ກອງປະຊຸມຄັ້ງທີ 10 ຂອງຄະນະປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ: ມຸ່ງໄປເຖິງກອງປະຊຸມໃຫຍ່ຄັ້ງທີ 7 ດ້ວຍບາດກ້າວໃໝ່

21:43 | 11/07/2024

ຍສໝ - ວັນ​ທີ 10 ກໍລະກົດ, ຢູ່ ​ຮ່າ​ໂນ້ຍ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຄັ້ງ​ທີ 10 ຂອງ​ຄະນະປະທານ​ ຊຸດທີ VI, ​ອາຍຸການ 2019-2024. ຫຼັງ​ຈາກ​ການ​ສົນທະນາ​ ແລະ​ ໃຫ້ຄຳ​ເຫັນ​ແລ້ວ, 100% ຂອງ​ກຳມະການຄະນະປະທານ​ໄດ້​ລົງ​ຄະ​ແນນ​ສຽງ​ຮັບຮອງ​ເອົາ​ບົດ​ລາຍ​ງານ​ທີ່​ສຳຄັນ​ທີ່​ໄດ້​ນຳ​ສະ​ເໜີ​ຢູ່​ກອງ​ປະຊຸມ.

ກອງປະຊຸມຄັ້ງທີ 7 ມີປະລິມານນິຕິບັນຍັດໃຫຍ່ທີ່ສຸດນັບແຕ່ເລີ່ມຕົ້ນສະໄໝຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ມາຮອດປະຈຸບັນ
ສະເຫຼີມສະຫຼອງວັນປົດປ່ອຍນະຄອນຫຼວງຄົບຮອບ 69 ປີ (10 ຕຸລາ 1954 - 10 ຕຸລາ 2023): ເປີດງານວາງສະແດງ "ເມືອງເກົ່າ ຖະໜົນເກົ່າ"

​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ບັນດາກຳມະການ​ຄະນະ​ປະທານ, ຜູ້ຕາງໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ, ຄະນະ​ກຳມະການ​ພາຍ​ໃນ​ສູນ​ກາງ ​ແລະ ກະຊວງ​ພາຍ​ໃນ.

ກອງປະຊຸມຄັ້ງທີ 10 ຂອງຄະນະປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ: ມຸ່ງໄປເຖິງກອງປະຊຸມໃຫຍ່ຄັ້ງທີ 7 ດ້ວຍບາດກ້າວໃໝ່

ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ຟານແອ່ງເຊີນ ກ່າວ​ຄຳ​ປາໄສ​ທີ່​ກອງ​ປະຊຸມ.

ກ່າວ​ຄຳ​ປາໄສ​ທີ່​ກອງ​ປະຊຸມ, ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ຫວຽດນາມ ຟານແອ່ງເຊີນ ​ໃຫ້​ຮູ້​ວ່າ ກອງ​ປະຊຸມ​ໄດ້​ສຸມ​ໃສ່​ປຶກສາ​ຫາລື 4 ​ເນື້ອ​ໃນ​ສຳຄັນ​ຄື: ການໃຫ້ຢຸດດຳລ​ົງຕຳ​ແໜ່​ງ, ​ເລືອກ​ຕັ້ງ​​ກຳມະການຄະນະປະທານ​ເພີ່ມ​ເຕີມ; ລາຍງານຜົນການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ, ສຸມໃສ່ວຽກງານ 6 ເດືອນທ້າຍ ປີ 2024; ​ລາຍ​ງານ​ການ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ VII; ລາຍ​ງານ​ກ່ຽວ​ກັບ​ຂັ້ນຕອນບູລະນະ​ການ​ນຳ​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ.

ບັນດາ​ກຳມະການຄະນະປະທານ​ໄດ້​ຕີ​ລາຄາ​ວ່າ: ​ໃນ 6 ​ເດືອນ​ຕົ້ນ​ປີ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ໄດ້ປະຕິບັດຕິດແທດກັບ​ຈຸດ​ສຸມ​ຂອງ​ປີ, ເປັນເຈົ້າການໃນການຜັນ​ຂະຫຍາຍ​ຫຼາຍ​ການ​ເຄື່ອນ​ໄຫວ​ທີ່ສຳຄັນ, ມີ​ການປ່ຽນແປງໃໝ່ ​ແລະ ມີ​ຫົວຄິດ​ປະດິດ​ສ້າງ​ຫຼາຍ​ຢ່າງ, ພ້ອມກັນນັ້ນ ກໍ່​ໄດ້​ໃຫ້​ຄຳ​ເຫັນ ​ແລະ​ ຂໍ້​ສະ​ເໜີ​ຫຼາຍ​ຢ່າງ ​ເພື່ອ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ VII, ປະກອບສ່ວນ​ຍົກ​ສູງ​ປະສິດທິ​ຜົນ​ການ​ພົວພັນ​ທາງ​ການ​ທູດ​ປະຊາຊົນ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເຊັ່ນ: ​ເນັ້ນ​ໜັກ​ເຖິງ​ບົດບາດ​ຫຼັກແຫຼ່ງ​ຂອງ​ສະຫະພັນ​ໃນ​ວຽກ​ງານ​ການ​ທູດ​ປະຊາຊົນ​​ໃນຫົວ​ຂໍ້​ຂອງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ VII​; ສົມທົບກັບບັນດາກະຊວງ, ຄະນະ, ຂະແໜງການທີ່ກ່ຽວຂ້ອງ ເພື່ອເສີມສ້າງແຫຼ່ງກຳລັງໃຫ້ແກ່ການເຄື່ອນໄຫວຂອງສະຫະພັນ; ສ້າງ​ຕັ້ງ​ກຸ່ມ​ມິດ​ຕະ​ພາບ​ທ້ອງ​ຖິ່ນ​ໂດຍການນຳພາ, ບໍລິຫານ​​​ໂດຍ​ກົງຂອງສະ​ຫະ​ພັນ​ທ້ອງ​ຖິ່ນ​; ເພິ່ມທະວີຮັດ​ແໜ້ນ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ສະ​ມາ​ຄົມ​ສູນ​ກາງ​ກັບ​ສະ​ມາ​ຄົມ​ທ້ອງ​ຖິ່ນ...

