ໜັງສືພິມລາວ ຍ້ອງຍໍການທ່ອງທ່ຽວຫວຽດນາມ

17:10 | 13/03/2023

ຍສໝ - ບົດຂຽນໃນເວັບໄຊ Vientianetimes ຫຼື Laophattananews (ປະເທດລາວ) ເມື່ອບໍ່ດົນມານີ້ ໄດ້ຍ້ອງຍໍການທ່ອງທ່ຽວຂອງຫວຽດນາມ ດ້ວຍເປົ້າໝາຍກາຍເປັນແຫຼ່ງທ່ອງທ່ຽວທີ່ດຶງດູດໃຈແຖວໜ້າ ຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ການທ່ອງທ່ຽວຫວຽດນາມ ກົບມາສ້າງຄວາມປະທັບໃຈ, ຊອກຫາບັນດາບາດກ້າວກະໂດດຂັ້ນຄືນໃໝ່ ການທ່ອງທ່ຽວຫວຽດນາມ ກົບມາສ້າງຄວາມປະທັບໃຈ, ຊອກຫາບັນດາບາດກ້າວກະໂດດຂັ້ນຄືນໃໝ່
ໜັງສືພິມປະເທດລາວ ໄດ້ລົງບົດຂຽນກ່ຽວກັບຄວາມກ້າວໜ້າ ໃນການເຊື່ອມເຂົ້າກັນຊຸມຊົນອາຊຽນ ໜັງສືພິມປະເທດລາວ ໄດ້ລົງບົດຂຽນກ່ຽວກັບຄວາມກ້າວໜ້າ ໃນການເຊື່ອມເຂົ້າກັນຊຸມຊົນອາຊຽນ

ໜ້າ​ເວັບໄຊ Vientianetimes ມີ​ບົດ​ຂຽນ​ທີ່​ມີ​ຫົວ​ຂໍ້​ວ່າ “ຫວຽດນາມ ມຸ່ງ​ໄປ​ເຖິງ​ການ​ກາຍ​ເປັນ​ແຫຼ່ງທ່ອງ​ທ່ຽວ​ແຖວ​ໜ້າ​ ຂອງພາກພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ໃນ​ປີ 2030”. ບົດ​ຂຽນ​ໄດ້ພິນິດໄສ​ວ່າ ຍຸດ​ທະ​ສາດ​ສົ່ງ​ເສີມ​ການທ່ອງທ່ຽວ​ທີ່​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ຫວຽດນາມ ​ໄດ້​ຍົກ​ອອກ​ເມື່ອ​ບໍ່​ດົນ​ມາ​ນີ້ ຈະ​ຊ່ວຍ​ໃຫ້​ຫວຽດນາມ ​ເປັນ​ແຫຼ່ງທ່ອງ​ທ່ຽວ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ ແຖວ​ໜ້າ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້; ຢືນຢັນ​ເຄື່ອງໝາຍ​ການຄ້າ ແລະ ຄວາມສາມາດການ​ແກ່ງແຍ່ງຂອງ​ການທ່ອງທ່ຽວ​ຫວຽດນາມ.

ໜັງສືພິມລາວ ຍ້ອງຍໍການທ່ອງທ່ຽວຫວຽດນາມ

ໜັງສືພິມປະເທດລາວ ໄດ້ຍ້ອງຍໍການທ່ອງທ່ຽວຫວຽດນາມ

ໜ້າ​ເວັບດັ່ງກ່າວນີ້​ ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ວ່າ ການ​ເຄື່ອນ​ໄຫວ​ໂຄສະນາ ​ແລະ ເຜີຍແພ່ການທ່ອງ​ທ່ຽວ​ຂອງ​ຫວຽດນາມ​ ຢູ່​ເວັບ​ໄຊ ​ແລະ ​ເຄືອ​ຂ່າຍ​ອິນເຕີເນັດ​ໄດ້​ນຳ​ມາ​ເຊິ່ງປະສິດທິ​ຜົນ​ສູງ, ຂອບເຂດ​ການເຂົ້າເຖິງມີຄວາມເລິກເຊິ່ງ ​ແລະ ມີຈຳນວນ​ຜູ້ເບິ່ງ​ເຂົ້າ​ເວັບໄຊ ​ແລະ ຕິດຕາມ ໄດ້ນັບມື້ນັບເພີ່ມຂຶ້ນ, ປະກອບສ່ວນ​ປັບປຸງການຈັດອັນດັບຂອງ​ຫວຽດນາມ ກ່ຽວ​ກັບ​ບັນດາດັດຊະນີການ​ຕະຫຼາດ ​ແລະ ກຳລັງຄວາມສາມາດໃນການພັດທະນາການທ່ອງທ່ຽວ.

ນອກຈາກນັ້ນ, ໜ້າ​ເວັບໄຊ Laoophattananews (ລາວພັດທະນາ) ກໍ່ມີຄວາມປະທັບໃຈກັບລາຍຮັບການທ່ອງທ່ຽວຂອງຫວຽດນາມ ໃນ 2 ເດືອນຕົ້ນປີ ທີ່ບັນລຸເຖິງ 3,6 ຕື້ໂດລາສະຫະລັດ, ຕ້ອນຮັບນັກທ່ອງທ່ຽວສາກົນຫຼາຍກວ່າ 1,8 ລ້ານເທື່ອຄົນ. ​ເຖິງ​ວ່າ​ຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ຫວຽດນາມ ​ບໍ່​ເທົ່າ​ກັບ​ໄລຍະ​ດຽວ​ກັນກັບ​ຂອງ​ປີ 2019 - ເຊິ່ງ​ແມ່ນ​ປີ​ທີ່​ບໍ່​ມີ​ການ​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ​ແຕ່​ໝາກຜົນ​ທີ່​ໄດ້​ຮັບດັ່ງກ່າວ​ ໄດ້​ສະ​ແດງ​ໃຫ້​ເຫັນສະ​ພາບ​​ຂອງ​ການ​ຟື້ນ​ຟູ​ການທ່ອງທ່ຽວ​ຂອງ​ຫວຽດນາມ. Laophattananews ຢືນຢັນ​ວ່າ ຫວຽດນາມ ຈະ​ບັນລຸ​ຄາດໝາຍ​ຕ້ອນຮັບ​ແຂກ​ສາກົນ 8 ລ້ານ​ເທື່ອ​ຄົນ​ໃນ​ປີ 2023.

ກ່ອນ​ໜ້າ​ນີ້, ໜັງສືພິມ Vientianetimes ​ແລະ Laophattananews ​ກໍ່​ມີ​ບົດ​ຂຽນ​ຍ້ອງຍໍ ​ແລະ ​ແນະນຳ​ວັດທະນະທຳ​ອາຫານ, ການທ່ອງ​ທ່ຽວຄົ້ນຫາຕາມ​ຖະ​ໜົນ, ວັດ​ວາອາ​ຮາມ ຢູ່​ບາງ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ​ຫວຽດນາມ ​ເຊັ່ນ: ຮ່າ​ໂນ້ຍ, ​ໂຮ້ຍອານ ​ແລະ ດ່າໜັງ./.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.