 
                
                                
                ຍສໝ - ບົດຂຽນຊີ້ແຈ້ງວ່າ ນັບແຕ່ເມື່ອພັກກອມມູນິດອີນດູຈີນ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1930 ໂດຍປະທານ ໂຮ່ຈີມິນ ກໍ່ຕັ້ງ, ສາຍຈິດມິດໃຈເພື່ອນຮ່ວມກົມກອງ, ອ້າຍນ້ອງ ລະຫວ່າງສອງປະເທດ ໃຫ້ນັບມື້ນັບສະໜິດຕິດພັນຢ່າງແໜ້ນແຟ້ນ.
            
                        
                                
                     
                
                                
                ຍສໝ - ການຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການເຄື່ອນໄຫວການທູດປະຊາຊົນຫຼາຍຝ່າຍ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການຂອງສອງປະເທດ, ພາກພື້ນ, ສາກົນ ແລະ 2 ຄະນະກຳມະການ; ໜູນຊ່ວຍການຝຶກອົບຮົມ, ຍົກສູງລະດັບວິຊາສະເພາະໃຫ້ແກ່ພະນັກງານທີ່ເຮັດວຽກງານການທູດປະຊາຊົນ... ນີ້ແມ່ນບາງເນື້ອໃນຂອງທິດທາງການຮ່ວມມື ລະຫວ່າງຄະນະກຳມະການສັນຕິພາບຫວຽດນາມ ແລະ ຄະນະກຳມະການສັນຕິພາບ ແລະ ສາມັກຄີລາວ.
            
                        
                                
                     
                
                                
                ຍສໝ - ທ່ານນາງ ຫງວຽນເຟືອງງາ ໃຫ້ຮູ້ວ່າ VUFO ພ້ອມແລ້ວທີ່ຈະແບ່ງປັນປະສົບການກິດຈະກໍາເຄື່ອນໄຫວກັບຄະນະກຳມະການສັນຕິພາບ ແລະ ສາມັກຄີລາວ.
            
                        
                                
                     
                
                                
                ຍສໝ - ຈາກດຽນບຽນຈົນຮອດກອມຕຸມ, ຫວຽດນາມ ແລະ ລາວມີຄູ່ດ່ານຊາຍແດນສາກົນ 10 ແຫ່ງ ລວມມີ: ໄຕຈາງ - ສົບຮຸນ, ລ໊ອງເຊິບ - ປາຮ່າງ, ນາແມວ - ນ້ຳໂສຍ, ນ້ຳກັ່ນ - ນ້ຳການ, ເກົ່າແຈວ - ນ້ຳພາວ, ຈາລໍ່ - ນາພາວ, ລາໄລ - ລາໄລ, ລາວບາວ - ແດນສະຫວັນ, ນາມຢາງ - ດັກຕາອອກ ແລະ ເບີອີ - ພູເກືອ. ຢູ່ລຽບຕາມເສັ້ນຊາຍແດນສອງປະເທດຍັງມີເຂດອະນຸລັກທຳມະຊາດ, ປ່າສະຫງວນແຫ່ງຊາດ, ຖ້ຳ, ນ້ຳຕົກຕາດຫຼາຍແຫ່ງທີ່ມີທິວທັດທຳມະຊາດໃຫຍ່ໂຕມະໂຫຖານ.
            
                        
                                
                     
                
                                
                ລາວ ແລະ ຫວຽດນາມ ແມ່ນສອງປະເທດບ້ານໃກ້ເຮືອນຄຽງມີຊາຍແດນຕິດຈອດກັນຍາວຢຽດແຕ່ເໜືອຕະຫຼອດໃຕ້ຂັ້ນກັນພຽງສາຍພູຫຼວງ, ສອງປະເທດມີມູນເຊື້ອມິດຕະພາບອັນດີງາມຕໍ່ກັນໄດ້ຄຽງບ່າຄຽງໄຫຼ່ຜ່ານເສັ້ນທາງແຫ່ງປະຫວັດສາດຂອງຕົນມາຢ່າງຊ້ານານ, ໂດຍສະເພາະເກືອບໜື່ງສະຕະວັດຜ່ານມາສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ນໍ້າໃຈບໍລິສຸດຜຸດຜ່ອງ ລະຫວ່າງສອງຊາດ ລາວ-ຫວຽດນາມ ໄດ້ຖືກຮັດແໜ້ນຍິ່ງໆຂຶ້ນດ້ວຍອຸດົມການ ແລະ ແນວທາງການປົກຄອງເດີນຕາມເສັ້ນທາງກ້າວສູ່ສັງຄົມນິຍົມອັນດຽວກັນ.
            
