ກອນ​ຕູມ - ອັດ​ຕະ​ປື (ລາວ): ກອງປະຊຸມປຶກສາຫາລື​ກ່ຽວ​ກັບ​ວຽກ​ງານ​ຊາຍ​ແດນ

06:00 | 06/03/2023

ຍ​ສ​ໝ - ອາ​ທິດ​ຜ່ານ​ມາ, ຢູ່​ນະ​ຄອນ ກອນ​ຕຸມ, ຄະ​ນະ​ປະ​ຕິ​ບັດ​ວຽກ​ງານ​ຊາຍ​ແດນ​ລະ​ຫວ່າງ 2 ແຂວງ​ກອນ​ຕູມ - ອັດ​ຕະ​ປື ໄດ້ຈັດ​ກອງປະຊຸມປຶກສາຫາລື​ແລກ​ປ່ຽນ, ຕີ​ລາ​ຄາ​ໝາກ​ຜົນ​ວຽກ​ງານ​ສຳຫຼວດກວດ​ກາພຶ້ນ​ທີ່​ຕົວ​ຈິງ ແລະ ກຳ​ນົດ​ທິດ​ການ​ຮ່ວມ​ມື​ວຽກ​ງານ​ຊາຍ​ແດນ ລາວ - ຫວຽດ​ນາມ ລະ​ຫວ່າງ​ສອງ​ແຂວງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ສ້າງການຮ່ວມທຶນ ຫວຽດນາມ-ລາວ ເພື່ອສຶກສາ ແລະ ກໍ່ສ້າງເສັ້ນທາງລົດໄຟ ວຽງຈັນ-ຫວູງອ່າງ ສ້າງການຮ່ວມທຶນ ຫວຽດນາມ-ລາວ ເພື່ອສຶກສາ ແລະ ກໍ່ສ້າງເສັ້ນທາງລົດໄຟ ວຽງຈັນ-ຫວູງອ່າງ
ເພີ່ມ​ທະ​ວີ​ການ​ສ້າງ​ກົດ​ໝາຍ​ກ່ຽວ​ກັບ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ແມ່​ຍິງ ແລະ ເດັກ​ຍິງ ເພີ່ມ​ທະ​ວີ​ການ​ສ້າງ​ກົດ​ໝາຍ​ກ່ຽວ​ກັບ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ແມ່​ຍິງ ແລະ ເດັກ​ຍິງ

ທີ່​ການ​ເຮັດ​ວຽກ, ສອງ​ຝ່າຍ​ໄດ້​ຕີ​ລາ​ຄາ​ສູງ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ໃນ​ວຽກ​ງານ​ຊາຍ​ແດນ ຫວຽດ​ນາມ - ລາວ ​ພາຍຫຼັງ​ວັນ​ທີ 20 – 22 ກຸ​ມ​ພາ ທີ່ສອງ​ຝ່າຍ​ໄດ້ລົງ​ກວດ​ກາ​ພື້ນ​ທີ່​ຕົວ​ຈິງ​ຕາມ​ເນື້ອ​ໃນ​ບົດ​ບັນ​ທຶກກອງ​ປະ​ຊຸມ​ປະ​ຈຳ​ປີ ຄັ້ງ​ທີ 32 ລະ​ຫວ່າງ​ຄະ​ນະ​ຜູ້​ແທນ​ຊາຍ​ແດນ​ປະ​ເທດ ສ​ສ. ຫວຽດ​ນາມ ແລະ ຄະ​ນະ​ຜູ້​ແທນ​ຊາຍ​ແດນ​ປະ​ເທດ ສ​ປ​ປ.ລາວ, ວັນ​ທີ 20 ທັນ​ວາ 2022 ຢູ່​ນະ​ຄອນ ຫຼວງ​ພະ​ບາງ (ລາວ).

