົດ ດ້ວຍການເຂົ້າຮ່ວມຂອງບັນດານັກສິລະປິນລຸ້ນເກົ່າ, ໃນນັ້ນມີນັກສິລະປິນຫຼາຍຄົນທີ່ໄດ້ສຶກສາຢູ່ບັນດາສະຖານທີ່ຝຶກຊ້ອມດົນຕີທີ່ມີຊື່ສຽງຂອງສະຫະພັນລັດເຊຍ. ບັນດານັກ​ສິລະ​ປິນຈະ​ສະ​ແດງ​ດົນຕີແບບບູຮານ, ສະ​ແດງ​ສິລະ​ປະ​ຂັບ​ຮ້ອງ, ຟ້ອນ, ດົນຕີ​ພື້ນ​ເມືອງປະສົມປະສານກັບທົບ​ກັບ​ດົນຕີ​ສະ​ໄໝ​ປະຈຸ​ບັນຂອງຫວຽດນາມ.

ວັນວັດທະນະທຳຫວຽດນາມ ຢູ່ສະຫະພັນລັດເຊຍ ປີ 2024

ຮູບເງົາເລື່ອງ “ດວງຕາຊວນຝັນ” ໄດ້ເຂົ້າຮ່ວມວັນວັດທະນະທໍາຫວຽດນາມ ຢູ່ສະຫະພັນລັດເຊຍ.

​ໃນ​ຂອບ​ເຂດ​ວັນ​ວັດທະນະທຳຕ່າງໆຂອງ​ຫວຽດນາມ ຢູ່​ສະຫະພັນ​ລັດ​ເຊຍ, ​ແຕ່​ວັນ​ທີ 1 – 7 ກໍລະກົດ, ຫໍພິພິທະ​ພັນ​ໂຮ່ຈິ​ມິນ (ຫວຽດນາມ) ​ແລະ ສວນ​ອະນຸສອນ​ສະຖານ ເລນິນ (ສະຫະພັນ​ລັດ​ເຊຍ) ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ງານ​ວາງສະ​ແດງ​ໃນຫົວ​ເລື່ອງ “ຮູບ​ປັ້ນປະທານ ​ໂຮ່ຈີ​ມິນ - ມຸມມອງຈາກຮູບ​ແຕ້ມ​ໂຄສະນາ​ເຜີຍ​ແຜ່: 1969 – 2011” ຢູ່​ເຂດ​ອະນຸສອນ​ສະຖານ ເລນິນ, ນະຄອນ Ulyanovsk, ​ໄດ້​ແນະນຳ​ໃຫ້​ແຂກ​ທ່ອງ​ທ່ຽວ​ບັນດາ​ຮູບ​ພາບ​ ປະທານ ​ໂຮ່ຈີ​ມິນ ຜ່ານ​ບັນດາງານສິລະປະ​ຮູບ​ພາບ, ​ແຕ່ງ​ໂດຍ​ນັກຈິດຕະກອນ ຫວຽດນາມ.

ຄຽງຂ້າງກັນນັ້ນ, ງານວາງສະແດງຮູບຖ່າຍ “ຫວຽດນາມ - ປະເທດມໍລະດົກໂລກ” ໄດ້ໄຂຂຶ້ນໃນວັນທີ 2 ກໍລະກົດ ແລະ ຢູ່ນະຄອນມົສກູ ແລະ ທີ່ຖະໜົນ Petersburg ໃນວັນທີ 4 ກໍລະກົດ, ໄດ້ວາງສະແດງບັນດາຜົນງານພາບຖ່າຍທີ່ໜ້າປະທັບໃຈຂອງບັນດາມໍລະດົກທາງທຳມະຊາດ, ມໍລະດົກວັດທາງທະນະທຳ ຢູ່ທີ່ຫວຽດນາມ ໄດ້ຮັບການຂຶ້ນທະບຽນຈາກອົງການ UNESCO, ພ້ອມດ້ວຍ​ເຄື່ອງ​ຫັດຖະກຳ ​ແລະ ຊຸດ​ອາພອນ​ຂອງ​ຊາວ​ຫວຽດນາມ....

​ໃນ​ຂອບ​ເຂດ​ວັນ​ວັດທະນະທຳ​ຕ່າງໆຂອງຫວຽດນາມ, ກົມ​ຮູບ​ເງົາ, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ​ແລະ ອົງການ​ຂ່າວ​ສານ​ວິທະຍຸ​ກະຈາຍສຽງ​ສະຫະພັນ​ລັດ​ເຊຍ (ROSKINO) ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ວັນ​ຮູບ​ເງົາ​ຫວຽດນາມ ຢູ່ທີ່ມົສກູ ​ແຕ່​ວັນ​ທີ 3 – 5 ກໍລະກົດ, ສະ​ແດງ​ຮູບ​ເງົາ 5 ​ເລື່ອງໄດ້ແກ່. ລວມທັງ: “ທົ່ງຫຍ້າ”; "ດວງຕາຊວນຝັນ"; “ຕໍານານກວນທຽນ”; "ນ້ອງ ແລະ ຈິ່ງ"; "ໝາກຄາຍ, ເຟີ ແລະ ເປຍໂນ" ...

ທອງມີ ສີຫາວົງ

ເບິ່ງເພີ່ມເຕີມໃນ: ຮີດຄອງປະເພນີ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.