ກອງປະຊຸມຄັ້ງທີ 10 ຂອງຄະນະປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ: ມຸ່ງໄປເຖິງກອງປະຊຸມໃຫຍ່ຄັ້ງທີ 7 ດ້ວຍບາດກ້າວໃໝ່

ບັນດາຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມຄະນະ​ປະ​ທານ​​ຄັ້ງ​ທີ X, ຊຸດທີ VI, ໄລ​ຍະ 2019-2024.

ທີ່​ກອງ​ປະຊຸມ, 100% ຂອງ​ກຳມະການຄະນະປະທານ​ໄດ້​ລົງ​ຄະ​ແນນ​ສຽງ​ຮັບຮອງ​ເອົາ​ບົດ​ລາຍ​ງານ​ການໃຫ້ຢຸດດຳລ​ົງຕຳແໜ່ງ ​ແລະ ການ​ເລືອກ​ຕັ້ງ​ກຳມະການຄະນະປະທານ​ເພີ່ມ​ເຕີມ; ລາຍງານຜົນການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ, ສຸມໃສ່ວຽກງານ 6 ເດືອນທ້າຍ ປີ 2024; ລາຍ​ງານ​ການ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ VII; ລາຍ​ງານ​ກ່ຽວ​ກັບ​ຂັ້ນຕອນບູລະນະ​ການ​ນຳຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ຫວຽດນາມ.

ພົນເອກ ຫວໍ​ ງວຽນ ​ຢາ​ບ ຜ່ານການຍອມຮັບຂອງນາຍພົນຝ່າຍຕາເວັນຕົກ ພົນເອກ ຫວໍ​ ງວຽນ ​ຢາ​ບ ຜ່ານການຍອມຮັບຂອງນາຍພົນຝ່າຍຕາເວັນຕົກ

ຍສໝ - ດ້ວຍ​ການ​ປະກອບສ່ວນ ​ແລະ ໄຊຊະນະ​ໃນ​ປະຫວັດສາດ​ແຫ່ງ​ການ​ຕໍ່ສູ້​ປົດ​ປ່ອຍ​ຊົນເຜົ່າ, ເອກະພາບປະ​ເທດຊາດ, ທ່ານ​ພົນ​ເອກ, ຜູ້ບັນຊາການ ​ຫວໍ​ ງວຽນ ​ຢາ​ບ ບໍ່​ພຽງ​ແຕ່​ໄດ້​ຮັບ​ຄວາມ​ຮັກ​ແພງ ​ແລະ ຄວາມ​ຊົມ​ເຊີຍ ​ຈາກ​ປະຊາຊົນ​ໃນ​ທົ່ວ​ປະ​ເທດ ແລະ ​ເພື່ອນ​ມິດສາ​ກົນ​ເທົ່າ​ນັ້ນ ແຕ່ຍັງ​ໄດ້ເປັນທີ່ຍອມ​ຮັບ​ຈາກ​ຫຼາຍນາຍພົນຝ່າຍກົງກັນຂ້າມ. ນັ້ນແມ່ນສິ່ງທີ່ຫາຍາກ.

ກອງປະຊຸມຄັ້ງທີ 8 ຂອງກຸ່ມປະຕິບັດງານອາຊຽນ ກ່ຽວກັບທາດເຄມີ ແລະ ສິ່ງເສດເຫຼືອ ຈະດຳເນີນແຕ່ວັນທີ 5-7 ກໍລະກົດ ກອງປະຊຸມຄັ້ງທີ 8 ຂອງກຸ່ມປະຕິບັດງານອາຊຽນ ກ່ຽວກັບທາດເຄມີ ແລະ ສິ່ງເສດເຫຼືອ ຈະດຳເນີນແຕ່ວັນທີ 5-7 ກໍລະກົດ

ຍສໝ - ຕາມ​ຂໍ້​ມູນ​ຂອງ​ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ຫວຽດນາມ ແລ້ວ, ​ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ກັບ​ອາ​ຊຽນ ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ​ໃນ​ປີ 2023, ກອງ​ປະຊຸມ​ຄັ້ງ​ທີ 8 ຂອງ​ກຸ່ມ​ປະຕິບັດ​ງານ​ອາ​ຊຽນ ກ່ຽວ​ກັບ​ທາດ​ເຄມີ ​ແລະ ສິ່ງ​ເສດ​ເຫຼືອ (AWGCW-8) ທີ່​ຫວຽດນາມ​ເປັນ​ເຈົ້າພາບ​ ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ ວັນທີ 5-7 ກໍລະກົດ 2023 ທີ່ຮ່າໂນ້ຍ.

ມິງດຶກ

ເຫດການ
302 Found

Found

The document has moved here.