ລະ​ອຽດ​ແມ່ນ, ສອງ​ຝ່າຍ​ໄດ້​ເກັບ​ກຳ​ຂໍ້​ມູນ​ຕົວ​ຈິງ​ກ່ຽວ​ກັບ​ສະ​ພາບ​ການ​ລຽບ​ຕາມ​ເຂ​ດ​ຊາຍ​ແດນ ລາວ - ຫວຽດ​ນາມ ຢູ່​ເຂດ​ຫຼັກ​ໝາຍ​ເລກ​ທີ 763, 789, 790, 792, 772; ກວດ​ກາ​ພື້ນ​ຖານ​ໂຄງ​ການ​ດ່ານ​ຊາຍ​ແດນ ດັກ​ລອງ (ແຂວງກອນ​ຕຸມ) - ວັງ​ຕັດ (ແຂ​ວງ​ອັດ​ຕະ​ປື), ລາຍ​ງານ​ການ​ນຳ​ສອງ​ແຂວງ ແລະ ຄະ​ນະ​ກຳ​ມະ​ການ​ເຂດ​ຊາຍ​ແດນ​ແຫ່ງ​ຊາດ 2 ປະ​ເທດ​ປຶກ​ສາ​ຫາ​ລື, ພິ​ຈາ​ລະ​ນາ​ຍົກ​ລະ​ດັບ​ຂຶ້ນ​ເປັນ​ດ່ານ​ຊາຍ​ແດນ​ສາ​ກົນ.

ກອງ​ປະ​ຊຸມ​ລະ​ຫວ່າງ​ສອງ​ຝ່າຍ (ພາບ: kontum.gov.vn)
ກອງ​ປະ​ຊຸມ​ລະ​ຫວ່າງ​ສອງ​ຝ່າຍ (ພາບ: kontum.gov.vn)

ນອກ​ຈາກ​ນັ້ນ, ສອ​ງ​ຝ່າຍ​ຈະ​ຢຶ້​ຢາມ, ພົບ​ປະ​, ມອບ​ຂອງ​ຂວັນ​ໃຫ້​ແກ່​ບັນ​ດາ​ຄອບ​ຄົວ​ອົບ​ພະ​ຍົບ​ແບບ​ເສ​ລີ ແລະ ການ​ສົມ​ລົດ​ທີ່ບໍ່​ມີ​ການ​ຈົດ​ທະ​ບຽນ (ເຊິ່ງ​ໄດ້​ຮັບ​ການ​ຖື​ສັນ​ຊາດ​ປີ 2019) ທີ່ພວມ​ດຳ​ລົງ​ຊີ​ວິດຢູ່​ລຽບ​ຕາມ​ເຂດ​ຊາຍ​ແດນ ຫວຽດ​ນາມ - ລາວ ຢູ່​ເມືອງ ດັກ​ເງີ​ເລີຍ ແລະ ງອກ​ໂຮ້ຍ, ແຂວງກອນ​ຕຸມ. ໃນ​ຕົວ​ຈິງ​ສະແດງໃຫ້​ເຫັນວ່າ ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ມີ​ສະ​ຖຽນ​ລະ​ພາບ​ໂດຍ​ພື້ນ​ຖານ, ປະ​ຕິ​ບັດ​ຕາມ​ບັນ​ດາ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ສົນ​ທິ​ສັນ​ຍາ, ກົດ​ລະ​ບຽບ​ເຂດ​ຊາຍ​ແດນ​ລະ​ຫວ່າງ​ຫວຽດ​ນາມ - ລາວ.