                        
                                
                     
                
                                
                ສະໄໝຝຣັ່ງປົກຄອງ, ດິນແດນແຂວງເຊກອງປະຈຸບັນຂຶ້ນກັບແຂວງສາລະວັນ, ໃນສະໄໝຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນແບບໃໝ່, ສູນກາງພັກປະຊາຊົນປະຕິວັດລາວ ໄດ້ຕົກລົງສ້າງຕັ້ງສະຫະຕາເວັນອອກ ໃນປີ1958 ຕໍ່ມາໄດ້ສ້າງແຂວງຕາເວັນອອກ ໃນປີ 1962 ເພື່ອເປັນຖານທີ່ໝັ້ນຂອງການປະຕິວັດພາກໃຕ້ລາວ. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ໃນປີ 1975 ແຂວງຕາເວັນອອກ ໄດ້ສືບຕໍ່ຄືນສູ່ອ້ອມອົກແຂວງສາລະວັນອີກຄັ້ງ.
            
                        
                                
                     
                
                                
                ຫວ່າງແລ້ວນີ້, ຢູ່ແຂວງດ້ຽນບຽນ, ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ສົມທົບກັບຄະນະກໍາມະການປະຊາຊົນແຂວງດ້ຽນບຽນ ຈັດຕັ້ງພິທີໄຂງານພົບປະແລກປ່ຽນວັດທະນະທໍາ, ກິລາ ແລະທ່ອງທ່ຽວເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີ III ປີ 2022 ດ້ວຍຫົວຂໍ້ວ່າ “ນ້ຳໃຈໄມຕີຈິດມິດຕະພາບ-ມຸ່ງໄປເຖິງອະນາຄົດ”.
            
                        
                                
                     
                
                                
                ຍສໝ - ອາທິດຜ່ານມາ, ຢູ່ສູນວັດທະນະທຳ ຫວຽດນາມ ປະຈຳ ລາວ ໄດ້ໄຂງານວາງສະແດງວິຈິດສິນ ຫວຽດນາມ - ລາວ 2022. ສະມາຄົມວິຈິດສິນ 2 ປະເທດ ໄດ້ສົມທົບກັນຈັດຕັ້ງລາຍການ ເພື່ອຊ່ວຍໃຫ້ປະຊາຊົນເຂົ້າໃຈກ່ຽວກັບພາບພົດຂອງປະເທດຊາດ ແລະ ປະຊາຊົນຫວຽດນາມ - ລາວ ຢ່າງເລິກເຊິ່ງກວ່າອີກ.
            
                        
                                
                     
                
                                
                ຕອນເຊົ້າວັນທີ 29 ກັນຍາ ຢູ່ນະຄອນຫຼວງ ວຽງຈັນ, ປະເທດລາວ, ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໄດ້ສົມທົບກັບກະຊວງການສຶກສາທິການ ແລະ ກິລາ ລາວ ຈັດຕັ້ງເວທີປາໄສຍົກສູງຄຸນນະພາບການບຳລຸງສ້າງໃນການຮ່ວມມືດ້ານການສຶກສາ ຫວຽດນາມ - ລາວ.
            
                        
                                
                     
                
                                
                ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ສະຫະພັນແມ່ຍິງ ຫວຽດນາມ ໄດ້ຈັດຕັ້ງເວທີປາໄສ “ແມ່ຍິງ ຫວຽດນາມ - ລາວ - ກຳປູເຈຍເຊື່ອມໂຍງ, ຮ່ວມມືເພື່ອການພັດທະນາສີຂຽວ ແລະ ຍືນຍົງ ໃນໂລກທີ່ມີພະຍາດໂຄວິດ - 19”.
            
