Manana Shimsilashvili: ຫວຽດນາມ ແມ່ນແຫຼ່ງແຮງບັນດານໃຈສຳລັບບັນດາຊາດ

10:00 | 14/07/2024

ຍສໝ - ວັນທີ 9 ກໍລະກົດ, ສະຖານທູດ ຫວຽດນາມ ປະຈຳ ອິດສະຣາແອນ ສົມທົບກັບມະຫາວິທະຍາໄລ Hebrew of Jerusalem ຈັດຕັ້ງການໂອ້ລົມສົນທະນາ ດ້ວຍຫົວເລື່ອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແລະ ລົງນາມໃນສັນຍາ Geneva ວ່າດ້ວຍການຢຸດຕິສົງຄາມຢູ່ ຫວຽດນາມ (1954 – 2024).

ປະທານປະເທດ ໂຕເລີມ ມາຮອດນະຄອນຫຼວງວຽງຈັນ, ຢ້ຽມຢາມທາງລັດຖະກິດແຫ່ງ ສປປ ລາວ
ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ: ການຢ້ຽມຢາມລາວ ຂອງທ່ານ ໂຕເລິມ ປະທານປະເທດຫວຽດນາມ ເຮັດໃຫ້ສາຍພົວພັນລະຫວ່າງ ຫວຽດນາມ-ລາວ ເລິກເຊິ່ງຂຶ້ນກວ່າເກົ່າ

ທີ່ການພົບປະ​​ແລກປ່ຽນ​ດັ່ງກ່າວ​ມີການ​ເຂົ້າ​ຮ່ວມ​ຂອງ​ອາຈານ ​ແລະ ນັກ​ສຶກສາ​ທີ່​ຮຽນ​ກ່ຽວ​ກັບ​ການ​ພົວພັນ​ສາກົນ ​ແລະ ຄົ້ນຄວ້າກ່ຽວກັບ ອາຊີ ຢູ່​ມະຫາວິທະຍາ​ໄລ Hebrew of Jerusalem.

ຢູ່ທີ່ນີ້, ຜູ້ຕາງໜ້າຫ້ອງການທີ່ປຶກສາຝ່າຍປ້ອງກັນຊາດ ສະຖານທູດ ຫວຽດນາມ ປະຈຳ ອິດສະຣາແອນ ໄດ້ທົບທວນຄືນບັນດາຂີດໝາຍຕົ້ນຕໍ່ຂອງໄຊຊະນະ ດ້ຽນບຽນຝູ “ກ້ອງກັນວານໃນ 5 ທະວີບ, ສັ່ນສະເທືອນໄປທົ່ວໂລກ”.

ນັກສຶກສາຍັງໄດ້ເບິ່ງຮູບເງົາສາລະຄະດີກ່ຽວກັບໄຊຊະນະປະຫວັດສາດທີ່ຊ່ວຍຢຸດຕິການຮຸກຮານຂອງລັດທິລ່າເມືອງຂຶ້ນ ຝຣັ່ງ, ພ້ອມກັນນັ້ນ ກໍ່ໄດ້ສ້າງບາດລ້ຽວທີ່ນໍາໄປສູ່ການລົງນາມໃນສັນຍາ Geneve (ວັນທີ 21 ກໍລະກົດ ປີ 1954).

Manana Shimsilashvili: ຫວຽດນາມ ແມ່ນແຫຼ່ງແຮງບັນດານໃຈສຳລັບບັນດາຊາດ

ບັ້ນຮົບ ດ້ຽນບຽນຝູ.

ໂດຍສະ​ແດງ​ຄວາມກະຕືລືລົ້ນ​ຕໍ່​ຂໍ້​ມູນ​ທີ່​ໄດ້​ຮັບ​ຈາກ​ການ​ແລກປ່ຽນ, ນັກ​ສຶກສາ​ມະຫາວິທະຍາ​ໄລ Hebrew of Jerusalem ​ໄດ້​ຕັ້ງ​ຄຳ​ຖາມຫຼາຍຢ່າງ ​ແລະ ​ໄດ້​ຮັບ​ການ​ຕອບ​ຄຳຖາມ​ຈາກ​ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອິດສະຣາ​ແອນ ຫຼີດຶກຈຸງ.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ຫຼີດຶກຈຸງ ກໍ່​ໄດ້​ແນະນຳ​ບັນດາ​ຜົນງານ​ດ້ານ​ເສດຖະກິດ - ສັງຄົມ​ຂອງ ຫວຽດນາມ ​ໃນ​ຊຸມ​ປີ​ຜ່ານ​ມາ​, ຂະ​ບວນການ​ຂອງ ຫວຽດນາມ ຈາກ​ປະ​ເທດ​ປະສົບ​ເຄາະ​ຮ້າຍ​ຈາກ​ສົງຄາມ ໄປ​ເຖິງ​ຈຸດໝາຍ​ດຶງ​ດູດ​ນັກ​ລົງທຶນ ​ແລະ ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ. ພ້ອມ​ກັນ​ນັ້ນ, ກໍ່ກວດກາ​ຄືນ​ບັນດາບາດກ້າວພັດທະນາໃນ​ການ​ພົວພັນຮ່ວມ​ມື​ສອງ​ຝ່າຍ​ລະຫວ່າງ ​ຫວຽດນາມ ​ແລະ ອິດສະຣາ​ແອນ ​ໃນ​ທຸກ​ຂົງ​ເຂດ.