ສອງ​ຝ່າຍ​ກໍ່​ໄດ້​ຕີ​ລາ​ຄ​າ​ສູງ​ໝາກ​ຜົນ​ການ​ຮ່ວມ​ມື​​ປະ​ຕິ​ບັດ​ສົນທິສັນ​ຍາ​ກ່ຽວ​ກັບ​ຂໍ້​ກຳ​ນົດການ​ຄຸ້ມ​ຄອງ​ຊາຍ​ແດນ ແລະ ດ່ານ​ຊາຍ​ແດນ​ທາງ​ບົກ​ລະ​ຫວ່າງ​ລັດ​ຖະ​ບານ ຫວຽດ​ນາມ ແລະ ລັດ​ຖະ​ບານ ລາວ ​ເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ​ໃນ​ວັນ​ທີ 16 ມີ​ນາ ​ປີ 2016, ສຳ​ລັບ​ບັນ​ດາ​ໜ້າ​ທີ່: ການ​ຄຸ້ມ​ຄອງ, ປົ​ກ​ປັກ​ຮັກ​ສາເສັ້ນ​ຊາຍ​ແດນ, ຫຼັກ​ໝາຍ; ການ​ຄຸ້ມ​ຄອງຄົນ​ເຂົ້າ​ອອກ​ເມືອງ​ຜ່ານ​ຊາຍ​ແດນ; ຮັກ​ສາ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ຄວາມ​ປອດ​ໄພ​ສັງ​ຄົມ ແລະ ການ​ຄຸ້ມ​ຄອງ​ຄົນເຂົ້າ​ອອກ​ເມືອງ​ຜ່ານ​ຊາຍ​ແດນ; ຄຸ້ມ​ຄອງ​ໂຄງ​ການ​ເຂດ​ຊາຍ​ແດນ, ການ​ເຄື່ອນ​ໄຫວ​ກໍ່​ສ້າງ​ໂຄງ​ການ​ຢູ່​ເຂດ​ຊາຍ​ແດນ, ການ​ຮ່ວມ​ມື​ລົງ​ທຶນ ແລະ ການ​ຄ້າ​ຜ່ານ​ຊາຍ​ແດນ, ຄຸ້ມ​ຄອງ​ດ່ານ​ຊາຍ​ແດນ ແລະ ການ​ເຊື່ອມ​ຕໍ່​ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ, ​ໄຟ​ຟ້າຜ່ານ​ຊາຍ​ແດນ, ໂຄ​ສະ​ນາ, ເຜີຍ​ແຜ່​ບັນ​ດາ​ເອ​ກະ​ສານທີ່​ລັດ​ຖະ​ບານ​ສອງ​ປະ​ເທດ​ໄດ້​ລົງນາມຮ່ວມກັນກ່ຽວ​ກັບ​ບັນ​ດາ​ວຽກ​ງານ​ຊາຍ​ແດນ.

ສອງ​ຝ່າຍ​ໄດ້​ປຶກ​ສາ​ຫາ​ລື, ເຫັນ​ດີ​ເປັນ​ເອ​ກະ​ພາບ​ການ​ກຳ​ນົດ​ທິດ​ການ​ຮ່ວມ​ມື​ໃນ​ໄລ​ຍ​ະ​ຈະ​ມາ​ເຖິງ: ສືບ​ຕໍ່​ຜັນ​ຂະ​ຫຍາຍ​ບັນ​ດາ​ເອ​ກະ​ສານ​ນິ​ຕິ​ກຳ​ກ່ຽວ​ກັບ​ຊາຍ​ແດນ​ທີ່​ໄດ້​ຮັບ​ການ​ລົງ​ທຶນ​ໃນ​ວັນ​ທີ 16 ມີ​ນາ 2016 ແລະ ບັນ​ດາ​ສົນ​ທິ​ສັນ​ຍາ, ຂໍ້​ຕົກ​ລົງ​ທີ່​ກ່ຽວ​ຂ້ອງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ລາຍ​ງານ​ຕໍ່​ການ​ນຳ​ສອງ​ແຂວງ ເພື່ອ​ສະ​ເໜີ​ລັດ​ຖະ​ບານ​ສອງ​ປະ​ເທດ ຫວຽດ​ນາມ ແລະ ລາວ ພິ​ຈາ​ລະ​ນາ​ຍົກ​ສະ​ລັບ​ດ່ານ​ຊາຍ​ແດນ​ສຳ​ຮອງ ດັກ​ລອງ - ວັງ​ຕັດ ກາຍ​ເປັນ​ດານ​ຊາຍ​ແດນ​ສາ​ກົນ, ຕິດ​ຕາມກວດ​ກາ, ກວດ​ກາ, ຕໍ່​ສູ້​ສະ​ກັດ​ກັ້ນ​ການ​ເຂົ້າ​ອອກ​ເມືອງ​ແບບ​ຜິດ​ກົດ​ໝາຍ, ຂຸດ​ຄົ້ນ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ແບບ​ຜິດ​ກົດ​ໝາຍ, ການ​ອົບ​ພະ​ຍົບ​ແບບ​ເສ​ລີ ແລະ ການ​ສົມ​ລົບ​ບໍ່​ຈົດ​ທະ​ບຽນ​ຢູ່​ລຽບ​ຕາມ​ຊາຍ​ແດນ ຫວຽດ​ນາມ - ລາວ.