                        
                                
                     
                
                                
                ຫວ່າງແລ້ວນີ້, ຢູ່ນະຄອນຫຼວງ ວຽງຈັນ, ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງ ວຽງຈັນ ໄດ້ສົມທົບກັບໂຮງຮຽນມັດທະຍົມຕອນປາຍ ແລະ ວິທະຍາໄລວິຊາຊີບ ໂດຍ ຫວຽດນາມ ຊ່ວຍເຫຼືອ, ຈັດການເສັງຖາມ - ຕອບວິທະຍາສາດ ແລະ ສະແດງລາຍການສິລະປະ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ ຄົບຮອບ 60 ປີ (5/9/1962 – 5/9/2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ (18/7/1977 – 18/7/2022).
            
                        
                                
                     
                
                                
                ຍສໝ - ນັ້ນແມ່ນຄໍາຢັ້ງຢືນຂອງ ສະຫາຍ ສັນຕິພາບ ພົມວິຫານ, ເຈົ້າແຂວງແຂວງສະຫວັນນະເຂດ ທີ່ການຕ້ອນຮັບ ແລະ ເຮັດວຽກກັບຄະນະຜູ້ແທນສອງປະເທດຫວຽດນາມ-ລາວ ໃນຕອນບ່າຍວັນທີ 29 ກັນຍາ 2022.
            
                        
                                
                     
                
                                
                ຍສໝ - ຕອນເຊົ້າວັນທີ 29 ກັນຍານີ້, ຢູ່ແຂວງສະຫວັນນະເຂດໄດ້ດຳເນີນພິທີປິດງານບຸນມະໂຫລານມິດຕະພາບປະຊາຊົນ ຫວຽດນາມ - ລາວ ຄັ້ງທີ 5. ຕາມສະຫາຍ ບໍວຽງຄຳ ວົງດາລາ, ກຳມະການຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ, ປະທານສະມາຄົມມິດຕະພາບລາວ - ຫວຽດນາມ ແລ້ວ, ເພື່ອເປັນການປະກອບສ່ວນເຂົ້າໃນການປົກປັກຮັກສາ, ເພີ່ມພູນຄູນສ້າງ ແລະ ເພີ່ມທະວີການພົວພັນແບບພິເສດລະຫວ່າງປະຊາຊົນສອງປະເທດ ລາວ - ຫວຽດນາມ, ສະມາຄົມມິດຕະພາບລາວ - ຫວຽດນາມ ແລະ ສະມາຄົມມິດຕະພາບຫວຽດນາມ - ລາວ ພ້ອມກັບຜູ້ແທນປະຊາຊົນສອງປະເທດຈະສືບຕໍ່ປະກອບສ່ວນເຂົ້າໃນ 5 ບັນຫາໃຫຍ່.
            
                        
                                
                     
                
                                
                ຫວ່າງແລ້ວນີ້, ຢູ່ປະເທດລາວ, ທ່ານ ຫງວຽນວັນຟຸກ ຮອງລັດຖະມົນຕີກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ພ້ອມດ້ວຍຄະນະປະຕິບັດງານ ໄດ້ມີການເຮັດວຽກກັບກະຊວງສຶກສາທິການ ແລະກິລາລາວ.
            
                        
                                
                     
                
                                
                ຍສໝ - ງານບຸນມະໂຫລານມີຫົວຂໍ້ວ່າ: “ຮ່ວມເດີນຂະບວນຢູ່ເສັ້ນທາງ ເຈື່ອງເຊີນ - ເສັ້ນທາງໂຮ່ຈີມິນ”. ຜ່ານບັນດາການເຄື່ອນໄຫວ, ງານບຸນມະໂຫລານ ຫວັງວ່າບັນດາຜູ້ແທນຈະມີຄວາມຮັບຮູ້ເຖິງຄວາມໝາຍປະຫວັດສາດຂອງເສັ້ນທາງໂຮ່ຈີມິນ ຢ່າງເລິກເຊິ່ງກວ່າອີກ, ໂຄສະນາເຜີຍແຜ່ຢ່າງກວ້າງຂວາງໃນປະຊາຊົນທຸກຊັ້ນວັນນະກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດຫວຽດນາມ - ລາວ; ລາວ-ຫວຽດນາມ.
            
