ວິສາຫະກິດຫວຽດນາມ ຮ່ວມມືພັດທະນາກະສິກຳອົງຄະທາດ, ປຸຍ ຢູ່ລາວ

06:00 | 14/03/2023

ຍສໝ - ກຸ່ມບໍລິສັດ ເກ້ເລີມ (ຫວຽດນາມ) ຫາກໍ່ລົງນາມໃນສັນຍາຮ່ວມມືກັບກຸ່ມບໍລິສັດພົງສະຫວັນ (ລາວ) ກ່ຽວກັບການພັດທະນາກະສິກຳ​ອົງຄະທາດ​ ແລະ ການປູກຝັງແບບໝູນວຽນ ລະຫວ່າງສອງບໍລິສັດຢູ່ນະຄອນຫຼວງວຽງຈັນ.

ວິສາຫະກິດຫວຽດນາມ ນັບມື້ນັບຂຸດຄົ້ນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ ໄດ້ເປັນຢ່າງດີ ວິສາຫະກິດຫວຽດນາມ ນັບມື້ນັບຂຸດຄົ້ນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ ໄດ້ເປັນຢ່າງດີ
ວິສາຫະກິດຫວຽດນາມ  ຄົ້ນຫາຜູ້ສະຫນອງສິນຄ້າຢູ່ລາວ ວິສາຫະກິດຫວຽດນາມ ຄົ້ນຫາຜູ້ສະຫນອງສິນຄ້າຢູ່ລາວ
ວິສາຫະກິດຫວຽດນາມ ຮ່ວມມືພັດທະນາກະສິກຳອົງຄະທາດ, ປຸຍ ຢູ່ລາວ

ກຸ່ມບໍລິສັດ ເກ້ເລີມ (ຫວຽດນາມ) ຫາກໍ່ລົງນາມໃນສັນຍາຮ່ວມມືກັບກຸ່ມບໍລິສັດພົງສະຫວັນ (ລາວ) ກ່ຽວກັບການພັດທະນາກະສິກຳ​ອົງຄະທາດ​ ແລະ ການປູກຝັງໝູນວຽນ

ພິທີ​ລົງ​ນາມ​ໃນ​ວັນ​ທີ 6 ມີນາ​ນີ້ ໂດຍ​ການ​ເປັນ​ສັກຂີ​ພິຍານ​ຂອງ ​ທ່ານ ປອ. ເພັດ ​ພົມພິພັກ - ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ສປປ.ລາວ; ທ່ານ ປອ. ອ໋ອດ ພົງສະຫວັນ - ຮອງ​ປະທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ (LFND), ທັງເປັນທີ່​ປຶກສາ​ດ້ານ​ເສດຖະກິດ ​ແລະ ການ​ພັດທະນາ; ພ້ອມ​ດ້ວຍ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ LFND ​ແລະ ​ຜູ້ນຳຫຼັກແຫຼ່ງຂອງ​ສອງ​ຝ່າຍ.

ຕາມໜັງສືພິມ Vientiane Times ແລ້ວ, ເນື້ອໃນຂອງການຮ່ວມມືລະຫວ່າງສອງຝ່າຍ ປະກອບມີ ການນຳເອົາຜະລິດຕະພັນຍີ່ຫໍ້ຂອງກຸ່ມບໍລິສັດເກ້ເລີມ ເຂົ້າມາລາວ, ໂດຍສະເພາະແມ່ນຝຸ່ນອົງຄະທາດ (ຈຸລິນຊີ), ຝຸ່ນຊີວະພາບ, ຝຸ່ນອົງຄະທາດ (ແຮ່ທາດ).

ວິສາຫະກິດຫວຽດນາມ ຮ່ວມມືພັດທະນາກະສິກຳອົງຄະທາດ, ປຸຍ ຢູ່ລາວ

ນອກ​ນີ້, ກຸ່ມບໍລິສັດ ເກ້ເລີມ ຈະ​ຝຶກ​ອົບຮົມ​ຜູ້​ຊ່ຽວຊານ, ຖ່າຍທອດ​ຄວາມ​ຮູ້​ດ້ານ​ເຕັກ​ໂນ​ໂລ​ຊີ​ປ່ຽນແປງໃໝ່ປະດິດ​ສ້າງ ​ແລະ ແນະ​ນຳ ກຸ່ມບໍລິສັດ ພົງສະຫວັນ ສ້າງ​ຮູບ​ແບບ​ການປູກຝັງແບບໝູນວຽນ​, ​ເພີ່ມ​ທະວີ​ການ​ຜະລິດ​ກະສິກຳ​ອົງຄະທາດ ​ແລະ ລະບົບ​ຊີວະພາບການ​ປູກຝັງທາດອົງຄະທາດ, ກະສິກຳ​ປູກຝັງແບບໝູນວຽນ​ໃນ​ໄລຍະ​ຈະ​ມາ​ເຖິງ.

ພ້ອມ​ກັນ​ນັ້ນ, ສອງ​ຝ່າຍຈະ​ສົມທົບ​ກັນ​ໂຄສະນາ​ເຜີຍ​ແຜ່, ປຸກລະດົມ​ປະຊາຊົນ​ປ່ຽນ​ແປງ​ແນວ​ຄິດ​ນຳ​ໃຊ້​ຜະລິດ​ຕະພັນ​ກະ​ເສດອົງຄະທາດ, ​ແນະນຳ​ໃຫ້​ນຳ​ໃຊ້​ຝຸ່ນອົງຄະທາດ (ຈຸລິນ​ຊີ) ​ແລະ ຜະລິດ​ຕະພັນ​ກະ​ເສດ​ປອດ​ສານພິດ​ອື່ນໆ.

ທ່ານ ພູ​ສະຫວັນ ກ່າວ​ວ່າ: ​ເພື່ອ​ສືບ​ຕໍ່​ຮັກສາ ​ແລະ ພັດທະນາ​ສາຍ​ພົວພັນ​ການ​ຮ່ວມ​ມື​ສອງ​ຝ່າຍ​ ລະຫວ່າງສອງບໍລິສັດນັ້ນ, ສອງຝ່າຍຈະ​ໄດ້​ພົບ​ປະ​ເປັນ​ຄັ້ງ​ທີ 3 ​ເພື່ອ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ການ​ເຄື່ອນ​ໄຫວ​ໂຄງການທີ່ກ່ຽວຂ້ອງເຖິງ​ກະສິກຳ​ທັນ​ສະ​ໄໝ”.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.