ສະ​ເໜີ​ການ​ນຳ​ສອງ​ແຂວງ ກອນ​ຕຸມ - ອັດ​ຕະ​ປື ຊີ້​ນຳ, ນຳ​ພາ, ແນະ​ນຳ​ອຳ​ນາດ​ການ​ປົກ​ຄອງ​ບັນ​ດາ​ເມືອງ, ຕາ​ແສງ​ຢູ່​ລຽບ​ຕາມ​ຊາຍ​ແດນ ຫວຽດ​ນາມ - ລາວ ​ສືບ​ຕໍ່​ການ​ພົວ​ພັນ​ຮ່ວມ​ມື ແລະ ກໍ່​ສ້າງ​ບ້ານ​ແຮກ​ສ່ຽວ​ລະ​ຫວ່າງ​ບັນ​ດາ​ບ້ານ​ກັບ​ບ້ານ​ຢູ່​ລຽບ​ຕາມ​ຊາຍ​ແດນສອງ​ແຂວງ ເພື່ອບັນ​ລຸ​ໄດ້​ຜົນ​ສຳ​ເລັດ ແລະ ມີ​ທັດ​ສະ​ນະ​ແບ່ງປັນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ​ໃນ​ດ້ານ​ພັດ​ທະ​ນາ.

ສະ​ເໜີ​ການ​ນຳ​ແຂວງກອນ​ຕຸມ - ອັດ​ຕະ​ປື ມີ​ຄວາມ​ເອົາ​ໃຈ​ໃສ່​ຍູ້​ແຮງ, ຕິດ​ຕາມກວກ​ກາການ​ປະ​ຕິ​ບັດ​ວຽກ​ງານ​ໂຄ​ສະ​ນາ​ກົດ​ໝາຍ, ສົນ​ທິ​ສັນ​ຍາ​ກ່ຽວ​ກັບ​ຂໍ້​ກຳ​ນົດການ​ຄຸ້ມ​ຄອງ​ຊາຍ​ແດນ, ດ່ານ​ຊາຍ​ແດນ ແລະ ເນື້ອ​ໃນ​ບົດ​ບັນ​ທຶກກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ຄະ​ນະ​ຜູ້​ແທນ​ເຂດ​ຊາຍ​ແດນ ຫວຽດ​ນາມ - ລາວ ​ຕະຫຼອດ​ຮອດ​ບັນ​ດາ​ພະ​ແນກ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ຂອງ​ແຂວງ, ເມືອງ​ຊາຍ​ແດນ ແລະ ອຳ​ນາດ​ການ​ປົກ​ຄອງ​ບັນ​ດາ​ຕາ​ແສງ​ເຂດ​ຊາຍ​ແດນ​ຂອງ​ສອງ​ແຂວງ ​ເພື່ອ​ນຳ​ບັນ​ດາ​ເນື້ອ​ໃຈ​ຕ້ອງ​ໄດ້​ຮັບ​ການ​ໂຄ​ສະ​ນາ​ໄປ​ຍັງ​ພະ​ນັກ​ງານ, ນັກ​ຮົບ​, ຕຳຫຼວດ ແລະ ປະ​ຊາ​ຊົນ​ສອງ​ແຂວງພວກ​ເຮົາ​ໄດ້​ຮັບ​ຮູ້, ເຂົ້າ​ໃຈ​ຢ່າງກວ້າງ​ຂ​ວາງ.

ບຸນ​ຄົງ

302 Found

Found

The document has moved here.