                        
                                
                     
                
                                
                ຍສໝ - ຕອນເຊົ້າວັນທີ 28 ກັນຍາ, ຢູ່ນະຄອນ ດົ່ງຮ່າ, ແຂວງ ກວາງຈີ້, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ - ລາວ ແລະ ແຂວງ ກວາງຈີ້ ສົມທົບກັບສະມາຄົມມິດຕະພາບລາວ - ຫວຽດນາມ ໄດ້ຈັດພິທີໄຂງານໂຫລານມິດຕະພາບປະຊາຊົນ ລາວ-ຫວຽດນາມ ຄັ້ງທີ 5.
            
                        
                                
                     
                
                                
                ຍສໝ - ໂດຍແມ່ນໜຶ່ງໃນບັນດາກຳລັງທີ່ສຳຄັນ ແລະ ແທດຈິງໃນການກໍ່ສ້າງ, ເພີ່ມພູນຄູນສ້າງສາຍພົວພັນອັນຍິ່ງໃຫຍ່ລະຫວ່າງຫວຽດນາມ - ລາວ ເຊິ່ງແມ່ນຄະນະພັກ, ອຳນາດການປົກຄອງ ແລະ ທະຫານປະຊາຊົນບັນດາແຂວງ, ນະຄອນທີ່ມີເສັ້ນຊາຍແດນຮ່ວມກັບປະເທດເພື່ອນ. ນີ້ແມ່ນສັນຍາລັກແຫ່ງມິດຕະພາບ, ສັນຕິພາບ, ຄວາມເປັນມິດສະໜິດສະໜົມ, ເຕັມໄປດ້ວຍຄວາມໝາຍ ແລະ ວັດທະນະທຳຫວຽດ.
            
                        
                                
                     
                
                                
                ຍສໝ - ງານມະໂຫລານມິດຕະພາບປະຊາຊົນ ຫວຽດນາມ - ລາວ ຄັ້ງທີ 5 ໄດ້ໄຂຂຶ້ນຢູ່ແຂວງ ກວາງຈີ້ (ຫວຽດນາມ) ແລະ ສະຫວັນນະເຂດ (ລາວ) ແຕ່ວັນທີ 27 – 30 ກັນຍາ 2022 ເນື່ອງໃນໂອກາດ “ປີແຫ່ງຄວາມສາມັກຄີມິດຕະພາບຫວຽດນາມ - ລາວ, ລາວ - ຫວຽດນາມ 2022”, ສະເຫຼີມສະຫຼອງ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື (18 ກໍລະກົດ 1977 – 18 ກໍລະກົດ 2022); 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (5 ກັນຍາ 1962 – 5 ກັນຍາ 2022). ກ່ອນງານມະໂຫລານ, ສະມາຄົມມິດຕະພາບ ຫວຽດນາມ - ລາວ; ສະຖານທູດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຫວຽດນາມ; ສະຖານກົງສຸນໃຫຍ່ລາວ ປະຈຳ ນະຄອນ ດ່າໜັງ ໄດ້ໄປສຸສານສາກົນ ອານເຊີນ (ເງ້ອານ) ແລະ ສຸສານເຈື່ອງເຊີນ (ກວາງຈີ) ເພື່ອຖະຫວາຍທູບທຽນ, ດອກໄມ້ເຖິງດວງວິນຍານວິລະຊົນ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ.
            
                        
                                
                     
                
                                
                ຫວ່າງແລ້ວນີ້, ມະຫາວິທະຍາໄລກວ໋າງນາມ ຈັດຕັ້ງພິທີມອບໃບຢັ້ງຢືນພາສາຫວຽດນາມ ໃຫ້ແກ່ນັກສຶກສາລາວ 64 ຄົນ ແລະມອບ-ຮັບນັກສຶກສາລາວ ໃຫ້ວິທະຍາໄລການແພດກວ໋າງນາມ.
            
                        
                                
                     
                
                                
                ຫວ່າງແລ້ວນີ້, ການນໍາແຂວງເງະອານ ໄດ້ໃຫ້ການຕ້ອນຮັບຄະນະປະຕິບັດງານແຂວງຈຳປາສັກ ນໍາໂດຍສະຫາຍ ວິໄລວົງ ບຸດດາຄໍາ, ເລຂາພັກແຂວງ, ເຈົ້າແຂວງໆຈໍາປາສັກ.