Manana Shimsilashvili, ນັກ​ສຶກສາ​ລົງເລິກຂະແໜງການກ່ຽວກັບ​ ຍີ່ປຸ່ນ ​ຢູ່​ມະຫາວິທະຍາ​ໄລ Hebrew of Jerusalem ​ໃຫ້​ຮູ້​ວ່າ: “ຂ້າພະ​ເຈົ້າ​ຖື​ວ່າ ຫວຽດນາມ ມີ​ປະຫວັດສາດ​ທີ່​ໜ້າ​ຊົມ​ເຊີຍ, ຫວຽດນາມ ​ຕ້ອງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ​ແຕ່​ປະຊາຊົນ ຫວຽດນາມ ​ລ້ວນ​ແຕ່​ຮູ້​ວິທີ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ນັ້ນ, ຈາກ​ທັດສະນະ​ດັ່ງກ່າວ, ຫວຽດນາມ ​ແມ່ນ​ແຫຼ່ງແຮງບັນດານໃຈສຳລັບທຸກຊາດ”.

ກ່ອນ​ໜ້າ​ນັ້ນ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫຼີດຶກຈຸງ ​ແລະ ບັນດາ​ພະນັກງານ, ລັດຖະ​ກອນ​ສະຖານທູດ ຫວຽດນາມ ປະຈຳ ອິດສະຣາ​ແອນ ກໍ່​ໄດ້​ມີ​ການສຳມະນາ​ກ່ຽວ​ກັບ​ບັນດາ​ຫົວ​ເລື່ອງ​ດັ່ງກ່າວ​ກັບ​ບັນດາ​ຄູອາຈານ, ນັກ​ຮຽນຮູ້ມະຫາວິທະຍາ​ໄລ Hebrew of Jerusalem ​ແລະ ຜູ້ຕາງໜ້າ​ສະມາຄົມ​ມິດຕະພາບ ອິດສະຣາ​ແອນ - ຫວຽດນາມ.

ທ່ານ ໂດ້ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາ: ການຢ້ຽມຢາມ ສ້າງກໍາລັງໜູນໃໝ່ໃນການພົວພັນລະຫວ່າງຫວຽດນາມ ກັບລາວ ແລະກຳປູເຈຍ ທ່ານ ໂດ້ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາ: ການຢ້ຽມຢາມ ສ້າງກໍາລັງໜູນໃໝ່ໃນການພົວພັນລະຫວ່າງຫວຽດນາມ ກັບລາວ ແລະກຳປູເຈຍ

ຍສໝ - ເນື່ອງໃນໂອກາ ທ່ານ ໂຕເລິມ ປະທານປະເທດຫວຽດນາມ ຈະໄປຢ້ຽມຢາມທາງລັດຖະກິດຢູ່ລາວ ແລະກຳປູເຈຍ, ທ່ານ ໂດ້ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ໃຫ້ສຳພາດຕໍ່ນັກຂ່າວກ່ຽວກັບການຢ້ຽມຢາມຂອງທ່ານປະທານປະເທດ.

ຟົດຟື້ນບັນດາການເຄື່ອນໄຫວພົບປະແລກປ່ຽນລະຫວ່າງນາຍທະຫານໜຸ່ມ ຫວຽດນາມ - ລາວ ຟົດຟື້ນບັນດາການເຄື່ອນໄຫວພົບປະແລກປ່ຽນລະຫວ່າງນາຍທະຫານໜຸ່ມ ຫວຽດນາມ - ລາວ

ຍສໝ - ປູກຕົ້ນໄມ້ມິດຕະພາບ; ໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນເຂດຊາຍແດນ ຫວຽດນາມ - ລາວ; ການ​ແຂ່ງຂັນ​​​ຕີ​ດອກປິກໄກ່ ​ແລະ ບານ​ສົ່ງມິດຕະພາບ... ​ແມ່ນບັນດາ​ການ​ເຄື່ອນ​ໄຫວ​ທີ່​ຟົດຟື້ນ​ໃນ​ໂຄງການ​ພົບປະແລກປ່ຽນນາຍທະຫານໜຸ່ມ​ທະຫານ​ປ້ອງ​ກັນ​ຊາຍ​ແດນ​ ຫວຽດນາມ ​ແລະ ນາຍຕຳຫຼວດໜຸ່ມ​​​ ກຳລັງປ້ອງ​ກັນ​ຄວາມ​ສະຫງົບ, ຕຳຫຼວດ​ ລາວ. ​ໂຄງການ​ດັ່ງກ່າວ​ໄດ້​ດຳ​ເນີນ​ໃນ​ວັນ​ທີ 8 ກໍລະກົດ ຢູ່​ດ່ານ​ຊາຍ​ແດນ​ສາກົນ ເບີອີ (ຕາ​ແສງ ເປີອີ, ​ເມືອງ ...

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.